ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວ ສາມາດຜະລິດຢາເມັດ ເພື່ອປົວພະຍາດໂຄວິດ-19 ໄດ້ ຢ່າງສໍາເລັດຜົນ


ຢາໂມລາໂກເວຍ ທີ່ຜະລິດໂດຍອີງໃສ່ສູດຜະລິດຢາເມັດ ໂມລນູໄປຣາເເວຍ ທີ່ຄົ້ນຄວ້າອອກມາໂດຍນັກວິທະຍາສາດອາເມຣິກັນ ຊຶ່ງລາວ ໄດ້ຮັບອະນຸຍາດໃຫ້ຜະລິດນຳໃຊ້ໄດ້.
ຢາໂມລາໂກເວຍ ທີ່ຜະລິດໂດຍອີງໃສ່ສູດຜະລິດຢາເມັດ ໂມລນູໄປຣາເເວຍ ທີ່ຄົ້ນຄວ້າອອກມາໂດຍນັກວິທະຍາສາດອາເມຣິກັນ ຊຶ່ງລາວ ໄດ້ຮັບອະນຸຍາດໃຫ້ຜະລິດນຳໃຊ້ໄດ້.

ຂະນະທີ່ລາວປະສົບກັບຄວາມຫຍຸ້ງຍາກ ໃນການສະກັດກັ້ນຄື້ນຟອງການລະບາດຂອງໂຄວິດ-19 ຮອບສາມຢູນີ້ ທາງໂຮງງານຜະລິດຢາເລກ 3 ກໍສາມາດຜະລິດຢາເມັດເພື່ອປົວພະຍາດໂຄວິດ-19 ໄດ້ຢ່າງສໍາເລັດຜົນ. ຢານີ້ມີຊື່ວ່າ ໂມລາໂກເວຍ ທີ່ຜະລິດໂດຍໃຊ້ສູດປຸງແຕ່ງຢາຂອງບໍລິສັດຜະລິດ ສະຫະລັດທີ່ອະນຸຍາດໃຫ້ 105 ປະເທດໃນໂລກລວມທັງລາວ ສາມາດນໍາເອົາໄປໃຊ້ໄດ້. ລາຍລະອຽດ ຈະເປັນແນວໃດນັ້ນ ໄຊ​ຈະ​ເລີນ​ສຸກ​ ຈະ​ນຳ​ມາ​ສະ​ເໜີ​ທ່ານ ຈາກນັກຂ່າວຂອງພວກເຮົາ ໃນອັນດັບຕໍ່ໄປ.

ຂະ​ນະ​ທີ່​ລາວ​ກຳ​ລັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ສະ​ກັດ​ກັ້ນ​ບໍ່​ໃຫ້​ຈຳ​ນວນ ກໍ​ລະ​ນີ​ຜູ້​ຕິດ​ພະ​ຍາດ​ໂຄວິດ-19 ເພີ້ມ​ຂຶ້ນ​ຢູ່ນີ້ ທາງໂຮງງານຜະລິດຢາເລກ 3 ກໍສາມາດຜະລິດຢາເມັດຕ້ານຫລືປົວພະຍາດດັ່ງກ່າວໄດ້ ຢ່າງສໍາເລັດຜົນ ນັບແຕ່ ເດືອນທັນວາ 2021 ເປັນຕົ້ນມາ. ຢານີ້ມີຊື່ວ່າ ໂມລາໂກເວຍ (Molacovir) ແລະ ຜະລິດໂດຍອີງໃສ່ສູດຜະລິດຢາເມັດໂມລນູປີຣາເວຍ (molnupiravir) ທີ່ຄົ້ນຄວ້າອອກມາໂດຍນັກວິທະຍາສາດອາເມຣິກັນ ແລະຂຶ້ນທະບຽນ ໂດຍກຸ່ມບໍລິສັດຜະລິດຢາຂອງສະຫະລັດ Merck Sharp & Dohme (MSD) ຫລັງຈາກກຸ່ມບໍລິສັດດັ່ງກ່າວ ໄດ້ເຊັນຂໍ້ຕົກລົງໃນເດືອນຕຸລາຜ່ານມາ ກັບກຸ່ມ Medicines Patent Pool ຫລື MPP ທີ່ມີ​ສຳ​ນັກ​ງານ​ໃຫຍ່ຕັ້ງຢູ່ນະຄອນເຈນີວາ ຊຶ່ງເປັນກຸ່ມດ້ານສາທາລະນະສຸກ ຂອງອົງການສະຫະປະຊາຊາດ ໃນການອະນຸຍາດໃຫ້ບໍລິສັດຜະລິດຢາທົ່​ວ​ໄປ ໃນ 105 ປະເທດ​ ລວມທັງລາວ ໃຊ້ສູດຢາຂອງຕົນເພື່ອຜະລິດຢາກິນປົວໂຄວິດ-19 ໄດ້. ພາຍຫລັງຮູ້ຂ່າວດີເຊັ່ນນັ້ນ ແລະເຫັນວ່າ ຢານີ້ມີຜົນດີ ແລະໃຊ້ງ່າຍກວ່າຢາຊະນິດອື່ນທີ່ເປັນຢາປົວພະຍາດແບບສັກນັ້ນ ກະຊວງສາທາລະນະສຸກຂອງລາວ ກໍໄດ້ດໍາເນີນຂັ້ນຕອນໃນການຂໍອະນຸຍາດ ຈາກກຸ່ມ MPP ເພື່ອເອົາສູດຜະລິດຢາເມັດ molnupiravir ມາໃຊ້ໃນເດືອນພະຈິກຜ່ານມາ ແລະກໍມອບໃຫ້ໂຮງງານຜະລິດຢາເລກ 3 ຊຶ່ງເປັນລັດວິສາຫະກິດນັ້ນ ຜະລິດຢານີ້ໃນລາວ. ຜ່ານມາກໍເຫັນວ່າ ຢານີ້ມີປະສິດທິຜົນດີຫຼາຍ, ອີງຕາມພະນັກງານອະວຸໂສທ່ານນຶ່ງ ໃນໂຮງງານຜະລິດຢາເລກ 3 ຊຶ່ງທ່ານ ບອກວ່າ “

