ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລາວ​ທໍາລາຍຢາ​ບ້າ​ ຫລາຍ​ກວ່າ 21 ລ້ານ​ເມັດ


ການຈູດ​ທໍາລາຍ​ຢາ​ບ້າ​ຈໍານວນ 21 ລ້ານ​ 8 ​ແສນ​ກວ່າ​ເມັດ ໂດຍ​ຫ້ອງການ​ຕໍາຫລວດ​ປາບ​ປາມ​ຢາ​ເສບ​ຕິດ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ​ ໃນ​ວັນ​ທີ່ 27 ​ເດືອນ ຕຸລາ​ທີ່​ຜ່ານ​ມາ​ນີ້ ທີ່ນະ ຄອນວຽງຈັນ, ລາວ.
ການຈູດ​ທໍາລາຍ​ຢາ​ບ້າ​ຈໍານວນ 21 ລ້ານ​ 8 ​ແສນ​ກວ່າ​ເມັດ ໂດຍ​ຫ້ອງການ​ຕໍາຫລວດ​ປາບ​ປາມ​ຢາ​ເສບ​ຕິດ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ​ ໃນ​ວັນ​ທີ່ 27 ​ເດືອນ ຕຸລາ​ທີ່​ຜ່ານ​ມາ​ນີ້ ທີ່ນະ ຄອນວຽງຈັນ, ລາວ.

ທາງ​ການ​ລາວ​ເຜົາ​ທໍາລາຍ​ຢາ​ບ້າ​ຈໍານວນ​ຫລາຍ​ກວ່າ 21 ລ້ານ​ເມັດ ຫລື​ໜັກ​ກວ່າ 2 ໂຕນ​ ທີ່​ຍຶດ​ໄດ້ ​ຈາກ​ບັນດານັກ​ຄ້າ​ຢາ​ເສບ​ຕິດ​ແລະ​ຜູ້​ຕ້ອງ​ຫາ​ໃນ​ຄະດີ​ຢາ​ເສບ​ຕິດ​ຈາກ​ທົ່ວ​ປະ​ເທດ​ໃນ ​ຮອບ​ປີ 2010 ນີ້.

ທາງ​ການລາວ ​ໂດຍ​ຫ້ອງການ​ຕໍາຫລວດ​ປາບ​ປາມ​ຢາ​ເສບ​ຕິດ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ​ ​ໄດ້​ທໍາການ​ເຜົາ​ທໍາ ລາຍ​ຢາ​ບ້າ​ຈໍານວນ 21 ລ້ານ​ 8 ​ແສນ​ກວ່າ​ເມັດ ຫລື​ຄິດ​ເປັນ​ນໍ້າໜັກ​ລວມກັນ​ເຖິງ 2,183 ກິ​ໂລ​ກໍາ ​ໃນ​ວັນ​ທີ່ 27 ​ເດືອນ ຕຸລາ​ທີ່​ຜ່ານ​ມາ​ນີ້ ຢູ່​ສະໜາມ​ກີລາ​ຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນໂດຍ​ມີ ທ່ານ​ຄໍາ​ ແສນສຸ​ວົງ ລັດຖະມົນ​ຊ່ວຍ​ວ່າການ​ກະຊວງ ​ເປັນ​ປະທານ​ໃນ​ການ​ເຜົາ​ທໍາລາຍ​ຄັ້ງ​ນີ້. ​ໂດຍ​ຢາ​ບ້າ​ທີ່​ຖືກ​ເຜົາ​ທໍາລາຍ​ໄປ​ທັງ​ໝົດ​ໃນ​ຄັ້ງຫ​ລ້າ​ສຸດ​ນີ້​ເປັນ​ຢາ​ບ້າ​ຂອງ​ກາງ​ທີ່​ຕໍ​າຫລວດ​ປາບ​ປາມ​ຢາ​ເສບ​ຕິດ​ຍຶດ​ໄດ້​ໃນ​ຂະນະ ທໍາ​ການ​ຈັບ​ກຸມ​ບັນດາ​ພໍ່ຄ້າ​ຢາ​ເສບ​ຕິດ​ເຫລົ່າ​ນີ້​ຢ່າງ​ເປັນ​ທາງ​ການ​ແລ້ວ.

