ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ລາວ ​ລົງ​ນາມ​ ໃນ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ກ່ຽວກັບໂຄງການ ພະລັງໄຟຟ້າ ທັງໝົດ 357 ໂຄງການ


ພິທີ ເຊັນບັນທຶກຄວາມເຂົ້າໃຈ (MOU) ໂຄງການເຂື່ອນໄຟຟ້ານ້ຳຕົກ ນ້ຳງື່ມ 4
ພິທີ ເຊັນບັນທຶກຄວາມເຂົ້າໃຈ (MOU) ໂຄງການເຂື່ອນໄຟຟ້ານ້ຳຕົກ ນ້ຳງື່ມ 4

ທາງ​ການ​ລາວ ​ໄດ້​ລົງ​ນາມ​ໃນ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ (MOU)
ຮ່ວມ​ກັບ​ ບໍລິສັດເອກະ​ຊົນ ​ແລະ ຕ່າງ​ຊາດ ກ່ຽວ​ກັບ​ການ​ພັດທະນາ
​ແຫ​ລ່ງພະລັງງານໄຟຟ້າ​ແລ້ວ ຈຳນວນ​ທັງ​ໝົດ 357 ​ໂຄ​ງການ ​ໃນ​
ທົ່ວ​ປະ​ເທດ.

ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ລາຍ​ງານ​ວ່າ ຈົນ​ເຖິງ​ເດືອນ​ກໍລະກົດ 2015 ນີ້ ທາງ​ການ​
ລາວ ທັງ​ໃນ​ສູນ​ກາງ ​ແລະ ລະດັບ​ທ້ອງ​ຖິ່ນ ​ໄດ້​ລົງ​ນາມ ​ໃນ​ບັນທຶກ​ຄວາມ​ເຂົ້າ​ໃຈ (MOU)
ຮ່ວມ​ກັບ​ບັນດາ​ບໍລິສັດ​ເອກະ​ຊົນລາວ ​ແລະ ຕ່າງ​ຊາດ ກ່ຽວ​ກັບ​ການ​ພັດທະນາ​ແຫ​ລ່ງ
ພະລັງງານ​ໄຟຟ້າ​ແລ້​ວ ຈຳນວນ​ທັງ​ໝົດ 357 ​ໂຄງການ ​ໃນ​ທົ່ວ​ປະ​ເທດ ​ໂດຍ​ມີ​ກຳລັງ​
ຕິດຕັ້ງລວມ​ເຖິງ 26,147 ​ເມ​ກາ​ວັດ ​ແລະ ຄິດ​ເປັນ​ກຳລັງ​ການ​ຜະລິດ​ກະ​ແສ​ໄຟຟ້າ ລວມ
ກັນ​ໄດ້​ເຖິງ 115,118 ລ້ານ​ກິ​ໂລ​ວັດ​ຕໍ່​ໂມງ​ຕໍ່​ປີ.

​ໂດຍ​ການ​ລົງ​ນາມ​ໃນ MOU ດັ່ງກ່າວ​ນີ້ ທາງ​ການ​ລາວ​ໄດ້​ວາງ​ເປົ້າໝາຍ​ໄວ້​ວ່າ ຈົນ​ເຖິງ​ທ້າຍ​ປີ 2019 ຈະ​ມີ​ເຂື່ອນ​ໄຟຟ້າ ທີ່​ສ້າງ​ແລ້ວ​ສຳ​ເລັດເພີ້​ມຂຶ້ນອີກ 45 ​ໂຄງການ ຊຶ່ງ​ຈະ​ເຮັດ​ໃຫ້​ລາວ ມີ​ເຂື່ອນ​ທີ່​ຜະລິດ​ໄຟຟ້າ​ເຖິງ 74 ​ໂຄງການ ​ໂດຍ​ມີ​ກຳລັງ​ຕິດຕັ້ງລວມ 10,000 ເມ​ກາ​ວັດ ​ແລະ ​ຄິດ​ເປັນ​ກຳລັງ​ການ​ຜະລິດ​ກະ​ແສ​ໄຟຟ້າ​ໄດ້​ເກືອບ 50,000 ລ້ານ​ກິ​ໂລ​ວັດ​ຕໍ່​ໂມງ ​ໃນ​ປີ 2019 ຊຶ່ງ​ຖື​ເປັນ​ບາດກ້າວ​ສຳຄັນ​ຂອງການ​ພັດທະນາ​ລາວ ​ໃຫ້​ເປັນ​ຜູ້​ສົ່ງ​ອອກ​ພະລັງງານ​ໄຟຟ້າ​ລາຍ​ໃຫຍ່ ຫຼື​ ​ເປັນ​ໝໍ້​ໄຟ​ຂອງ​ເອ​ເຊຍ ​ໃນ​ໄລ​ຍະ​ຕໍ່​ໄປ.

