ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຝຶກອົບຮົມ ເພື່ອຍົກລະດັບດ້ານ ປາບປາມຢາເສບຕິດ


ຊາວໜຸ່ມລາວທີ່ເປັນແກ້ງ ແລະຖືກຈັບຍ້ອນຄະດີລັກ ແລະປຸ້ນເພື່ອເອົາຊັບສິນຂອງຜູ້ອື່ນ ໃນປີ 2010 ທີ່ຜ່ານມາ
ຊາວໜຸ່ມລາວທີ່ເປັນແກ້ງ ແລະຖືກຈັບຍ້ອນຄະດີລັກ ແລະປຸ້ນເພື່ອເອົາຊັບສິນຂອງຜູ້ອື່ນ ໃນປີ 2010 ທີ່ຜ່ານມາ

ທາງການລາວຈັດຕັ້ງປະຕິບັດໂຄງການຝຶກອົບຮົມ ໃຫ້ກັບພະນັກງານຕ້ານຢາເສບຕິດ ເພື່ອ ຍົກລະດັບ ແລະພັດທະນາປະສິດທິພາບ ໃນການປາບປາມການຊົມໃຊ້ ແລະການຄ້າຢາ ເສບຕິດໃຫ້ສູງຂຶ້ນ.

ທ່ານ ກຸ ຈັນສີນະ ຮອງປະທານຄະນະກໍາມະການກວດກາ ແລະຄວບຄຸມຢາເສບຕິດ ແຫ່ງຊາດໄດ້ຖະແຫຼງຍອມຮັບວ່າການຊົມໃຊ້ ແລະການຄ້າຢາເສບຕິດຢູ່ ໃນລາວມີທ່າ ອ່ຽງເພີ່ມຫຼາຍຂຶ້ນຢ່າງຕໍ່ເນື່ອງ ແລະມີລະດັບຄວາມຮຸນແຮງຫຼາຍຂຶ້ນນັບມື້ທັງໃນເຂດ
ຕົວເມືອງ ແລະເຂດຊົນນະບົດເນື່ອງຈາກວ່າລາວບໍ່ພຽງແຕ່ຈະຕ້ອງຕົກເປັນທາງຜ່ານ ຂອງການຂົນສົ່ງຢາເສບຕິດໄປຍັງຕ່າງປະເທດຫຼາຍຂຶ້ນເທົ່ານັ້ນຫາກແຕ່ກໍຍັງໄດ້ກາຍ
ເປັນຕະຫຼາດຮອງຮັບຢາເສບຕິດດ້ວຍໃນເວລາດຽວກັນ.

ຊຶ່ງດ້ວຍສະພາບການດັ່ງກ່າວ ແລະ ເພື່ອເປັນການເຮັດໃຫ້ການດໍາເນີນມາດຕະການທັງ
ໃນດ້ານການລົດການຊົມໃຊ້ຢາເສບຕິດ ແລະປາບປາມການຄ້າຢາເສບຕິດ ໃນລາວໃຫ້ມີ
ປະສິດທິພາບສູງຂຶ້ນຢ່າງເປັນຮູບປະທໍານັ້ນ ຈຶ່ງເຮັດໃຫ້ທາງຄະນະກໍາມະການກວດກາ
ແລະຄວບຄຸມຢາເສບຕິດແຫ່ງຊາດໄດ້ຈັດໃຫ້ມີໂຄງການຝຶກອົບຮົມເພື່ອເປັນການເພີ່ມລະ
ດັບຄວາມຮູ້-ຄວາມສາມາດກ່ຽວກັບຢາເສບຕິດ ແລະການນໍາໃຊ້ກົດໝາຍໃຫ້ກັບບັນດາ
ພະນັກງານຂອງລັດຖະບານທີ່ມີໜ້າທີ່ ແລະຄວາມຮັບຜິດຊອບທີ່ກ່ຽວກັບບັນຫາຢາເສບ
ຕິດເປັນການສະເພາະ ດັ່ງທີ່ທ່ານ ກຸ ໄດ້ໃຫ້ການຊີ້ແຈງວ່າ:

ຢູ່ ສປປ ລາວ ສະພາບການຊົມໃຊ້ ແລະການລັກລອບຄ້າຂາຍຢາເສບຕິດປະ
ເພດຕ່າງໆ ໄດ້ມີແນວໂນ້ມເພີ່ມຂຶ້ນ ເພື່ອແກ້ໄຂບັນຫາດັ່ງກ່າວພວກເຮົາຕ້ອງ
ໄດ້ເພີ່ມທະວີຄວາມຮູ້, ຄວາມສາມາດ ແລະຍົກລະດັບວິຊາສະເພາະຕ່າງໆ ໃຫ້
ແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງເພື່ອດໍາເນີນການ
ກໍາຈັດສະກັດກັ້ນ ແລະຕ້ານການ ລັກລອບຄ້າຂາຍທີ່ລໍາລຽງຂົນສົ່ງຢເສບຕິດຢ່າງເອົາຈິງເອົາຈັງ.

