ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຈູດເຜົາ ຢາເສບຕິດ ທີ່ຍຶດໄດ້ ມູນຄ່າລວມ ຫລາຍກວ່າ 18 ລ້ານໂດລາ


ພິທີຈູດຢາເສບຕິດຖິ້ມທີ່ຈັດຂຶ້ນທີ່ນະຄອນວຽງຈັນ ໃນເດືອນມິຖຸນາ 2013
ພິທີຈູດຢາເສບຕິດຖິ້ມທີ່ຈັດຂຶ້ນທີ່ນະຄອນວຽງຈັນ ໃນເດືອນມິຖຸນາ 2013
ທາງການລາວເຜົາທໍາລາຍຢາເສບຕິດທີ່ຍືດໄດ້ຈາກຂະບວນ
ການຄ້າຢາເສບຕິດໃນລາວ ຄິດເປັນມູນຄ່າລວມເກີນກວ່າ
18 ລ້ານໂດລາ ສ່ວນການລັກລອບປູກຝິ່ນໃນລາວ ກໍຍັງມີ
ທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ການເຜົາທໍາລາຍຢາເສບຕິດທີ່ທາງການລາວຍຶດໄດ້ຈາກ
ຂະບວນການຄ້າຢາເສບຕິດໃນລາວ ໄດ້ມີຂຶ້ນຢ່າງເປັນທາງ
ການໃນວັນທີ 26 ມິຖຸນາ ທີ່ຜ່ານມານີ້ ຢູ່ເດີ່ນທາດຫຼວງໃນ
ນະຄອນວຽງຈັນ ໂດຍເປັນການເຜົາທໍາລາຍຢາເສບຕິດໃນ
ໂອກາດວັນຕ້ານຢາເສບຕິດສາກົນປະຈໍາປີ 2013 ໂດຍມີ
ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ພ້ອມດ້ວຍ
ເຈົ້າໜ້າທີ່ກ່ຽວຂ້ອງ ແລະບັນດາຜູ້ຕາງໜ້າອົງການສາກົນ
ໃນລາວ ເຂົ້າຮ່ວມໃນພິທີການຄັ້ງນີ້ດ້ວຍ.

ທ່ານກຸ ຈັນສີນາ ຮັກສາການປະທານຄະນະກໍາມະການຄວບຄຸມ ແລະກວດກາຢາເສບ
ຕິດແຫ່ງຊາດລາວ ໄດ້ຖະແຫຼງລາຍງານວ່າ ຢາເສບຕິດທີ່ຖືກເຜົາທໍາລາຍໃນຄັ້ງນີ້ ຄິດ
ເປັນມູນຄ່າລວມຫຼາຍກວ່າ 18 ລ້ານໂດລາ ຊຶ່ງປະກອບດ້ວຍຢາບ້າ ຫຼາຍກວ່າ 5.2 ລ້ານ
ເມັດ ກັນຊາແຫ້ງ 2,212 ກິໂລ ຢາໄອຊ໌ 307 ກິໂລ ເຮໂຣອີນ 18 ກິໂລແລະສານກ່ອມ
ປະສາດ ອີກຈໍານວນນຶ່ງ.

ພ້ອມກັນນີ້ ທ່ານກຸ ຍັງໄດ້ໃຫ້ການຢືນຢັນດ້ວຍວ່າລັດຖະບານລາວໄດ້ດໍາເນີນມາດຕະ
ການປາບປາມການຄ້າຢາເສບຕິດຢ່າງຈິງຈັງ ໂດຍຈະເຫັນໄດ້ຈາກໃນຮອບ 12 ເດືອນ
ທີ່ຜ່ານມາ ໄດ້ມີການປາບປາມການຄ້າຢາເສບຕິດໄດ້ເຖິງ 1,475 ກໍລະນີ ໃນທົ່ວປະເທດ
ແລະສາມາດຈັບກຸມຜູ້ກະທໍາຜິດໄດ້ ເຖິງ 2,202 ຄົນ ຊຶ່ງລວມເຖິງຜູ້ຕ້ອງຫາເພດຍິງ
383 ຄົນ ແລະຊາວຕ່າງຊາດ 47 ຄົນ ພ້ອມກັບ ຍຶດຢາເສບຕິດເປັນຢາບ້າໄດ້ 13.2 ລ້ານເມັດ ກັນຊາແຫ້ງ 4.6 ໂຕນ ຢາຝິ່ນ 128.8 ກິໂລ ແລະເຮໂຣອີນ 208.6 ກິໂລ
ດັ່ງທີ່ທ່ານກຸ ໄດ້ຖະແຫຼງຢືນຢັນວ່າ:

ພິທີຈູດຢາເສບຕິດຖິ້ມທີ່ຈັດຂຶ້ນທີ່ນະຄອນວຽງຈັນ ໃນເດືອນມິຖຸນານີ້
ພິທີຈູດຢາເສບຕິດຖິ້ມທີ່ຈັດຂຶ້ນທີ່ນະຄອນວຽງຈັນ ໃນເດືອນມິຖຸນານີ້

ບັນຫາຢາເສບຕິດແມ່ນບັນຫາລວມຂອງໂລກ ມີ
ຄວາມຫຼໍ່ແຫຼມສັບສົນແລະ ເປັນໄພຂົ່ມຂູ່ຕໍ່ຄວາມ
ໝັ້ນຄົງຂອງຊາດ ແລະຄວາມສະຫງົບສຸກໃນສັງຄົມ
ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ປະເທດຊາດ
ນໍາເອົາຄວາມຫາຍະນະມາສູ່ສັງຄົມ ມາສູ່ຄອບຄົວ ແລະບຸກຄົນທີ່ຕົກເປັນທາດ ຍ້ອນແນວນັ້ນ ພັກແລະ
ລັດຖະບານແຫ່ງ ສປປ.ລາວ ຈຶ່ງຖືເອົາການແກ້ໄຂ
ບັນຢາເສບຕິດເປັນໜ້າທີ່ສໍາຄັນແລະຈໍາເປັນ.”


