ທາງການລາວຢືນຢັນວ່າ ມາດຕະການສະກັດກັ້ນ ແລະຄວບຄຸມພະຍາດອັກເສບປອດ
ຈາກເຊື້ອ Coronavirus ໃນລາວມີມາດຕະການດຽວກັນກັບສາກົນ ທີ່ອົງການອະນາ
ໄມໂລກ (WHO) ໃຫ້ການຮັບຮອງຢ່າງຄັກແນ່ ຊຶ່ງ ຊົງລິດ ໂພນເງິນ ມີລາຍງານຈາກ
ບາງກອກ.
ທ່ານລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ຖະແຫຼງວ່າໃນຊ່ວງວັນທີ 15 ມັງກອນ ຫາ 3 ກຸມພາ 2020 ໄດ້ທຳການກວດວິເຄາະຜູ້ທີ່ຖືກສົງໄສວ່າ ໄດ້ຮັບເຊື້ອອັກເສບປອດ Coronavirus ໃນລາວຈຳນວນ 11 ກໍລະນີ ຊຶ່ງພົບວ່າ 9 ກໍລະນີ ບໍ່ໄດ້ຕິດເຊື້ອໄວຣັສດັ່ງກ່າວແຕ່ຢ່າງໃດ ສ່ວນອີກ 2 ກໍລະນີທີ່ເຫຼືອນັ້ນຍັງຕ້ອງຕິດຕາມເບິ່ງອາການຕໍ່ໄປອີກ 14 ວັນ ຕາມເກນມາດຕະຖານທີ່ອົງການອະນາໄມໂລກ (WHO) ໃຫ້ການຮັບຮອງ ສະນັ້ນຈຶ່ງເຊື່ອໝັ້ນໄດ້ວ່າ ມາດຕະການສະກັດກັ້ນແລະຄວບຄຸມເຊື້ອ Coronovirus ໃນລາວມີມາດຕະຖານດຽວກັນກັບສາກົນ ດັ່ງທີ່ທ່ານລັດຕະນະໄຊ ຢືນຢັນວ່າ:
“ສູນວິເຄາະລະບາດວິທະຍາ ເປັນສູນວິເຄາະເຊື້ອຈຸລາໂຣກ ຊຶ່ງໄດ້ຖືກຮອງຮັບຈາກອົງການອະນາໄມໂລກ ເປັນສູນຊີ້ນຳແຫ່ງຊາດໃນການລົງມະຕິພະຍາດດັ່ງກ່າວ ພວກເຮົາມີ 3 ເຄື່ອງ ເຄື່ອງນຶ່ງສາມາດແລ່ນໄດ້ 3 ຮອບຕໍ່ມື້ ແລະແຕ່ລະຄັ້ງນັ້ນສາມາດວິເຄາະໄດ້ 90 ຕົວຢ່າງ ແລະຜົນຈະໄດ້ຮູ້ພາຍໃນ 24 ຊົ່ວໂມງ ສູນວິເຄາະຂອງພວກເຮົານີ້ໄດ້ມີຄວາມຕຽມພ້ອມ 100 ເປີເຊັນ ແລະລັດຖະບານໄດ້ອະນຸມັດໃຫ້ຊື້ເຄື່ອງກວດວິເຄາະພັນທຸກຳທີ່ທັນສະໄໝອີກ 2 ເຄື່ອງໄປຕັ້ງຢູ່ຫຼວງນ້ຳທາ ແລະອຸດົມໄຊ.”
ໂດຍໃນວັນທີ 3 ກຸມພາ 2020 ສະຖານກົງສຸນໃຫຍ່ຂອງຈີນປະຈຳຫຼວງພະບາງ ໄດ້ສົ່ງໝັງສືເຖິງພະແນກການຕ່າງປະເທດ ແລະພະແນກສາທາລະນະສຸກຂອງແຂວງຫຼວງພະບາງ ເພື່ອແຈ້ງໃຫ້ຊາບວ່າມີຊາວຈີນ 1 ຄົນ ທີ່ເດີນທາງມາທ່ອງທ່ຽວໃນລາວ ລະຫວ່າງວັນທີ 26 ຫາ 31 ມັງກອນ 2020 ໄດ້ຖືກກວດພົບວ່າໄດ້ຮັບເຊື້ອໄວຣັສ Corona ເມື່ອຜູ້ກ່ຽວເດີນທາງກັບຄືນໄປຈີນ ໃນວັນທີ 1 ກຸມພາ 2020 ຈຶ່ງເຮັດໃຫ້ຕ້ອງມີການກວດກາຄືນກ່ຽວກັບການເດີນທາງ ແລະກິດຈະກຳຕ່າງໆ ຂອງຜູ້ກ່ຽວຢ່າງລະອຽດໃນຂະນະທີ່ຢູ່ໃນລາວ ຊຶ່ງພົບວ່າຜູ້ກ່ຽວເດີນທາງມາເຖິງສະໜາມບິນວັດໄຕ ໃນວັນທີ 26 ແລະເດີນທາງຕໍ່ໄປວັງວຽງໃນວັນທີ 27 ແລ້ວຈຶ່ງເດີນທາງຕໍ່ໄປຫຼວງພະບາງ ໃນວັນທີ 28 ແລະທ່ອງທ່ຽວຈົນເຖິງທ່ຽງຄືນວັນທີ 31 ມັງກອນ ຈຶ່ງຂຶ້ນຍົນໂດຍສານຈາກຫຼວງພະບາງກັບໄປຈີນ ແລະຖືກກວດພົບວ່າຕິດເຊື້ອ Coronavirus ດັ່ງກ່າວ ນອກຈາກນັ້ນທາງການລາວຍັງໄດ້ໂຈະການອອກວີຊາ ໃຫ້ຄົນຈີນ ແລະໂຈະທຸກຖ້ຽວບິນລະຫວ່າງລາວກັບຈີນເປັນການຊົ່ວຄາວ ທັງບໍ່ມີແຜນການຮັບນັກສຶກສາລາວໃນຈີນກັບຄືນລາວໃນໄລຍະນີ້ດ້ວຍ.
