ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລາວແລະຈີນ ອາດປ່ຽນ ໂຄງການ ລົດໄຟ ຄວາມໄວສູງ ເປັນຄວາມໄວ ປານກາງ


ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ຈັບມືກັບທ່ານ ຫຼີ ​ເກີ້ສຽງ ນາຍົກລັດຖະມົນຕີຈີນ
ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ຈັບມືກັບທ່ານ ຫຼີ ​ເກີ້ສຽງ ນາຍົກລັດຖະມົນຕີຈີນ
ທາງ​ການ​ລາວ ​ແລະ​ຈີນ ​ອາດ​ພິດ​ຈາລະ​ນາ​ປັບ​ປ່ຽນແຜນການ​
ກໍ່ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ມາ​ເປັນ​ລົດ​ໄຟ​ຄວາມ​ໄວ​ລະດັບ
​ປານ​ກາງ ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ສະພາບ​ພູມີ​ປະ​ເທດຂອງ​ລາວ.


ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນໍາ​ວຽກ​ງານ​ດ້ານ​ເສດຖະ
ກິດ ຂອງ​ລັດຖະບານ​ລາ​ວ ​ໄດ້​ໃຫ້ການ​ຢືນຢັນ​ກັບ​ VOA ຢູ່​ນະຄອນ​ວຽງ​ຈັນ ​ເມື່ອ​ບໍ່​ດົນມາ​ນີ້
​ວ່າ ທາງ​ການ​ຈີນ​ຍັງ​ຢືນຢັນ​ທີ່​ຈະ​ໃຫ້ການ​ສະໜັບສະໜຸນ​ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ​ໃນ​ລາວ​ຕໍ່​ໄປ ​ໂດຍ​ການ​ຢືນຢັນ​ດັ່ງກ່າວ​ໄດ້​ມີ​ຂຶ້ນ​ໃນ​ໂອກາດ​ທີ່​ທ່ານ ຫຼີ ​ເກີ້ສຽງ ນາຍົກລັດຖະ
ມົນຕີຈີນ​ໄດ້​ພົບປະ​ເຈ​ລະ​ຈາ​ຮ່ວມ​ກັນ​ກັບ​ທ່ານ​ທອງ​ສິງ ທໍາ​ມະ​ວົງ ນາ​ຍົກລັດຖະມົນຕີລາວ
ຢູ່​ທີ່​ເມືອງ​ໜານ​ໜິງ ປະ​ເທດ​ຈີນ ​ເມື່ອ​ເດືອນ​ສິງຫາ​ທີ່​ຜ່ານ​ມາ.

​ແຕ່​ຢ່າງໃດ​ກໍ​ຕາມ ການ​ຢືນຢັນ​ດັ່ງກ່າວ​ຂອງ​ນາຍົກລັດຖະມົນຕີຈີນ ກໍ​ບໍ່​ໄດ້​ໃຫ້​ຄວາມ​ຊັດ​ເຈນ ວ່າ​ລັດຖະບານ​ຈີນ​ນັ້ນ ຈະ​ພິດ​ຈາລະ​ນາ​ເພື່ອ​ອະນຸມັດ​ເງິນ​ທຶນ​ກູ້​ຢືມ​ໃນ​ມູນ​ຄ່າ 7,000 ລ້ານ​ໂດ​ລາ ​ໃຫ້​ລັດຖະບານ​ລາວ​ເມື່ອ​ໃດ ​ເນື່ອງ​ຈາກ​ວ່າ​ໃນ​ລະຍະ​ນີ້ ທາງ​ການລັດ
ຖະບານຈີນ​ ກໍາ​ລັງ​ດໍາ​ເນີນ​ການ​ລວມກະຊວງ​ລົດ​ໄຟ​ເຂົ້າກັບ​ກະຊວງ​ຄົມມະນາຄົມ ​ແລະ​ຫຼັງ​ຈາກ​ນັ້ນ ຈຶ່ງ​ຈະ​ມີ​ການ​ແຕ່ງ​ຕັ້ງ​ຄະນະ​ຮັບຜິດຊອບ​ໃນ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ຂອງ​
ໂຄງການ​ອີກ​ເທື່ອ​ໃໝ່.

