ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວວ່າ ຈະສາມາດ ຫລຸດຄວາມທຸກຍາກ ລົງໄດ້ ໄວກວ່າເປົ້າໝາຍ ໃນປີ 2015


ກອງປະຊຸມຂອງຄະນະລັດຖະບານກ່ຽວກັບການຫລຸດຜ່ອນຄວາມຍາກຈົນຂອງປະຊາຊົນ ທີ່ຈັດຂຶ້ນໃນປີ 2011
ກອງປະຊຸມຂອງຄະນະລັດຖະບານກ່ຽວກັບການຫລຸດຜ່ອນຄວາມຍາກຈົນຂອງປະຊາຊົນ ທີ່ຈັດຂຶ້ນໃນປີ 2011

ທາງ​ການ​ລາວ​ເຊື່ອ​ວ່ າ​ຈະ​ສາມາດ​ບັນ​ລຸ​ເປົ້າໝາຍການ​ພັດທະນາ​ສະຫັດ​ສະ​ວັດ​ ​ເພື່ອລົບ​ລ້າງ​ ບັນຫາ​ຄວາມ​ຍາກຈົນ​ຂອງ​ປະຊາຊົນ​ລາວ​​​ໄດ້ ​ໄວ​ກວ່າ​ເປົ້າໝາຍ​ແຜນການ​ທີ່​ວາງ​ໄວ້​ ໃນ​ປີ 2015.

ທ່ານ​ສຸບັນ ​ແສງ​ສຸ​ລິ​ວົງ ຮອງ​ຫົວໜ້າຝ່າຍ​ບໍລິຫານ​ແລະ​ບຸກຄະລາ​ກອນຂອງ​ຄະນະ​ຊີ້​ນໍາ​
ການ​ພັດທະນາ​ແລະ​ລົບ​ລ້າງ​ຄວາມທຸກ​ຍາກ​ແຫ່ງ​ຊາດ​ລາວ ​ຖະ​ແຫຼ​ງຢືນຢັນ​ວ່າ ລັດຖະ
ບານ​ລາວ​ຈະ​ສາມາດ​ບັນລຸ​ເປົ້າໝາຍ​ສະຫັດ​ສະ​ວັດ​ການພັດທະນາ​ເພື່ອ​ລົບ​ລ້າງ​ບັນຫາ
​ຄວາມ​ຍາກຈົນ​ຂອງ​ປະຊາຊົນ​ລາວ​ໄດ້​ໄວ​ກວ່າ​ເປົ້າໝາຍ​ທີ່​ວາງ​ໄວ້​ໃນ​ປີ 2015 ​ເນື່ອງຈາກ​
ການ​ສໍາ​ຫລວດ​ໃນ​ຮອບ 1 ປີ​ທີ່ຜ່ານ​ມາ ພົບ​ວ່າ​ອັດ​ຕາສະ​ເລ່ຍຄວາມ​ຍາກຈົນ​ຂອງ​ປະຊາ
ຊົນ​ລາວ​ໄດ້​ລົດ​ລົງ​ຈາກ​ລະດັບ 18.9% ມາ​ເປັນ 13.01% ຂອງ​ຈໍານວນ​ຄອບຄົວ​ເຮືອນ
ທັງ​ໝົດ​ໃນ​ທົ່ວ​ປະ​ເທດ ຫຼື ຫລຸດ​ລົງ​ເຖິງ 5.89% ຊຶ່ງ​ທຽບໄດ້​ກັບ 58,000 ກວ່າ​ຄອບ
ຄົວ​ທີ່​ໄດ້​ຮັບ​ການ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ ໃຫ້​ຫລຸດ​ພົ້ນ​ຈາກ​ຄວາມທຸກ​ຍາກ.

ຍິ່ງ​ໄປ​ກວ່າ​ນັ້ນ ດ້ວຍ​ຄວາມ​ສາມາດ​ໃນ​ການ​ລົດ​ບັນຫາ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ
​ໄດ້​ໃນ​ລະດັບ​ດັ່ງກ່າວ​ ກໍ​ຍັງ​ນັບ​ເປັນ​ລະດັບ​ທີ່​ເກີນ​ກວ່າ​ເປົ້າໝາຍ​ທີ່​ວາງ​ໄວ້​ອີກ​ດ້ວຍ ທັງ
​ນີ້​ກໍ​ເນື່ອງ​ຈາກ​ວ່າ​ລັດຖະບານ​ໄດ້​ວາງ​ເປົ້າໝາຍ​ໄວ້​ວ່າ ​ຈະຫ​ລຸດ​ລະດັບຄວາມທຸກ​ຍາກ
​ຂອງ​ປະຊາຊົນ​ລາວ​ໃຫ້​ຢູ່​ໃນ​ອັດຕາ​ສະ​ເລ່ຍບໍ່​ເກີນ 18% ​ແລະ14% ຂອງ​ຈໍານວນ​ຄອບ
ຄົວ​ທັງ​ໝົດ​ໃນ​ປີ 2012 ​ແລະ​ປີ 2013 ຕາມ​ລໍາດັບ.

