ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂະ​ນະ​ທີ່​ຈີນ ແລະ ສ​ຫລ ທຳ​ການ​ແຂ່ງ​ຂັນ​​ ການ​ໃຊ້​ວັກ​ຊິນ​ເພື່ອ​ທາງ​ການ​ທູດ ​ຢູ່ ລາວ ​ກໍ​ພອຍ​ໄດ້​ຮັ​ບ​ຜົນ​ປະ​ໂຫຍດ​ ຈາກ​ສະ​ພາບ​ການນີ້


ທ່ານນາງປານີ ຢາທໍຕູ, ຮອງປະທານປະເທດລາວ ຕາງໜ້າໃຫ້ລັດຖະບານລາວຮັບເອົາວັກຊິນ ຈອນສັນ ແລະຈອນສັນ ທີ່ສະຫະລັດບໍລິຈາກໃຫ້ ຜ່ານໂຄງການໂຄແວກສ໌ ໃນເດືອນກໍລະກົດຜ່ານມາ
ທ່ານນາງປານີ ຢາທໍຕູ, ຮອງປະທານປະເທດລາວ ຕາງໜ້າໃຫ້ລັດຖະບານລາວຮັບເອົາວັກຊິນ ຈອນສັນ ແລະຈອນສັນ ທີ່ສະຫະລັດບໍລິຈາກໃຫ້ ຜ່ານໂຄງການໂຄແວກສ໌ ໃນເດືອນກໍລະກົດຜ່ານມາ


ດັ່ງ​ໃນ​ຂົງ​ເຂດການ​ພັດ​ທະ​ນາ​ສາ​ກົນແລະໃນ​ດ້ານ​ອື່ນໆ​ຂອງ​ໂລກການ​ສະ​ໜອງ ວັກ​ຊີນເພື່ອ​ສະ​ກັດ​ກັ້ນ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ກໍບໍ່​ສາ​ມາດ​ຫລີ​ກ​ລ້ຽງ​ພະ​ລັງ​ອິດ​ທິ​ພົນ​ທາງ​ການ​ເມືອງ​ອັນ​ຍິ່ງ​ໃຫຍ່​ທີ່​ສະ​ແດງ​ອອກ​ມາ​ລະ​ຫວ່າງ​ສະ​ຫະ​ລັດ ແລະ​ຈີນໄດ້, ອີງຕາມນັກ​ວິ​ເຄະ​ເຫດ​ການ. ​ທ່ານ​ຮວງ ແຢນ​ຊອງ (Huang Yanzhong), ອຳ​ນວຍ​ການ​ສູນສຶກ​ສາ​ດ້ານ​ສາ​ທາ​ລະ​ນະ​ສຸກຂອງ​ໂລກທີ່ມະ​ຫາ​ວິ​ທະ​ຍາ​ໄລ Seton Hall ໃນ​ລັດ​ນີວ​ເຈີ​ຊີຂອງສະ​ຫະ​ລັດທີ່​ກ່າວ​ຢູ່​ໃນ​ລາຍ​ງານຂອງ​ໜັງ​ສື​ພິມ South China Morning Post ຂອງ​ຮົງ​ກົງ ໃນວັນ​ພຸດ​ວານນີ້​ວ່າທັງ​ສອງ​ປະ​ເທດ​ນີ້ກຳ​ລັງ​ໃຊ້​ວັກ​ຊີນເປັນວິ​ທີການທູດ​ເພື່ອ ເພີ້ມອິດ​ທິ​ພົນ​ທາງ​ການ​ເມືອງຂອງ​ຕົນ​ຕໍ່​ປະ​ເທດ​ທີ່​ໄດ້​ຮັບຢາດັ່ງກ່າວຊຶ່ງ​ເອີ້ນ​ກັນ​ວ່າ vaccine diplomacy ນັ້ນ​ເອງ. ທ່ານແຢນ​ຊອງ (Yanzhong) ກ່າວ​ອີກວ່າ ໂດຍ​ລວມ​ແລ້ວ: "ວັກ​ຊີນ​ທາງ​ການ​ທູດ​ໄດ້​ຊ່ວຍ​ປັບ​ປຸງ​ພາບ​ພົດ​ຂອງປັກ​ກິ່ງ​ໃຫ້​ດີ​ຂຶ້ນ, ເຖິງ​ແມ່ນ​ວ່າ​ພວກ​ເຮົາ​ຍັງບໍ່​ທັນ​ມີ​ຂໍ້​ມູນ​ທີ່​ເປັນ​ລະ​ບົບ​ມາ​ອ້າງ​ອີງ​ໄດ້​ເທື່ອ​ກໍ​ຕາມ.”

