ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວອາດສາມາດເປັນສູນກາງ ການທະນາຄານ ຂອງເຂດ ລຸມແມນຂອງ


ງານສະຫລອງຄົບຮອບ 10 ປີ ຂອງທະນາຄານ ລາວ-ຫວຽດ ຢູນະຄອນຫລວງວຽງຈັນ.
ງານສະຫລອງຄົບຮອບ 10 ປີ ຂອງທະນາຄານ ລາວ-ຫວຽດ ຢູນະຄອນຫລວງວຽງຈັນ.

ລັດຖະມົນຕີລາວເຊື່ອໝັ້ນວ່າ ລາວມີຄວາມອາດສາມາດທີ່ຈະພັດທະນາໄປເປັນສູນກາງ ການທະນາຄານໃນລຸ່ມ ແມ່ນໍ້າຂອງໄດ້ຫລັງຈາກທີ່ໄດ້ເຂົ້າໄປ ເປັນສະມາຊິກຂອງອົງການການຄ້າ ໂລກ ຢ່າງເປັນທາງການແລ້ວ.

ທ່ານນາມ ວີຍະເກດ ລັດຖະມົນຕີວ່າການກະຊວງອຸດສາ
ຫະກໍາແລະການຄ້າ ໄດ້ຖະແຫລງຢືນຢັນວ່າການເຈລະຈາ
ຄັ້ງທີ່ 6 ຮ່ວມກັບຄະນະຜູ້ຕາງໜ້າຖາວອນຂອງນານາ
ຊາດປະຈໍາອົງການການຄ້າໂລກ ຢູ່ທີ່ນະຄອນເຈນີວາ
ປະເທດສວີສເຊີແລນດ໌ ເມື່ອທ້າຍເດືອນກັນຍາທີ່ຜ່ານມາ
ນີ້ ໄດ້ຮັບຜົນ ທີ່ຄືບໜ້າເປັນຢ່າງດີ ໂດຍສະເພາະແມ່ນ
ການພັດທະນາລະບົບກົດໝາຍດ້ານການຄ້າແລະພາສີ
ໃນລາວນັ້ນ ຖືເປັນພາກສ່ວນນຶ່ງທີ່ສໍາຄັນ ທີ່ທາງການ
ລາວ ໄດ້ເຮັດໃຫ້ບັນດາປະເທດສະມາຊິກໃນອົງການ
ການຄ້າໂລກໄດ້ມີຄວາມເຂົ້າໃຈແລະໃຫ້ການຍອມຮັບ
ຫລາຍຂຶ້ນ. ນອກຈາກນີ້ ການທີ່ສະພາແຫ່ງຊາດລາວໄດ້ຮັບຮອງເອົາກົດໝາຍວ່າດ້ວຍການ
ລົງທຶນສະບັບດັດແກ້ໃໝ່ ການອອກດໍາລັດວ່າດ້ວຍການແຈ້ງລາຍການສິນຄ້າ ທີ່ເກືອດຫ້າມ
ທີ່ຈະຕ້ອງຂໍອະນຸຍາດນໍາເຂົ້າຫລື ສົ່ງອອກ ການຮັບຮອງກົດໝາຍວ່າດ້ວຍການປະມົງ ການ
ກະກຽມບັງຄັບໃຊ້ກົດໝາຍວ່າດ້ວຍຊັບສິນທາງປັນຍາ ການເລີ່ມນໍາໃຊ້ມູນຄ່າແຈ້ງພາສີພາຍ
ໃຕ້ສັນຍາຂອງອົງການການຄ້າໂລກ ໂດຍສະເພາະແມ່ນການຮັບຮອງ “ເອົາກົດບັດກອງທຶນ
ການເງິນສາກົນ (IMF) ກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດນັ້ນ ກໍບໍ່ພຽງແຕ່ຈະເຮັດ
ໃຫ້ ລາວໄດ້ເຂົ້າໄປເປັນສະມາຊິກຂອງອົງການການຄ້າໂລກໄດ້ ໄວຂຶ້ນເທົ່ານັ້ນ ຫາກແຕ່ຍັງ
ນັບເປັນໂອກາດທີ່ຈະພັດທະນາລາວ ໄປເປັນສູນກາງການທະນາຄານແລະການເງິນໃນລຸ່ມ
ແມ່ນໍ້າຂອງໄດ້ອີກດ້ວຍ. ດັ່ງທີ່ທ່ານນາມ ວີຍະເກດ ໄດ້ສະແດງຄວາມເຊື່ອໝັ້ນແລະມອງໄປ ເຖິງຄວາມເປັນໄປໄດ້ຂອງໂອກາດດັ່ງກ່າວວ່າ:

ທານ ນາມ ວີຍະເກດ ລມຕ ວາການກະຊວງອຸດສາຫະກຳ ແລະການຄາ ຂອງລາວ.
ທານ ນາມ ວີຍະເກດ ລມຕ ວາການກະຊວງອຸດສາຫະກຳ ແລະການຄາ ຂອງລາວ.

