ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວເລ່ງລັດສ້າງຮູບປັ້ນ ເຈົ້າອານຸວົງ


ສັນຍາລັກ ການສະຫລອງຄົບຮອບ 450 ປີຂອງການສະຖາປະນາ ນະຄອນຫລວງວຽງຈັນ
ສັນຍາລັກ ການສະຫລອງຄົບຮອບ 450 ປີຂອງການສະຖາປະນາ ນະຄອນຫລວງວຽງຈັນ

ທາງການລາວເລັ່ງດໍາເນີນການກໍ່ສ້າງຮູບປັ້ນເຈົ້າອະນຸວົງ ທີ່ມີຄວາມສູງເຖິງ 17 ແມັດ ໃຫ້ສໍາລັດທັນການສະເຫລີມສະຫລອງ ໃນໂອກາດການສະຖາປະນາວຽງຈັນ ເປັນນະຄອນ ຫລວງຄົບຮອບ 450 ປີ ຊຶ່ງກໍານົດຈະຈັດຂື້ນ ໃນໂອກາດດຽວກັນກັບບຸນນະມັສະການ ພະທາດຫລວງ ໃນລະຫວ່າງວັນທີ່ 15-21 ເດືອນພະຈິກນີ້

ທາງການລາວເລັ່ງດຳເນີນການກໍ່ສ້າງຮູບປັ້ນເຈົ້າອະນຸວົງ ທີ່ມີຄວາມສູງເຖິງ 17 ເມັດ ໃຫ້ສຳເລັດ ທັນການສະເຫລີມສະຫລອງ ໃນໂອກາດການ ສະຖາປະນາວຽງຈັນ ເປັນນະຄອນຫລວງ ຄົບຮອບ 450 ປີ ຊຶ່ງກຳນົດຈະຈັດຂື້ນ ໃນ ໂອກາດດຽວກັນກັບບຸນນະມັສະການພະທາດຫລວງ ໃນລະຫວ່າງວັນທີ່ 15-21 ເດືອນ ພະຈິກນີ້

“ໃນໄລຍະປະວັດສາດອັນຍາວນານນັ້ນ ນະຄອນວຽງຈັນ ກໍມີທັງໄລຍະຈະເຣີນ ຮຸ່ງເຮືອງ ແລະໄລຍະລະທົມ ຂົມຂື່ນ ຖືກທໍາລາຍເຜົາຜານ ແລະຕົກເປັນເມືອງ ຂຶ້ນຂອງສັກດິນາຕ່າງດ້າວ ແລະຈັກກະພັດຕ່າງແດນ ໄລຍະທີ່ວຽງຈັນມີຄວາມ ສະຫວ່າງແຈ້ງກວ່າໝູ່ ແມ່ນໄລຍະແຕ່ປີ 1975 ມາເຖິງປັດຈຸບັນ ຊຶ່ງມີພັກປະ ຊາຊົນປະຕິວັດລາວ ນໍາພາປະເທດລາວ ໄດ້ເປັນປະເທດ ທີ່ມີເອກກະລາດ ມີອໍານາດອະທິປະໄຕ ແລະມີຄວາມເປັນເອກກະພາບ. ປະຊາຊົນລາວໄດ້ເປັນ ເຈົ້າຂອງປະເທດຊາດ ຢ່າງແທ້ຈິງ”

ນີ້ກໍແມ່ນການຖະແຫລງໂດຍທ່ານສົມບັດ ເຢັຍລິເຮີ ເຈົ້າຄອງນະຄອນຫລວງວຽງຈັນ ຊຶ່ງໄດ້ຖະແຫລງຢືນຢັນວ່າ ນະຄອນຫລວງວຽງຈັນໃນປັດຈຸບັນນີ້ ນັບເປັນໄລຍະທີ່ ປະຊາຊົນລາວສາມາດດໍາລົງຊີວິດຢູ່ໄດ້ຢ່ງປົກກະຕິສຸກຫລາຍທີ່ສຸດ ທັງນີ້ກໍເນຶ່ອງຈາກ ວ່າພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ນັບຈາກປີ 1975 ເປັນຕົ້ນມາ ຈົນເຖິງທຸກມື້ນີ້ ຖືເປັນໄລຍະທີ່ນະຄອນຫລວງວຽງຈັນ ກໍຄືປະເທດລາວນັ້ນ ມີເອກກະ ລາດ ມີເອກກະພາບ ມີອະທິປະໄຕ ແລະປະຊາຊົນລາວກໍເປັນເຈົ້າຕົນເອງ ຢ່າງແທ້ຈິງ.

