ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນມອບເງິນຊ່ອຍເຫລືອ ຜູ້ປະສົບໄພທໍາມະຊາດ ທີ່ ສປປ ລາວ


ຜົນເສຍຫາຍ ຈາກໄພນໍ້າຖ້ວມ ທີ່ເຊບັ້ງໄຟ ຍ້ອນພາຍຸນົກເຕນ ເມື່ອທ້າຍເດືອນກໍລະກົດຜ່ານມາ.
ຜົນເສຍຫາຍ ຈາກໄພນໍ້າຖ້ວມ ທີ່ເຊບັ້ງໄຟ ຍ້ອນພາຍຸນົກເຕນ ເມື່ອທ້າຍເດືອນກໍລະກົດຜ່ານມາ.

ຈີນໄດ້ບໍລິຈາກ​ເງິນ​ຊ່ອຍ​ເຫລືອ​ຈໍານວນ 30 ພັນ​ໂດ​ລາ​ ເພື່ອ​ຊ່ອຍ​ບັນ​ເທົາ​ທຸກ​ພວກໄດ້​ຮັບ
ເຄາະ​ຈາກ​ລົມພາຍຸເຂດຮ້ອນຄັ້ງ​ໃຫຍ່​ສອງ​ຫົວ ທີ່​ພັດ​ເຂົ້າ​ຖະຫລົ່ມ ສປປ ລາວ ​ເມື່ອ​ໄວໆ​
ມາ​ນີ້.

ລົມພາຍຸຮາ​ຍມາ ​ແລະ​ລົມພາຍຸ​ນົກ​ເຕັນ ​ໄດ້​ປະ​ທະລາ​ວ​ໃນ​ທ້າຍ​ເດືອນ​ມິຖຸນາ ​ແລະ​ທ້າຍ
ເດືອນ​ກໍລະກົດ​ຜ່ານ​ມາ ພາ​ໃຫ້​ເກີດ​ນໍ້າ​ຖ້ວມຄັ້ງ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ຮອບ​ຫລາຍ​ທົດ​ສະ​ວັດ
ຜ່ານ​ມາ. ນໍ້າຖ້ວມ​ໄດ້ພັດເອົາ​ບ້ານເຮືອນ​ຈໍານວນ​ຫລາຍ​ຫລັງ​ ​ແລະ​ເລົ້າເຂົ້າ​ຫລາຍ​ແຫ່ງໄປ​
ແລະ​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໃຫ້​ແກ່​ໄຮ່ນາ​ຮົ້ວ​ສວນ​ຫລາຍ​ພັນເຮັກຕາ.

ທ່ານນາງ Bu Jiangguo ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະ​ຈໍາ​ລາວ​ໄດ້​ມອບເງິນ​ຊ່ອຍ​ເຫລືອ​
ດັ່ງກ່າວໃນ​ລະຫວ່າງ​ພິທີ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ສຸກ​ຜ່ານ​ມາ​ ຢູ່ກະຊວງ​ການ​ຕ່າງປະ​ເທດ​ທີ່​ນະຄອນ
ຫລວງ​ວຽງ​ຈັນ ​ຊຶ່ງທ່ານ​ນາງໄດ້ກ່າວວ່າ ທ່ານ​ນາງ​ມີ​ຄວາມ​ໝັ້ນ​ໃຈ​ວ່າ​ ປະຊາຊົນ​ລາວ​ຈະ
ຜ່ານ​ພົ້ນໄພພິບັດເຫລົ່ານີ້ໄປໄດ້ ​ແລະ​ສ້າງສາ​ບ້ານ​ເຮືອນແລະ​ຊີວິດ​ການ​ເປັນຢູ່​ຂອງ​ເຂົາ​ເຈົ້າ
ຄືນ​ໄດ້.

ຮັບ​ມອບ​ເອົາຂອງຂວັນ​ຊ່ວຍ​ເຫລືອ​ທີ່​ວ່າ​ນີ້ ​ແມ່ນທ່ານ​ນາງສຸນທອນ ​ໄຊ​ຍະ​ຈັກ ຮອງ​ລັດຖະ
ມົນຕີການ​ຕ່າງປະ​ເທດ​ລາວ ທີ່​ໄດ້ກ່າວ​ວ່າ ​ເງິນ​ບໍລິຈາກ​ນີ້ແມ່ນສະທ້ອນ​ເຖິງ​ສາຍ​ພົວພັນ​ອັນ
ແໜ້ນ​ແຟ້ນເລິກ​ເຊິ່ງລະຫວ່າງ​ສອງ​ປະ​ເທດ.

ລົມພາຍຸ​ສອງ​ຫົວ​ນັ້ນໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ 27 ຄົນ​ແລະ​ສ້າງ​ຄວາມ​ເສຍ​ຫາຍ ເປັນ​ມູນ​ຄ່າ​ປະ
ມານ 30 ລ້ານ​ໂດ​ລາ.

XS
SM
MD
LG