ພ້ອມ​ກັນ​ນີ້​ ຄະນະ​ຊີ້​ນໍາ​ການ​ພັດທະນາ​ຊົນ​ນະ​ບົດ​ແລະ​ລົບ​ລ້າງ​ຄວາມທຸກ​ຍາກແຫ່ງ
ຊາດລາວ​ກໍ​ຍັງ​ໄດ້ສະ​ແດງ​ຄວາມ​ເຊື່ອ​ໝັ້ນອີກ​ດ້ວຍ​ວ່າ ​ຈະ​ສາມາດ​ລົດ​ລະດັບ​ຄວາມ
ຍາກຈົນ​ຂອງ​ປະຊາ​ຊົນ​ລາວ ​ລົງ​ສູ່​ອັດຕາ​ສະ​ເລ່ຍຕໍ່າ​ກວ່າ 10% ຂອງ​ຈໍານວນປະຊາ
ກອນ​ທັງ​ໝົດ​ໄດ້ ​ຕາມ​ເປົ້າໝາຍ​ທີ່​ວາງ​ໄວ້​ໃນ​ປີ 2015 ອີກ​ດ້ວຍ.

ການປຸກລະດົມໃຫ້ແມ່ລ້ຽງລູກດ້ວຍນໍ້ານົມ ທີ່ຈັດຂຶ້ນໃນທ້າຍປີ 2011
ການປຸກລະດົມໃຫ້ແມ່ລ້ຽງລູກດ້ວຍນໍ້ານົມ ທີ່ຈັດຂຶ້ນໃນທ້າຍປີ 2011

​ສໍາລັບ​ເປົ້າໝາຍ​ໃນ​ປີ 2012
ນີ້ ກໍ​ແມ່ນ​ຈະ​ສູ້​ຊົນ​ເຮັດ​ໃຫ້
​ອັດ​ຕາ​ຄວາມທຸກ​ຍາກ​ຂອງ
​ປະຊາຊົນ​ລາວ​ຫລຸດ​ຕໍ່າລົງ
​ກວ່າ 22% ຂອງ​ຈໍານວນ​ປະ
ຊາກອນ​ທັງ​ໝົດ ພ້ອມ​ທັງ​
ຈະ​ສ້າງ​ບ້ານ​ພັດທະນາ​ໃຫ້​
ໄດ້​ໃນ​ອັດຕາ​ສະ​ເລ່ຍບໍ່​ໜ້ອຍ
​ກວ່າ 15% ຂອງ ຈໍານວນ
ບ້ານ​ທັງ​ໝົດ​ໃນ​ທົ່ວ​ປ​ະ​ເທດ
ທັງ​ຍັງ​ຈະ​ດໍ​າ​ເນີນ​ການ​ພັດທະ
ນາ​ໃນ​ເຂດ 64 ຈຸດ​ສຸມ ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ກາຍ​ເປັນ​ຕົວ​ເມືອງ​ຂະໜາດ​ນ້ອຍ​ໃນ​ເຂດ​ຊົນ​
ນະ​ບົດ ດ້ວຍ​ການ​ສູ້​ຊົນ​ເພື່ອ​ແກ້​ໄຂ​ບັນຫາ​ການ​ເຄື່ອນ​ຍ້າຍ​ແບບ​ຊະຊາຍ​ຂອງ​ພົນລະ​ເມືອງ​
ໃນ​ເຂດ 167 ຈຸດ​ສຸມ ​ໂດຍ​ການຈັດ​ສັນພູ​ມລໍາ​ເນົາ ​ແລະ​ບ່ອນ​ທໍາ​ມາ​ຫາ​ກິນ​ຢ່າງຖາວອນ
​ໃຫ້​ກັບ​ປະຊາຊົນ​ໃນ​ເຂດ​ດັ່ງກ່າວ​ຢ່າງ​ທົ່ວ​ເຖິງ.

​ແຕ່​ຢ່າງໃດ​ກໍ​ຕາມ ສໍາລັບ​ໃນ​ສ່ວນ​ຂອງ​ບ້ານ​ພັດທະນາ​ນັ້ນ ກໍ​ສາມາດ​ປະຕິບັດ​ໄດ້ ພຽງ​ແຕ່
900 ບ້ານ ຊຶ່ງ​ຄິ​ດ​ເປັນ 10.4% ຂອງ​ຈໍານວນ​ບ້ານ​ທັງ​ໝົດ. ​ໃນ​ຂະນະດຽວ​ກັນ​ກໍ​ສາມາດ​
ສ້າງ​ຕັ້ງ​ກຸ່ມ​ບ້ານ​ພັດທະນາ​ໄດ້​ພຽງ​ແຕ່ 10 ກຸ່ມ ຫຼື​ຄິດ​ສະ​ເລ່ຍ​ໄດ້ ບໍ່​ເຖິງ 1% ຂອງ​ກຸ່ມ​ບ້ານ
​ທັງ​ໝົດ​ໃນ​ລາວ.

