“ລະບົບທະນາຄານຂອງພວກເຮົາມີຄວາມສາມາດປະຕິບັດພາລະບົດບາດຂອງຕົນເອງ ເປັນຕົ້ນແມ່ນການຮັກ ສາສະຖຽນລະພາບຂອງເງິນຕາແຫ່ງຊາດ ຊຶ່ງບັນດາທະນາຄານເຫລົ່ານີ້ ກໍມີຄວາມສາມາດລະດົມທຶນຮອນໄດ້ສູງຂຶ້ນ ແລະສາມາດຕອບສະ ໜອງທຶນຮອນ ຫ້ແກ່ການພັດທະນາເສດຖະກິດ- ສັງຄົມແຫ່ງຊາດໄດ້ສູງຂຶ້ນ ທັງຍັງມີການພັດທະນາຢ່າງຫລວງຫລາຍໃນການບໍລິການ ແລະບັນດາຫົວໜ່ວຍທຸລະກິດ ກໍສາມາດເຂົ້າເຖິງບໍລິການດ້ານການເງິນໄດ້ຢ່າງສະດວກສະບາຍຫລາຍຂຶ້ນ ແລະລະບົບທະນາຄານຂອງພວກເຮົາ ຍັງໄດ້ຂະຫຍາຍການບໍລິການໄປຍັງບັນດາແຂວງ ແລະເມືອງທີ່ທຸກຍາກອີກດ້ວຍ”
ນີ້ກໍແມ່ນການຖະແຫລງໂດຍທ່ານພູເພັດ ຄໍາພູນວົງ ຜູ້ວ່າການທະນາຄານແຫ່ງຊາດລາວ ຊຶ່ງບໍ່ພຽງແຕ່ຈະໄດ້ໃຫ້ການຢືນຢັນວ່າ ລະບົບທະນາຄານແຫ່ງຊາດລາວໄດ້ຮັບການພັດທະ ນາດີຂຶ້ນນັບມື້ເທົ່ານັ້ນ ຫາກແຕ່ທ່ານກໍຍັງໄດ້ເນັ້ນຍໍ້າດ້ວຍວ່າ ລະບົບການໃຫ້ການບໍລິການຂອງທະນາຄານໃນລາວ ທັງທີ່ເປັນທະນາຄານຂອງລັດຖະບານ ທະນາຄານຮ່ວມທຶນລະຫວ່າງລັດຖະບານກັບເອກກະຊົນ ແລະທະນາຄານທີ່ເປັນຂອງເອກກະຊົນຫລືຕ່າງຊາດນັ້ນ ໄດ້ມີການຂະຫຍາຍລະບົບການໃຫ້ບໍລິການໄປຍັງແຂວງແລະເມືອງຕ່າງໆໃນລາວໄດ້ ຢ່າງວ່ອງໄວອີກດ້ວຍ.
ໃນປັດຈຸບັນນີ້ ຢູ່ໃນລາວ ມີທະນາຄານຢູ່ທັງໝົດ 24 ແຫ່ງ ຊຶ່ງແບ່ງອອກເປັນທະນາຄານຂອງລັດຖະບານ ລາວ 4 ທະນາຄານ ກໍຄືທະນາຄານລາວພັດທະນາ ທະນາຄານນະໂຍ ບາຍ ທະນາຄານສົ່ງເສີມກະສິກໍາ ແລະ ທະນາຄານການຄ້າຕ່າງປະເທດ. ສ່ວນທີ່ເຫລືອກໍເປັນສາຂາຂອງທະນາຄານຂອງຕ່າງປະເທດໃນລາວຈຳນວນ 11 ແຫ່ງແລະອີກ 9 ທະນາ ຄານນັ້ນ ກໍມີທັງທະນາຄານຂອງເອກກະຊົນລາວ ແລະທະນາຄານຮ່ວມລົງທຶນລະຫວ່າງລັດຖະບານກັບເອກກະຊົນຕ່າງຊາດ.
ຍິ່ງໄປກວ່ານັ້ນ ການທີ່ນາຍົກລັດຖະມົນຕີລາວ ໄດ້ອອກດໍາລັດວ່າດ້ວຍການກໍານົດໃຫ້ທະນາຄານທຸກແຫ່ງໃນລາວຕ້ອງເພິ່ມທຶນຈົດທະບຽນ ທີ່ຕ້ອງຝາກໄວ້ກັບທະນາຄານແຫ່ງຊາດລາວ ຈາກເດີມ 100 ຕື້ກີບ ຂຶ້ນເປັນ 300 ຕື້ກີບນັບແຕ່ເດືອນເມສາປີນີ້ເປັນຕົ້ນມາ ກໍຍັງຈະເຮັດໃຫ້ລະບົບທະນາຄານຢູ່ໃນລາວ ມີຄວາມເຂັ້ມແຂງຍິ່ງຂຶ້ນ ແລະກໍຈະເຮັດໃຫ້ລະບົບສິນເຊື່ອຂອງທະນາຄານໃນລາວ ມີວົງເງິນເພີ່ມຫລາຍຂຶ້ນດ້ວຍ.
