ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນາຍົກລາວກ່າວວ່າຊ່ອງຫວ່າງ ລະຫວ່າງຄົນຮັ່ງກັບຄົນທຸກ ກວ້າງອອກນັບມື້


ສູນການຄ້າຂອງກຸ່ມອາຊຽນໃນນະຄອນຫລວງວຽງຈັນ ທີ່ຫລູຫລາຊຶ່ງເປັນບ່ອນວາງສະແດງ ແລະຈໍາໜ່າຍສິນຄ້າ ຂອງພວກພໍ່ຄ້າຊາວຂາຍຫລື ນັກທຸລະກິດທີ່ຮັ່ງມີເປັນສ່ວນໃຫຍ່
ສູນການຄ້າຂອງກຸ່ມອາຊຽນໃນນະຄອນຫລວງວຽງຈັນ ທີ່ຫລູຫລາຊຶ່ງເປັນບ່ອນວາງສະແດງ ແລະຈໍາໜ່າຍສິນຄ້າ ຂອງພວກພໍ່ຄ້າຊາວຂາຍຫລື ນັກທຸລະກິດທີ່ຮັ່ງມີເປັນສ່ວນໃຫຍ່

ນາຍົກລັດຖະມົນຕີຄົນໃໝ່ຂອງລາວຍອມຮັບວ່າ ການພັດທະນາທາງເສດຖະກິດການຄ້າເຮັດ ໃຫ້ຄຸນນະພາບຊີວິດການເປັນຢູ່ລະຫວ່າງຄົນຮັ່ງກັບຄົນທຸກຍາກໃນລາວ ມີຊ່ອງຫວ່າງເພີ່ມ ຫຼາຍຂຶ້ນນັບມື້.


ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີຄົນໃໝ່
ຂອງລາວໄດ້ຖະແຫຼງຍອມຮັບວ່າ ການພັດທະນາໃນ
ໄລຍະທີ່ຜ່ານມາເຖິງແມ່ນວ່າຈະສາມາດເຮັດໃຫ້ຍອດ
ຜະລິດຕະລວມພາຍໃນ ຫລື GDP ມີການຂະຫຍາຍ
ຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງກໍຕາມ, ຫາກແຕ່ວ່າຜົນປະ
ໂຫຍດສ່ວນໃຫຍ່ກໍຍັງຄົງຕົກຢູ່ກັບບັນດານັກທຸລະກິດ
ແລະປະຊາຊົນທີ່ຢູ່ໃນເຂດຕົວເມືອງເທົ່ານັ້ນ.

ທັງນີ້ ທ່ານ ທອງສິງ ໄດ້ຍົກຕົວຢ່າງເຖິງກໍລະນີຂອງ
ການຂະຫຍາຍຕົວໃນພາກທຸລະກິດການຄ້າທັງໃນ
ເຂດຕົວເມືອງ ແລະໃນເຂດຊົນນະບົດ. ໂດຍສະເພາະແມ່ນການທີ່ທາງການລາວໄດ້ອະນຸ
ຍາດໃຫ້ໜ່ວຍທຸລະກິດເອກະຊົນ ໄປທໍາການເກັບຊື້ຜົນຜະລິດຕ່າງໆ ຈາກປະຊາຊົນໃນ
ເຂດຊົນນະບົດນັ້ນ ກໍໄດ້ດໍາເນີນໄປພາຍໃຕ້ສະພາວະທີ່ມີການແບ່ງຜົນປະໂຫຍດຢ່າງບໍ່ຍຸດ
ຕິທໍາ. ດັ່ງທີ່ທ່ານ ທອງສິງ ໄດ້ຖະແຫຼງເນັ້ນຢໍ້າໃນຕອນນຶ່ງວ່າ:

