ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວຈັດງານສະຫລອງ ປີໃໝ່ລາວຢ່າງຄຶກຄື້ນ ເພື່ອເປີດປີທ່ອງທ່ຽວ ລາວ 2012


ເຈົ້າແຂວງສາລະວັນຈັດພິທີເປີດປີທ່ອງທ່ຽວລາວຢ່າງເປັນທາງການໃນໂອກາດປີໃໝ່ລາວ ປີນີ້
ເຈົ້າແຂວງສາລະວັນຈັດພິທີເປີດປີທ່ອງທ່ຽວລາວຢ່າງເປັນທາງການໃນໂອກາດປີໃໝ່ລາວ ປີນີ້

ທາງການລາວຈັດງານສະເຫລີມສະຫລອງບຸນສົງການປີໃໝ່ ປີ ພ.ສ. 2555 ຢ່າງຄຶກຄື້ນ ໃນທົ່ວປະເທດ ໂດຍໃຫ້ຖືເປັນການຈັດງານ ເພື່ອເປີດປີການທ່ອງທ່ຽວລາວ 2012 ຢ່າງ ເປັນທາງການ.

ການຈັດງານສະເຫລີມສະຫລອງບຸນສົງການປີໃໝ່ລາວ ປີ ພ.ສ. 2555 ນີ້ ຖືເປັນງານ
ທີ່ຍິ່ງໃຫຍ່ກວ່າທຸກປີ ເນື່ອງຈາກລັດຖະບານລາວ ໃຫ້ຖືເອົາໂອກາດດຽວກັນນີ້ ເປັນ
ການປະກາດເປີດປີການທ່ອງທ່ຽວລາວ (Visit Lao Year 2012) ຢ່າງເປັນທາງການ
ອີກດ້ວຍ.

ສໍາລັບງານບຸນສົງການປີໃໝ່ລາວຢູ່ເມືອງມໍລະດົກໂລກຫລວງພະບາງນັ້ນ ກໍໄດ້ເລີ້ມມີ
ຂຶ້ນ ນັບແຕ່ວັນທີ 9 ເມສາເປັນຕົ້ນມາແລ້ວ ແລະກໍຈະໄປສິ້ນສຸດລົງໃນຕອນແລງຂອງ
ວັນທີ 18 ເມສາ ຊຶ່ງທາງການແຂວງຫລວງພະບາງກໍໄດ້ວາງເປົ້າໝາຍໄວ້ວ່າ ຈະມີນັກ
ທ່ອງທ່ຽວທັ້ງທີ່ເປັນຄົນລາວ ແລະຊາວຕ່າງຊາດຫລາຍກວ່າ 3 ແສນຄົນທີ່ຈະເດີນທາງ
ໄປຮ່ວມໃນຕະຫລອດເທດສະການດັ່ງກ່າວນີ້.

ຕະຫລາດນັດທີ່ເປິດຂຶ້ນໃນຊ່ວງປີໃໝ່ລາວຢູ່ຫລວງພະບາງ
ຕະຫລາດນັດທີ່ເປິດຂຶ້ນໃນຊ່ວງປີໃໝ່ລາວຢູ່ຫລວງພະບາງ

ສໍາລັບກິດຈະການແລະກໍານົດ
ການຕ່າງໆ ໃນຕະຫລອດງານ
ບຸນສົງການປີໃໝ່ລາວຢູ່ແຂວງ
ຫລວງພະບາງໃນປີນີ້ ກໍຍັງໃຫ້
ຄວາມສໍາຄັນກັບພິທີການຕ່າງໆ
ຕາມຮີດຄອງປະເພນີໂບຮານ
ຢ່າງຄົບຖ້ວນ ກໍຄືເລີ້ມດ້ວຍງານ
ຕະຫລາດນັດຢູ່ເດີ່ນທາດຫລວງ
ຕິດຕາມໄປດ້ວຍງານມະຫາກໍາ
ດົນຕີເພັງລາວ ແລະເພັງນາໆ
ຊາດ, ການປະກວດນາງສັງຂານ,
ການລົງຕະຫລາດເຊົ້າ, ການກໍ່ເຈດີຊາຍຢູ່ແຄມນໍ້າຄານ ຕໍ່ເນື່ອງດ້ວຍການແຂ່ງຂັນກິລາພື້ນ
ເມືອງ, ການຢ້ຽມຊົມວິຖີຊີວິດການເປັນຢູ່ ແລະສິນລະປະວັດທະນາທໍາຂອງໄທລື້, ການແຫ່
ວໍ່, ຕັກບາດ, ບາສີສູ່ຂວັນ, ແລະອັນເຊີນພະບາງລົງຈາກຫໍ ເພື່ອໃຫ້ປະຊາຊົນຫົດສົງຈົນເຖິງ
ວັນທີ 18 ເມສາ ຊຶ່ງເປັນມື້ສຸດທ້າຍຂອງການສະເຫລີມສະຫລອງ.

