ທ່ານບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວແລະວັດທະນະທໍາ ຊຶ່ງຮັບຜິດຊອບວຽກງານດ້ານການສະແດງແລະສິນລະປະວັດທະນະທໍາ ໃນໂອກາດການຈັດງານເພື່ອສະເຫລີມສະຫລອງການສະຖາປະນານະຄອນຫລວງວຽງຈັນ ຄົບຮອບ 450 ປີ ທີ່ກໍານົດຈະມີຂຶ້ນໃນວັນທີ່ 15-21 ເດືອນພະຈິກ ປີ 2010ນີ້ ໄດ້ຖະແຫລງຢືນຢັນວ່າ ສໍາລັບວຽກງານໃນດ້ານການສະແດງແລະສິນລະປະວັດທະນະທໍານັ້ນ ນອກຈາກຈະມີການຈັດການ ສະແດງທີ່ກ່ຽວກັບປະວັດສາດຄວາມເປັນມາຂອງນະຄອນຫລວງວຽງຈັນ ນັບຈາກອະດີດມາ ຈົນເຖິງປັດຈຸບັນນີ້ແລ້ວ ກໍຍັງຈະມີການຈັດຂະບວນແຫ່ຢ່າງໃຫຍ່ອີກດ້ວຍ ຊື່ງອັນທີ່ຖືວ່າພິ ເສດທີ່ສຸດສໍາຫລັບໃນສ່ວນຂອງການຈັດຂະບວນແຫ່ນັ້ນ ກໍຄືຈະມີການຕັ້ງຕົ້ນຂະບວນແຫ່ ທີ່ຫລວງພະບາງ ດ້ວຍການຄົບງັນເປັນເວລາ 3 ມື້ 3 ຄືນ ແລ້ວຈຶ່ງເຄຶ່ອນຂະບວນແຫ່ທີ່ ປະກອບດ້ວຍຊ້າງ 9 ຕົວ ມ້າ 9 ຕົວ ແລະກວຽນ 9 ເຫລັ້ມ ຈາກຫລວງພະບາງລົງມາ ຕາມເສັ້ນທາງເລກ 13 ຈົນເຖິງນະຄອນຫລວງວຽງຈັນ ແລ້ວຈຶ່ງຕໍ່ເນຶ່ອງດ້ວຍການຄົບງັນ ຢູ່ນະຄອນຫລວງວຽງຈັນອີກເປັນເວລາ 7 ມື້ 7 ຄືນ ດັ່ງທີ່ທ່ານບົວເງິນ ໄດ້ຖະແຫລງຊີ້ ແຈງໃນຕອນນຶ່ງວ່າ:
“ຂະບວນແຫ່ເຈົ້າໄຊຍະເສດຖາທິລາດ ພວກເຮົາກໍຄິດວ່າຈະພ້ອມກັນໄປຈັດຕັ້ງຢູ່ຫລວງພະບາງແລະຄົບງັນຢູ່ພຸ້ນ ສາມມື້ສາມຄືນ ແລະຫລັງຈາກນັ້ນ ກໍຈະແຫ່ຂະບວນມາຕາມສາຍທາງ ເພື່ອມາຄົບງັນກັນຢູ່ທີ່ອະນຸສາວະລີເຈົ້າຟ້າງຸ່ມໃນນະຄອນ ຫລວງວຽງຈັນ ແລ້ວຮອດມື້ວັນທີ່ 19 ພະຈິກ ພວກເຮົາຈຶ່ງຈະຈັດຂະບວນແຫ່ທີ່ ຍິ່ງໃຫຍ່ມະໂຫລານ ທີ່ໃຊ້ກໍາລັງພົນ ເຖິງເກືອບໝື່ນຄົນ”
ການຈັດງານສະເຫລີມສະຫລອງການສະຖາປະນານະຄອນຫລວງວຽງຈັນຄົບຮອບ 450 ປີນີ້ ກໍານົດຈະມີຂຶ້ນໃນໂອກາດດຽວກັນກັບບຸນນະມັດສະການພະທາດຫລວງ ທັງນີ້ໂດຍ ວຽກງານນຶ່ງທີ່ມີຄວາມສໍາຄັນຢ່າງຍິ່ງເຊັ່ນກັນ ແລະທາງການລາວກໍຍັງກໍາລັງເລັ່ງມືດໍາເນີນການກໍ່ສ້າງໃຫ້ສຳເລັດ ທັນກໍານົດການສະເຫລີມສະຫລອງດັ່ງກ່າວ ກໍຄືການກໍ່ສ້າງຮູບຫລໍ່ຫລືຮູບປັ້ນຂອງເຈົ້າອະນຸວົງ ທີ່ມີຄວາມສູງເຖິງ 8 ແມັດ ແລະຖ້າຫາກວ່າລວມຖານຫລືແທ່ນຢືນດ້ວຍນັ້ນ ກໍເຮັດໃຫ້ຮູບຫລໍ່ດັ່ງກ່າວມີຄວາມສູງລວມເຖິງ 17 ແມັດ ຊຶ່ງກໍຖືວ່າເປັນຮູບຫລໍ່ທີ່ສູງທີ່ສຸດໃນລາວ ແລະຈະຕ້ອງໃຊ້ແຮ່ທອງສໍາລັບຮູບປັ້ນ ຄິດເປັນນໍ້າໜັກລວມເຖິງ 8 ຕັນ ທີ່ປະດິດສະຖານຢູ່ທີ່ສວນເຈົ້າອະນຸວົງ ຢູ່ແຄມນໍ້າໂຂງຕາມສາຍທາງຟ້າງຸ່ມ ໂດຍລ່າສຸດກໍມີລາຍງານວ່າ ກຸ່ມບໍລິສັດ MMG ຊຶ່ງເປັນປຜູ້ລົງທຶນຂຸດແຮ່ຄໍາແລະທອງແດງ ຢູ່ເມືອງວີລະ ບູລີໃນແຂວງສະຫວັນນະເຂດນັ້ນ ກໍໄດ້ຕົກລົງໃຫ້ການຊ່ວຍເຫລືອທາງການລາວ ໃນສ່ວນທີ່ເປັນທອງແດງ ທີ່ມີນໍ້າໜັກລວມເຖິງ 8 ຕັນດັ່ງກ່າວ ຢ່າງເປັນທາງການແລ້ວ.