ທາງ​ດ້ານ​ທ່ານ ສົມ​ດີ ດວງ​ດີ ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ​ ແລະ​ການ​ລົງທຶນ ກໍ
​ຖະ​ແຫຼ​ງຍອມຮັບ​ວ່າ​ ເປົ້າໝາຍ​ສະຫັດ​ສະ​ວັດ​ທີ່​ເປັນ​ການ​ຍາກ​ທີ່​ຈະ​ສາມາດ​ປະຕິບັດ​ຈັດ​ຕັ້ງ
​ໃຫ້​ບັນລຸ​ຕາມ​ແຜນການ​ທີ່​ວາງ​ໄວ້​ຢ່າງ​ເປັນ​ຮູບ​ປະ​ທໍາ​ນັ້ນ ກໍ​ຄື​ການລົບ​ລ້າງ​ຄວາມ​ອຶດຫິວ
​ແລະ​ການ​ຫລຸດ​ອັດຕາ​ການ​ເສຍ​ຊີວິດ​ຂອງ​ແມ່ຍິງ​ໃນ​ຂະນະ​ຕັ້ງທ້ອງ ຫຼື​ຖື​ພາ ດັ່ງ​ທີ່​ທ່ານ​ໄດ້​
ຖະ​ແຫຼ​ງຊີ້​ແຈງ​ວ່າ:

ພະນັກງານອົງການອາຫານໂລກ ສະໜອງອາຫານທີ່ມີທາດບາລຸງ ໃຫ້ແກ່ແມ່ແລະລູກ
ພະນັກງານອົງການອາຫານໂລກ ສະໜອງອາຫານທີ່ມີທາດບາລຸງ ໃຫ້ແກ່ແມ່ແລະລູກ

“ດ້ານ​ໂພຊະ​ນາ​ການ​ເຫັນ​ວ່າ​
ຍັງ​ເປັນ​ບັນຫາ​ທ້າ​ທາຍ ​ເພາະ
​ມາ​ຮອດ​ປັດຈຸບັນ​ອັດຕາສ່ວນ
​ເດັກນ້ອຍ​ຕໍ່າ​ກວ່າ 5 ປີ ມີ​ນໍ້າ
ໜັກ​ຫລຸດ​ມາດຕະຖານ​ຢູ່​ເຖິງ
37% ຄາດໝາຍ​ປີ 2015 ແມ່ນ
22% ການ​ຫລຸດຜ່ອນ​ອັດຕາ​
ການ​ຕາຍ​ຂອງ​ແມ່​ຕໍ່​ເດັກ​ເກີດ
​ມີ​ຊິວິດ 1 ​ແສນ​ຄົນ​ ຍັງ​ເຫັນ​ວ່າ
​ພົບ​ຄວາມ​ຫຍຸ້ງຍາກ ຄາດໝາຍ
​ປີ 2015 ​ແມ່ນ 260 ຄົນ ​ແຕ່ໃນ​
ປີ 2008 ພວກ​ເຮົາ​ບັນລຸໄດ້​ພຽງ 339 ຄົນ​ເທົ່າ​ນັ້ນ.”

ຫາກ​ແຕ່​ວ່າ​ດ້ວຍ​ການ​ພັດທະນາ​ເສດຖະກິດ​ຂອງ​ລາວ​ທີ່​ຂະຫຍາຍຕົວ​ເພີ່ມ​ຂຶ້ນ​ໃນ ອັດຕາ​ສະ​
ເລ່ຍບໍ່​ຫລຸດ 8% ຕໍ່​ປີ​ນັ້ນ​ ກໍ​ເຮັດ​ໃຫ້​ທາງ​ການ​ລາວ​ເຊື່ອ​ໝັ້ນ​ວ່າ​ ຍອດຜະລິດ​ຕະພັນ​ລວມພາຍ​
ໃນ (GDP) ຂອງ​ລາວ​ຈະ​ສາມາດ​ສະ​ເລ່ຍ​ເປັນ​ລາຍ​ຮັບ ຂອງ​ປະຊາຊົນ​ລາວ​ໄດ້​ໃນ​ລະດັບ
1,700 ​ໂດ​ລາ​ຕໍ່​ຄົນ​ໃນ​ປີ 2015 ກັບ​ທັງ​ຍັງ​ຈະ​ເປັນ​ປັດ​ໄຈ​ເຮັດ​ໃຫ້​ລາວ​ຫລຸດ​ພົ້ນ​ຈາກ​ສະພາບ
​ດ້ອຍ​ພັດທະນາ​ໄດ້​ຢ່າງ​ເປັນ​ຮູບ​ປະທໍາ​ໃນ​ປີ 2020 ອີກ​ດ້ວຍ.

XS
SM
MD
LG