ໂດຍສຳລັບໃນປີ 2010 ນີ້ ຊຶ່ງເປັນໄລຍະຂອງການສະຖາປະນາວຽງຈັນເປັນນະຄອນ ຫລວງຂອງລາວ ຄົບຮອບ 450 ປີ ທາງການລາວກໍໄດ້ ດໍາເນີນການຈັດຕຽມຄວາມ ພ້ອມພຽງດ້ານຕ່າງໆຢ່າງຕັ້ງໜ້າ ເພື່ອຮອງຮັບການຈັດງານສະເຫລີມສະຫລອງ ໃນໂອ ກາດດັ່ງກ່າວນີ້ ຢ່າງຍິ່ງໃຫຍ່. ໂດຍກໍານົດທີ່ຈະມີຂຶ້ນໃນໂອກາດດຽວກັນ ກັບບຸນນະມັດ ສະການພະທາດຫລວງ ໃນລະຫວ່າງວັນທີ່ 15-21 ພະຈິກປີນີ້ ຢູ່ນະຄອນຫລວງວຽງຈັນ

ທັງນີ້ໂດຍວຽກງານນຶ່ງທີ່ມີຄວາມສໍາຄັນຢ່າງຍິ່ງ ແລະທາງການລາວກໍາລັງເລັ່ງມືດໍາເນີນການ ກໍ່ສ້າງເພື່ອໃຫ້ແລ້ວສຳເລັດທັນກໍາໜົດການສະເຫລີມ ສະຫລອງນະຄອນຫລວງວຽງຈັນ ກໍຄືການກໍ່ສ້າງຮູບຫລໍ່ຫລືຮູບປັ້ນຂອງເຈົ້າອະນຸວົງ ທີ່ມີຄວາມສູງເຖິງ 8 ແມັດແລະຖ້າຫາກ ວ່າ ລວມຖານຫລືແທ່ນຢືນດ້ວຍນັ້ນ ກໍຈະເຮັດໃຫ້ຮູບຫລໍ່ຂອງເຈົ້າອະນຸວົງ ມີຄວາມສູງ ລວມເຖິງ 17 ແມັດ ຊຶ່ງຖືວ່າເປັນຮູບຫລໍ່ທີ່ສູງທີ່ສຸດໃນລາວ ແລະຈະຕ້ອງໃຊ້ແຮ່ທອງແດງ ສຳລັບຫລໍ່ຮູບປັ້ນ ຄິດເປັນນໍ້າໜັກລວມເຖິງ 8 ຕັນ ທີ່ຈະປະດິດສະຖານຢູ່ທີ່ສວນເຈົ້າອະນຸ ວົງ ຢູ່ແຄມນໍ້າຂອງຕາມສາຍທາງຟ້າງຸ່ມ.

ນອກຈາກນີ້ ສໍາລັບໃນສ່ວນຂອງພິທີການສະເຫລີມສະຫລອງຮູບຫລໍ່ຂອງເຈົ້າອະນຸວົງ ທີ່ ຈະມີການຈັດຂະບວນແຫ່ອັນມ່ວນຊື່ນຄຶກຄື້ນ ທີ່ມີການດຶງດູດເອົາມວນຊົນຄົນລາວທຸກຊົນ ຊັ້ນ ທັງຈາກພາຍໃນແລະຕ່າງປະເທດເຂົ້າຮ່ວມດ້ວຍນັ້ນ ກໍຍັງຈະເປັນການເປີດສາກຂະ ບວນການສະເຫລີມສະຫລອງນະຄອນຫລວງວຽງຈັນຄົບຮອບ 450 ປີ ຢ່າງເປັນທາງການ ອີກດ້ວຍ.

