ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ຈະອະນຸຍາດ ໃຫ້ຊາວຕ່າງຊາດ ທີ່ເຂົ້າມາລາວ ໂດຍບໍ່ຖືກຕ້ອງ ທຳງານໄດ້


ໂຮງງານປຸງແຕ່ງໄມ້ຂອງຊາວຕ່າງຊາດ.
ໂຮງງານປຸງແຕ່ງໄມ້ຂອງຊາວຕ່າງຊາດ.
ທາງການລາວ ຈະອະນຸຍາດ ໃຫ້ຊາວຫວຽດນາມ ແລະຊາວຈີນ
ທີ່ເຂົ້າມາລາວ ໂດຍບໍ່ຖືກຕ້ອງ ໃຫ້ສາມາດທຳງານຢູ່ໃນລາວຕໍ່
ໄປໄດ້ ຖ້າຫາກວ່າທຳງານຢູ່ໃນກິດຈະການ ທີ່ມີທຶນຕັ້ງແຕ່ 250
ລ້ານກີບຂຶ້ນໄປ.

ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງ ແຮງງານ ແລະສະຫວັດດີການ
ສັງຄົມຍອມຮັບວ່າ ການທີ່ລາວມີການພົວພັນຮ່ວມມື ແບບພິ
ເສດກັບຫວຽດນາມແລະກໍເປັນຫຸ້ນສ່ວນຍຸດທະສາດການພັດ
ທະນາຮ່ວມກັບຈີນນັ້ນຖືເປັນເງື່ອນໄຂທີ່ສຳຄັນທີ່ເຮັດໃຫ້ການແກ້ໄຂບັນຫາກ່ຽວກັບການ ເຂົ້າມາໃນລາວໂດຍຜິດກົດໝາຍຂອງບັນດາຊາວຫວຽດນາມແລະຊາວຈີນນັ້ນຈະຕ້ອງ ໄດ້ໃຊ້ຄວາມລະໝັດລະວັງເປັນພິເສດ.

ໂດຍສະເພາະ ແມ່ນການແກ້ໄຂບັນຫາ ທີ່ຊາວຫວຽດນາມ ແລະຊາວຈີນ ໄດ້ພາກັນເຂົ້າ
ມາທຳງານຢູ່ໃນລາວ ໂດຍບໍ່ຖືກຕ້ອງຕາມກົດໝາຍ ທີ່ເພີ້ມຂຶ້ນນັບມື້ນັ້ນ ຖືເປັນບັນຫາ
ທີ່ຍາກທີ່ສຸດ ໃນຕະຫຼອດລະຍະ 10 ປີມານີ້ ແຕ່ເພື່ອເຮັດໃຫ້ເປັນລະບົບລະບຽບອັນ
ດຽວກັນໃນທົ່ວປະເທດ ແລະຕຽມພ້ອມທີ່ຈະຮອງຮັບສະພາບການ ທີ່ຊາວຫວຽດນາມ
ແລະຊາວຈີນ ອາດຈະເດີນທາງເຂົ້າມາໃນລາວເພີ້ມຂຶ້ນ ໃນລະຍະຕໍ່ໄປ ທາງການລາວ ຈຶ່ງໄດ້ດຳເນີນການກວດກາ ບັນດາທຸລະກິດຂອງຊາວຫວຽດນາມ ແລະຊາວຈີນແລ້ວ
ໃນຂະນະນີ້ ໂດຍຖ້າຫາກພົບວ່າ ມີການລົງທຶນຕັ້ງແຕ່ 250 ລ້ານກີບຂຶ້ນໄປ ກໍຈະ
ອະນຸຍາດໃຫ້ຢູ່ໃນລາວຕໍ່ໄປ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ຍົກຕົວຢ່າງເຖິງການ
ກວດກາຢູ່ໃນແຂວງຈຳປາສັກວ່າ:
ຊາວຕ່າງຊາດເດີນທາງເຂົ້າມາໃນລາວໄດ້ເພີ້ມຂຶ້ນຢ່າງຫຼວງຫຼາຍ.
ຊາວຕ່າງຊາດເດີນທາງເຂົ້າມາໃນລາວໄດ້ເພີ້ມຂຶ້ນຢ່າງຫຼວງຫຼາຍ.

“ນັກທຸລະກິດ ຜູ້ທີ່ມາທຳການຄ້າຂາຍຢູ່ແຂວງຈຳປາສັກນີ້
ໃຜມີທຶນແຕ່ 250 ລ້ານກີບຂຶ້ນໄປ ລະມາຮອດປັດຈຸບັນນີ້
ພວກເຮົາກໍເຮັດໄດ້ປະມານ 200 ກວ່າກິດຈະການ ແລະ
ເຫັນວ່າມີປະມານ 40 ກວ່າພາກສ່ວນນີ້ ສາມາດຢູ່ໄດ້ ແຕ່ວ່າພາກສ່ວນດັ່ງກ່າວນີ້ ຈະຕ້ອງໄດ້ປະກອບສຳນວນ
ຕ່າງໆໃຫ້ຖືກຕ້ອງຕາມລະບຽບກົດໝາຍໝົດ ແຕ່ເຫຼືອນັ້ນ
ຫັ້ນແມ່ນຕ້ອງໄດ້ສົ່ງກັບ.”