ພິທີວາງສີລາລຶກ ກໍ່ສ້າງ ໂຄງການເຂື່ອນໄຟຟ້ານ້ຳຕົກ ນ້ຳທາ 1
ພິທີວາງສີລາລຶກ ກໍ່ສ້າງ ໂຄງການເຂື່ອນໄຟຟ້ານ້ຳຕົກ ນ້ຳທາ 1

ທາງ​ດ້ານ ທ່ານ​ດາວ​ວົງ ພອນ​ແກ້ວ ຫົວໜ້າ​ກົມ​ນະ​ໂຍບາຍ ​ແລະ
​ແຜນການ​ພະລັງງານ ກະຊວງ​ພະລັງງານ ​ແລະ​ ບໍ່​ແຮ່ ຢືນຢັນ​ວ່າ
ລັດຖະມົນຕີ​ພະລັງງານ​ຈາກ​ລາວ ​ໄທ ມາ​ເລ​ເຊຍ ​ແລະ ສິງກະ​ໂປ
ມີ​ກຳ​ນົດ ທີ່​ຈະ​ຮ່ວມ​ກັນ​ລົງ​ນາມ​ໃນ MOU ວ່າດ້ວຍ ການ​ເຊື່ອມ​ຕໍ່​
ລະບົບສາຍ​ສົ່ງ ກະ​ແສ​ໄຟຟ້າ ລະຫວ່າງ​ກັນ​ໃນ​ເດືອນ​ຕຸລາ 2015 ນີ້.

​ໂດຍ​ການ​ລົງ​ນາມ​ດັ່ງກ່າວ​ນີ້ ຈະ​ມີ​ຂຶ້ນ​ໃນ​ໂອກາດ​ກອງ​ປະຊຸມ​ລະດັບ
ລັດຖະມົນຕີ​ດ້ານ​ພະລັງງານ​ຄັ້ງທີ 33 ຂອງ​ອາ​ຊ່ຽນທີ່​ກຳນົດ​ຈະ​ມີ​ຂຶ້ນ
​ໃນ​ເດືອນ​ຕຸລາ​ປີນີ້ ຢູ່​ທີ່​ມາ​ເລ​ເຊຍ ຊຶ່ງ​ກ່ອນ​ໜ້າ​ນີ້ ທາງ​ການ​ຂອງ​ທັງ
4 ປະ​ເທດ​ກໍ​ໄດ້​ມີ​ການ​ແຕ່ງຕັ້ງຄະນະ​ປະຕິບັດ​ງານ​ຂຶ້ນມາ​ຮັບຜິດຊອບ ​ໃນ​ການຈັດ​ທຳ​ຂໍ້​ຕົກລົງ ລະຫວ່າງ​ກັນ​ເສັດ​ສົມບູນ​ແລ້ວ ​ໂດຍ​ປະກອບ​ມີ​ເນື້ອ​ໄນ​ສຳຄັນ 4 ດ້ານ​ດ້ວຍ​ກັນ ກໍຄື​ດ້ານ​ເທັກ​ນິກ ດ້ານ​ພາສີ​ອາກອນ ດ້ານ​ລະບຽບ​ກົດໝາຍ ​ແລະ ດ້ານ​ການ​ບໍລິຫານທີ່​ຈະ​ຖື​ເປັນ​ຫລັກການ​ປະຕິບັດ​ຮ່ວມ​ກັນ​ຕໍ່​ໄປ ທັງ​ຍັງ​ຈະ​ຖື​ເປັນຕົ້ນ​ແບບ ຂອງ​ການ​ປະຕິບັດ​ແຜນການຮ່ວມ​ມື​ດ້ານ​ພະລັງງານ ຂອງ​ອາ​ຊ່ຽນ ຫຼື ASEAN Power Grid ອີກ​ດ້ວຍ.

ກ່ອນ​ໜ້າ​ນີ້ ກອງ​ປະຊຸມ​ຄະນະ​ກຳມາ​ທິການ​ຮ່ວມ ວ່າ​ດ້ວຍ​ການ​ຮ່ວມ​ມື ລາວ-​ໄທ ຄັ້ງທີ 19 ຢູ່​ນະຄອນຫຼວງວຽງ​ຈັນ ​ເມື່ອ​ທ້າຍ​ເດືອນ​ມັງກອນ 2015 ທີ່​ມີ​ລັດຖະມົນຕີ​ວ່າການ​ຕ່າງປະ​ເທດ ທັງ​ສອງ​ຝ່າຍ​ເປັນ​ປະ​ທານ​ຮ່ວມ​ກັນນັ້ນ ທາງ​ການ​ໄທ ກໍ​ໄດ້​ໃຫ້ການ​ຢືນຢັນ​ຢ່າງ​ໜັກ​ແໜ້ນ​ວ່າ ຈະ​ຍັງ​ຄົງ​ຮັບ​ຊື້​ພະລັງງານ​ໄຟຟ້າ​ຕາມ​ສັນຍາ ທີ່​ໄດ້​ຕົກລົງ​ໄວ້​ກັບ​ທາງ​ການ​ລາວ​ໃນ​ປະລິມານ​ລວມ 7,000 ​ເມ​ກາ​ວັດ ​ເປັນ​ເວ​ລາ 25 ປີ ນັບ​ຈາກ​ປີ 2016 ​ເປັນຕົ້ນ​ໄປ.

