ການຕົກລົງເສີມຂະຫຍາຍການຮ່ວມມືໃນດ້ານການຮັກສາຄວາມໝັ້ນຄົງ ແລະການປ້ອງ
ກັນຊາດ ລະຫວ່າງກອງທັບປະຊາຊົນລາວກັບກອງທັບປົດປ່ອຍແຫ່ງປະເທດຈີນ ໄດ້ມີຂຶ້ນ
ໃນໂອກາດ ເດີນທາງມາຢ້ຽມຢາມລາວ ຢ່າງເປັນທາງການຂອງທ່ານ ໄຄ ຫຍິງຖິງ ຮອງເສ ນາທິການກອງທັບປົດປ່ອຍແຫ່ງປະເທດຈີນ ເມື່ອອາທິດທີ່ຜ່ານມານີ້ ໂດຍທີ່ມີ ພົນໂທດວງ
ໃຈ ພິຈິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີ ວ່າການກະຊວງປ້ອງກັນປະເທດ
ພ້ອມດ້ວຍ ພົນຕີ ສັນຍາຮັກ ພົມວິຫານ ລັດຖະມົນຕີຊ່ວຍວ່າການ ແລະ ຫົວໜ້າກົມ
ໃຫຍ່ເສນາທິການກອງທັບປະຊາຊົນລາວໃຫ້ການຕ້ອນຮັບຢ່າງເປັນທາງການ.
ພາຍຫຼັງຈາກການພົບປະເຈລະຈາລະຫວ່າງສອງຝ່າຍໄດ້ສິ້ນສຸດລົງ ພົນໂທ ດວງໃຈ ກໍໄດ້
ຖະແຫຼງຢືນຢັນວ່າ ກອງທັບປົດປ່ອຍແຫ່ງປະເທດຈີນໄດ້ໃຫ້ການຊ່ວຍເຫຼືອແກ່ລາວທັງໃນ
ການພັດທະນາເສດຖະກິດ ແລະການເສີມສ້າງຄວາມເຂັ້ມແຂງ ໃນການປ້ອງກັນປະເທດ
ຫຼາຍຂຶ້ນນັບມື້ ຈົນເຮັດໃຫ້ສາມາດເວົ້າໄດ້ວ່າການຮ່ວມມືລະຫວ່າງສອງລັດ ກໍຄືສອງກອງ
ທັບນັ້ນ ໄດ້ກ້າວໄປສູ່ໄລຍະໃໝ່ແລ້ວໃນເວລານີ້ ແລະກໍຍັງຈະກ້າວໄປສູ່ລະດັບທີ່ສູງຂຶ້ນຢ່າງ
ບໍ່ຢຸດຢັ້ງອີກດ້ວຍ.
ທາງດ້ານພົນຕີ ສັນຍາຮັກ ກໍ
ໄດ້ຖະແຫຼງເນັ້ນຢໍ້າວ່າ ສາຍ
ພົວພັນທີ່ຮັດແໜ້ນລະຫວ່າງ
ປະຊາຊົນລາວກັບຈີນ ແລະລະ
ຫວ່າງສອງກອງທັບໃນຖານະ
ປະເທດເພື່ອນມິດນັ້ນ ຈະບໍ່ມີ
ວັນປ່ຽນແປງໄປ ເຖິງແມ່ນວ່າ
ສະຖານນະການຕ່າງໆ ທັງໃນ
ລະດັບພາກພື້ນ ແລະລະດັບ
ສາກົນຈະບໍ່ມີວັນປ່ຽນແປງໄປ
ກໍຕາມໂດຍກອງທັບປົດປ່ອຍ
ແຫ່ງປະເທດຈີນຕໍ່ໄປຢ່າງເລິກ
ເຊິ່ງອີກດ້ວຍ.
