ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຮ່ວມມືລະຫວ່າງລາວກັບຈີນ


ຮອງປະທານປະເທດລາວ ທ່ານບຸນຍັງ ວໍລະຈິດກັບຮອງປະທານປະເທດ ຈີນ ທ່ານ Xi Jinping ລົງນາມໃນຂໍ້ຕົກລົງຮ່ວມມືກັນ 18 ສະບັບ ໃນລະຫວ່າງການຢ້ຽມຢາມ ສປປ ລາວ ຂອງທ່ານ ສີ ຈິນຜິງ, ວັນທີ 15-16 ມີຖຸນາ 2010.
ຮອງປະທານປະເທດລາວ ທ່ານບຸນຍັງ ວໍລະຈິດກັບຮອງປະທານປະເທດ ຈີນ ທ່ານ Xi Jinping ລົງນາມໃນຂໍ້ຕົກລົງຮ່ວມມືກັນ 18 ສະບັບ ໃນລະຫວ່າງການຢ້ຽມຢາມ ສປປ ລາວ ຂອງທ່ານ ສີ ຈິນຜິງ, ວັນທີ 15-16 ມີຖຸນາ 2010.

​ລາວ​ແລະ​ຈີນ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ຮ່ວມ​ມື​ຮອບດ້ານ​ ລະ​ຫວ່າງ​ສອງ​ຝ່າຍ ​ຈຳນວນ​ເຖິງ 18 ສະບັບ ​ເນຶ່ອງ​ໃນ​ໂອກາດ​ການ​ເດີນທາງ​ຢ້ຽມຢາມ​ປະ​ເທດ​ລາວ ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ​ ໂດຍ​ຮອງ​ປະ​ທານ​ປະ​ເທດ​ຈີນ.

ການ​ລົງ​ນາ​ມ​ໃນ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ຮ່ວມ​ມື​ລະ​ຫວ່າງ​ທາງ​ການ​ລາວ​ກັບ​ທາງ​ການ​ຈີນ​ໄດ້​ມີ​ຂື້ນ​ພ້ອມ​ກັນ​ເຖິງ 18 ສະບັບ​ ໃນ​ໂອກາດ​ການ​ເດີນທາງ​ຢ້ຽມຢາມ​ລາວ​ຢ່າງ​ເປັນ​ທາງ​ການ​ເປັນ​ຄັ້ງ​ທຳ ອິດ​ໂດຍ​ທ່ານ​ ສີ ຈິນຜິ​ງ ຮອງ​ປະທານ​ເປະ​ເທດ​ຈີນ​ ໃນ​ລະ​ຫວ່າງ​ວັນ​ທີ່ 15-16 ​ເດືອນ​ມິຖຸນາ​ ຜ່ານ​ມາ​ນີ້ ​ໂດຍ​ເປັນ​ກາ​ນຢ້ຽມຢາມ​ລາວ​ຕາມ​ການ​ເຊີນ​ຂອງ​ທ່ານ ບຸນຍັງ ວໍລະ​ຈິດ ຮອງ​ປະທານ ປະ​ເທດ​ລາວ. ​ໂດຍ​ການ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ທັງ 18 ສະບັບ​ດັ່ງກ່າວ​ນີ້​ ນັບ​ເປັນ​ພາກສ່ວນ​ນຶ່ງ​ໃນ ຄວາມ​ຮ່ວມ​ມື​ຢ່າງຮອບ​ດ້ານ​ລະ​ຫວ່າງ​ລັດຖະບານ​ສອງ​ປະ​ເທດ​ ທີ່​ໄດ້​ແນ​ໃສ່​ການ​ພັດທະນາ​ທັງ​ໃນ ດ້ານ​ເສດຖະກິດ ການ​ເມືອງ ສັງຄົມ​ວັດທະນະທຳ ຄວາມ​ໝັ້ນຄົງ ການ​ປ້ອງ​ກັນ​ປະ​ເທດ ​ແລະ ການ​ຕ່າງ​ປະ​ເທດ​ທີ່ຢູ່​ພາຍ​ໃຕ້​ຫລັກການ​ສັນຕິພາບ​ສະ​ເໝີ​ພາກ ​ແລະ​ມິດ​ຕະພາບ​ອັນ​ຍືນ​ຍົງ​ລະ ຫວ່າງ​ລາວ​ກັບ​ຈີນ.

