ຢູ່ໃນວາລະກອງປະຊຸມ ສະໄໝສາມັນຄັ້ງທີ 3 ຂອງສະພາແຫ່ງຊາດຊຸດທີ 9 ໃນວັນທີ 20 ມິຖຸນາຜ່ານມາມີການ ປະກາດການຮັບຮອງການປ່ຽນແປງ ໃນຄະນະລັດຖະບານລາວຮັບຜິດຊອບວຽກງານເສດຖະກິດ, ການຕ່າງປະເທດ ແລະການປ້ອງກັນຄວາມສະຫງົບ. ໃນນັ້ນໄດ້ມີການແຕ່ງຕັ້ງຜູ້ວ່າການທະນາຄານແຫ່ງ ສປປ ລາວ ຄົນໃໝ່ກໍຄືທ່ານບຸນເຫຼືອ ສິນໄຊ ວໍລະວົງ ຊຶ່ງໃນເມື່ອກ່ອນເປັນຮອງລັດຖະມົນຕີກະຊວງການເງິນໄປດຳລົງຕຳແໜ່ງແທນທ່ານສອນໄຊ ສິດພະໄຊ. ທ້າມກາງທີ່ໄພເງິນເຟີ້ຖີບຕົວສູງຂຶ້ນຮອດ 12.81 ເປີເຊັນ ຊຶ່ງສູງກວ່າໝູ່ທີ່ສຸດໃນບັນດາປະເທດອາຊຽນ ແລະສະພາບການເງິນປັ່ນປ່ວນຢູ່ນີ້ ການປ່ຽນແປງດັ່ງກ່າວປາກົດວ່າເປັນສັນຍານທີ່ດີ, ອີງຕາມ ຄຳຄິດເຫັນຂອງນັກທຸລະກິດທ່ານນຶ່ງທີ່ບອກວ່າ:
ທ່ານບອກອີກວ່າ ປະຊາຊົນສ່ວນໃຫຍ່ຄິດວ່າ ຄະນະລັດຖະມົນຕີໃໝ່ນີ້ໜ້າຈະມີຄວາມສາມາດເພາະເບິ່ງຈາກອັດຕາແລກປ່ຽນໄດ້ຫລຸດລົງຈາກ 500 ກວ່າກີບຕໍ່ 1 ບາດ ໃນເມື່ອກ່ອນມາເປັນປະມານ 480 ກີບຕໍ່ບາດ ແລະຖ້າຫາກອັດຕາແລກປ່ຽນຫລຸດລົງໄປເລື້ອຍຮອດ 300 ກວ່າກີບ ຕໍ່ບາດກໍຈະເຮັດໃຫ້ພວກເຮັດ ທຸລະກິດເລີ້ມຄ້າຂາຍ ໄດ້ຄ່ອງຕົວຂຶ້ນ ແລະຄ່າຄອງຊີບ ກໍຈະຄ່ອຍໆເລີ້ມມີສະພາບໝັ້ນທ່ຽງໄດ້.
ໃນຄວາມພະຍາຍາມແກ້ໄຂບັນຫາເສດຖະກິດຂອງຊາດນັ້ນກອງປະຊຸມສະພາຊຸດນີ້ ຍັງປະກາດການປ່ຽນລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ຈາກທ່ານຄຳແພງ ໄຊສົມແພງ ມາເປັນທ່ານ ມະໄລທອງ ກົມມະສິດ ຊຶ່ງ ເມື່ອກ່ອນເປັນປະທານອົງການກວດສອບແຫ່ງລັດ.
ພ້ອມກັນນັ້ນ ກໍໄດ້ແຕ່ງຕັ້ງຮອງນາຍົກລັດຖະມົນຕີໃໝ່ ອີກສອງຄົນ ຄືທ່ານສະເຫຼີມໄຊ ກົມມະສິດທີ່ເປັນລັດຖະ ມົນຕີກະຊວງການຕ່າງປະເທດນັ້ນກຳຕຳແໜ່ງຮອງນາຍົກລັດຖະມົນຕີນຳ ແລະພົນເອກ ວິໄລ ຫລ້າຄຳຟອງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບນັ້ນ ຂຶ້ນເປັນຮອງນາຍົກລັດຖະມົນຕີນຳ ຊຶ່ງເຮັດໃຫ້ລາວມີຮອງນາຍົກທັງໝົດ 5 ຄົນ.