ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ສະຫຼອງວັນຊາດ ຄົບຮອບ 41 ປີ


ສປປ ລາວ ສະຫລອງ​ວັນຊາດ ຄົບຮອບ 41 ໃນ​ວັນ​ສຸກ​ທີ 2 ທັນວາ​ມື້ນີ້.

ທີ່​ນະຄອນ​ວຽງ​ຈັນ ທ່ານ​ບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດ​ ສປປ ລາວ ພ້ອມ​ພັນ​ລະ​ຍາ ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ພ້ອມ​ພັນ​ລະ​ຍາ ທ່ານ​ນາງ​ປານີ ຢາ​ທໍ່​ຕູ້ ປະ ທານ​ສະພາ​ແຫ່ງ​ຊາດ ພ້ອມ​ສາມີ ຕະຫຼອດ​ທັງ​ບັນດາ​ລັດຖະມົນຕີ ​ແລະ​ຮອງ​ລັດຖະມົນ ​ໄດ້​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຄຳນັບ​ອວຍ​ພອນຂອງ​ບັນດາ​ທູຕານຸທູດ ​ແລະ​ອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆ​ປະຈຳ​ລາວ ນຳ​ໂດຍ ທ່ານ​ດາ​ໂຕະ ທັນ​ໄຕ​ຮິງ ​ເອກ​ອັກຄະ​ລັດຖະທູດ​ອະ​ວຸ​ໂສ ​ແຫ່ງ​ປະ​ເທດ​ມາ​ເລ​ເຊຍ ​ປະຈຳ​ລາວ.

ລາຍ​ງານ​ຂ່າວ ​ຂອງ​ທາງ​ການ​ລາວ​ແຈ້ງວ່າ ທ່ານທູດອາວຸໂສ ໄດ້ກ່າວຊົມເຊີຍຜົນງານ ຂອງການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ທີ່​ໄດ້​ນໍາ​ໄປ​ສູ່​ການ​ເລືອກ​ຕັ້ງ​ການນໍາ​ຂອງ​ປະ​ເທດ​ຢ່າງ​ຈົບງາມ​ໃນ​ຕົ້ນ​ປີ​ນີ້. ພ້ອມ​ດຽວກັນ​ ​ກໍ​ໄດ້​ກ່າວ​ຊົມ​ເຊີຍ ​ຜົນ​ສໍາ​ເລັດທີ່ໂດດ​ເດັ່ນ​ຂອງ ສປປ ລາວ​ ຕະຫຼອດ​ໄລຍະ 41 ປີທີ່ຜ່ານມາ​ໃນ​ການພັດທະນາເສດຖະກິດສັງຄົມແລະ ການແກ້ໄຂຄວາມທຸກຍາກທີ່ສາມາດບັນລຸໝາກຜົນ.

​ໃນໂອກາດດຽວກັນ​ນີ້ ທ່ານ​ບຸນ​ຍັງ ກໍໄດ້ກ່າວຄໍາ​ປາໄສ ສະແດງຄວາມຂອບໃຈຕໍ່ທ່ານ ທູດອາວຸໂສທີ່ໄດ້ຊົມເຊີຍຕໍ່ຜົນສຳເລັດ ທີ່ລັດຖະບານລາວໄດ້ນຳພາປະຊາຊົນທັງຊາດ ທຳການພັດທະນາເສດຖະກິດສັງຄົມ ຕະຫຼອດໄລຍະ 1 ປີທີ່ຜ່ານມາ.

ພ້ອມກັນນີ້ ທ່ານປະທານປະເທດ ສປປ ລາວ ຍັງໄດ້ສະແດງຄວາມຮູ້ບຸນຄຸນ ຢ່າງເລິກ ເຊິ່ງ ແລະຂອບໃຈທ່ານທູດແລະຜູ້ຕາງໜ້າອົງການຈັດຕັ້ງສາກົນແລະຜ່ານບັນດາທ່ານ ໄປຍັງບັນດາປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ໃນການພັດທະນາເສດຖະກິດສັງຄົມ ຂອງ ສປປ ລາວ ຕະຫຼອດໄລ ຍະທີ່ຜ່ານມາ.

ສະຫະລັດ ກໍສົ່ງສານອວຍພອນ ເນື່ອງໃນໂອກາດວັນຊາດ ທີ 2 ທັນວາໂດຍສົ່ງຄວາມ ປາຖະໜາອັນອົບອຸ່ນ ໄປເຖິງ ທ່ານບຸນຍັງ ວໍລະຈິດ ປະທານປະເທດ ແລະປະຊາຊົນ ລາວ.

ຢູ່​ທີ່​ນະຄອນຫຼວງວໍ​ຊິງ​ຕັນ ສະຖານທູດ ສປປ ລາວ ກໍ​ຈະ​ສະຫລອງ​ວັນຊາດ ​ໃນ​ວັນ​ເສົາ​ທີ 3 ທັນວາ ​ມື້ອື່ນ​ນີ້.

XS
SM
MD
LG