ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວ ກັບຈີນ ລົງນາມ ໃນຂໍ້ຕົກລົງ ເຖິງ 17 ສະບັບ ເພື່ອຮັດແໜ້ນ ສາຍພົວພັນ


ຄະນະຜູ້ແທນຂັ້ນສູງ ຈາກຈີນ ເຂົ້າຮ່ວມກອງປະຊຸມ ກັບຄະນະຜູ້ແທນຂັ້ນສູງ ຂອງລາວ ໃນລະຫວ່າງການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ປະທານປະເທດຈີນ ທ່ານສີ ຈິ່ນຜິງ ລະຫວ່າງວັນທີ 13-14 ພະຈິກ 2017 ນີ້.
ຄະນະຜູ້ແທນຂັ້ນສູງ ຈາກຈີນ ເຂົ້າຮ່ວມກອງປະຊຸມ ກັບຄະນະຜູ້ແທນຂັ້ນສູງ ຂອງລາວ ໃນລະຫວ່າງການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ປະທານປະເທດຈີນ ທ່ານສີ ຈິ່ນຜິງ ລະຫວ່າງວັນທີ 13-14 ພະຈິກ 2017 ນີ້.

ທາງການລາວກັບຈີນ ລົງນາມໃນຂໍ້ຕົກລົງເຖິງ 17 ສະບັບ ເພື່ອຮັດແໜ້ນສາຍພົວພັນ
ແລະເສີມຂະຫຍາຍ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ແລະຍາວນານ
ລະຫວ່າງກັນ ໃຫ້ມີໝາກຜົນໃນທຸກດ້ານ.

ການຢ້ຽມຢາມທາງລັດຖະກິດຂອງທ່ານສີ ຈິ່ນຜິງ ປະທານປະເທດ ແລະປະທານພັກ
ຄອມມິວນິສຈີນ ຕາມການເຊີນຂອງທ່ານບຸນຍັງ ວໍລະຈິດ ປະທານປະເທດ ແລະ
ເລຂາ ທິການໃຫຍ່ພັກປະຊາຊົນປະຕິວັດລາວ ທີ່ມີຂຶ້ນໃນລະຫວ່າງວັນທີ 13 ຫາ 14
ພະຈິກ 2017 ໄດ້ສິ້ນສຸດລົງດ້ວຍການລົງນາມໃນຂໍ້ຕົກລົງ ແລະ ເອກະສານສຳຄັນ
ຈຳນວນ 17 ສະບັບ ທີ່ມີເປົ້າໝາຍເພື່ອຮັດແໜ້ນສາຍພົວພັນ ແລະເສີມຂະຫຍາຍ
ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ແລະຍາວນານ ລະຫວ່າງ 2 ປະເທດ
ດ້ວຍການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຕ່າງໆ ຢ່າງຕັ້ງໜ້າເພື່ອໃຫ້ມີໝາກຜົນ ຢ່າງ
ເປັນຮູບປະທຳ ໃນທຸກດ້ານ ດັ່ງທີ່ທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີວ່າການ
ຕ່າງປະເທດ ໄດ້ໃຫ້ການຢືນຢັນວ່າ:

“ໃນການຢ້ຽມຢາມຂອງທານສີ ຈິ່ນຜິງ ຄັ້ງນີ້ ຊຶ່ງມີການລົງນາມເອກະສານ 17
ສະບັບ ເອກະສານ ຮ່ວມມືລະຫວ່າງ 2 ຝ່າຍ ສະນັ້ນ ສິ່ງທີ່ພວກເຮົາຈະສຸມໃສ່
ໃນຕໍ່ໜ້ານີ້ ກໍແມ່ນຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ບັນດາສັນຍາ ທີ່ 2 ປະເທດ
ໄດ້ມີການລົງນາມ ແລະກະເຊັນກັນ ເພາະວ່າ ສັນຍາເອກະສານທັງໝົດນີ້
ແມ່ນລ້ວນແລ້ວ ແຕ່ແມ່ນເອກະສານທີ່ເກີດຂຶ້ນບົນພື້ນຖານການພົວພັນ ຮ່ວມມື
2 ຝ່າຍ ສະນັ້ນ ສິ່ງທີ່ພວກເຮົາຈະເອົາໃຈໃສ່ນີ້ ກະແມ່ນປະຕິບັດອັນນີ້ໃຫ້ມັນໄດ້
ຫຼືວ່າ ໃຫ້ມັນເກີດດອກອອກຜົນ ແລ້ວມັນຈະນຳຜົນປະໂຫຍດຕົວຈິງ ມາສູ່ປະຊາ
ຊົນ 2 ຊາດພວກເຮົາ.”

