ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທາງການລາວ ກວດພົບ ການສໍ້ລາດບັງຫລວງ ມູນຄ່າ ຫຼາຍກວ່າ 800 ຕື້ກີບ


ບັນດານັກໂທດ ສໍ້ລາດບັງຫລວງ ຍັກຍອກ ສໍ້ໂກງ ຊັບສິນ ຂອງຊາດ.
ບັນດານັກໂທດ ສໍ້ລາດບັງຫລວງ ຍັກຍອກ ສໍ້ໂກງ ຊັບສິນ ຂອງຊາດ.

ອົງການຕ້ານການສໍ້ລາດບັງຫລວງແຫ່ງຊາດລາວ ກວດພົບ
ການສູນເສຍ ງົບປະມານຫຼາຍກວ່າ 800 ຕື້ກີບ ຈາກການ
ທຸຈະລິດຂອງພະນັກງານລັດໃນ 300 ກວ່າໂຄງການພັດນາ
ຂອງລັດຖະບານລາວ.

ອົງການຕ້ານການສໍ້ລາດບັງຫລວງແຫ່ງ ສປປ.ລາວ ລາຍງານວ່າ ນັບແຕ່ປີ 2012 ຈົນເຖິງ
ປັດຈຸບັນນີ້ ອົງການຕ້ານການສໍ້ລາດບັງຫລວງ ໄດ້ທຳການກວດກາການຈັດຕັ້ງປະຕິບັດ
ໂຄງການພັດທະນາຂອງລາວ ຈຳນວນ 300 ກວ່າໂຄງການ ໃນທົ່ວປະເທດ ຊຶ່ງພົບວ່າ
ການປະຕິບັດໜ້າທີ່ ໂດຍທຸຈະລິດ ຂອງພະນັກງານລັດ ໄດ້ເຮັດໃຫ້ເກີດການສູນເສຍງົບ
ປະມານ ຂອງລັດຖະບານ ໄປຫຼາຍກວ່າ 800 ຕື້ກີບ.

ທັງນີ້ໂດຍວິທີການທຸຈະລິດ ຂອງພະນັກງານລັດ ທີ່ກວດພົບນັ້ນ ກໍມີຢູ່ຫຼາຍວິທີການ ດ້ວຍ
ກັນ ເປັນຕົ້ນແມ່ນການຄຸ້ມຄອງໂຄງການຢ່າງ ບໍ່ຮັດກຸມ ຊຶ່ງກໍໄດ້ເປັນຜົນເຮັດໃຫ້ການຈັດຕັ້ງ
ປະຕິບັດ ໃນຫຼາຍໂຄງການ ບໍ່ໄດ້ຕາມແຜນການເປົ້າໝາຍ ທີ່ວາງໄວ້ໃນຂະນະທີ່ ຫຼາຍໆ
ໂຄງການ ກໍໄດ້ມີການປະເມີນລາຄາ ທີ່ສູງເກີນຈິງຫຼາຍເທົ່າຕົວ ເພື່ອທີ່ວ່າ ບັນດາພະນັກ
ງານ ທີ່ຮ່ວມກັນທຸຈິລິດນັ້ນ ຈະໄດ້ນຳເອົາ ສ່ວນເກີນໄປແບ່ງກັນ.

ໂດຍທີ່ຮ້າຍແຮງຍິ່ງໄປກວ່ານັ້ນ ກໍຄືການທີ່ບໍ່ມີໂຄງການພັດທະນາຢູ່ຈິງ ຫາກແຕ່ກັບ ໄດ້ມີ
ການເບີກງົບປະມານ ໄປຢ່າງຫລວງຫຼາຍ ຊຶ່ງໝາຍເຖິງການສ້າງໂຄງການທີ່ບໍ່ມີຢູ່ຈິງຂຶ້ນມາ ເພື່ອຍັກຍອກ ເອົາງົບປະມານລັດນັ້ນເອງ ນອກຈາກນີ້ກໍຍັງມີອີກຫຼາຍໆ ວິທີການ ທີ່ມີເປົ້າ
ໝາຍດຽວກັນນີ້ ດັ່ງທີ່ທ່ານບຸນທອງ ຈິດມະນີ ປະທານອົງການ ກວດກາລັດ ແລະຫົວໜ້າ
ອົງການຕ້ານການສໍ້ລາດບັງຫລວງແຫ່ງຊາດ ໄດ້ໃຫ້ການຢືນຢັນວ່າ:

