ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວ ຈະກວດກາ ແລະລົງໂທດ ທຸລະກິດ ທີ່ຝ່າຝືນ ຄ່າຈ້າງ ຂັ້ນຕໍ່າ


ທ່ານນາງ ອ່ອນຈັນ ທໍາມະວົງ ລັດຖະມົນຕີ​ວ່າການ​ ກະຊວງ​ແຮງ​ງານ ​ແລະ​ສະ​ວັດ​ດີການ​ສັງຄົມ
ທ່ານນາງ ອ່ອນຈັນ ທໍາມະວົງ ລັດຖະມົນຕີ​ວ່າການ​ ກະຊວງ​ແຮງ​ງານ ​ແລະ​ສະ​ວັດ​ດີການ​ສັງຄົມ
ທາງ​ການ​ລາວຈະ​ທໍາ​ການ​ກວດກາ​ບັນດາ​ໜ່ວຍ​ທຸລະ​ກິດ​ໃນ​ທົ່ວ​
ປະ​ເທດ​ວ່າ​ໄດ້ ປະຕິບັດຕາມ​ຂໍ້​ກໍານົດ​ວ່າ​ດ້ວຍ​ຄ່າ​ຈ້າງ​ຂັ້ນ​ຕໍ່າ​ຫຼື​ບໍ່
ແລະ​ຈະ​ລົງ​ໂທດ​ໜ່ວຍ​ທຸລະ​ກິດ​ໃດທີ່​ບໍ່​ໄດ້​ປະຕິບັດ ​ໂດຍບໍ່​ມີ​ການ​
ຍົກ​ເວັ້ນ.

please wait

No media source currently available

0:00 0:09:14 0:00
ລິງໂດຍກົງ

ທ່ານ​ນາງ​ອ່ອນ​ຈັນ ທໍາ​ມະ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ ​ແລະ​ສະ​ວັດ​ດີ ການ​ສັງຄົມ ຖະ​ແຫຼ​ງຢືນຢັນ​ວ່າ ກະຊວງ​ແຮງ​ງານ ກັບ​ສະຫະພັນ​ກໍາມະບານ​ລາວ ກໍາລັງຮ່ວມ​ມື​ກັນ​ດໍາ​ເນີນ​ການ​ກວດ​ກາ​ບັດ​ດາ​ຫົວໜ່ວຍ​ທຸລະ​ກິດ ​ແລະ​ໂຮງງານ​ໃນ​ທົ່ວ​ປະ​ເທດ​ເພື່ອ ​ເກັບ​ກໍາ​ຂໍ້​ມູນ​ກ່ຽວ​ກັບ​ການ​ປະຕິບັດ​ຕາມ​ກົດໝາຍ​ທີ່​ວ່າ​ດ້ວຍ​ອັດຕາ​ຄ່າ​ຈ້າງ​ແຮງ​ງານ​ຂັ້ນ​ຕໍ່າ ທີ່ມີ​ຜົນ​ບັງຄັບ​ໃຊ້​ນັບ​ມາ​ໄດ້​ນຶ່ງ​ປີກ​ວ່າ​ແລ້ວ​ນັ້ນ ​ຫາກ​ແຕ່​ກໍ​ຍັງ​ມີ​ລາຍ​ງານ​ວ່າ ບັນດາ​ນາຍ​ຈ້າງ ຈໍານວນ​ບໍ່​ໜ້ອຍ ຍັງ​ຄົງບໍ່​ຍອມ​ຈ່າຍ​ຄ່າ​ຈ້າງ​ຕາມ​ອັດຕາ​ຂັ້ນ​ຕໍ່າ​ດັ່ງກ່າວ​ເລື້ອຍມາ ຈົ​ນ​ເຖິງ​ປັດຈຸບັນ ນີ້.

