ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທາງການລາວ ຢືນຢັນ ຈະສືບຕໍ່ ການຮ່ວມມື ກັບ ສຫລ ເລື່ອງ MIA


ການປະຕິບັດງານ ຊອກຄົ້ນຫາຊາກກະດູກ ແລະສິ່ງເສດເຫຼືອ ຂອງທະຫານອາເມຣິກັນ ຢູ່ ລາວ.
ການປະຕິບັດງານ ຊອກຄົ້ນຫາຊາກກະດູກ ແລະສິ່ງເສດເຫຼືອ ຂອງທະຫານອາເມຣິກັນ ຢູ່ ລາວ.
ທາງການລາວໃຫ້ການຢືນຢັນທີ່ຈະສືບຕໍ່ການຮ່ວມມືກັບທາງການ
ສະຫະລັດ ເຂົ້າໃນການຊອກຫາ ຊາກກະດູກ ແລະສິ່ງເສດເຫລືອ
ຂອງທະຫານອາເມລິກັນ ທີ່ຫາຍສາບສູນ ໃນປາງສົງຄາມ ອິນໂດ
ຈີນຢູ່ໃນລາວ.


ການຢືນຢັນທີ່ຈະສືບຕໍ່ ໃຫ້ການຮ່ວມມື ກັບສະຫະລັດອາເມຣິກາ ເຂົ້າໃນການຊອກຫາຊາກກະດູກແລະສິ່ງເສດເຫຼືອຂອງທະຫານ ອາເມຣິກັນທີ່ຫາຍສາບສູນໃນປາງສົງຄາມອິນໂດຈີນ ຫຼື MIA ຢູ່
ໃນລາວໄດ້ມີຂຶ້ນໃນໂອກາດກອງປະຊຸມປຶກສາຫາລືລະດັບບໍລິຫານ ລະຫວ່າງລາວກັບສະ
ຫະລັດຄັ້ງທີ 1 ສຳລັບປີ 2014 ທີ່ຈັດຂຶ້ນຢ່າງເປັນທາງການເມື່ອບໍ່ນານມານີ້ຢູ່ນະຄອນວຽງ ຈັນ ໂດຍມີທ່ານສຸທຳ ສາກົນນິຍົມ ຫົວໜ້າກົມຢູໂຣບ-ອາເມຣິກາກະຊວງການຕ່າງປະເທດ ຂອງລາວແລະນາຍພົນ Kelly McKeague ຜູ້ບັນຊາການທະຫານບົກ ປະຈຳພາກພື້ນປາ ຊີຟິກຂອງກອງທັບສະຫະລັດ ເປັນປະທານຮ່ວມກັນ ໂດຍມີທ່ານ Daniel Clune ເອກອັກ
ຄະລາດຖະທູດປະຈຳລາວ ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ດ້ວຍ.

ໂດຍການຢືນຢັນ ຂອງທາງການລາວດັ່ງກ່າວນີ້ ຍັງລວມເຖິງ ການອະນຸຍາດໃຫ້ ຄະນະສຳ
ຫຼວດຂອງສະຫະລັດສາມາດນຳໃຊ້ລົດຍົນເຂົ້າໃນການຂົນສົ່ງເຄື່ອງມືແລະອຸປະກອນຕ່າງໆ ໄປພື້ນທີ່ເປົ້າໝາຍໃນການສຳຫລວດ ທັງຍັງອະນຸຍາດໃຫ້ຄະນະສຳຫລວດຂອງສະຫະລັດ
ສາມາດທີ່ຈະຕັ້ງຄ້າຍພັກ ຢູ່ໃນບໍລິເວນ ທີ່ທຳການຂຸດຄົ້ນໄດ້ອີກດ້ວຍ ຈຶ່ງຖືເປັນ ບາດກ້າວ ໃໝ່ຂອງການຮ່ວມມືລະຫວ່າງລາວກັບສະຫະລັດ ໃນການຄົ້ນຫາ MIA ຢູ່່ໃນລາວ.

ທາງການລາວແລະສະຫະລັດໄດ້ເລີ້ມການຮ່ວມມືໃນການຊອກຫາ MIA ຢູ່ໃນລາວ ນັບຕັ້ງ ແຕ່ປີ 1982 ເປັນຕົ້ນມາ ແລະໃນປະຈຸບັນ ໄດ້ຄົ້ນພົບແລ້ວ 266 ກໍລະນີຈາກທັງໝົດ 575 ກໍລະນີ ຈຶ່ງຍັງເຫລືອ 309 ກໍລະນີ ທີ່ທາງການທັງສອງຝ່າຍຈະຮ່ວມກັນສຳຫຼວດແລະຊອກ ຫາຕໍ່ໄປ ດັ່ງທີ່ທ່ານ Daniel Clune ໄດ້ຊີ້ແຈງວ່າ:

"ການຊອກຫາ MIA ຢູ່ໃນລາວ ຖືເປັນ 1 ໃນ 5 ໂຄງການ ທີ່ທາງການສະຫະລັດ ໃຫ້ຄວາມສຳຄັນເປັນພິເສດ ທີ່ຈະເສີມສ້າງຄວາມຮ່ວມມືກັບທາງການລາວ ໂດຍ
ອີກ 4 ໂຄງການທີ່ເຫຼືອນັ້ນກໍຄືການເກັບກູ້ລະເບີດບໍ່ທັນແຕກ (UXO) ທີ່ຕົກຄ້າງ ໃນລາວ ການພັດທະນາລະບົບກົດໝາຍແລະສິດທິມະນຸດ ການອະນຸລັກສິ່ງແວດ ລ້ອມທຳມະຊາດແລະຊີວະນາໆພັນ ການເສີມຂະຫຍາຍມູນຄ່າການຄ້າແລະການ ລົງທຶນ."