ສ່ວນຢູ່ນະຄອນວຽງຈັນ ເຖິງແມ່ນວ່າທາງການລາວ ຈະກໍານົດໃຫ້ສະເຫລີມສະຫລອງໄດ້
ໃນລະຫວ່າງວັນທີ 13-15 ເມາສາເທົ່ານັ້ນກໍຕາມ ຫາກແຕ່ການທີ່ລັດຖະບານລາວໄດ້ປະ
ກາດໃຫ້ວັນທີ 16-17 ເມສາ ເປັນວັນພັກພິເສດອີກດ້ວຍນັ້ນ ກໍເຮັດໃຫ້ຝ່າຍການທ່ອງທ່ຽວ
ຂອງນະຄອນວຽງຈັນຄາດໝາຍວ່າ ຈະມີນັກທ່ອງທ່ຽວຊາວຕ່າງຊາດເຖິງ 2 ແສນຄົນ ທີ່ຈະ
ເດີນທາງເຂົ້າມານະຄອນວຽງຈັນ ໃນຊ່ວງດັ່ງກ່າວ.

ການຈັດງານສະເຫລີມສະຫລອງບຸນສົງການປີໃໝ່ຢູ່ນະຄອນວຽງຈັນ ໄດ້ເລີ້ມດ້ວຍການ
ຈັດຂະບວນແຫ່ນາງສັງຂານ ທີ່ເຄື່ອນຂະບວນຈາກວັດອິນແປງ ໄປຕາມຖະໜົນເສດຖາທິ
ລາດ ຈົນເຖິງວັດສີເມືອງ ແລະຕໍ່ຈາກນັ້ນ ຂະບວນແຫ່ກໍເຄື່ອນໄປຖະໜົນຟ້າງຸ່ມມາສິ້ນສຸດ
ທີ່ວັດຈັນ ໂດຍທາງການລາວ ໄດ້ມີຄໍາສັ່ງໃຫ້ປິດການສັນຈອນ ເພື່ອເຮັດໃຫ້ຖະໜົນຟ້າງຸ່ມ
ເປັນເຂດສະ ເຫລີມສະຫລອງບຸນສົງການປີໃໝ່ ໃນຕະຫລອດ 3 ວັນດັ່ງກ່າວ ຊຶ່ງກໍເຊ່ນ
ດຽວກັນກັບຢູ່ສວນເຈົ້າອານຸວົງ ທີ່ມີການສະແດງດົນຕີແລະສິນລະປະວັດທະນະທໍາຕ່າງໆ
ຢ່າງຫລາກຫລາຍ.

ອຸບັດຕິເຫດໃນທ້ອງຖະໜົນທີ່ເກີດຂຶ້ນໃນຊ່ວງສະຫລອງປີໃໝ່ລາວປີກາຍນີ້ ຢູ່ນະຄອນຫລວງວຽງຈັນ
ອຸບັດຕິເຫດໃນທ້ອງຖະໜົນທີ່ເກີດຂຶ້ນໃນຊ່ວງສະຫລອງປີໃໝ່ລາວປີກາຍນີ້ ຢູ່ນະຄອນຫລວງວຽງຈັນ