​ໃນ​ປັດຈຸບັນ​ນີ້ ມີ​ເຂື່ອນ​ທີ່​ຜະລິດ​ກະ​ແສ​ໄຟຟ້າ ​ໃນ​ລາວ​ແລ້ວ​ຈຳນວນ 29 ​ໂຄງການ ສ່ວນ​ທີ່​ກຳລັງ​ຢູ່​ໃນ​ລະຫວ່າງ​ດຳ​ເນີນ​ການ​ກໍ່ສ້າງ​ນັ້ນ ມີ​ຢູ່ 45 ​ໂຄງການ ​ແລະ​ອີກ 300 ກວ່າ​ໂຄງການ​ຢູ່​ໃນ​ຂັ້ນຕອນ​ຂອງ​ການ​ສຶກສາ​ສຳຫຼວດ ອອກ​ແບບ ຫຼື ສະ​ແຫວ​ງຫາ​ເງິນ​ທຶນ ທີ່​ຈະ​ນຳ​ໃຊ້​ໃນ​ການ​ກໍ່ສ້າງ​ຕໍ່​ໄປ.

ທັງ​ນີ້​ໂດຍ​ຈາກ​ການ​ສຶກສາ​ໃນໄລຍະ​ທີ່​ຜ່ານ​ມາ ພົບ​ວ່າ ການ​ກໍ່ສ້າງ​ເຂື່​ອນ​ໃນ​ລາວ ຢ່າງ​ເຕັມ​ກຳລັງ​ນັ້ນ ຈະ​ເຮັດ​ໃຫ້​ສາມາດ​ຜະລິດ​ພະລັງງານ​ໄຟຟ້າ​ໄດ້​ລວມກັນ ລະຫວ່າງ 28,000 ​ເຖິງ 30,000 ເມ​ກາ​ວັດ ທັງ​ກໍ​ຍັງ​ຈະ​ສົ່ງ​ຜົນ​ດີ​ຕໍ່​ການ​ພັດທະນາ​ເພື່ອລົບ​ລ້າງ ບັນຫາ​ຄວາມ​ຍາກຈົນ​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ ທີ່ຢູ່​ເຂດ​ຊົນນະບົດ​ອີກ​ດ້ວຍ ດັ່ງ​ທີ່ ທ່ານ​ດາວ​ວົງ ​ໄດ້​ໃຫ້ການ​ຊີ້​ແຈງວ່າ:

“​ເວລາ​ເຮົາ​ພັດທະນາ​ເຂື່ອນ​ໄຟຟ້າ​ນ້ຳຕົກ ມັນ​ຊ່ວຍ​ໃນ​ການ​ພັດທະນາ​ເຂດ​ຊົນນະບົດ ​ເພາະວ່າ ​ໂຄງການ​ໄຟຟ້າ​ນ້ຳຕົກ​ນີ້ ຊິ​ໄປ​ຕັ້ງຢູ່​ຊົນນະບົດ ຫ່າງ​ໄກ​ສອກ​ຫລີກ ສະນັ້ນ ຄັນ​ມີ​ໂຄງການ​ຢູ່​ຈຸດ​ໃດ ຜົນ​ພອຍ​ໄດ້​ກໍ​ຕາມ​ມາ ​ເພາະວ່າ ​ເຮົາບໍ່​ໄດ້​ແຕ່​ໄຟຟ້າ ​ເຮົາ​ຊິ​ໄດ້​ອັນ​ອື່ນ​ໄປ​ນຳ ​ເຊັ່ນ​ວ່າ ຖະໜົນ​ຫົນທາງ ຮັກສາ​ແຫ​ລ່ງນ້ຳ​ໄວ້​ໃຊ້ ​ໃນ​ລະດູ​ແລ້ງ ສາມາດ​ເພາະລ້ຽງປາ​ໄວ້​ເປັນ​ແຫ​ລ່ງອາຫານ ຫຼື ວ່າ​ເປັນ​ເຂດ​ທ່ອງ​ທ່ຽວ.”

ທັງ​ນີ້​ໂດຍ​ກະຊວງ​ພະລັງງານ​ແລະ​ບໍ່​ແຮ່ ​ໄດ້​ວາງ​ແຜນການ​ຈະ​ຜະລິດ​ພະລັງງານ​ໄຟຟ້າ ​ໃຫ້​ເພີ້​ມຂຶ້ນຈາກ 3,200 ​ເມ​ກາ​ວັດ ​ໃນ​ປັດຈຸບັນ ​ເປັນ​ບໍ່​ນ້ອຍ​ກວ່າ 12,500 ​ເມ​ກາ​ວັດ​ພາຍ​ໃນ​ປີ 2020.

XS
SM
MD
LG