ຕະຫລາດໃນຊົນນະບົດລາວແຫ່ງນຶ່ງ ຊຶ່ງເປັນບ່ອນທີ່ພວກຊາວກະສິກອນຜູ້ ທຸກຍາກສ່ວນຫລາຍນໍາຜົນຜະລິດມາ ຂາຍແລະກໍມັກຈະຖືກເອົາປຽບໂດຍ ແມ່ຄ້າ, ພໍ່ຄ້າມືກາງ
ຕະຫລາດໃນຊົນນະບົດລາວແຫ່ງນຶ່ງ ຊຶ່ງເປັນບ່ອນທີ່ພວກຊາວກະສິກອນຜູ້ ທຸກຍາກສ່ວນຫລາຍນໍາຜົນຜະລິດມາ ຂາຍແລະກໍມັກຈະຖືກເອົາປຽບໂດຍ ແມ່ຄ້າ, ພໍ່ຄ້າມືກາງ

“ບໍລິສັດເອກກະຊົນເກັບຊື້ຜົນຜະລິດຈາກ
ຊາວກະສິກອນ ແຕ່ວ່າຜົນປະໂຫຍດຕົວ
ຈິງທີ່ປະຊາຊົນໄດ້ຮັບນັ້ນຍັງມີບັນຫາສ້າງ
ຄວາມຮັ່ງມີໃຫ້​ແກ່ພວກມືກາງຫຼາຍຂຶ້ນ
ແຕ່ຜູ້ຜະລິດແທ້ໆຜູ້ອອກແຮງງານຕົວຈິງ
ນັ້ນ ຜົນປະໂຫຍດຕອບແທນຜັດຍັງໄດ້
ໜ້ອຍ ອັນນີ້ມັນສ້າງເງື່ອນໄຂໃຫ້ຜູ້ຮັ່ງ
ກັບຜູ້ທຸກມັນຫ່າງກັນ”.

ພ້ອມກັນນັ້ນ ທ່ານ ທອງສິງ ຍັງ​ໄດ້ເນັ້ນຢໍ້າ
ວ່າ ການຂຸດຄົ້ນແຫລ່ງລາຍຮັບຂອງລັດຖະ
ບານລາວໃນປັດຈຸບັນເຖິງແມ່ນວ່າ ຈະມີທ່າ
ອ່ຽງເພີ່ມຫຼາຍຂຶ້ນຢ່າງຕໍ່ເນື່ອງກໍຕາມ ຫາກ
ແຕ່ກໍເປັນລາຍຮັບທີ່ເພີ່ມຂຶ້ນຈາກການຂຸດ
ຄົ້ນແຫລ່ງຊັບພະຍາກອນທຳມະຊາດເປັນ
ສ່ວນໃຫຍ່ ເຊັ່ນການຂຸດຄົ້ນບໍ່ແຮ່ ການຂຸດ
ຄົ້ນໄມ້ ແລະການກໍ່ສ້າງເຂື່ອນຜະລິດກະແສໄຟຟ້າເພື່ອສົ່ງອອກ ເປັນຕົ້ນ.

ຊຶ່ງແນ່ນອນວ່າ ລາຍຮັບທີ່ເພີ່ມຂຶ້ນດັ່ງກ່າວນີ້ຍ່ອມຈະເຮັດໃຫ້ສາມາດສະເລ່ຍເປັນລາຍໄດ້
ຂອງປະຊາຊົນລາວໄດ້ເພີ່ມຂຶ້ນເຊັ່ນດຽວກັນ. ຫາກແຕ່ວ່າໃນຄວາມເປັນຈິງແລ້ວ ລາຍໄດ້
ທີ່ເພີ່ມຂຶ້ນດັ່ງກ່າວນີ້ ກໍເປັນພຽງການສະເລ່ຍຢ່າງສະເໝີພາບກັນໂດຍບໍ່ມີການແບ່ງແຍກ ລະຫວ່າງຄົນຮັ່ງກັບຄົນທຸກຍາກແຕ່ຢ່າງໃດ ຈຶ່ງຖືເປັນກໍລະນີທີ່ຍັງບໍ່ມີຄວາມສອດຄ່ອງກັບ ສະພາບການທີ່ເປັນຈິງຢູ່ໃນລາວນັ້ນເອງ.

ທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວ ໄດ້ກ່າວຢືນຢັນຕໍ່ກອງປະຊຸມສຸດຍອດສະ ຫັດສະວັດດ້ານການພັດທະນາ ໃນໂອກາດກອງປະຊຸມສະມັດຊາໃຫຍ່ຄັ້ງທີ່ 65 ຂອງອົງ ການສະຫະປະຊາຊາດຢູ່ນະຄອນນີວຢ໊ອກ ເມື່ອບໍ່ນານມານີ້ວ່າ ການຂະຫຍາຍຕົວທາງ ເສດຖະກິດຢ່າງຕໍ່ເນື່ອງໃນລາວ ນັບເປັນປັດໃຈສໍາຄັນທີ່ເຮັດໃຫ້ບັນຫາຄວາມທຸກຈົນຂອງ ປະຊາຊົນລາວລົດລົງຢ່າງຕໍ່ເນື່ອງອີກດ້ວຍເຊັ່ນກັນ. ທັງນີ້ກໍ​ເພາະວ່າ ໃນໄລຍະແຜນການ
ພັດທະນາປະຈໍາປີ 2001-2005 ທີ່ເສດຖະກິດຂອງລາວ ມີການຂະຫຍາຍຕົວໃນອັດຕາ
ສະເລ່ຍ 6.2% ຕໍ່ປີ ແລະກໍເພີ່ມຂຶ້ນເປັນ 7% ຕໍ່ປີ ໃນໄລຍະແຜນການພັດທະນາປີ
2006-2010 ນີ້ ກໍໄດ້ເປັນຜົນເຮັດໃຫ້ອັດຕາຄວາມທຸກຈົນຂອງປະຊາຊົນລາວລົດລົງຈາກ
48% ຂອງຈໍານວນປະຊາຊົນທັງໝົດໃນປີ 1990 ມາເປັນ 26% ຂອງຈໍານວນປະຊາກອນ
ທັງໝົດທີ່ມີຢູ່ 6 ລ້ານກວ່າຄົນໃນປັດຈຸບັນນີ້.

ໃນນະຄອນວຽງຈັນ, ຜູ້ ຍິງທຸກຈົນຄົນນຶ່ງເຮັດອາ ຊີບເກັບແກັດເຈ້ຍເປົ່າ ໄປຂາຍ
ໃນນະຄອນວຽງຈັນ, ຜູ້ ຍິງທຸກຈົນຄົນນຶ່ງເຮັດອາ ຊີບເກັບແກັດເຈ້ຍເປົ່າ ໄປຂາຍ

ສໍາລັບໃນໄລຍະ 5 ປີຕໍ່ໜ້ານີ້ ລັດຖະບານລາວໄດ້ວາງແຜນ
ການທີ່ຈະດຶງດູດເອົາການລົງທຶນຈາກຕ່າງປະເທດໃຫ້ ໄດ້ໃນ
ມູນຄ່າລວມເຖິງ 40 ພັນລ້ານໂດລາ ສໍາລັບໂຄງການຂະ
ໜາດໃຫຍ່ຫຼາຍກວ່າ 200 ໂຄງການ ໂດຍທີ່ສໍາຄັນກໍຄື
ໂຄງການສ້າງທາງລົດໄຟຈາກນະຄອນວຽງຈັນໄປປະເທດ
ຈີນ ໂຄງການຂະຫຍາຍສົ່ງກະແສໄຟຟ້າແຮງສູງທົ່ວປະເທດ ໂຄງການສ້າງທາງຫຼວງແຫ່ງຊາດຂະໜານກັບເສັ້ນທາງເລກ
3 ໂຄງການສ້າງເຂື່ອນໄຟຟ້າ 14 ແຫ່ງ ໂຄງການສ້າງ
ທາງດ່ວນໄປຫວຽດນາມ ໂຄງການຂຸດຄົ້ນແຮ່​ເຫຼັກ ແຮ່ໂປ
ແຕສຊຽມ ແລະແຮ່ບ໊ອກໄຊ໌ຢູ່ພາກໃຕ້ ເປັນຕົ້ນ.

XS
SM
MD
LG