ການກໍ່ສ້າງຮູບຫລໍ່ຂອງເຈົ້າອະນຸວົງ ຖືເປັນ 1 ໃນທັງໝົດ 21 ໂຄງການ ທີ່ທາງການ ລາວໄດ້ກໍານົດໄວ້ ໃນແຜນການສະເຫລີມສະຫລອງນະຄອນຫລວງວຽງຈັນຄົບຮອບ 450 ປີ ໂດຍໂຄງການອື່ນໆທີ່ສໍາຄັນນັ້ນກໍຄື ການບູລະນະປະຕິສັງຂອນວັດສີສະເກດ ການພັດ ທະນາແລະຂະຫຍາຍສະໜາມພະທາດຫລວງ ການພັດທະນາຕະຫລາດເຊົ້າ ການກໍ່ສ້າງ ຖະນົນວຽງຈັນ 450 ປີ ການກໍ່ສ້າງສໍານັກງານປົກຄອງ ແລະສະພາເຂດນະຄອນຫລວງ ວຽງຈັນ ການກໍາໜົດຜັງເມືອງວຽງຈັນ ເພື່ອຮອງຮັບການພັດທະນາໄປສູ່ຄວາມທັນສະໄໝ ການກໍ່ສ້າງສວນສາທາລະນະໜອງຈັນ ການກໍ່ສ້າງຕະຫລາດຊາຍແດນຢູ່ດົງໂພສີ ເພື່ອ ຮອງຮັບແຜນການພັດທະນາໃຫ້ເປັນເຂດເສດຖະກິດພິເສດ ການສ້າງບ້ານແລະກຸ່ມບ້ານ ພັດທະນາເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນໃນນະຄອນຫລວງວຽງຈັນ ແລະການ ສ້າງເຂຶ່ອນປ້ອງກັນຕາຝັ່ງເຈຶ່ອນ ຕະຫລອດແນວແມ່ນໍ້າຂອງ ຈາກເກົ້າລ້ຽວ ໄປຈົນເຖິງ ທາດຂາວ ເປັນຕົ້ນ.

ສ່ວນໂຄງການທີ່ດໍາເນີນການກໍ່ສ້າງສຳເລັດແລ້ວ ແລະກໍຖືວ່າເປັນສ່ວນນຶ່ງໃນ 21 ໂຄງ ການດ້ວຍນັ້ນ ກໍຄືສະໜາມກ໊ອປແລະສະໜາມກິລາແຫ່ງຊາດແຫ່ງໃໝ່ ຢູ່ຫລັກ 16 ຖະໜົນ ເລກ 13 ໃຕ້ ໃນເຂດເມືອງໄຊທານີ ຊຶ່ງທາງການຈີນເປັນຝ່າຍອອກທຶນ ແລະດໍາ ນີນການ ກໍ່ສ້າງ ໃຫ້ລັດຖະບານລາວໃຊ້ ເປັນສະໜາມຮອງຮັບ ການເປັນເຈົ້າພາບຈັດການແຂ່ງຂັນ ຊີເກມສ໌ຄັ້ງທີ່ 25 ເມື່ອທ້າຍປີ 2009 ທີຜ່ານມາ. ໂດຍການອອກທຶນແລະກໍ່ສ້າງສະໜາມ ກິລາໃຫ້ລັດຖະບານລາວດັ່ງກ່າວ ທາງການຈີນຈະໄດ້ຮັບສິດທິໃນການເຊົ່າທີ່ດິນໄລຍະຍາວ ຢູ່ທີ່ບຶງທາດຫລວງ ເພື່ອພັດທະນາເປັນເມືອງໃໝ່ China Town ເພື່ອເປັນການຕອບ ແທນ ຫາກແຕ່ຍ້ອນວ່າປະຊາຊົນລາວບໍ່ຍອມພາກັນຍົກຍ້າຍອອກຈາກເຂດບຶງ ທາດຫລວງ ຈົນທຸກມື້ນີ້ ຈຶ່ງເຮັດໃຫ້ບໍລິສັດຂອງທາງການຈີນຕ້ອງຍ້າຍໂຄງການ ອອກໄປຢູ່ໃນເຂດຕິດຕໍ່ ກັບສະໜາມກີລາແຫ່ງຊາດແຫ່ງໃໝ່ແລ້ວ ໃນຂະນະນີ້.

XS
SM
MD
LG