ສ່ວນ​ສະ​ຫະ​ລັດ​ນັ້ນ ປາ​ກົດ​ວ່າຫາ​ກໍ່ເລີ້ມ​ໃຊ້​ວັກ​ຂໍ​ຊີນ​ເພື່ອທາງ​ການ​ທູດ​ເມື່ອປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນປະ​ກາດ​ໃນ​ເດືອນ​ພຶດ​ສະ​ພາ​ຜ່ານ​ມານີ້​ເອງ ​ວ່າສະ​ຫະ​ລັດ​ຈະ​ໃຫ້​ການ​ຊ່ວຍ​ເຫລືອວັກ​ຊີນ​ແກ່​ໂລກ​ຈຳ​ນວນ 80 ລ້ານ​ໂດ​ສ. ໃນ​ນັ້ນກໍ​ໄດ້​ບໍລິ​ຈ​ກາວັກ​ຊີນ​ປະ​ເພດນີ້​ແກ່​ລາວ 2 ລ້ານກວ່າ​ໂດ​ສແລ່ວ, ອີງ​ຕາມ​ທ່ານຄໍາພັນ ອັ່ນລາ ວັນ, ເອກອັກຄະລັດຖະທູດ ສປປ ລາວ ປະຈໍາສະຫະລັດທີ່ກ່າວຢູ່ໃນ ກອງປະຊຸມ ທາງອອນລາຍ ທີ່ຈັດຂຶ້ນໃນເດືອນ​ແລ້ວນີ້ໂດຍສູນສຶກສາດ້ານຍຸດ ທະສາດແລະສາກົນ, ຊຶ່ງ​ທ່ານ​ກ່າວວ່າ:

“ພວກ​ເຮົາຂໍ​ຊົມ​ເຊີຍ​ນ້ຳ​ໃຈ​ຂອງ​ລັດ​ຖະ​ບານສະ​ຫະ​ລັດ​ເປັນ​ຢ່າງ​ສູງ​ທີ່​ໄດ້​ໃຫ້​ການ​ຊ່ວຍ​ເຫລືອ​ແກ່​ລາວ ໃນ​ການ​ຮັບ​ມື​ກັບ​ການ​ລະ​ບາດ​ຂອງ​ໂຄວິດ-19 ໂດຍ​ສະ​ເພາະ​ໄດ້​ສົ່ງອຸ​ປະ​ກອນ​ການ​ແພດ​ໄປ​ໃຫ້​ລາວ ,ໃຫ້​ການ​ຊ່ວຍ​ເຫລືອ​ແກ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໃນ​ການ​ຕິດ​ຕາມ ແລະ​ສະ​ກັດ​ກັ້ນ​ກ​ານ​ລະ​ບາດ​ຂອງ​ໂຄວິດ-19 ແລະ​ລັດຖະບານ​ສະຫະ​ລັດ​ຍັງ​ໄດ້​ບໍ​ລິ​ຈາກວັກ​ຊີນ​ຫລາຍກວ່າ 2 ລ້ານ​ໂດ​ສ​ທັງ​ແບບໂດຍ​ກົງ ແລະ​ຜ່ານ​ໂຄງ​ການ​ໂຄ​ແວກສ໌.”

ເບິ່ງວີດິໂອກ່ຽວກັບການກ່າວຄໍາປາໄສຂອງເອກອັກຄະລັດຖະທູດລາວ

ຢາວັກຊີນທີ່ລາວໄດ້ຮັບຈາກສະຫະລັດຈໍານວນນີ້ໄດ້ ປະກອບສ່ວນຊ່ວຍໃຫ້ສາມາດຫຍັບເຂົ້າໃກ້ເປົ້າໝາຍສັກວັກຊີນໃຫ້ແກ່ 50 ເປີເຊັນຂອງພົນລະເມືອງຂອງຕົນໃນທ້າຍປີນີ້.