ສຳ​ຫລັບໃນ​ດ້ານ​ເສດຖະກິດ​ນັ້ນ ທັງ​ສອງ​ຝ່າຍ​ກໍ​ໄດ້​ເນັ້ນ​ໜັກ​ໃຫ້​ຄວາມ​ສຳ​ຄັນ​ເປັນ​ພິ​ເສດ​ກັບການ​ເພີ່ມ​ມູນລະຄ່າ​ການ​ຄ້າ​ແລະ​ການ​ລົງ​ທືນລະຫວ່າງ​ກັນ​ ໃຫ້​ຫລາຍ​ຂື້ນ​ຢ່າງ​ຕໍ່ເນື່ອງ ຊຶ່ງ​ຕາມ​ການ​ລາຍ​ງານ​ຂອງ​ກະຊວງ​ອຸດສາຫະກຳ​ແລະ​ການ​ຄ້າ​ຂອງ​ລາວ​ນັ້ນ ​ກໍ​ໄດ້​ລະບຸ​ວ່າ​ສະພາວະ​ການ​ຄ້າ​ລະຫວ່າງ​ລາວ​ກັບ​ຈີນ​ໄດ້​ມີ​ມູນ​ຄ່າ​ເພີ່ມ​ສູງ​ຂື້ນ​ຢ່າງ​ຕໍ່​ເນຶ່ອງ ​ໃນ​ໄລ​ຍະ​ນຶ່ງ​ທົດ​ສະ​ວັດ​ມາ​ນີ້ ​ໂດຍ​ໃນ ​ປີ 2009 ທີ່​ຜ່ານ​ມາ​ກໍ​ປາກົດ​ວ່າ ການ​ຄ້າ​ສອງ​ຝ່າຍ​ມີ​ມູນ​ຄ່າ​ລວມ​ ເກີນ​ກວ່າ 744 ລ້ານ​ໂດ​ລາ ຫລື​ເພີ່ມ​ຂື້ນ​ເຖິງ 77 ​ເປີ​ເຊັນ ​ເມື່ອ​ທຽບ​ໃສ່​ປີ 2008. ທັງ​ນີ້​ໂດຍ​ເປັນ​ການ​ສົ່ງ​ອອກ​ສິນຄ້າ​ຂອງ​ລາວ ​ໄປ​ຈີນ​ເຖິງ 367 ລ້ານ​ໂດ​ລາ ຫລື​ຄິດ​ເປັນ​ອັດຕາ​ສະ​ເລ່ຍ​ເພີ່ມ​ຂື້ນຈາກ​ປີ 2008 ​ເຖິງ 149 ​ເປີ​ເຊັນ ​ໃນ​ຂະນະ​ທີ່​ລາວເອງ​ນຳ​ເຂົ້າສິນຄ້າ​ຈາກ​ຈີນ​ ຄິດ​ເປັນ​ມູນ​ຄ່າ​ລວມ 377 ລ້ານ​ໂດ​ລາຫລື​ ຄິດ​ເປັນອັດຕາສະ​ເລ່ຍທີ່​ເພີ່ມ​ຂື້ນ​ຈາກ​ປີ 2008 ​ເຖິງ 44 ​ເປີ​ເຊັນ ຊຶ່ງ​ພາຍ​ໃຕ້​ສະພາວະ​ດັ່ງກ່າວ​ນີ້ ຍັງ​ເຮັດ​ໃຫ້ທາງ​ການ​ທັງ​ສອງ​ຝ່າຍ​ເຊື່ອ​ໝັ້ນ​ວ່າ ການ​ຄ້າ​ລະຫວ່າງ​ລາວ​ກັບ​ຈີນ​ໃນ​ປີ 2010 ນີ້ ​ຈະ​ມີ​ມູນ​ຄ່າ​ເພີ່ມ​ຂື້ນ​ເປັນຫລາຍ​ກວ່າ 1.000 ລ້ານ​ໂດ​ລາ​ຢ່າງ​ແນ່ນອນ​.