“ອີກອັນໜຶ່ງແມ່ນເກີດມາຈາກການຄົ້ນຄວ້າ ແລະການເຮັດສັນຍາບາງອັນ ບໍ່ແທດ
ກັບຕົວຈິງ ບໍ່ຮອບຄອບ ແລະຈະແຈ້ງ ຍິ່ງກວ່ານັ້ນ ແມ່ນເກີດມາຈາກການສ້າງ
ແຜນການຍັກຍອກສໍ້ໂກງ ເອົາງົບປະມານ ຂອງລັດມາແບ່ງປັນກັນ ຈຳນວນໜຶ່ງ
ມີການລັກຂາຍດິນລັດ ໄລ່ຕາມມູນຄ່າຊັບສິນ ຂອງລັດທີ່ຫັນເປັນທຶນ.”

ທ່ານບຸນທອງ ຈິດມະນີ ປະທານອົງການ ກວດກາລັດ ແລະຫົວໜ້າ ອົງການຕ້ານການສໍ້ລາດບັງຫລວງແຫ່ງຊາດ.
ທ່ານບຸນທອງ ຈິດມະນີ ປະທານອົງການ ກວດກາລັດ ແລະຫົວໜ້າ ອົງການຕ້ານການສໍ້ລາດບັງຫລວງແຫ່ງຊາດ.

ກ່ອນໜ້ານີ້ ອົງການກວດກາລັດ ໄດ້ລາຍງານວ່າ ໃນຊ່ວງປີ
2011-2013 ຊຶ່ງໄດ້ທຳການກວດສອບ ການໃຊ້ຈ່າຍງົບປະ
ມານ ໃນ 524 ເປົ້າໝາຍ ທີ່ເປັນໜ່ວຍງານລັດຖະບານ ນອກ
ຈາກຈະພົບວ່າ ການສໍ້ລາດບັງຫລວງ ຍັງມີທ່າອຽງເພີ້ມຂຶ້ນ
ຢ່າງຕໍ່ເນື່ອງ ແລະເກີດຂຶ້ນໃນທຸກວົງການ ຂອງລັດຖະບານ
ລາວ ແລ້ວກໍຍັງໄດ້ເຮັດໃຫ້ເກີດ ຄວາມເສຍຫາຍດ້ານງົບ
ປະມານໄປ ຢ່າງຫລວງຫຼາຍ ອີກດ້ວຍ ເນື່ອງຈາກໄດ້ກວດພົບ
ການເສຍຫາຍ ທາງດ້ານງົບປະມານໄປ ຫຼາຍກວ່າ 48,180 ຕື້ກີບ ກັບ 3,243,000 ດອນລາ ແລະ 3,468,000 ບາດ ໃນຊ່ວງ 3 ປີດັ່ງກ່າວ.