ທາງດ້ານອົງການຄວບຄຸມຢາເສບຕິດ ແລະອາດຊະຍາກໍາແຫ່ງສະຫະປະຊາຊາດ (UNODC) ສໍານັກງານປະຈໍາປະເທດລາວ ກໍໄດ້ລາຍງານຜົນກ່ຽວກັບການລົງໄປເກັບ
ກໍາຂໍ້ມູນພາກສະໜາມຢູ່ໃນແຂວງຊຽງຂວາງ ອຸດົມໄຊ ຫຼວງນໍ້າທາ ຫຼວງພະບາງ ຫົວພັນ
ແລະຜົ້ງສາລີ ເມື່ອບໍ່ດົນມານີ້ ວ່າການລັກລອບປູກຝິ່ນໃນເຂດແຂວງພາກເໜືອ ຂອງລາວ
ຍັງມີທ່າອຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ

ທັງນີ້ໂດຍອິງຕາມຂໍ້ມູນພາກສະໜາມ ແລະພາບຖ່າຍດາວທຽມປະກອບກັນນັ້ນ ກໍພົບວ່າ
ໃນປີ 2008 ມີການລັກລອບປູກຝິ່ນໃນເຂດແຂວງພາກເໜືອຂອງລາວ ຄິດເປັນພື້ນທີ່
ລວມ 1,600 ເຮັກຕ້າ ແລະຫຼັງຈາກນັ້ນ ການລັກລອບປູກຝິ່ນກໍເພີ່ມຂຶ້ນເປັນ 1,900 ເຮັກ
ຕ້າ, 3,000 ເຮັກຕ້າແລະ 4,100 ເຮັກຕ້າໃນປີ 2009, ປີ 2010 ແລະປີ 2011 ຕາມລໍາ
ດັບ ສ່ວນໃນປີ 2012 ທີ່ຜ່ານມາກໍປາກົດວ່າ ການລັກລອບປູກຝີ່ນໄດ້ເພີ່ມຂຶ້ນເປັນ
6,800 ເຮັກຕ້າ ຊຶ່ງເພີ່ມຂຶ້ນເກີນກວ່າ 400% ທຽບໃສ່ປີ 2008 ແລະຖ້າຫາກສະພາບ
ການຍັງຄົງດໍາເນີນໄປ ໃນແນວທາງດັ່ງກ່າວນີ້ ກໍເຊື່ອວ່າການລັກລອບປູກຝິ່ນໃນລາວ ຈະເພີ່ມຂຶ້ນເປັນເກີນກວ່າ 1 ໝື່ນເຮັກຕ້າ ຢ່າງຫຼີກລ່ຽງບໍ່ໄດ້.

ນອກຈາກການລັກລອບປູກຝິ່ນທີ່ເພີ່ມຂຶ້ນດັ່ງກ່າວແລ້ວ ປະເທດລາວກໍຍັງຖືກຂະບວນ
ການຄ້າຢາເສບຕິດຂ້າມຊາດສວຍໃຊ້ ເປັນເສັ້ນທາງຂົນສົ່ງຢາເສບຕິດຊະນິດຕ່າງໆ
ຈາກເຂດສາມຫຼ່ຽມຄໍາ ໄປຍັງປະເທດທີ 3 ຫຼາຍຂຶ້ນນັບມື້ ແລະກໍຍັງເຮັດໃຫ້ການຊົມໃຊ້
ຢາເສບຕິດໃນລາວ ກໍມີທ່າອຽງເພີ່ມຂຶ້ນເຊັ່ນດຽວກັນ ໂດຍຄະນະກໍາມະການຄວບຄຸມ
ແລະກວດກາຢາເສບຕິດແຫ່ງຊາດລາວ ໄດ້ໃຫ້ການຍອມຮັບວ່າ ໃນປັດຈຸບັນ ມີປະຊາ
ຊົນລາວຕິດຢາເສບຕິດ ຫຼາຍກວ່າ 55,000 ຄົນ.

ອົງການ UNODC ເຊື່ອວ່າ ການຜະລິດຢາບ້າຢູ່ເຂດສາມຫຼ່ຽມຄໍາ ມີປະລິມານລວມຫຼາຍ
ກວ່າ 2,000 ລ້ານເມັດໃນແຕ່ລະປີ ຊຶ່ງສ່ວນໃຫຍ່ກໍເປັນການລັກລອບຜະລິດໂດຍກອງ
ກໍາລັງຊົນກຸ່ມນ້ອຍໃນເຂດມຽນມາ ແລ້ວຈຶ່ງລັກລອບຂົນສົ່ງຕໍ່ໄປຍັງຕ່າງປະເທດ ໂດຍ ສະເພາະແມ່ນລາວ ກໍນັບເປັນເຂດທາງຜ່ານທີ່ສໍາຄັນທີ່ສຸດ ເນື່ອງຈາກລາວເປັນປະເທດ
ດຽວທີ່ສາມາດເຊື່ອມຕໍ່ ກັບປະເທດໃນເຂດລຸ່ມແມ່ນໍ້າຂອງ ດ້ວຍກັນໄດ້ ໃນທຸກທິດທຸກ
ທາງນັ້ນເອງ.
XS
SM
MD
LG