ຍິ່ງ​ໄປ​ກວ່າ​ນັ້ນ ກໍ​ຍັງ​ມີ​ການ​ຮ້ອງ​ຮຽນ​ຂອງ​ບັນດາ​ຜູ້​ອອກ​ແຮງ​ງານ​ດ້ວຍ​ວ່າ​ມີນາ​ຍຈ້າງ​ຈໍານວນ ບໍ່​ໜ້ອຍ​ທີ່​ເຖິງ​ແມ່ນ​ວ່າ​ຈະ​ໄດ້​ມີ​ການ​ຈ່າຍ​ຄ້າ​ຈ້າງ​ຕາມ​ອັດ​ຕາ​ຂັ້ນ​ຕໍ່າ​ທີ່​ລັດຖະ ບານ​ກໍານົດ​ກໍ​ຕາມ ຫາກ​ແຕ່​ກໍ​ປາກົດ​ວ່າມີ​ການ​ປັບ​ລົດ​ສະ​ວັດ​ດີກາ​ນ​ແລະ​ຜົນ​ປະ​ໂຫດ​ໃນ​ດ້ານ​ອື່ນໆ​ຂອງ​ແຮງ​ງານ ລົງ​ຈາກ​ເດີມ ​ເຊັ່ນ​ຄ່າ​ຕອບ​ແທນ​ໃນ​ການ​ທໍາ​ງານ​ເກີນ​ເວລາ ​ແລະ​ການ​ບໍ່​ຍອມ​ສົມທົບ​ຄ່າ​ທໍານຽນ​ໃນ​ການ​ປະກັນ​ສັງຄົມໃຫ້​ກັບ​ແຮງ​ງານ ທີ່​ເຮັດ​ໃຫ້​ຜູ້​ອອກ​ແຮງ​ງານ​ບໍ່​ໄດ້​ຄຸ້ມຄອງ​ດ້ານ​ສະ​ວັດ​ດີກາ​ນຢ່າງ​ພຽງ​ພໍ​ເປັນ​ຕົ້ນ.

​ເພາະສະ​ນັ້ນ ຖ້າ​ຫາກ​ມີ​ການກວດ​ພົບ​ວ່າ​ໜ່ວຍ​ທຸລະ​ກິດ​ໃດ​ບໍ່ ​ໄດ້​ປະຕິບັດ​ຕາມ​ຂໍ້​ກໍານົດ​ດັ່ງກ່າວ ກໍ​ຈະ​ມີ​ການ​ລົງໂທດ​ຕາມ​ກົດໝາຍ​ໃນ​ທັນທີ ​ໂດຍ​ບໍ່​ມີ​ການຍົກ​ເວັ້ນ ດັ່ງ​ທີ່​ທ່ານ​ນາງ ອ່ອນ​ຈັນ ​ໃຫ້ການ​ຢືນຢັນ​ວ່າ:

“ຫົວໜ່ວຍ​ລົງທຶນ​ຢາກ​ສວຍ​ໂອກາດ​ຝ່າຝືນ ກໍສິ​ໄດ້​ປະຕິບັດຕາມ​ກົດ​ລະບຽບ​ກົດໝາຍ​ແຮງ​ງານ ກະ​ໄດ້​ກໍານົດ​ໄວ້​ແລ້ວ ຖ້າວ່າ​ຜູ້​ໃຊ້​ແຮງ​ງານ​ບໍ່​ປະຕິບັດ ຕາມ​ກົດໝາຍ​ແຮງ​ງານ ຫຼື​ວ່າ​ນິຕິ​ທໍາ ທີ່​ລັດຖະບານ​ເຮົາ​ໄດ້​ກໍານົດ​ໄວ້ ກໍ​ຕ້ອງ​ໄດ້​ຮັບຜິດຊອບຕາມ​ກົດໝາຍ​ທີ່​ພວກ​ເພິ່ນ​ໄດ້​ລະ​ເມີດ​ນັ້ນ ​ແລະ​ສໍາລັບ​ຜູ້​ອອກ​ແຮງ​ງານ​ເຮົາ​ກໍ​ຕ້ອ​ງໄດ້​ປະຕິບັດພັນທະ​ຂອງ​ຜູ້​ອອກ​ແຮງ​ງານ​ຕາມ​ລະບຽບ​ການ​ທີ່​ໄດ້​ກໍານົດ​ໄວ້.” ​