ກ່ອນໜ້ານີ້ ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ
ການຕ່າງປະເທດລາວ ໄດ້ກ່າວຢືນຢັນໃນໂອກາດການສະເຫຼີມສະຫຼອງການສະຖາປະນາ
ຄວາມສໍາພັນທາງການທູດລະຫວ່າງລາວ ແລະຈີນຄົບຮອບ 50 ປີ ທີ່ໄດ້ຈັດຂຶ້ນໃນທ້າຍ
ເດືອນເມສາທີ່ຜ່ານມານີ້ ຢູ່ນະຄອນຫຼວງວຽງຈັນວ່າການຮ່ວມມືລະຫວ່າງລາວກັບຈີນ ໄດ້
ມີການພັດທະນາຂຶ້ນໃນທຸກໆດ້ານ ນັບແຕ່ຜູ້ນໍາຂອງທັງສອງປະເທດໄດ້ເລີ່ມການເດີນທາງ
ຢ້ຽມຢາມກັນຢ່າງເປັນທາງການໃນປີ 2000 ເປັນຕົ້ນມາ. ຊຶ່ງກໍ່ເຮັດໃຫ້ມີການຕົກລົງໃນຖະ
ແຫຼງການຮ່ວມ ວ່າດ້ວຍການເປັນຮຸ່ນສ່ວນຍຸດທະສາດ ໃນການພັດທະນາຮ່ວມກັນ ຢ່າງ
ຮອບດ້ານເມື່ອປີ 2009 ເຊີ່ງເຮັດໃຫ້ການຮ່ວມມືລະຫວ່າງສອງປະເທດ ໄດ້ຖືກຍົກສູງຂຶ້ນ
ສູ່ລະດັບສູງສຸດຈົນເຖິງປະຈຸບັນ ແລະກໍ່ຈະຍັງຄົງສືບຕໍ່ໄປຢ່າງບໍ່ຢຸດຢັ້ງ ແລະຍາວນານອີກ
ດ້ວຍດັ່ງທີ່ທ່ານ ທອງລຸນ ໄດ້ຖະແຫຼງເນັ້ນຢໍ້າວ່າ:
“ສາຍພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດລາວ-ຈີນໄດ້ຮັບການພັດທະນາໃຫ້ ເຕີບໃຫຍ່ຂະຫຍາຍຕົວທັງທາງກວ້າງ ແລະທາງເລິກເປັນກ້າວໆມາ ໂດຍສະເພາະຜູ້ນໍາທັງສອງປະເທດໄດ້ຕົກລົງ
ກັນຍົກລະດັບການພັດທະ
ນາລາວ-ຈີນໃຫ້ມາເປັນຄູ່
ຮ່ວມຍຸດທະສາດຮອບດ້ານ
ໝັ້ນຄົງ ແລະຍາວນານ.”
ປັດຈຸບັນນີ້ຈີນນັບເປັນປະເທດນຶ່ງ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ລາວເພີ່ມຫຼາຍຂຶ້ນນັບມື້ເຊິ່ງຖ້າ
ນັບຈາກປີ 1990 ຈົນເຖິງທ້າຍປີ 2010 ນັ້ນ ກໍ່ປະກົດວ່າລັດຖະບານຈີນໄດ້ໃຫ້ການຊ່ວຍ
ເຫຼືອທາງດ້ານງົບປະມານແກ່ລັດຖະບານລາວຄິດເປັນມູນຄ່າລວມຫຼາຍກວ່າ 6,500 ລ້ານ
ຢວນ ຫຼືເທົ່າກັບ 1,850 ລ້ານໂດລາ ສໍາລັບນໍາໃຊ້ເຂົ້າໃນການພັດທະນາ 130 ກວ່າໂຄງ
ການໃນລາວ.
ນອກຈາກນັ້ນ ໃນໂອກາດການເດີນທາງໄປຢ້ຽມຢາມປະເທດຈີນຢ່າງເປັນທາງການຂອງທ່ານ
ຈູມມະລີ ໄຊຍະສອນ ປະທານປະເທດລາວໃນເດືອນພຶດສະພາປີນີ້ຜູ້ນໍາທັງສອງປະເທດ ກໍໄດ້
ຮ່ວມກັນລົງນາມ ໃນຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງລາວກັບຈີນ ຈໍານວນເຖິງ 9 ສະ
ບັບດ້ວຍກັນ ເຊິ່ງໃນນັ້ນ ກໍລວມເຖິງການລົງນາມໃນບັນທຶກຄວາມເຂົ້າໃຈຮ່ວມ ກ່ຽວກັບ ໂຄງການດາວທຽມໃນລາວເຊິ່ງທາງການຈີນຈະລົງທຶນໃນມູນຄ່າເຖິງ 250 ລ້ານໂດລາເພື່ອ
ສ້າງໃຫ້ແລ້ວສໍາເລັດ ແລະ ສົ່ງຂຶ້ນສູ່ວົງໂຄຈອນພາຍໃນ 5ປີ ຂ້າງໜ້າດ້ວຍ.