ການຂຸດຄົ້ນຫາ ຊາກກະດູກ ທະຫານອາເມຣິກັນ ຢູ່ແຂວງເຊກອງ
ການຂຸດຄົ້ນຫາ ຊາກກະດູກ ທະຫານອາເມຣິກັນ ຢູ່ແຂວງເຊກອງ
ໂດຍຫລ້າສຸດ ກະຊວງການຕ່າງປະເທດຂອງສະຫະລັດ ກໍໄດ້
ໃຫ້ການຊ່ວຍເຫລືອ ໃນການສຶກສາອົບຮົມເພື່ອການປ້ອງກັນ
ໄພອັນຕະລາຍ ຈາກລະເບີດ UXO ສຳລັບນັກຮຽນ ໃນພື້ນທີ່
15 ເມືອງໃນເຂດ 9 ແຂວງ ທີ່ມີລະເບີດ UXO ຕົກຄ້າງຢູ່ຢ່າງ
ໜາແໜ້ນ ເຊັ່ນເມືອງນ້ຳບາກ ໃນແຂວງຫລວງພະບາງ ເມືອງ ຫ່ຽມແລະເມືອງວຽງໄຊໃນແຂວງຫົວພັນ ເມືອງຄຳ ແລະເມືອງ ໜອງແຮດໃນເຂດແຂວງຊຽງຂວາງສ່ວນອີກ 10 ເມືອງທີ່ເຫຼືອ
ກໍຢູ່ໃນ ແຂວງຄຳມ່ວນ ສະຫວັນນະເຂດ ສາລະວັນ ເຊກອງ
ອັດຕະປື ແລະຈຳປາສັກ.

ທາງການສະຫະລັດໄດ້ເລີ້ມໃຫ້ການຊ່ວຍເຫລືອແກ່ທາງການລາວ ໃນໂຄງການດັ່ງກ່າວນີ້
ນັບແຕ່ປີ 1996 ເປັນຕົ້ນມາ ພາຍໃຕ້ເປົ້າໝາຍເພື່ອຫລຸດຈຳນວນຜູ້ທີ່ໄດ້ຮັບເຄາະຈາກລະ ເບີດ UXO ໃຫ້ໜ້ອຍລົງ ໂດຍທີ່ຜ່ານມາກໍປາກົດວ່າ ໄດ້ໃຫ້ການສຶກສາອົບຮົມແກ່ນັກຮຽນ ໃນລາວ ໄດ້ແລ້ວຫລາຍກ່ວາ 228,000 ຄົນ ແລະໃນຂະໜະດຽວກັນ ກໍມີຄູອາຈານຫລາຍ ກ່ວາ 9,000 ຄົນ ທີ່ໄດ້ຜ່ານການຝຶກອົບຮົມຄວາມຮູ້ ກ່ຽວກັບການປ້ອງກັນໄພອັນຕະລາຍ ຈາກລະເບີດ UXO ດັ່ງກ່າວ.

ການລົດຈຳນວນຜູ້ທີ່ໄດ້ຮັບເຄາະ ຈາກລະເບີດ UXO ນັບເປັນເປົ້າໝາຍທີ 9 ຂອງສະຫັດ ສະວັດ ການພັດທະນາໃນລາວ ທີ່ຕ້ອງການຈະລົດຈຳນວນ ຜູ້ທີ່ໄດ້ຮັບເຄາະ ຈາກລະເບີດ UXO ລົງຈາກ 300 ຄົນໃນແຕ່ລະປີໃຫ້ຢູ່ໃນລະດັບບໍ່ເກີນ 56 ຄົນພາຍໃນປີ 2020 ໂດຍ ການດຳເນີນໂຄງການທີ່ຜ່ານມາ ກໍປາກົດວ່າ ໄດ້ປະສົບຜົນສຳເລັດເກີນຄາດໝາຍຊຶ່ງຈະ ເຫັນໄດ້ຈາກການທີ່ສາມາດລົດຈຳນວນຜູ້ທີ່ໄດ້ຮັບເຄາະຈາກລະເບີດ UXO ລົງຈາກ 300
ກໍລະນີ ໃນປີ 2008 ເຫລືອພຽງ 34 ກໍລະນີເທົ່ານັ້ນ ໃນປີ 2013 ທີ່ຜ່ານມາ.

ຍິ່ງໄປກວ່ານັ້ນ ລັດຖະສະພາສະຫະລັດ ຍັງໄດ້ອະນຸມັດງົບປະມານມູນຄ່າ 12 ລ້ານໂດລາ ເພື່ອໃຫ້ການຊ່ວຍເຫລືອໃນການເກັບກູ້ລະເບີດ UXO ແລະໃຫ້ການຊ່ວຍເຫລືອແກ່ປະຊາ ຊົນ ທີ່ໄດ້ຮັບເຄາະຈາກລະເບີດ UXO ລວມເຖິງ ການລົນນະລົງເຜີຍແຜ່ ເພື່ອໃຫ້ຄວາມຮູ້ ແກ່ປະຊາຊົນລາວທີ່ແນໃສ່ການລົດອັນຕະລາຍຈາກລະເບີດ UXO ໃຫ້ໄດ້ຢ່າງມີປະສິດທິ ຜົນ ໃນຕະຫລອດປີ 2014 ນີ້.
XS
SM
MD
LG