“ພວກເຮົາກະຜະລິດຮັບໃຊ້ຄົນລາວນີ້ແຫລະ ກະສ່ວນຫລາຍກະຫາຍດີຫລາຍແລ້ວໃດ ກິນປະມານ 3-4 ມື້ກະເຊົາແລ້ວເດ ຊື່ວ່າ ໂມລາໂກເວຍ, ມື້ນຶ່ງກະຜະລິດໄດ້ສະເລ່ຍປະມານ 700 ກ່ອງ, ເດືອນນຶ່ງສະເລ່ຍກະປະມານ 21.000 ກ່ອງຕໍ່ເດືອນ ຕ່າງປະເທດຕອນນີ້ ກະຍັງບໍ່ໄດ້ສົ່ ເທື່ອ ຫາກະຜະລິດທົດລອງ”.

ຢາທີ່ຜະລິດຕາມສູດຢາເມັດ molnupiravir ທີ່ໄດ້ຮັບການຮັບຮອງ ຈາກອົງ ການອາຫານແລະຢາ ຫລື FDA ສະຫະລັດນີ້ ແມ່ນໃຊ້ສໍາລັບປົວຄົນທີ່ເປັນພະຍາດ ໂຄວິດ-19 ທີ່ຢູ່ໃນຂັ້ນຕົ້ນໆ ກໍຄືຄົນທີ່ມີອາການເລັກໜ້ອຍເຖິງປານກາງ ຊຶ່ງເຮັດໃຫ້ມີຄວາມໝັ້ນໃຈເພີ້ມຂຶ້ນວ່າ ຈະຊ່ວຍຫລຸດຜ່ອນຈໍານວນຄົນທີ່ເສຍຊີວິດ ແລະເຂົ້າໂຮງໝໍຍ້ອນພະຍາດນີ້ໄດ້. ປະຊາຊົນທ່ານນຶ່ງ ທີ່ເຄີຍຕິດເຊື້ອໄວຣັສໂຄໂຣນາ ແລະໃຊ້ຢາດັ່ງກ່າວນີ້ ເລົ່າເຖິງຄຸນນະພາບຂອງຢາໂມລາໂກເວຍສູ່ຟັງວ່າ:

“ກິນມື້ລະສີ່ເມັດ ກິນມື້ທີສາມກະດີປານປິດຖີ້ມແລ້ວ ກິນຕໍ່ໃຫ້ມັນຄົບຕາມກໍານົດຕາມໝໍສັ່ງ 5 ມື້. ດຽວນີ້ ກະຖືວ່າປົກກະຕິ ຄືຄົນທໍາມະດາ. ແຕ່ວ່າຕາມກໍານົດ 14 ມື້ ເຮົາພັກຜ່ອນ ກະພັກຜ່ອນ ວັນຈັນກະໄປວຽກ.

ເມື່ອຖາມເຖິງຜົນຂ້າງຄຽງ ເຊັ່ນອາການອ່ອນເພຍ ທີ່ເກີດຈາກ ການກິນຢານີ້ ທ່ານຕອບວ່າ:

“ບໍ່ບໍ່ ຖ້າທຽບກັບຢາອັນອື່ນ ໂຕນີ້ກະບໍ່ເມື່ອຍດອກ ເພາະວ່າເຮົາກິນ 4 ເມັດຕໍ່ມື້ເດ ສີ່ເມັດ ຕໍ່ສິບສອງຊົ່ວໂມງເດ ກະດີກວ່າກິນມື້ລະ 5-6 ຊົ່ວໂມງ ບໍ່ກິນສຸມສີ່ສຸມຫ້າ ຄືແຕ່ກ່ອນເດ ແຕ່ເກົ່າກິນສຸມສີ່ສຸມຫ້າເດ.”