ພໍ່ຄ້າຢາເສບຕິດຄົນນຶ່ງ ທີ່ຖືກຈັບ ໃນລາວ
ພໍ່ຄ້າຢາເສບຕິດຄົນນຶ່ງ ທີ່ຖືກຈັບ ໃນລາວ

ຍິ່ງ​ໄປ​ກວ່າ​ນັ້ນ ຢາ​ບ້າ​ທີ່​ຖືກ​ເຜົາ​ທໍາລາຍ​ໄປ​ໃນ​ຄັ້ງ​ນີ້​ກໍ​ຍັງ​ຖື​ວ່າ​ມີ​ຈໍານວນ​ແລະ​ນໍ້າໜັກ​ຫລາ​ຍທີ່​ສຸດ​ທີ່ທາງ​ການ​ລາວ​ເຄີຍ​ເຜົາ​ທໍາ​ລາຍ​ໃນ​ຄັ້ງ​ທີ່​ຜ່ານ​ໆ​ມາ​ອີກ​ດ້ວຍ. ​ໂດຍ​ສະ​ເພາະແມ່ນ​ຖ້າ​ຫາກ​ທຽບ​ກັບ​ການ​ເຜົາ​ທໍາລາຍ​ຢາ​ເສບ​ຕິດ​ໃນ​ໂອກາດ​ວັນ​ຕ້ານ​ຢາ​ເສບ​ຕິດ​ສາກົນ​ເມື່ອ​ເດືອນ​ມິຖຸນາ​ທີ່​ຜ່ານ​ມາ ກໍ​ຈະ​ເຫັນ​ໄດ້​ຢ່າງ​ຊັດ​ເຈນ​ວ່າ​ຢາ​ບ້າ​ທີ່ ຖືກ​ເຜົາ​ທໍາລາຍ​ໄປໃນ​ຄັ້ງ​ລ່າ​ສຸດ​ນີ້​ເພີ່ມ​ຂຶ້ນຈາກ​ຄັ້ງ​ກ່ອນ​ເຖິງ​ກວ່າ 20 ​ເທົ່າ​ຕົວ ​ເນຶ່ອງຈາກ​ການ​ເຜົາ​ທໍາລາຍ​ຢາ ​ເສບ​ຕິດ​ໃນ​ຄັ້ງ​ກ່ອນ​ມີ​ຢາ​ບ້າ​ລວມຢູ່​ດ້ວຍ​ພຽງ 103 ກິໂລ​ກໍາ​ຈາກ​ຢາ​ເສບ​ຕິດ​ທີ່​ຖືກ​ເຜົາ​ທໍາ ລາຍ​ໄປ​ທັງ​ໝົດ​ຫລາຍ​ກວ່າ 3 ໂຕນ​ນັ້ນ​ເອງ. ​ແຕ່​ຢ່າງ​ໃດ​ກໍ​ຕາມ ທາງ​ການ​ລາວ​ກໍ​ຢືນຢັນ​ມາ​ໂດຍ​ຕະຫລອດ​ວ່າ​ບໍ່​ມີ​ການ​ຜະລິດ​ຢາ​ບ້າ​ຢູ່​ໃນ​ລາວ ຫາກ​ແຕ່​ລາວ​ກໍ​ຕົກ​ເປັນ​ທັງ​ຕະຫລາດ​ຮອງ​ຮັບ​ແລະ​ທາງ​ຜ່ານ​ຂອງ​ການ​ຂົນ​ສົ່ງ​ຢາ​ບ້າ​ຈາກ​ເຂດ​ສາມທອງ​ຫລ່ຽມ​ຄໍາ​ຕໍ່​ໄປ​ຍັງ​ຕ່າງປະ​ເທດ​ຫລາຍ​ຂຶ້ນນັບ​ມື້.

ທາງ​ດ້ານ​ທ່ານ​ສຸບັນ ສະ​ລິດ​ທິລາດ ປະທານ​ຄະນະ​ກໍາມະການ​ຄວບ​ຄຸມ​ແລະ​ກວດ​ຢາ​ເສບ​ຕິດ​ແຫ່​ງຊາດ​ລາວ​ກໍ ຍອມຮັບ​ວ່າ​ສະຖານະ​ການ​ທີ່​ໜ້າ​ເປັນ​ຫ່ວງ​ອີກ​ປະການ​ນຶ່ງ ກໍ​ຄື​ການ​ທີ່​ປະຊາຊົນ​ລາວ​ໄດ້​ພາກັນ​ກັບ​ຄືນ​ໄປ​ລັກລອບ​ປູກ​ຝິ່ນ​ຫລາຍ​ຂຶ້ນ ດັ່ງ​ທີ່​ທ່ານ​ສຸບັນ ​ໄດ້​ໃຫ້ການ​ອະທິບາຍ​ວ່າ:

“​ໃນ​ຊຸມ​ປີ​ໝໍ່ໆ​ມາ​ນີ້ ​ເນື້ອ​ທີ່​ປູກ​ຝິ່ນ​ກໍ​ໄດ້​ເພີ່ມ​ຂຶ້ນຈາກ​ຫລາຍ​ສາ​ເຫດ ​ເຊັ່ນ​ໂຄງການ​ຊ່ວຍ​ເຫລືອ​ເພື່ອ​ແກ້​ໄຂ​ຄວາມ ທຸກ​ຍາກ​ຂອງ​ປະຊາຊົນ​ພາຍຫລັງ​ຈາກ​ການ​ລົບ​ລ້າງ​ການ​ປູກ​ຝິ່ນ​ນັ້ນ​ກໍ​ບໍ່​ໄດ້​ຕາມ​ຄາດໝາຍ ສະ​ນັ້ນ​ຈຶ່ງ​ມີ​ການ​ລັກ ລອບ​ປູກ​ຝິ່ນ​ຄືນ​ໃໝ່ ສ່ວນ​ຈໍ​ານວນ​ຜູ້​ຕິດ​ຢາຝິ່ນ ​ເຂົາ​ເຈົ້າກໍ​ຍັງ​ຕ້ອງການ​ຢາຝິ່ນ​ເພື່ອ​ບໍລິ​ໂພ​ກປະ​ຈໍາ​ວັນ​ຢູ່ ຈຶ່ງ​ເຮັດ ​ໃຫ້​ລາຄາ​ຝິ່ນ​ດິບ​ໄດ້​ເພີ່ມ​ຂຶ້ນຢ່າງ​ຫລວງຫລາຍ”