ທັງ​ນີ້​ເນື່ອງ​ຈາກ​ທາງ​ການ​ຈີນ​ເຫັນ​ວ່າ​ລົດ​ໄຟ​ຄວາມ​ໄວ​ສູງ​ຈະ​ບໍ່​ເໝາະ​ສົມ​ກັບ​ສະພາບ​ພູມີ
ປະເທດ​ໃນ​ລາວ ທີ່​ສ່ວນ​ໃຫຍ່​ເປັນ​ເຂດ​ພູດ​ອຍ ກັບ​ທັງ​ຍັງ​ອາດ​ຈະ​ບໍ່​ສອດຄ່ອງ​ກັບ​ການພັດ
ທະນາ ​ເສດຖະກິດ​ຂອງ​ລາວ​ອີກ​ດ້ວຍ ​ເພາະສະ​ນັ້ນ ​ແນວທາງ​ນຶ່ງ​ທີ່​ທາງ​ການ​ຈີນ​ໄດ້​ນໍາ​ສະ​ເໜີ​ຕໍ່​ທາງການ​ລາວ ກໍ​ຄື​ການ​ປັບ​ປ່ຽນ​ຈາກ​ລົດ​ໄຟ​ຄວາມ​ໄວ​ສູງ​ເປັນ​ລົດ​ໄຟ​ຄວາມ​ໄວ​ປານ​ກາງ ລະບົບ​ລາງ​ຄູ່ ທີ່​ແຍກ​ກັນ​ລະຫວ່າງ​ຂະ​ບວນ​ໂດຍສານ​ ກັບ​ຂະ​ບວນສົ່ງ​ສິນຄ້າ ດັ່ງ​
ທີ່​ທ່ານ​ສົມ​ສະຫວາດ ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

ການສໍາຫລວດດິນເພື່ອຄົ້ນຄວ້າຄວາມເປັນໄປໄດ້ໃນການສ້າງທາງລົດໄຟຄວາມໄວສູງ
ການສໍາຫລວດດິນເພື່ອຄົ້ນຄວ້າຄວາມເປັນໄປໄດ້ໃນການສ້າງທາງລົດໄຟຄວາມໄວສູງ

“ອິງ​ໃສ່​ປະ​ສົບ​ການຂອງ​ຈີນ ຢູ່​ເຂດ​ພູດ​ອຍນີ້ ຄັນ​ຖ້າວ່າ​
ເຮັດ​ຄວາມ​ໄວ​ເກີນ​ໄປ​ນີ້ ປະສິດທິ​ຜົນຂອງ​ເສດຖະກິດ
​ມັນ​ອາດ​ຈະ​ບໍ່​ເໝາະ​ສົມ​ປານ​ໃດ ອັນ​ນັ້ນ​ອັນ​ນຶ່ງ ອັນ​
ສອງ​ຫຼະ​ແມ່ນ​ພວກເຮົາ ເຮັດທາງ​ລົດ​ໄຟ​ນີ້ ມີ​ແຕ່​ທາງ​
ດຽວ ມັນ​ບໍ່​ມີ​ທາງ​ຄູ່​ ຄັນເຮັດ​ທາງ​ຄູ່​ແລ້ວ ເສັ້ນ​ນຶ່ງ ​ແມ່ນ​
ໂດຍສານ ​ເສັ້ນ​ນຶ່ງຫຼ່ະ​ແມ່ນ​ຂົນ​ສົ່ງ​ນີ້ ກະຈະ​ພໍ​ເຮັດໄດ້
ສະ​ນັ້ນ ອັນ​ນີ້​ແລ້ວ​ເຂົາ​ເຈົ້າຈຶ່ງ​ສະ​ເໜີວ່າ ​ເສັ້ນທາງ​
ໂດຍສານ​ນີ້​ກະ​ໃຫ້​ມັນ​ໄດ້​ຄວາມ​ໄວ​ລະຫວ່າງ 160-
200 ນີ້ ​ແລ້ວຂົນ​ສົ່ງ​ອັນ​ສິນຄ້າ​ນີ້​ແມ່ນ 120 ຈັ່ງ​ຊີ້​ໜາ.”