ພໍ່ຄ້າຢາເສບຕິດຄົນນຶ່ງ ທີ່ຖືກຈັບໃນລາວໃນປີ 2009
ພໍ່ຄ້າຢາເສບຕິດຄົນນຶ່ງ ທີ່ຖືກຈັບໃນລາວໃນປີ 2009

ກ່ອນໜ້ານີ້ ເຈົ້າໜ້າທີ່ຂັ້ນສູງໃນ
ກະຊວງສຶກສາທິການ ແລະກິ
ລາ ກໍໄດ້ໃຫ້ການຍອມຮັບວ່າ
ບັນຫາອາດຊະຍາກໍາທີ່ເກີດຂຶ້ນ
ໃນລາວໃນປັດຈຸບັນ, ນອກຈາກ
ຈະມີລະດັບຄວາມຮຸນແຮງຫຼາຍ
ຂຶ້ນ ທັງຍັງເປັນອາດຊະຍາກໍາ
ທີ່ມີຫຼາຍຮູບແບບ ແລະເກີດຂຶ້ນ
ໃນທຸກວົງການແລ້ວກໍຍັງປະກົດ
ວ່າ ມີເຍົາວະຊົນລາວທີ່ເປັນນັກ
ຮຽນ-ນັກສຶກສາ ໄດ້ເຂົ້າໄປກ່ຽວ
ຂ້ອງອາດຊະຍາກໍາຕ່າງໆເພີ່ມຫຼາຍຂຶ້ນອີກດ້ວຍ.

ສ່ວນສາເຫດທີ່ເຮັດໃຫ້ເຍົາວະຊົນລາວເຂົ້າໄປກ່ຽວຂ້ອງກັບການກໍ່ອາດຊະຍາກໍາຫຼາຍຂຶ້ນນັ້ນ
ກໍໄດ້ຮັບການຢືນຢັນຈາກເຈົ້າໜ້າທີ່ຂັ້ນສູງຂອງລາວວ່າ ເປັນຍ້ອນບັນຫາທາງເສດຖະກິດທີ່
ສົ່ງຜົນກະທົບຕໍ່ເນື່ອງໄປເຖິງບັນຫາທາງສັງຄົມ, ເຊັ່ນບັນຫາການຢ່າຮ້າງໃນຄອບຄົວ ທີ່ໄດ້
ສົ່ງຜົນກະທົບຕໍ່ເນື່ອງເຖິງລູກຫຼານເຊິ່ງເປັນເງື່ອນໄຂທີ່ນໍາໄປສູ່ການ ຕັ້ງເປັນກຸ່ມຂອງເຍົາວະ
ຊົນທີ່ມົ່ວສຸມເສບຢາ ແລະ ພາກັນກໍ່ອາດຊະຍາກໍາໃນທີ່ສຸດ.

ນອກຈາກນີ້ ກໍມີສາເຫດມາຈາກການປ່ອຍປະ ຫຼື ການບໍ່ເອົາໃຈໃສ່ຕໍ່ລູກຫຼານຂອງບັນດາພໍ່
ແມ່ຜູ້ປົກຄອງ ທີ່ລ້ຽງດູລູກຫຼານຂອງພວກຕົນດ້ວຍເງິນ ແລະ ວັດຖຸສິ່ງຂອງຕ່າງໆ. ການ
ຂາດໂອກາດທາງດ້ານການສຶກສາໃນລະດັບທີ່ສູງກວ່າມັດທະຍົມໃນຂະນະທີ່ເຍົາວະຊົນລາວ
ຈໍານວນບໍ່ ໜ້ອຍທີ່ຈົບການສຶກສາຂັ້ນສູງແລ້ວນັ້ນພັດບໍ່ມີວຽກເຮັດງານທໍາອີກດ້ວຍ.

ເຈົ້າໜ້າທີ່ລາວທໍາການຈູດຢາເສບຕິດທີ່ຈັບໄດ້ນັ້ນຖິ້ມ
ເຈົ້າໜ້າທີ່ລາວທໍາການຈູດຢາເສບຕິດທີ່ຈັບໄດ້ນັ້ນຖິ້ມ

ກ່ອນໜ້ານີ້, ທ່ານນາງ ອ່ອນຈັນ
ທໍາມະວົງ ລັດຖະມົນຕີວ່າການ
ກະຊວງແຮງງານ ແລະສະຫວັດ
ດີການສັງຄົມໄດ້ຖະແຫຼງຊີ້ແຈງ
ວ່າ ໃນແຕ່ລະປີຈະມີເຍົາວະຊົນ
ລາວ ທີ່ຈົບການສຶກສາໃນລະດັບ
ທີ່ສູງກວ່າມັດທະຍົມປາຍ 5
ໝື່ນກວ່າຄົນທີ່ບໍ່ມີວຽກເຮັດງານ
ທໍາ.



ເພາະສະນັ້ນ,ຈຶ່ງເຮັດໃຫ້ເຍົາວະຊົນລາວເຫຼົ່ານີ້ຕ້ອງພາກັນເດີນທາງໄປລັກລອບເຮັດວຽກຢູ່
ເມືອງໄທຫຼາຍຂຶ້ນນັບມື້ ໂດຍເຊື່ອວ່າມີເຍົາວະຊົນລາວຫຼາຍກວ່າ 4 ແສນຄົນທີ່ລັກລອບ
ເຮັດວຽກຢູ່ໄທໃນທຸກມື້ນີ້ ແລະ ເກີນກວ່າ 60% ໃນຈໍານວນດັ່ງກ່າວນີ້ ກໍເປັນເພດຍິງທີ່ສ່ຽງ
ຕໍ່ການຖືກບີບບັງຄັບໃຫ້ຕ້ອງຂາຍບໍລິການທາງເພດອີກດ້ວຍ. ສ່ວນເຍົາວະຊົນລາວທີ່ບໍ່ເດີນ
ທາງໄປໄທນັ້ນ ກໍມີທ່າອ່ຽງທີ່ຈະເຂົ້າໄປກ່ຽວຂ້ອງກັບອາດຊະຍາກໍາໃນລາວເພີ່ມຫຼາຍຂຶ້ນອີກ
ດ້ວຍເຊັ່ນກັນ ໂດຍທາງການລາວປະມານການວ່າໃນປະຈຸບັນມີເຍົາວະຊົນລາວຫຼາຍກວ່າ 5 ໝື່ນຄົນທີ່ຊົມໃຊ້ຢາເສບຕິດ.

XS
SM
MD
LG