ໂດຍຈາກການກວດກາສະເພາະໃນເຂດເມືອງປາກເຊ ພົບວ່າ
ມີທຸລະກິດຂອງຊາວຫວຽດນາມແລະຊາວຈີນເຖິງ 282 ກິດຈະການທີ່ໄດ້ນຳແຮງງານ
ເຂົ້າມາໃນລາວ ໂດຍບໍ່ໄດ້ຮັບອະນຸຍາດ ນັບໝື່ນຄົນ.

ທາງດ້ານທ່ານພູວັນ ຈັນທະວົງ ຫົວໜ້າກົມພັດທະນາຝີມືແຮງງານ ໄດ້ຢືນຢັນວ່າໃນ
ຊ່ວງປີ 2011-2013 ກະຊວງແຮງງານ ແລະຈັດຫາງານ ແລະສະຫວັດດີການສັງຄົມ ໄດ້ຂຶ້ນທະບຽນ ແລະອະນຸຍາດ ໃຫ້ແຮງງານຊາວຕ່າງຊາດ ສາມາດທຳງານໄດ້ຢ່າງ
ຖືກຕ້ອງຕາມກົດໝາຍ ຢູ່ໃນລາວຈຳນວນທັງໝົດ 20,599 ຄົນໂດຍສ່ວນໃຫຍ່ເປັນ
ແຮງງານຈາກ ຫວຽດນາມ ຈີນ ແລະ ໄທ.

ໂດຍສາເຫດທີ່ເຮັດໃຫ້ລັດຖະບານລາວ ຈຳເປັນຕ້ອງອະນຸຍາດດັ່ງກ່າວ ກໍຍ້ອນວ່າເມື່ອ
ໄດ້ພິຈາລະນາຢ່າງຮອບດ້ານ ທັງໃນດ້ານຄຸນສົມບັດຂອງບຸກຄະລາກອນ ແລະໃນດ້ານ
ລັກສະນະງານທີ່ບັນດາບໍລິສັດຕ່າງຊາດຕ້ອງການແລ້ວນັ້ນ ພົບວ່າບຸກຄະລາກອນ ຫຼື
ແຮງງານທີ່ລາວມີຢູ່ໃນປັດຈຸບັນນີ້ ນອກຈາກຈະຂາດແຄນແລະບໍ່ສາມາດທີ່ຈະຕອບສະ ໜອງໄດ້ຢ່າງແທ້ຈິງແລ້ວ ກໍຍັງມີຄວາມຮູ້ຄວາມສາມາດບໍ່ເຖິງລະດັບ ທີ່ບັນດາບໍລິສັດ
ຕ່າງຊາດຕ້ອງການອີກດ້ວຍ.

ທັງນີ້ ໂດຍທາງການລາວຄາດໝາຍວ່າ ໃນຊ່ວງປີ 2011-2015ບັນດາບໍລິສັດຕ່າງຊາດ
ທີ່ລົງທຶນໃນລາວ ຕ້ອງການແຮງງານມີຝີມືຈຳນວນ ຫຼາຍກວ່າ 9 ໝື່ນຄົນ ຊຶ່ງໃນລະຍະ
3 ປີທີ່ຜ່ານມາ ກໍໄດ້ມີການນຳເຂົ້າແຮງງານມີຝີມື ຈາກຕ່າງປະເທດແລ້ວ 2 ໝື່ນກວ່າຄົນ
ຈຶ່ງຍັງເຫຼືອອີກ 7 ໝື່ນກວ່າຄົນທີ່ຈະ ຕ້ອງນຳເຂົ້າມາເພີ້ມຂຶ້ນອີກນັບຈາກປັດຈຸບັນໄປ
ຈົນເຖິງປີ 2015.

ທັງນີ້ໂດຍເຖິງແມ່ນວ່າໃນສົກຮຽນ 2012-2013 ທີ່ຜ່ານມາ ຈະມີນັກສຶກສາທີ່ຈົບຊັ້ນ
ປະລິນຍາຕີຈາກມະຫາວິທະຍາໄລແຫ່ງຊາດລາວ ຈຳນວນທັງໝົດເຖິງ 8,550 ຄົນ
ແຕ່ສ່ວນໃຫຍ່ ກໍຍັງບໍ່ໄດ້ມາດຕາຖານ ຕາມຄວາມຕ້ອງການ ຂອງບໍລິສັດຕ່າງຊາດ.

ແຕ່ຢ່າງໃດກໍຕາມ ລັດຖະຍານລາວ ກໍໄດ້ວາງເປົ້າໝາຍທີ່ຈະພັດທະນາ ເພື່ອຍົກລະດັບ
ຝີມືແຮງງານຂອງລາວໃຫ້ໄດ້ເຖິງ 240,000 ຄົນພາຍໃນປີ 2020 ເພື່ອຕອບສະໜອງ
ບໍລິສັດຕ່າງຊາດໃຫ້ໄດ້ຢ່າງພຽງພໍ.
XS
SM
MD
LG