ແຕ່​ຢ່າງ​ໃດ​ກໍ​ຕາມ ຖ້າ​ຫາກ​ອິງ​ຕາມ​ບົດ​ລາຍ​ງານ​ທີ່​ທ່ານ​ສົມ​ສະຫວາດ ​ໄດ້​ຖະ​ແຫຼ​ງຕໍ່ກອງ
​ປະຊຸມ​ສະ​ໄໝ​ວິສາມັນ​ຂອງ​ສະພາ​ແຫ່ງ​ຊາດ​ລາວ​ໃນ​ວັນ​ທີ 18 ຕຸລາ 2012 ທີ່​ຜ່ານ​ມານັ້ນ
ກໍ​ຈະ​ໄດ້​ວ່າ​ທາງ​ການ​ລາວ​ ຈະ​ກູ້​ຢືມເງິ​ນທຶນ​ສໍາລັບ​ໃຊ້ຈ່າ​ຍ​ໃນ​ໂຄງການ​ທັງ 100% ຈາກ
​ທາງ​ການ​ຈີນ.

ທັງ​ນີ້ ​ໂດຍ​ມີ​ເງື່ອນ​ໄຂ​ທີ່​ລັດຖະບານ​ລາວ​ຈະ​ຕ້ອງ​ປະຕິບັດ​ຕາມ​ຢ່າງ​ເຄັ່ງ​ຄັດ ກໍ​ຄື​ສ້າງ​ຕັ້ງບໍ
ລິສັດ​ຂຶ້ນມາ​ບໍລິຫານ​ໂຄງການ​ ແລະ​ມີ​ສະຖານະ​ເປັນ​ລູກ​ໜີ້​ຂອງ​ທະນາຄານ​ຈີນ ​ໂດຍ​ທີ່ລັດ
ຖະບານ​ລາວ​ຈະ​ຕ້ອງ​ຄໍ້າປະກັນ​ເງິນ​ກູ້​ທັງ 100% ພ້ອມ​ດອກ​ເບ້ຍ ​ໃນ​ອັດຕາ 2% ຕໍ່​ປີ ​ເປັນ
​ເວລາ 30 ປີ ​ແລະ​ການ​ຄໍ້າປະກັນ​ເງິນ​ກູ້​ຢືມ​ດັ່ງກ່າວ​ນີ້ ກໍ​ຍັງ​ລວມ​ໄປ​ເຖິງລາຍ​ຮັບ​ແລະຊັບ​
ສິນ ທັງ​ໝົດ​ໃນ​ໂຄງການ ຕະຫຼອດ​ຈົນ​ການ​ທີ່​ລັດຖະບານ​ລາວ​ຍັງ​ຈະ​ຕ້ອງ​ຄໍ້າປະກັນ​ດ້ວຍ
​ລາຍ​ຮັບ​ຈາກ​ບໍ່​ແຮ່ 2 ​ແຫ່ງ ທີ່​ເປັນ​ການ​ລົງທຶນ​ຂອງ​ຈີນ​ຢູ່​ໃນ​ລາວ​ອີກ​ດ້ວຍ ຊຶ່ງ​ໃນ​ທີ່​ນີ້ ກໍ​ຄື​
ເໝືອງ​ແຮ່​ຄໍາ ​ແລະ​ທອງແດງ ຢູ່​ເຊໂປ​ນ ກັບ​ເໝືອງ​ແຮ່​ບ໊ອກ​ໄຊ້ ຢູ່​ແຂວງ​ຈໍາປາ​ສັກ​ນັ້ນເອງ.

​ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ໃນ​ລາວ ຈະ​ມີ​ລະຍະ​ທາງ​ຍາວ 417.68 ກິ​ໂລ​ແມັດ
​ແລະ​ລາງ​ກວ້າງ 1.435 ​ແມັດ ​ໂດຍ​ຈະ​ຕ້ອງ​ໃຊ້​ເງິນ​ທຶນ​ສູງ​ເຖິງ 7,000 ລ້ານ​ໂດ​ລາ ​ເພາະ​ພື້ນ​
ທີ່​ກໍ່ສ້າງ​ສ່ວນ​ໃຫຍ່​ເປັນ​ເຂດ​ພູດ​ອຍ ​ແລະ​ແມ່​ນໍ້າ​ລໍາ​ເຊ ຈຶ່ງ​ຈະ​ຕ້ອງ​ສ້າງ​ຂົວ​ເຖິງ 154 ​ແຫ່ງ
​ແລະ​ເຈາະ​ອຸ​ໂມງ 76 ​ແຫ່ງ ຄິດ​ເປັນ​ລະຍະ​ທາງ​ຍາວ​ກວ່າ 262 ກິ​ໂລ​ແມັດ ຈຶ່ງ​ເຮັດໃຫ້​ຕ້ອງ​ໃຊ້​ເງິນ​ຫຼາຍ​ກວ່າ​ໂຄງການ​ໂດຍ​ທົ່ວ​ໄປ​ນັ້ນ​ເອງ.

​ແຕ່​ຖ້າ​ຫາກ​ວ່າ​ທາງ​ການ​ຈີນ​ ໄດ້​ທໍາ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄງການ​ໃໝ່​ທັງໝົດ​
ແລ້ວ ​ເຫັນ​ວ່າ​ລົດ​ໄຟ​ຄວາມ​ໄວ​ປານ​ກາງ ລະບົບ​ລາງຄູ່​ມີ​ຄວາມ​ສອດຄ່ອງ​ກັບ​ການພັດທະ
ນາເສດຖະກິດ​ໃນ​ລາວ​ ຫຼາຍ​ກວ່າ​ລົດ​ໄຟ​ຄວາມ​ໄວ​ສູງ ​ແລະ​ຖ້າ​ຫາກ​ວ່າ​ທາງ​ການ​ລາວ​ກໍ​
ເຫັນ​ດີ​ນໍາດ້ວຍ​ນັ້ນ ກໍ​ຈະ​ເປັນ​ຜົນ​ເຮັດ​ໃຫ້​ທາງ​ການ​ລາວ​ກັບ​ຈີນ​ຕ້ອງ​ມີ​ການ​ເຈລະຈາ​ກັນ ​
ເພື່ອ​ກໍານົດ​ລາຍລະອຽດ​ໃນ​ສັນຍາ​ກູ້​ຢືມ​ເງິນ ​ແລະ​ແຜນການ​ກໍ່ສ້າງ​ໃໝ່​ທັງ​ໝົດ​ນັ້ນ​ເອງ.

ຊຶ່ງ​ດ້ວຍ​ສາ​ເຫດ​ດັ່ງກ່າວ ຈຶ່​ງ​ເຮັດ​ໃຫ້​ຍັງ​ບໍ່​ມີ​ຄວາມ​ຊັດ​ເຈນ​ວ່າ ​ໂຄງການ​ກໍ່ສ້າງ​ທາງ​ລົດໄຟ
​ເພື່ອ​ເຊື່ອມ​ຕໍ່​ລາວ​ກັບ​ຈີນ​ນີ້ ຈະ​ສາມາດ​ເກີດ​ຂຶ້ນ​ໄດ້​ຢ່າງ​ແທ້​ຈິງ​ເມື່ອ​ໃດ​ແທ້ຈົນ​ເຖິງຂະນະ​ນີ້.
XS
SM
MD
LG