ທ່ານບຸນຍັງ ວໍລະຈິດ ປະທານປະເທດລາວ ຕ້ອນຮັບ ປະທານປະເທດຈີນ ທ່ານສີ ຈິ່ນຜິງ ໃນລະຫວ່າງການເດີນທາງມາຢ້ຽມຢາມລາວ ຢ່າງເປັນທາງການ.
ທ່ານບຸນຍັງ ວໍລະຈິດ ປະທານປະເທດລາວ ຕ້ອນຮັບ ປະທານປະເທດຈີນ ທ່ານສີ ຈິ່ນຜິງ ໃນລະຫວ່າງການເດີນທາງມາຢ້ຽມຢາມລາວ ຢ່າງເປັນທາງການ.

ໂດຍຂໍ້ຕົກລົງ ແລະເອກະສານ 17 ສະບັບ ທີ່ທາງການລາວກັບຈີນ ໄດ້ລົງນາມ
ຮ່ວມກັນ ໃນຄັ້ງຫລ້າສຸດນີ້ ປະກອບດ້ວຍການເພີ່ມທະວີ ການຮ່ວມມືໃນສະພາບການ
ໃໝ່ ລະຫວ່າງ ກະຊວງການຕ່າງປະເທດ ການກໍ່ສ້າງແລວທາງເສດຖະກິດ ລາວ-ຈີນ
ການພັດທະນາເທັກໂນໂລຈີ ເພື່ອການເຊື່ອມຈອດກັນທາງດ້ານຂໍ້ມູນ-ຂ່າວສານ ໃນ
ລະບົບ Digital ການຮ່ວມມືດ້ານວິທະຍາສາດ ແລະເທັກໂນໂລຈີ ສ້າງຕັ້ງສູນຂໍ້ມູນ-
ຂ່າວສານຊັບພະຍາກອນນ້ຳແຫ່ງຊາດ ການສ້າງແຜນແມ່ບົດການຄຸ້ມຄອງອ່າງຮັບ
ນ້ຳອູ ນ້ຳເທີນ ແລະນ້ຳກະດິ່ງ ການສ້າງຕັ້ງເຂດຕົວແບບພັດທະນາກະສິກຳຄົບວົງຈອນ
ທີ່ທັນສະໄໝ ການເພີ່ມທະວີການຮ່ວມມືດ້ານພື້ນຖານໂຄງລ່າງ ການພັດທະນາ
ຊັບພະຍາກອນ ມະນຸດ ການຍົກລະດັບລະບົບ ICT ຂອງກະຊວງອຸດສາຫະກຳ
ແລະການຄ້າຂອງລາວ ການສະໜອງເງິນກູ້ໃຫ້ກັບໂຄງການເຂື່ອນໄຟຟ້າຫ້ວຍປາລາຍ
ການສ້າງຄູ່ຮ່ວມຍຸດທະສາດດ້ານໄຟຟ້າ ການພັດທະນາວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງໃນລາວ ການສະໜອງເງິນກູ້ໃຫ້ໂຄງການ ວາງແນວສາຍສົ່ງກະແສ
ໄຟຟ້າຊຽງຮອນ-ຫົງສາ ແລະອ້ອມເຂດນະຄອນວຽງຈັນ ໂຄງການກໍ່ສ້າງທາງດ່ວນ
ນະຄອນວຽງຈັນ-ບໍ່ເຕັນ ແລະ ການຊ່ວຍເຫຼືອລ້າໃນມູນຄ່າລວມ 4 ຕື້ຢວນ.