ຢາໂມລາໂກເວຍ ມີລາຄາ ກ່ອງນຶ່ງ 4 ແສນກີບ ຫລືປະມານ 36 ໂດລາ ກ່ອງນຶ່ງແມ່ນໃຊ້ສໍາລັບຄົນປ່ວຍຜູ້ນຶ່ງ ກິນ 5 ມື້ ມື້ລະ 4 ເມັດຕາມແພດສັ່ງ.
ຢາໂມລາໂກເວຍ ມີລາຄາ ກ່ອງນຶ່ງ 4 ແສນກີບ ຫລືປະມານ 36 ໂດລາ ກ່ອງນຶ່ງແມ່ນໃຊ້ສໍາລັບຄົນປ່ວຍຜູ້ນຶ່ງ ກິນ 5 ມື້ ມື້ລະ 4 ເມັດຕາມແພດສັ່ງ.

ແຕ່ຢ່າງໃດກໍຕາມ ເນື່ອງຈາກຢານີ້ ແມ່ນຜະລິດຢູ່ໃນລາວຕອນນີ້ ຍັງແບບ ເປັນໂຄງການທົດລອງຢູ່ ຊຶ່ງຍັງຕ້ອງຢູ່ພາຍໃຕ້ການຕິດຕາມກວດກາຢ່າງໃກ້ຊິດ ຈາກອົງການອະນາໄມໂລກຢູ່ ສະນັ້ນ ຈຶ່ງຍັງບໍ່ສາມາດຜະລິດເພື່ອສົ່ງອອກໄດ້ ເທື່ອ. ນອກນັ້ນແລ້ວ ຢານີ້ແມ່ນໃຊ້ໄດ້ກັບຄົນປ່ວຍທີ່ມີອາຍຸ 18 ປີຂຶ້ນໄປເທົ່ານັ້ນ ແລະກໍບໍ່ສາມາດໃຊ້ກັບຄົນປ່ວຍທີ່ເປັນໂຣກປອດບວມ ຫລືປອດອັກເສບ ຫລືມີລະດັບອອກຊີເຈນຕໍ່າ ໄດ້.

ດັ່ງທີ່ຜູ້ໃຊ້ຢານີ້ເວົ້າຢູ່ຂ້າງເທິງ ໂມລາໂກເວຍແມ່ນໃຊ້ງ່າຍ ແລະມີລາຄາຖືກຊຶ່ງ ກໍຄືກ່ອງນຶ່ງ 4 ແສນກີບ ຫລືປະມານ 36 ໂດລາເທົ່ານັ້ນ. ໃນນັ້ນ ກ່ອງນຶ່ງແມ່ນໃຊ້ສໍາລັບຄົນປ່ວຍຜູ້ນຶ່ງ ກິນ 5 ມື້ຕາມແພດສັ່ງ. ສະນັ້ນ ເມື່ອມີຈໍານວນຜູ້ຕິດພະຍາດໂຄວິດທີ່ເເພີ້ມຂຶ້ນ ມື້ລະຫລາຍຮ້ອຍຄົນ ຢູ່ໃນລາວ ແລະປະສິດທິພາບຂອງຢາ ຈຶ່ງເຮັດໃຫ້ຄວາມຕ້ອງການຢານີ້ ຢູ່ໃນຕະຫລາດ ເພີ້ມຂຶ້ນຢ່າງໄວວາຈາກ 1,000 ກ່ອງ ໃນເດືອນທັນວາປີກາຍນີ້ ມາເປັນປະມານ 2,000 ຫາ 3,000 ກ່ອງຕໍ່ເດືອນ, ອີງຕາມເຈົ້າໜ້າທີ່ຂັ້ນສູງທີ່ກ່າວມາຂ້າງເທິງນັ້ນ.

ທັງໝົດນີ້ ສະແດງໃຫ້ເຫັນວ່າ ການທີ່ລາວສາມາດປະສົບຜົນສໍາເລັດ ໃນການ ຜະລິດຢາໂມລາໂກເວຍ ມາຮັບໃຊ້ປະຊາຊົນລາວທີ່ເປັນພະຍາດໂຄວິດ-19 ໄດ້ ກໍຍ້ອນການດໍາເນີນຄວາມພະຍາຍາມຂອງລັດຖະບານລາວ ໃນການຍາດແຍ່ງ ເອົາການຊ່ວຍເຫລືອຈາກສາກົນ ໃນຂະນະທີ່ລັດຖະບານຂອງສະຫະລັດເອງ ກໍມີນະໂຍບາຍ ທີ່ຢາກຊ່ວຍໃຫ້ຄົນທົ່ວໂລກ ສາມາດເຂົ້າເຖິງຢາປົວພະະຍາດ ໂຄວິດ-19 ທີ່ມີລາຄາຖືກໄດ້ ຊຶ່ງໄດ້ຊຸກຍູ້ໃຫ້ບໍລິສັດໃນປະະເທດຕົນ ແບ່ງປັນຕໍາລາຜະລິດຢາປົວພະຍາດ ໃຫ້ແກ່ບັນດາປະເທດທີ່ມີລາຍໄດ້ຕໍ່າ ແລະປານກາງ ທີ່ປະສົບຄວາມຫຍຸ້ງຍາກໃນການສະກັດກັ້ນ ແລະຄວບຄຸມການລະບາດຂອງພະຍາດອັນຕະລາຍຮ້າຍແຮງນີ້ໄດ້.

XS
SM
MD
LG