ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວ​ນຳ​ເຂົ້າ​ແຮງ​ງານ​ຈາກ​ຕ່າງ​ປະ​ເທດ​ ຢ່າງ​ຫລວງ​ຫລາຍ ຂະ​ນະ​ທີ່​ແຮງ​ງານ​ລາວຫລາຍ​ພັນ​ຄົນ ໄປ​ຊອກເຮັດວຽກ​ຢູ່ຕ່າງ​ປະ​ເທດ


ທ່ານ ປ.ອ. ລິດທິກອນ ພູມມະສັກ, ປະທານບໍລິຫານກຸ່ມບໍລິສັດ ໄອເອເອັຟ ກ່າວຢູ່ກອງປະຊຸມ ໃນງານມະຫາກຳສົ່ງເສີມແຮງງານລາວ ໃນວັນ​ທີ 16 ມີ​ນາ, 2022 ທີ່​ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ ໃນ​ນະ​ຄອນ​ຫລວງວຽງ​ຈັນ

ແຮງ​ງານ​ລາວ​ພາ​ກັນໄປຊອກ​ຫາ​ງານ​ໃນ​ຕ່າງ​ປະ​ເທດ​ເປັນ​ຈຳ​ນວນ​ຫຼວງ​ຫລາຍໃນ​ແຕ່​ລະ​ປີ ແລະ​ອັດ​ຕາ​ຫວ່າງ​ງານ​ຂອງ​ຄົນ​ລາວກໍແມ່ນເພີ້ມຂຶ້ນຢ່າງສູງໃນ​ຊຸມ​ປີ​ຜ່ານ​ມານີ້ ຊຶ່ງ​ກໍຄື​ຈາກ 9.8 ເປີ​ເຊັນ ​ໃນ​ປີ 2017 ຂຶ້ນ​ເປັນ 21.8 ເປີ​ເຊັນ​ໃນ​ທ້າຍ​ປີ 2021, ອີງ​ຕາມ​ທ່ານ​ພົງ​ໄຊ​ສັກ ອິນ​ທະ​ລາດ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານແລະ​ສ​ະ​ຫວັດ​ດີ​ການ​ສັງ​ຄົມ. ແຕ່​ວ່າຢູ່​ໃນ​ລາວ​ເອງ​ກັບມີ​ຄວາມຕ້ອງ​ການແຮງ​ງານຈາກຕ່າງ​ປະເທດຫລາຍ ອີງ​ຕາມ​ທ່ານ ປ.ອ. ລິດ​ທິ​ກອນ ພູມ​ມະ​ສັກ, ​ປະ​ທານບໍ​ລິ​ຫານກຸ່ມ​ບໍ​ລິ​ສັດໄອເອ​ເອັ​ຟ ຊຶ່ງ​ທ່ານ​ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ສົນ​ທະ​ນາ​ລະ​ຫວ່າງ​ພາກ​ລັດ ແລະ​ເອກກ​ະ​ຊົນ​ໃນ​ພິ​ທີ​ເປີດ​ງານ​ມະ​ຫາ​ກຳສົ່ງ​ເສີມແຮງ​ງານ​ລາວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ພຸດ​ວານນີ້ວ່າ:

ທ່ານບອກວ່າ ທັງ​ນີ້ກໍ​ເປັນ​ຍ້ອນວ່າ​ໃນ​ລາວຍັງ​ຂາດ​ບຸກ​ຄະ​ລາ​ກອນ ຫລື​ແຮງ​ງານ​ທີ່​ມີ​ຝີ​ມືໃນຫລາຍໆ ​ຂະ​ແໜງການ.​ ນອກ​ຈາກນັ້ນ​ແຮງ​ງານ​ລາວ​ກໍ​ຍັງບໍ່​ມີວິ​ໄນດ້ານ​ການ​ອອກ​ແຮງ​ງານສູງເຊັ່ນ​ມັກ​ຂາດ​ການ​ໃນ​ເວ​ລາ​ມີ​ບຸນ​ປະ​ເພ​ນີ​ຕ່າງ​ໆ ຊຶ່ງ​ເຮັດ​ໃຫ້ເປັນ​ການ​ຍາກ​ທີ່ຜູ້​ຈ້າງ​ງານ​ຈະ​ສຳ​ເລັດການ​ຜະ​ລິດ​ໄດ້​ຕາມ​ແຜນ​ການ, ອີງ​ຕາມຄຳ​ຕິ​ຊົມຈາກ​ຫລາຍໂຮງ​ງານ​ໃນ​ລາວ​ທີ່​ທ່ານພອນ​ສານ ວິ​ໄລ​ເມ​ັ້ງຮອງປະ​ທານສູນ​ກາງ​ກຳ​ມະ​ບານ​ລາວ ເປີດ​ເຜີຍ​ໃຫ້​ຟັງ​ຢູ່​ໃນ​ມະ​ຫາ​ກຳ​ແຮງ​ງານ​ລາວ​ທີ່​ກ່າວ​ມາ​ຂ້າງ​ເທິງນັ້ນ.
XS
SM
MD
LG