ແຕ່ຢ່າງໃດກໍຕາມ ກ່ອນໜ້ານີ້ ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການຄະນະ ລັດຖະບານລາວກໍໄດ້ຖະແຫລງຍອມຮັບວ່າ ວົງເງິນສິນເຊື່ອໃນລາວຍັງຄົງບໍ່ພຽງພໍກັບລະດັບຄວາມຕ້ອງການທີ່ ເປັນຈິງ ໂດຍເຖິງແມ່ນວ່າໃນປີຜ່ານມາ ລະບົບທະນາຄານຢູ່ໃນລາວຈະສາມາດຕອບສະໜອງເງິນກູ້ຢືມ ໃຫ້ກັບພາກການຜະລິດຕ່າງໆໄດ້ໃນມູນຄ່າລວມເຖິງ 11,000 ຕື້ກີບ ຫລືຄິດເປັນ 20% ຂອງມູນຄ່າຍອດຜະລິດຕະພັນ ລວມພາຍໃນ ຫລື GDP ກໍຕາມ ຫາກແຕ່ຍັງນັບວ່າຕໍ່າກວ່າລະດັບຄວາມຕ້ອງການ ທີ່ເປັນຈິງ ເກືອບເຖິງ 4 ເທົ່າຕົວ. ໂດຍສະເພາະແມ່ນໃນຊ່ວງຂອງການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໄລຍະ 5 ປີ ຊຸດທີ 7 ຊຶ່ງຈະມີຜົນບັງຄັບໃຊ້ນັບຈາກເດືອນຕຸລາປີນີ້ ໄປຈົນເຖິງເດືອນກັນຍາປີ 2015 ນັ້ນ ທາງການລາວກໍໄດ້ຄາດໝາຍໄວ້ວ່າ ພາກການຜະລິດຕ່າງໆຢູ່ໃນລາວ ຈະມີຄວາມຕ້ອງການວົງເງິນສິນເຊື່ອຈາກທະນາ ຄານ ຄິດເປັນມູນຄ່າລວມເຖິງ 217,000 ຕື້ກີບ ຫລືບໍ່ໜ້ອຍກວ່າ 43,400 ຕື້ກີບ ໃນແຕ່ລະປີ ຈຶ່ງບໍ່ແມ່ນເລຶ່ອງທີ່ງ່າຍໆເລີຍ ທີ່ລະບົບທະນາຄານໃນລາວ ຈະສາມາດຕອບສະໜອງຄວາມຕ້ອງການດັ່ງກ່າວໄດ້ຈິງ.
ນອກຈາກນັ້ນ ບັນຫາສຳຄັນອີກປະການນຶ່ງຂອງລະບົບທະນາຄານຢູ່ໃນລາວ ກໍຄືບັນຫາກ່ຽວກັບການຮຽກເກັບ ເງິນກູ້ແລະດອກເບ້ຍກັບຄືນມາບໍ່ໄດ້ ຈົນກາຍເປັນໜີ້ເສຍໃນລະບົບທະນາຄານ ໂດຍສະເພາະແມ່ນໃນລະບົບ ທະນາຄານຂອງລັດຖະບານລາວນັ້ນ ກໍກຳລັງປະເຊີນກັບບັນຫາດັ່ງກ່າວນີ້ຫລາຍທີ່ສຸດ. ທັງນີ້ໂດຍຈາກລາຍງານລ່າສຸດຂອງທະນາຄານແຫ່ງຊາດຊາວ ກໍໄດ້ລະບຸວ່າ ໜີ້ເສຍໃນລະບົບທະນາຄານຂອງລັດຖະບານລາວ ໃນທ້າຍປີຜ່ານມາ ແມ່ນຄິດເປັນສັດສ່ວນເຖິງ 4.2% ຂອງວົງເງິນສິນເຊື່ອທັງໝົດ ໂດຍລູກໜີ້ສ່ວນໃຫຍ່ທີ່ບໍ່ສາມາດຊຳລະເງິນກູ້ແລະດອກເບ້ຍຄືນໄດ້ນັ້ນ ກໍຄືຊາວໄຮ່ຊາວນາທີ່ໄດ້ຮັບຜົນກະ ທົບຈາກໄພທໍາມະຊາດນັ້ນເອງ.