ແຕ່ຢ່າງໃດກໍຕາມ ອົງການກວດສອບແຫ່ງລັດ ກໍສາມາດເກັບກູ້ຄືນ ມາໄດ້ໃນມູນຄ່າ 19,649 ຕື້ກີບ ກັບ 776,000 ດອນລາ ແລະສາມາດ ຍຶດຊັບສິນກັບຄືນມາໄດ້ ໃນຮູບ
ຂອງລົດຍົນ ອີກຈຳນວນໜຶ່ງ ແຕ່ວ່າໃນສ່ວນທີ່ເຫຼືອນັ້ນ ກໍຄົງຈະເປັນການຍາກ ຢ່າງຍິ່ງ
ທີ່ຈະສາມາດ ຍຶດແລະເກັບຄືນມາໄດ້ ຈຶ່ງເຫຼືອພຽງແຕ່ການດຳເນີນຄະດີ ຕາມກົດໝາຍ
ຕໍ່ຜູ້ກະທຳຄວາມຜິດຕໍ່ໄປ ຈົນເຖິງທີ່ສຸດເທົ່ານັ້ນ.

ກ່ອນໜ້ານີ້ ອົງການເພື່ອຄວາມໂປ່ງໃສສາກົນ ຫຼື Transparency International ທີ່ໄດ້
ສຳຫລວດຄວາມຄິດເຫັນ ຂອງບັນດານັກທຸລະກິດ ທີ່ມີຕໍ່ສະພາບຂອງການສໍ້ລາດບັງຫລວງ ໃນ 177 ປະເທດທົ່ວໂລກນັ້ນ ໄດ້ຈັດໃຫ້ລາວ ຢູ່ໃນອັນດັບທີ 140 ໃນປີ 2013 ທີ່ຜ່ານມາ ຊຶ່ງລາວໄດ້ຮັບຄວາມໄວ້ວາງໃຈ ຈາກບັນດານັກທຸລະກິດຊາວຕ່າງຊາດ ທີ່ລົງທຶນໃນລາວ ໃນລະດັບ 26 ຄະແນນຈາກ 100 ຄະແນນເຕັມ.

ໂດຍຈາກຄະແນນດັ່ງກ່າວນີ້ ເຖິງແມ່ນວ່າຈະຖືເປັນລະດັບ ຄວາມໄວ້ວາງໃຈ ທີ່ຕ່ຳຫຼາຍ
ກໍຕາມ ຫາກແຕ່ກໍນັບເປັນລະດັບ ທີ່ດີກວ່າ ປີ 2012 ທີ່ຜ່ານມາຢ່າງເຫັນໄດ້ຊັດ ເພາະວ່າ
ໃນປີ 2012 ນັ້ນລາວຖືກຈັດໃຫ້ ຢູ່ໃນອັນດັບທີ 160 ແລະ ໄດ້ຮັບຄວາມໄວ້ວາງໃຈ ຈາກ
ບັນດານັກທຸລະກິດຊາວຕ່າງປະເທດ ທີ່ລົງທຶນໃນລາວພຽງແຕ່ 21 ຄະແນນເທົ່ານັ້ນ ຊຶ່ງກໍ
ໝາຍຄວາມວ່າ ການສໍ້ລາດບັງຫລວງ ໃນລາວ ມີທ່າອຽງລົດລົງໃນສາຍຕາ ຂອງ ນັກທຸລະ
ກິດຊາວຕ່າງປະເທດ ໃນລາວ ນັ້ນເອງ.

ສ່ວນທາງດ້ານທ່ານນາງວຽງທອງ ສີພັນດອນ ປະທານອົງການ ກວດສອບແຫ່ງລັດ ສະເໜີ
ລາຍງານວ່າ ສະເພາະໃນແຜນການປີ 2010-2011 ໄດ້ກວດພົບ ການໃຊ້ຈ່າຍ ງົບປະມານ ທີ່ບໍ່ເປັນໄປ ຕາມແຜນການ ທັງຍັງເປັນການໃຊ້ຈ່າຍ ນອກບັນຊີຄິດເປັນມູນຄ່າ ລວມເຖິງ 1,933.33 ຕື້ກີບ ຫຼືປະມານ 254 ລ້ານ ຊຶ່ງທຽບໄດ້ກັບ 2.9 ເປີເຊັນ ຂອງລາຍຮັບ ທີ່ຈັດເກັບໄດ້ທັງໝົດ.

XS
SM
MD
LG