ສ່ວນ​ກະຊວງ​ແຜນການ​ແລະ​ການ​ລົງທຶນ​ຂອງ​ລາວ​ກໍ​ໄດ້​ສ​ະ​ເໜີ​ລາຍ​ງານ​ວ່າ ການ​ລົງ​ທຶນ​ສະ​ສົມ​ຂອງ​ຈີນ​ຢູ່​ໃນ​ລາວ​ ມີ​ມູນ​ຄ່າ​ລວມ​ເກີນ​ກວ່າ 3.577 ລ້ານ​ໂດ​ລາ ​ໂດຍ​ເປັນ​ການ​ລົງທຶນ​ໃນ 12 ພາກ​ການຜະລິດ​ດ້ວຍ​ກັນ ​ແຕ່​ວ່າ​ພາກ​ການ​ຜະລິດ​ທີ່​ກຸ່ມ​ທຶນ​ຈີນ​ໄດ້​ໃຫ້​ຄວາມ​ສຳຄັນ​ຫລາຍ​ເປັນພິ​ເສດ ກໍ​ຄື​ການກະ​ເສດ ອຸດສາຫະກຳບໍ່ແຮ່ ພະລັງງານ​ໄຟຟ້າ ​ແລະ​ຫລ້າ​ສຸດ​ທາງ​ການ​ຈີນ​ກໍ​ຍັງ​ໄດ້​ປະກາດແຜນການ​ການ​ລົງທຶນ​ສ້າງ​ດາວ​ທຽມ​ເພື່ອ​ປ່ອຍ​ຂື້ນ​ສູ່​ວົງ​ໂຄຈອນ​ໃຫ້​ກັບ​ລາວ​ ໃນ​ມູນ​ຄ່າ 250 ລ້າ​ນໂດ​ລາ​ອີກ​ດ້ວຍ. ການ​ລົງທຶນ​ຂອງ​ຈີນ​ທີ່​ເປັນ​ໂຄງ​ການ​ຂະ​ໜາດ​ໃຫຍ່​ຢູ່​ໃນ​ລາວ​ໃນ​ເວລາ​ນີ້ ກໍ​ຄຶ​ການ​ຊື້​ກິດຈະການ​ເໜືອ​ງຄຳ ​ແລະ​ທອງ​ແດງ​ຢູ່ເຊ​ໂປ​ນ ການ​ສ້າງ​ເມືອງ​ໃໝ່​ສາມຫລ່ຽມ​ຄຳ​ຢູ່​ເມືອງຕົ້ນ​ເຜີ້ງ ​ໃນ​ແຂວງ​ບໍ່​ແກ້ວ ກາ​ນສ້າງ​ເມືອງ​ໃໝ່ China Town ຢູ່​ໃນ​ເຂດ​ນະຄອນ​ວຽງ​ຈັນ ​ແລະການ​ຂຸດ​ຄົ້ນ​ບໍ່​ແຮ່​ບ໊ອກ​ໄຊ້ ຢູ່​ພາກ​ໃຕ້​ຂອງ​ລາວ​. ສ່ວນ​ຢູ່​ເຂດ​ແຂ​ວງພາກ​ເໜືອ​ນັ້ນ ກໍ​ມີ​ໂຄງການ ປູກ​ຢາງພາລາ ສາລີ ອ້ອຍ ມັນ​ຕົ້ນ ​ແລະ​ຊາ​ ເປັນ​ບໍລິ​ເວນ​ທີ່​ກວ້າງ​ກວ່າ 2 ​ແສນ​ເຮັກຕ້າ ຊຶ່ງ​ກໍ​ເຮັດ​ໃຫ້ການ​ລົງທຶນ​ຂອງ​ຈີນ​ຢູ່​ໃນ​ລາວ​ໄດ້​ແຊງ​ໜ້າ​ໄທ​ ຂື້ນ​ມາ​ເປັນອັນ​ດັບ 1 ຢ່າງ​ເປັນ​ທາງ​ການ​ແລ້ວ​ ໃນ​ປັດຈຸບັນ​ນີ້.

ຍິ່ງ​ໄປ​ກວ່າ​ນັ້ນ ສຳ​ຫລັບ​ທາງ​ການ​ລາວ​ແລ້ວ ​ກໍ​ຍັງ​ຖື​ວ່າ​ຈີນ​ເປັນ​ຫຸ້ນ​ສ່ວນ​ທາງ​ຍຸ​ທະ​ສາດ​ຂອງ​ລາວ​ເພື່ອ​ການ​ພັດທະນາຄວາມ​ຮ່ວມ​ມື​ໃນ​ທຸກໆ​ດ້ານ​ ອີກ​ດ້ວຍ ດັ່ງ​ທີ່​ທ່ານຈູ​ມມະ​ລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ​ ​ແລະ​ເລຂາ​ທິການ​ໃຫຍ່​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​ຖະ​ແຫລ​ງຢືນຢັນ​ເມື່ອ​ບໍ່ນານ ​ມາ​ນີ້​ວ່າ.

“ສປປ ລາວ ຍາມ​ໃດ​ກໍ​ຖື​ວ່າ ສປ ຈີນ​ເປັນ​ປະ​ເທດ​ຄູ່ຮ່ວມ​ອຸດົມ​ການ​ ທີ່​ສະໜິດສະໜົມ​ແລະ​ໄວ້​ເນື້ອ ​ເຊື່ອ​ໃຈ​ຂອງ​ຕົນ. ພວກ​ຂ້າພະ​ເຈົ້າຖື​ວ່າການ​ຮ່ວມມື​ກັບ ສປ ຈີນ ​ເປັນ​ການ​ສ້າງ​ກຳລັງ​ແຮງ​ໃຫ້​ແກ່ ຕົນ. ພວກ​ຂ້າພະ​ເຈົ້າຫວັງ​ວ່າ ສປ ຈີນຈະ​ສືບ​ຕໍ່​ການ​ຮ່ວມ​ມື ​ແລະ​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ລາວ​ເພື່ອໃຫ້ ລາວ​ພວກ​ເຮົາ ​ແລະ​ ສປ ຈີນ​ມີ​ຄວາມ​ເຂັ້ມ​ແຂງ​ແລະ​ຮັ່ງມີ​ທາງ​ດ້ານ​ເສດ​ຖະກິດຮ່ວມ​ກັນ."

XS
SM
MD
LG