ແຕ່​ຢ່າງ​ໃດ​ກໍ​ຕາມ ສາ​ເຫດ​ສໍາຄັນ​ປະການ​ນຶ່ງ ທີ່​ເຮັດ​ໃຫ້ ມີ​ການ​ເອົາ​ປຽບ​ແຮງງານ​ ກໍ​ຍ້ອນ​ວ່າ ກໍ​າລັງ​ແຮງງານ​ສ່ວນ​ໃຫຍ່​ໃນ​ລາວ ​ເປັນ​ແຮງ​ງານບໍ່​ມີ​ຝີ​ມື​ ດັ່ງ​ຈະ​ເຫັນ​ໄດ້​ຈາກ​ການ​ທີ່​ລັດຖະບານ​ລາ​ວໄດ້​ອະນຸຍາດ​ ໃຫ້​ບໍລິສັດ​ຕ່າງ​ຊາດ​ນໍາ​ແຮ​ງານ​ມີ​ຝີມື​ຈາກ​ຕ່າງ ປະ​ເທດ​ເຂົ້າ​ມາ​ໃນ​ລາວ 2 ໝື່ນກວ່າ​ຄົນ​ໃນ​ປີ 2012- 2013 ​ເພາະ​ເມື່ອ​ພິດ​ຈາລະ​ນາ​ຢ່າງ​ລອບ​ຄອບ ທັງ​ໃນ​ດ້ານ​ຄຸນສົມບັດ ​ແລະ​ລັກສະນະ​ງານ​ທີ່ ບໍລິສັດ​ຕ່າງ​ຊາດ​ຕ້ອງ ການ​ນັ້ນ ພົບ​ວ່າ​ແຮງ​ງາ​ນລາວ​ບໍ່​ສາມາດ​ທີ່​ຈະ​ຕອບ​ສະໜອງ​ໄດ້​ເນື່ອງ ຈາກ​ຄວາມ​ຮູ້-ຄວາມ​ສາມາດ​ບໍ່​ເຖິງ​ລະດັບ​ຕາມ​ທີ່​ບັນດາ​ບໍລິສັດ​ຕ່າງ​ຊາດ​ຕ້ອງການ​ນັ້ນ​ເອງ.

ຊຶ່ງ​ດ້ວຍ​ບັນຫາ​ດັ່ງກ່າວ ກໍ​ຍັ​ງ​ເຮັດ​ໃຫ້​ສາມາດ​ຄາດໝາຍ ​ໄດ້​ວ່າ​ໃນ​ລະຍະ 2 ປີ​ຕໍ່​ໄປ​ນີ້ ບໍລິສັດ​ຕ່າງ​ຊາດ​ຍັງ​ຕ້ອງການຈະ​ນໍາ​ເຂົ້າ​ແຮງງານ​ມີ​ຝີ​ມື​ຈາກ​ຕ່າງປະ​ເທດ​ອີ​ກຫຼາຍ​ກວ່າ 7 ໝື່ນ​ຄົນ ​ໂດຍ​ເຖິງ​ແມ່ນ​ວ່າ ​ໃນ​ສົກຮຽນ 2012-2013 ທີ່​ຜ່ານ​ມາ ຈະ​ມີ​ນັກ​ສຶກສາ​ທີ່​ຈົບ​ຊັ້ນ​ປະລິນຍາ​ຕີ​ຈາກ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ ​ເຖິງ 8,500 ຄົນ​ກໍ ຕາມ ​ແຕ່​ສ່ວນ​ໃຫຍ່​ກໍ​ຍັງ​ບໍ່​ໄດ້​ມາດຕະຖານ​ຂອງ​ບໍລິສັດ​ຕ່າງ​ຊາດ.

ກອງປະຊຸມ ວາງແຜນພັດທະນາ ຊັບພະຍາກອນມະນຸດໃນລາວ
ກອງປະຊຸມ ວາງແຜນພັດທະນາ ຊັບພະຍາກອນມະນຸດໃນລາວ