ບັນດານັກສຶກສາເຍົາວະຊົນລາວ ພ້ອມດ້ວຍບັນດາຜູ້ຕາງໜ້າຄະນະລັດຖະບານ ຕ້ອນຮັບປະທານປະເທດຈີນ ທ່ານສີ ຈິ່ນຜິງ ໃນຂະນະທີ່ເດີນທາງມາຢ້ຽມຢາມລາວ ຢ່າງເປັນທາງການ.
ບັນດານັກສຶກສາເຍົາວະຊົນລາວ ພ້ອມດ້ວຍບັນດາຜູ້ຕາງໜ້າຄະນະລັດຖະບານ ຕ້ອນຮັບປະທານປະເທດຈີນ ທ່ານສີ ຈິ່ນຜິງ ໃນຂະນະທີ່ເດີນທາງມາຢ້ຽມຢາມລາວ ຢ່າງເປັນທາງການ.

ກ່ອນໜ້ານີ້ ທັງ 2 ຝ່າຍຍັງໄດ້ຕົກລົງເສີມຂະຫຍາຍການຮ່ວມມື ແລະແລກປ່ຽນລະດັບ
ສູງ ລະຫວ່າງກອງທັບປະຊາຊົນລາວ ກັບກອງທັບປົດປ່ອຍປະຊາຊົນຈີນ ຊຶ່ງມີຂຶ້ນ
ໃນໂອກາດທີ່ທ່ານພົນເອກ ຊາງ ວ່ານສວນ ທີ່ປຶກສາແຫ່ງລັດ ແລະ ລັດຖະມົນຕີວ່າການ
ກະຊວງປ້ອງກັນປະເທດຈີນ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໂດຍມີ
ທ່ານພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີວ່າການ ກະຊວງປ້ອງກັນປະເທດ
ລາວ ໃຫ້ການຕ້ອນຮັບ.

ໂດຍນອກຈາກການຕົກລົງດັ່ງກ່າວແລ້ວ ທັງ 2 ຝ່າຍກໍຍັງໄດ້ເນັ້ນໜັກເຖິງການຮ່ວມມື
ໃນດ້ານການທະຫານຢ່າງຮອບດ້ານ ລະຫວ່າງ 2 ກະຊວງ ໃຫ້ມີຄວາມເຂັ້ມແຂງ ແລະ
ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ທັງຍັງໄດ້ລົງນາມໃນແຜນການແລກປ່ຽນ ຄະນະຜູ້ແທນ
ດ້ານການທະຫານຂັ້ນສູງ ການກໍ່ສ້າງບຸກຄະລາກອນ ການປັບປຸງກົນໄກ ໃນວຽກງານ
ການປ້ອງກັນ ຊາຍແດນ ຢ່າງຄົບວົງຈອນ ແລະວຽກງານການເມືອງ ໂດຍຈີນຈະສືບຕໍ່
ໃຫ້ການຊ່ວຍເຫຼືອແກ່ກອງທັບປະຊາຊົນລາວ ທັງດ້ານອຸປະກອນ ແລະເຕັກນິກທາງ
ການທະຫານ ລວມເຖິງການຊ່ວຍເຫຼືອ ເພື່ອຮັກສາຄວາມປອດໄພໃຫ້ກັບໂຄງການ
ກໍ່ສ້າງທາງລົດໄຟຄວາມໄວສູງໃນລາວ ເພື່ອເຊື່ອມຕໍ່ຈີນ ແລະໄທ ທັງກໍຍັງໄດ້ໃຫ້ການ
ຊ່ວຍເຫຼືອ ລັດຖະບານລາວ 100 ລ້ານຢວນ ແລະມອບເຄື່ອງບິນ MA-60 ຈຳນວນ
2 ລຳ ໃຫ້ກອງທັບປະຊາຊົນລາວອີກດ້ວຍ.

XS
SM
MD
LG