ແຕ່ຢ່າງໃດກໍຕາມ ເນື່ອງຈາກ
ນະຄອນວຽງຈັນ ເປັນເຂດທີ່
ມີອຸບັດຕິເຫດບົນທ້ອງຖະໜົນ
ເກີດຂຶ້ນຫລາຍທີ່ສຸດໃນລາວ.
ໃນການສະເຫລີມສະຫລອງ
ບຸນສົງການປີທີ່ຜ່ານມານີ້ ກໍ
ປະກົດວ່າ ມີອຸບັດຕິເຫດບົນ
ທ້ອງຖະໜົນເຖິງ 49 ກໍລະນີ
ເຮັດໃຫ້ມີຜູ້ເສຍຊີວິດໄປ 5 ຄົນ
ແລະສາເຫດສ່ວນໃຫຍ່ກໍມາ
ຈາກການຂັບຂີ່ຍານພາຫະນະ
ຂະນະມືນເມົາ ດ້ວຍເຫດນີ້ ຈຶ່ງ
ເຮັດໃຫ້ທາງການຕໍາຫລວດ
ຈາລະຈອນກໍາແພງນະຄອນ ໄດ້ປະກາດທີ່ຈະເອົາຜິດກັບຜູ້ຂັບຂີ່ໃນຂະນະມືນເມົາໃນສົງ
ການປີນີ້ຢ່າງເຂັ້ມງວດ ດັ່ງທີ່ທາງເຈົ້າໜ້າທີ່ຕໍາຫລວດທ່ານນຶ່ງໄດ້ຖະແຫລງຢືນຢັນວ່າ:

“ສ່ວນວ່າມາດຕະການຕໍ່ບຸກຄົນໃດ ຖ້າຫາກວ່າມີການລະເມີດ ທາງເຈົ້າໜ້າທີ່ກໍ
ຈະທໍາການສຶກສາ-ອົບຮົມ ກ່າວເຕືອນປັບໄໝຕາມສະຖານໜັກຫລືເບົາ ຖ້າຮ້າຍ
ແຮງນີ້ແມ່ນພວກເຮົາຈະໄດ້ກັກເອົາເອກະສານ ຫລືລົດເອົາໄວ້ດໍາເນີນຄະດີຕາມ
ລະບຽບກົດໝາຍ.”

ສ່ວນຢູ່ແຂວງຈໍາປາສັກກໍໄດ້ຈັດງານສະເຫລີມສະຫລອງບຸນສົງການປີໃໝ່ລາວ ໃນວັນທີ
13-15 ເມສາ ເຊ່ນດຽວກັນ ໂດຍເລີ້ມຕົ້ນດ້ວຍຂະບວນແຫ່ນາງສັງຂານຈາກວັດພະບາດ
ໄປວັດຫລວງ ໃນເຂດເມືອງປາກເຊ ແລະໃນໂອກາດດຽວກັນນີ້ ທາງການແຂວງຈໍາປາສັກ
ກໍຍັງໄດ້ຈັດງານສະແດງສິນຄ້າ ເພື່ອສະເຫລີມສະຫລອງໃນໂອກາດສະຖາປະນາຄວາມ
ສໍາພັນທາງການທູດ ລະຫວ່າງລາວກັບຫວຽດນາມ ຄົບຮອບ 50 ປີ ແລະໃນໂອກາດຄົບ
ຮອບ 35 ປີຂອງ ຄວາມສໍາພັນແບບພິເສດລະຫວ່າງລາວກັບຫວຽດນາມອີກດ້ວຍ.

ນອກຈາກນີ້ ຢູ່ແຂວງອື່ນໆເຊ່ນ ແຂວງຄໍາມ່ວນ, ສະຫວັນນະເຂດ ແລະສາລະວັນ ກໍໄດ້
ມີການຈັດງານສະເຫລີມສະຫລອງບຸນສົງການປີໃໝ່ລາວປີນີ້ ໃຫຍ່ກວ່າທຸກປີເຊ່ນກັນ
ທັງນີ້ ກໍເພື່ອເປັນການຕອບສະໜອງຕໍ່ນະໂຍບາຍຂອງລັດຖະບານລາວ ທີ່ໄດ້ວາງເປົ້າ
ໝາຍທີ່ຈະດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ເຖິງ 2.8 ລ້ານຄົນ ຕະຫລອດປີ
ການທ່ອງທ່ຽວລາວ 2012 ນີ້ ນັ້ນເອງ.

XS
SM
MD
LG