“ທີ່ຕັ້ງຂອງລາວນີ້ໜະ ແມ່ນທີ່ຕັ້ງເຊື່ອມໂຍງເສດຖະ
ກິດ ການຄ້າແລະການບໍລິການ ດຽວນີ້ ພວກເຮົາ
ພຽງແຕ່ເປີດປະຕູ ດຽວນີ້ເນາະ ກໍຂໍເວົ້າຄວາມຈິງ
ວ່າ ພວກເຮົາອາດຈະເຫັນທະນາຄານເນາະ ດຽວ
ນີ້ ບໍ່ແມ່ນແຕ່ເຂົາມາຂໍໃຫ້ ທະນາຄານເຮັດເຮັດ
ແນວນີ້ເທົ່ານັ້ນໄດ ເຂົາຍັງສະເໜີວ່າ ເຂົາຂໍມາຕັ້ງ
ສາຂາທະນາຄານຂອງເຂົາໂລດ ອັນນີ້ແມ່ນຕະ
ຫລາດໃຫຍ່ທີ່ສຸດຂອງເມືອງລາວໃນປັດຈຸບັນ
ຄືຕະຫລາດບໍລິການດ້ານການເງິນ ເພາະໂຄງ
ການໃຫຍ່ ຈະເຂົ້າມາລາວຫລາຍຂຶ້ນ ດັ່ງນັ້ນ
ພວກເຮົາຈຶ່ງມີຫລາຍອັນທີ່ສຸດ ທີ່ຈະໄດ້ຜົນປະ ໂຫຍດ.”

ພ້ອມກັນນີ້ ດ້ວຍຄວາມຄືບໜ້າຈາກການເຈລະຈາກ່ຽວກັບການເປີດຕະຫລາດການຄ້າສອງ
ຝ່າຍ ລະຫວ່າງລາວກັບຈີນ ທີ່ຖືເປັນອົງປະກອບສໍາຄັນສ່ວນນຶ່ງ ທີ່ຈະຊ່ວຍຊຸກຍູ້ໃຫ້ລາວໄດ້
ເຂົ້າໄປເປັນສະມາຊິກຂອງອົງການການຄ້າໂລກໃນໄລຍະຕໍ່ໄປອີກດ້ວຍ.

ໃນປັດຈຸບັນນີ້ມີ 2 ປະເທດແລ້ວທີ່ໄດ້ລົງນາມຮ່ວມກັບລາວເພື່ອຮັບຮອງຜົນການເຈລະຈາ
ກ່ຽວກັບການເປີດຕະຫລາດລະຫວ່າງສອງຝ່າຍ ພາຍໃຕ້ກອບການຄ້າຂອງອົງການການ
ຄ້າໂລກ ກໍຄືຈີນແລະຍີ່ປຸ່ນ ຊຶ່ງກໍໝາຍຄວາມວ່າ ຍັງມີອີກຫລາຍປະເທດທີ່ມີບົດບາດ ຢ່າງ
ສໍາຄັນໃນອົງການການຄ້າໂລກ ທີ່ທາງການລາວຈະຕ້ອງເຈລະຈາເພື່ອໃຫ້ປະເທດເຫລົ່ານັ້ນ
ໃຫ້ການຍອມຮັບ ທີ່ຈະເປີດຕະຫລາດຮ່ວມກັບລາວໃຫ້ໄດ້ຕໍ່ໄປ ເຊັ່ນ ສະຫະລັດອາເມລິກາ
ຄານາດາ ອອສເຕຣເລຍ ເກົາຫລີໃຕ້ ໄຕ້ຫວັນ ແລະສະຫະພາບຢຸໂຣບເປັນຕົ້ນ.

ທາງການລາວໄດ້ຍື່ນຄໍາຮ້ອງເພື່ອສະແດງເຈດຈໍານົງຂໍເຂົ້າໄປເປັນປະເທດສະມາຊິກຂອງ
ອົງການການຄ້າໂລກ ນັບເປັນລະຍະເວລາກວ່າ 12 ປີມາແລ້ວ ໂດຍຈາການເຈລະຈາທັງ
6 ຄັ້ງທີ່ຜ່ານມາກໍປາກົດວ່າ ທາງການລາວໄດ້ຕອບບັນດາຂໍ້ສົງໃສຕ່າງໆຂອງປະເທດ
ສະມາຊິກໃນອົງການການຄ້າໂລກໄປແລ້ວ ຈໍານວນຫລາຍກວ່າ 800 ຂໍ້ ແລະກໍຍັງຈະ
ຕ້ອງມີການຕອບຂໍ້ສົງໃສຕໍ່ໄປອີກ ຈົນບໍ່ສາມາດທີ່ຈະຮູ້ໄດ້ເລີຍວ່າ ລາວຈະໄດ້ຮັບການ
ຍອມຮັບ ໃຫ້ເປັນສະມາຊິກຂອງອົງການການຄ້າໂລກ ເມື່ອໃດແທ້.

XS
SM
MD
LG