ການກໍ່ສ້າງຮູບຫລໍ່ຂອງເຈົ້າອະນຸວົງ ຖືເປັນ 1 ໃນທັ້ງໝົດ 21 ໂຄງການທີ່ທາງການລາວໄດ້ວາງໄວ້ໃນແຜນການສະເຫລີມສະຫລອງ ນະຄອນວຽງຈັນ ຄົບຮອບ 450 ປີ ໂດຍ ໂຄງການອື່ນໆທີ່ສໍາຄັນນັ້ນ ກໍຄືການບູລະນະ ປະຕິສັງຂອນວັດສີສະເກດ ການພັດທະນາແລະຂະຫຍາຍສະໜາມພະທາດຫລວງ ການພັດທະນາຕະຫລາດເຊົ້າ ການສ້າງຖະໜົນວຽງຈັນ 450 ປີ ການກໍ່ສ້າງສໍານັກງານປົກ ຄອງ ແລະສະພາເຂດນະຄອນຫລວງວຽງຈັນ ການວາງຜັງເມືອງວຽງຈັນ ເພື່ອຮອງຮັບການພັດທະນາໄປສູ່ຄວາມທັນສະໄໝ ການກໍ່ສ້າງສວນສາທາລະນະໜອງຈັນ ການສ້າງຕະ ຫລາດຊາຍແດນຢູ່ດົງໂພສີ ເພື່ອຮອງຮັບ ແຜນການພັດທະນາໃຫ້ເປັນເຂດເສດຖະກິດ ພິເສດ ການສ້າງບ້ານແລະກຸ່ມພັດທະນາເພື່ອແກ້ໄຂຄວາມທຸກຍາກປະຊາຊົນ ແລະກໍ່ສ້າງ ເຂຶ່ອນປ້ອງກັນຕາຝັ່ງເຈຶ່ອນໃນແນວແມ່ນໍ້າຂອງຈາກເກົ້າລ້ຽວ ເຖິງທາດຂາວເປັນຕົ້ນ. ສ່ວນໂຄງການທີ່ດໍາເນີນການກໍ່ສ້າງສໍາເລັດແລ້ວແລະກໍຖືວ່າເປັນສ່ວນນຶ່ງໃນ 21 ໂຄງການດ້ວຍກັນນັ້ນ ກໍຄືສະໜາມກີລາແຫ່ງຊາດໃໝ່ຢູ່ຫລັກ 16 ຖະໜົນເລກ 13 ໃຕ້ໃນເຂດເມືອງໄຊທານີ ຊຶ່ງທາງຈີນເປັນຝ່າຍອອກທຶນຊ່ວຍເຫລືອແລະດໍາເນີນການກໍ່ສ້າງໃຫ້ລັດຖະບານລາວໃຊ້ເປັນສະໜາມຮອງຮັບການເປັນເຈົ້າພາບ ຈັດການແຂ່ງຂັນກີລາຊີເກມສ໌ຄັ້ງທີ່ 25 ເມື່ອທ້າຍປີ 2009 ທີ່ຜ່ານມາ.
ແຕ່ຢ່າງໃດກໍຕາມ ໃນການອອກທຶນແລະກໍ່ສ້າງສະໜາມກີລາໃຫ້ກັບລັດຖະບານລາວດັ່ງ ກ່າວ ທາງການຈີນກໍໄດ້ຮັບສິດທິໃນການເຊົ່າທີ່ດິນລະຍະຍາວ ຢູ່ບຶງທາດຫລວງເພື່ອພັດ ທະນາເປັນເມືອງໃໝ່ China Town ເປັນການຕອບແທນ ຫາກແຕ່ຍ້ອນວ່າປະຊາຊົນ ລາວ ບໍ່ຍິນຍອມພາກັນຍ້າຍອອກຈາກເຂດບຶງທາດຫລວງຈົນເຖິງທຸກມື້ນີ້ ຈຶ່ງເຮັດໃຫ້ບໍລິ ສັດຂອງຈີນຈໍາຕ້ອງຍ້າຍໂຄງການ ອອກໄປຢູ່ໃນເຂດຕິດຕໍ່ກັບສະໜາມກີລາແຫ່ງຊາດແຫ່ງໃໝ່ ແທນແລ້ວໃນຂະນະນີ້.