ທາງດ້ານທ່ານບົວແກ້ວ ພູມວົງໄຊ ຫົວໜ້າກົມຂ່າວ ກະຊວງການຕ່າງປະເທດ ຖະແຫຼງຢືນຢັນວ່າ ໃນປັດຈຸບັນມີນັກສຶກສາລາວ 205 ຄົນໃນຈີນທີ່ບໍ່ໄດ້ເດີນທາງກັບມາລາວ ໃນນີ້ກໍມີ 37 ຄົນ ທີ່ຢູ່ເມືອງວູຮັນ ຊຶ່ງໄດ້ຮັບການດູແລຢ່າງດີຈາກທາງການຈີນ ແລະທຸກຄົນມີສຸຂະພາບດີ ດັ່ງທີ່ທ່ານບົວແກ້ວ ຢືນຢັນວ່າ:
“ສົກຮຽນປີ 2019 ຫາ 2020 ນີ້ມີນັກສຶກສາລາວຮຽນຢູ່ ສປ ຈີນ 8,230 ຄົນ ໃນນັ້ນ
ສ່ວນຫຼາຍແມ່ນໄດ້ກັບຄືນມາບ້ານເກີດເມືອງນອນ ເນື່ອງຈາກວ່າຢູ່ໃນໄລຍະພັກ
ກຸດຈີນ ຊຶ່ງປັດຈຸບັນນີ້ມີນັກສຶກສາລາວເຫຼືອຢູ່ຈີນນີ້ 205 ຄົນ ລະກະໄດ້ຍ້າຍຈາກ
ໂຮງຮຽນໄປຢາມໝູ່ເພື່ອນຢູ່ຕາມແຂວງຕ່າງໆຫັ້ນ ແລະສະເພາະຢູ່ວູຮັນນີ້ຍັງມີນັກ
ສຶກສາລາວເຫຼືອຄ້າງຢູ່ 37 ຄົນ ຊຶ່ງວ່າກະໄດ້ຮັບການເບິ່ງແຍງດູແລຈາກເຈົ້າໜ້າທີ່ຈີນ
ເປັນການດີ ເວົ້າສະເພາະກໍແມ່ນທາງດ້ານສຸຂະພາບກະຍັງແຂງແຮງດີ."
ທັ້ງນີ້ກະຊວງສາທາລະນະສຸກໄດ້ມີໜັງສືແຈ້ງການເລກທີ 030 ລົງວັນທີ 20 ມັງກອນ 2020 ເລື້ອງການກຽມຄວາມພ້ອມຢູ່ດ່ານ ເພື່ອປ້ອງກັນ ແລະຄວບຄຸມພະຍາດອັກເສບປອດຈາກເຊື້ອໄວຣັສ Corona ສາຍພັນໃໝ່ ໂດຍຈັດສົ່ງແຈ້ງການໄປເຖິງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບຂັ້ນແຂວງ ແລະນະຄອນວຽງຈັນ ຫົວໜ້າກົມການບິນພົນລະເຮືອນ ຫົວໜ້າຜະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ແລະແຂວງໃນທົ່ວປະເທດ ເພື່ອຂໍຄວາມຮ່ວມມື ແລະການສະໜັບສະໜູນເຂົ້າໃນການກັນ ແລະຄວບຄຸມພະຍາດດັ່ງກ່າວ ໂດຍສະເພາະແມ່ນຫົວໜ້າດ່ານສາກົນທາງບົກ ແລະດ່ານສະໜາມບິນຈະຕ້ອງອຳນວຍຄວາມສະດວກໃຫ້ແກ່ທີມງານຈາກກະຊວງສາທາລະນະສຸກໃນການເຄື່ອນໄຫວ ຕິດຕາມຊຸກຍູ້ ແລະສ້າງຄວາມເຂັ້ມແຂງຂອງວຽກງານກັນ ແລະຄວບຄຸມພະຍາດຕິດຕໍ່ການນຳໃຊ້ເຄື່ອງວັດແທກອຸນຫະພູມຮ່າງກາຍ ເພື່ອຕິດຕາມເຝົ້າລະວັງ ແລະລາຍງານການທີ່ສົງໄສຢ່າງໃກ້ຊິດ.