ນອກຈາກ​ນີ້ ອີກ​ສາ​ເຫດ​ນຶ່ງ​ທີ່​ເຮັດ​ໃຫ້ການ​ພັດທະ​ນາ​ຊັບພະຍາ
ກອນ​ມະນຸດ​ໃນ​ລາວ​ບໍ່​ສອດຄ່ອງ​ ກັບ​ຄວາມ​ຕ້ອງການ​ຂອງ​ບໍລິ
ສັດ​ຕ່າງ​ຊາດ​ ກໍຄື​ຄ່າ​ນິຍົມ​ທີ່​ຜິດ​ໆ​ ຂອງ​ເຍົາວະ​ຊົນລາວ ທີ່​ປະຕິ​
ເສດ​ການ​ຮຽນສາຍ​ວິຊາ​ຊີບ ​ໂດຍ​ພາກັນ​ນິຍົມ​ຮຽນ​ຕໍ່​ໃນ​ສາຍ​ສາ
ມັນ ​ເຊັ່ນ ນິຕິສາດ ​ແລະ​ເສດຖະສາດ ​ເພາະ​ເຊື່ອ​ວ່າ​ ຈະ​ມີ​ການ​
ງານ​ທີ່​ດີ ​ແລະ​ມີ​ເງິນ​ເດືອນ​ສູງ ທັງໆ​ທີ່​ໃນ​ຄວາມເປັນ​ຈິງ​ແລ້ວ​ມັນ​
ເປັນ​ໄປ​ບໍ່​ໄດ້ ​ເນື່ອງ​ຈາກ​ວ່າ​ ບໍ່​ສອດຄ່ອງ​ ກັບ​ຄວາມ​ຕ້ອງການ​
ຂອງ​ບໍລິສັດ​ຕ່າງຊາດ​ສ່ວນ​ໃຫຍ່ ທີ່​ເຂົ້າມາ​ລົງທຶນ​ໃນ​ລາວ​ ນັ້ນ​
ເອງ. ​

ແຕ່​ຢ່າງ​ໃດ​ກໍ​ຕາມ ລັດຖະບານ​ລາ​ວກໍ​ໄດ້ ວາງ​ເປົ້າໝາຍ​ທີ່​ຈະ​ພັດທະນາ​ເພື່ອ​ຍົກ​ລະດັບ​ຝີ​ມື​ແຮງ​ງານ​ລາວ​ໃຫ້​ໄດ້​ເຖິງ 240,000 ຄົນ​ພາຍ​ໃນ​ປີ 2020 ​ເພື່ອ​ຕອບ​ສະໜອງ​ແຮງ​ງານ​ມີ​ຝີ​ມື ​ໃຫ້​ກັບ​ບັນດາ​ບໍລິສັດ​ຕ່າງ​ຊາດ​ທີ່​ລົງທຶນ​ຢູ່​ໃນລາວ​ໃຫ້ໄດ້​ຢ່າ​ງພຽງພໍ ທັງ​ນີ້​ດ້ວຍ​ການ​ປັບປຸງ​ກົດໝາຍ​ແຮງ​ງານ​ໃຫ້​ສອດຄ່ອງ​ກັບ​ການ​ພັດທະນາ​ເສດຖະກິດ​ແລະ​ເຮັດ​ໃຫ້​ແຮງ​ງານ​ລາວ​ມີ​ຄຸນ​ນະພາ​ບ ທີ່​ສາມາດ​ເຊື່ອມ​ໂຍງ​ກັບ​ເສດຖະ​ກິດ ອາ​ຊ່ຽນ​ໃຫ້​ໄດ້​ຢ່າງ​ແທ້​ຈິງ.

ຫາກ​ແຕ່​ວ່າ ບັນຫາ​ອີກ​ຢ່າງ​ນຶ່ງ ສໍາລັບ​ການ​ພັດທະນາ​ເພື່ອ​ຍົກ​ລະດັບ​ຄຸນ​ນະພາ​ບ​ແຮງ​ງານ​ລາວ ກໍ​ຄື​ການ​ມີ ສູນ​ພັດທະນາ​ຝີ​ມືແຮງ​ງານ​ຢູ່​ຢ່າງ​ຈໍາກັດ ​ແລະ​ເມື່ອປະກອບ​ກັບ​ຄ່າ​ຈ້າງ​ຂັ້ນ​ຕໍ່າ​ໃນ​ລາວ ກໍ​ຍັງ​ຕໍ່າຫຼາຍ ​ເມື່ອ​ທຽບ​ກັບ​ຄ່າ​ຈ້າງ​ຂັ້ນ​ຕໍ່າໃນ​ໄທ ຈຶ່ງ​ເຮັດ​ໃຫ້​ແຮງ​ງານ​ລາວ​ພາກັນ​ເດີນທາງ​ໄປ​ທໍາ​ງານ​ໃນ ​ໄທ​ຫຼາຍ​ຂຶ້ນນັບ​ມື້.
XS
SM
MD
LG