ວັກ​ຊີນ​ທີ່​ສະ​ຫະ​ລັດ​ບໍ​ລິ​ຈາກ​ໃຫ້​ແກ່​ລາວ​ເຊັ່ນ​ໄຟ​ເຊີ ທີ່​ເປັນ​ວັກ​ຊີນ​ໃຊ້ວິ​ທີ​ການ mRNA ຜະ​ລິດນັ້ນ ແມ່ນ​ມີ​ລາ​ຄາ​ແພງ​ແກວ່າ ວັກ​ຊີນ​ທີ່​ຈີນ​ຜະ​ລິດເຊັ່ນ​ຊີ​ໂນ​ຟາມ ແລະ​ຊີ​ໂນ​ວັກ. ພ້ອມ​ກັນ​ນັ້ນສະ​ຫະ​ລັດ​ຈະ​ບໍ​ລິ​ຈາກວັກຊີນໄຟເຊີອີກ 500 ລ້ານ​ໂດ​ສ​ແກ່ 92 ປະເທດໃນໂລກ ເພື່ອຊ່ວຍກອບກູ້ຊີວິດແລະ ເຮັດໃຫ້ການລະບາດສິ້ນສຸດລົງ, ອີງຕາມຄໍາປະກາດຂອງທໍານຽບຂາວໃນວັນທີ 10 ມິຖຸນາຜ່ານມາ.

ນອກນັ້ນ​ບໍ່​ເໝືອນ​ກັບ​ຈີນວັກ​ຊີນ​ທີ່​ສະ​ຫະ​ລັດ​ສົ່ງ​ໃຫ້​ບັນ​ດາ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ​ແມ່ນ​ເປັນ​ການ​ບໍ​ລິ​ຈາກແມ່ນ​ເປັນ​ການ​ບໍ​ລິ​ຈາກ​ໂດຍ​ທັງ​ໝົດຂະ​ນະ​ທີ່​ວັກ​ຊີນ​ຂອງ​ຈີນ​ທີ່​ບໍ​ລິ​ຈາກນັ້ນ​ກວມ​ເອົາ​ສ່ວນ​ໜ້ອຍ​ເມື່ອ​ທຽບ​ໃສ່ກັບ​ຢາ​ທີ່​ຂາຍ. ມາ​ຮອດ​ວັນ​ທີ 11 ຕຸ​ລາ​ຜ່ານ​ມາ, ຈີນ​ໄດ້ສົ່ງ​ວັກ​ຊີນ​ທັງ​ອອກ​ຂາຍ​ 1.3 ຕື້​ໂດ​ສ ແລະ​ບໍ​ລິ​ຈາກ 75 ລ້ານ​ໂດ​ສ​ໄປໃຫ້ 100 ກວ່າ​ປະ​ເທດ​ໃນໂລກ. ໃນ​ນັ້ນ​ລາວ​ກໍ​ເປັນ​ 1 ໃນ 10 ປະ​ເທດ​ໃນ​ໂລກທີ່​ໄດ້​ຮັບວັກ​ຊີນ ຫລືໄດ້​ຮັບຄຳ​ໝັ້ນ​ສັນ​ຍາ​ຈາກ​ຈີນ​ວ່າ​ໄດ້​ຮັບ​ວັກ​ຊີນ​ກັນ​ໂຄວິດ-19 ຫລາຍ​ທີ່​ສຸດຮອງ​ຈາກກຳ​ປູ​ເຈຍ (7 ລ້ານ​ໂດ​ສ), ສ​ຣີ ລັງ​ກາ 5 ລ້ານ​ໂດ​ສ, ບັງ​ກ​ລາ​ແດ​ສ 4 ລ້ານ 4 ແສນ​ໂດສ ແລະ​ລາວ​ໄດ້​ຮັບ 4ລ້ານ 3 ແສນ​ໂດ​ສ ຕິດ​ຕາມ​ດ້ວຍ​ມຽນ​ມາ, ອັ​ຟການິ​ສ​ຖານ, ຫວຽດ​ນາມ, ອີ​ຣ່ານ, ປາ​ກິ​ສ​ຖານ ແລະ​ເນ​ປານ, ອີງ​ຕາມເວັບ​ໄຊ​ທ໌​ຂອງອົງ​ການ Bridge Consulting ທີ່​ຕັ້ງ​ຢູ່​ຈີນ.

https://bridgebeijing.com/our-publications/our-publications-1/china-covid-19-vaccines-tracker/#China8217s_Vaccines_in_Asia

XS
SM
MD
LG