ເອກອັກຄະລັດຖະທູດສະຫະລັດ ທ່ານ ຣາວິກ ຮູໂຊ ກັບທ່ານສຸບັນ ສະລິດທິລາດ ຫົວໜ້າຄະນະ ກໍາມະການປາບປາມຢາເສບຕິດລາວ ຈັບມືກັນຫລັງຈາກເຊັນເອກະສານຂໍ້ຕົກລົງ (ຮູບຈາກສະຖານ ທູດສະຫະລັດ)
ເອກອັກຄະລັດຖະທູດສະຫະລັດ ທ່ານ ຣາວິກ ຮູໂຊ ກັບທ່ານສຸບັນ ສະລິດທິລາດ ຫົວໜ້າຄະນະ ກໍາມະການປາບປາມຢາເສບຕິດລາວ ຈັບມືກັນຫລັງຈາກເຊັນເອກະສານຂໍ້ຕົກລົງ (ຮູບຈາກສະຖານ ທູດສະຫະລັດ)

ຊຶ່ງ​ດ້ວຍ​ສະຖານະ​ການ​ດັ່ງກ່າວ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ສະຫະລັດ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ທາງ​ການ​ລາວ​ເປັນ​ກໍລະນີ​ພິ​ເສດ​ໃນ​ມູນ​ຄ່າ 650,000 (ຫົກ​ແສນ​ຫ້າ​ໝື່ນ) ໂດ​ລາ ​ເມື່ອ​ບໍ່​ນານ​ມາ​ນີ້ ​ໂດຍ ໄດ້​ແບ່ງ​ການ​ຊ່ວຍ​ເຫລືອ​ອອກ​ເປັນ 3ສ່ວນ ກໍ​ຄື 2ແສນ​ໂດ​ລາ ສໍາລັບ​ສົ່ງ​ເສີມ​ການ​ປູກ​ພືດ​ຊະນິດ​ອື່ນໆ​ທົດ​ແທນ​ການ​ປູກ​ຝິ່ນ ​ແລະ 2 ແສນ​ໂດ​ລາ​ສໍາລັບ​ການ​ບັງຄັບ
ໃຊ້​ກົດໝາຍ​ຕໍ່​ຜູ້​ກະທໍາ​ຄວາມ​ຜິດ​
ກ່ຽວ​ກັບ​ຢາ​ເສບ​ຕິດ. ສ່ວນອີກ ​2
ແສນ​ 5ໝື່ນໂດ​ລາທີ່ເຫລືອນັ້ນ
ກໍຈະຖືກນໍາໃຊ້ ເພື່ອການຫລຸດ
ຜ່ອນການຊົມໃຊ້ ຢາເສບຕິດຊະນິດ​ຕ່າງໆ​ໃນ​ກຸ່ມປະຊາກອນ​ລາວ​ເປັນ​ດ້ານຫລັກ. ທັງ​ນີ້ທາງ​ການ​ລາວ​ໄດ້​ປະ​ເມີນ​ສະຖານະ​ການ​ວ່າ​ໃນ​ປັດຈຸບັນ​ນີ້​ມີ​ປະຊາຊົນ​ລາວ​ທີ່​ຍັງ​ພາກັນ​ສູບຢາຝິ່ນ​ຢູ່​ຫລາຍ​ກວ່າ 15,000 ຄົນ ​ໃນ​ຂະນະ​ດຽວ​ກັນ​ກໍ​ມີ​ເຍົາວະ​ຊົນ​ລາວ​ຫລາຍ​ກວ່າ 5 ໝື່ນ​ຄົນ​ທີ່​ຕິດ​ຢາ​ບ້າ ສ່ວນ​ການ​ລັບ​ລອບ​ປູກ​ຝິ່ນ​ນັ້ນກໍ​ມີ​ເນື້ອ​ທີ່​ກວ້າງ​ກວ່າ 1,600 ​ເຮັກ​ຕ້າໃນ​ພາກ​ເໜືອ ​ເຖິງ​ແມ່ນ​ວ່າ​ລັດຖະບານລາວຈະ​ປະກາດ​ໃຫ້​ລາວ​ເປັນ​ປະ​ເທ​ດທີ່ປອດ​ຈາກ​ການ​ປູກ​ຝິ່ນ​ຢ່າງ​ສິ້ນ​ເຊີງ​ນັບ​ແຕ່​ປີ 2006 ມາແລ້ວ​ກໍ​ຕາມ.



XS
SM
MD
LG