ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວສົ່ງເງິນໄປຊ່ວຍ ຊາວຍີ່ປຸ່ນທີ່ໄດ້ຮັບເຄາະຮ້າຍ ຈາກໄພແຜ່ນດິນໄຫວ ແລະຄື້ນຍັກສຸນາມິ


ທ່ານຫຽມ ພົມມະຈັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ມອບເງິນຊ່ວຍເຫລືອແກ່ຜູ້ຕາງໜ້າສະຖານທູດຍີ່ປຸ່ນ ເພື່ອເອົາໄປບັນເທົາທຸກແກ່ຜູ້ໄດ້ຮັບເຄາະຮ້າຍຈາກໄພພິບັດ
ທ່ານຫຽມ ພົມມະຈັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ມອບເງິນຊ່ວຍເຫລືອແກ່ຜູ້ຕາງໜ້າສະຖານທູດຍີ່ປຸ່ນ ເພື່ອເອົາໄປບັນເທົາທຸກແກ່ຜູ້ໄດ້ຮັບເຄາະຮ້າຍຈາກໄພພິບັດ

ທາງການລາວໄດ້ຈັດສົ່ງເງິນ ງວດທໍາອິດທີ່ໄດ້ຮັບການບໍລິຈາກຂອງພາກສ່ວນເອກະຊົນ ໃນ ລາວ ໄປໃຫ້ການຊ່ວຍເຫລືອຊາວຍີ່ປຸ່ນທີ່ໄດ້ຮັບຜົນກະທົບຈາກແຜ່ນດິນໄຫວ ແລະຄື້ນຍັກ ສຸນາມິ.

ຄະນະພົວພັນ​ຕ່າງປະ​ເທດ​ຂອງ​ສູນ​ກາງ​ພັກ​ປະຊາຊົນ​ປະ
ຕິວັດ​ລາວ ​ໄດ້​ທຳ​ການ​ສົ່ງ​ມອບ​ເງິນ​ໃນ​ມູນ​ຄ່າ​ເກີນ​ກວ່າ
4 ພັນ​ລ້ານ​ກີບ ຫລື​ປະມານ 4 ​ແສນ 99 ພັນ​ໂດ​ລາ
ທີ່​ໄດ້​ຮັບ​ບໍລິຈາກ​ຂອງ​ພາກ​ລັດ ​ແລະ​ເອກະ​ຊົນ​ໃນ​ລາວ
ໃຫ້​ແກ່​ທາງ​ການ​ສະຖານທູດ​ຍີ່ປຸ່ນ ປະ​ຈໍາ​ນະຄອນ​ຫລວງ
ວຽງຈັນເມື່ອທ້າຍ​ເດືອນ​ມີນາ​ນີ້ ຊຶ່ງ​ຖື​ວ່າ​ເປັນ​ເງິນ​ບໍລິຈາກ
ງວດທໍາອິດທີ່​ພາກ​ລັດ ​ແລະປະຊາຊົນ​ລາວໄດ້ຮ່ວມ​ກັນ
ປະກອບສ່ວນ​ເພື່ອ​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ຊາວ​ຍີ່ປຸ່ນທີ່​
ໄດ້ຮັບ​ຜົນ​ກະທົບຈາກ​ແຜ່ນດິນ​ໄຫວ ​ແລະ​ຄື້ນຍັກ​ສຸ​ນາ
ມິເມື່ອ​ວັນ​ທີ 11 ມີນາ​ທີ່​ຜ່ານ​ມາ.

ທ່ານຫຽມ ພົມມະຈັນ ມອບເງິນບໍລິຈາກ ໃນການບັນເທົາທຸກແກ່ຜູ້ໄດ້ຮັບເຄາະ ຮ້າຍຈາກແຜ່ນດິນໄຫວ ແລະຄື້ນຍັກສຸ ນາມິແກ່ທ່ານນາງ Junko Yokota ເອກອັກຄະລັດຖະທູດຍີ່ປຸ່ນປະຈໍາລາວ
ທ່ານຫຽມ ພົມມະຈັນ ມອບເງິນບໍລິຈາກ ໃນການບັນເທົາທຸກແກ່ຜູ້ໄດ້ຮັບເຄາະ ຮ້າຍຈາກແຜ່ນດິນໄຫວ ແລະຄື້ນຍັກສຸ ນາມິແກ່ທ່ານນາງ Junko Yokota ເອກອັກຄະລັດຖະທູດຍີ່ປຸ່ນປະຈໍາລາວ

ທັງ​ນີ້ ກໍ​ເພາະ​ທາງ​ການ​ລາວ​ໄດ້​ເລີ້ມດໍາ​ເນີນ​ການ​ປຸກລະດົມ​ໃຫ້​ພາກ​ລັດ ​ແລະ​ເອກະ​ຊົນ​ໃນ​ລາວ​ຮ່ວມ​ກັນ ບໍລິຈາກ​ເງິນ​ເພື່ອ​ປະກອບສ່ວນ​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ຊາວ​ຍີ່ປຸ່ນ​ດັ່ງ​ກ່າວ​ນັບ​ເປັນ​ເວລາ 2 ສັບປະດາມາ​ແລ້ວ ​ແລະ​ການ​
ປຸກລະດົມ​ດັ່ງກ່າວ​ກໍ​ຍັງ​ເປັນ​ການ​ດໍາ​ເນີນ​ງານ
ໂດຍ​ສູ​ນກາງ​ພັກ​ອີກ​ດ້ວຍ ​ໂດຍ​ສະ​ເພາະ​ແມ່ນ
ໃນ​ໄລຍະ​ຂອງ​ການ​ດໍາ​ເນີນ​ກອງ​ປະຊຸມ​ໃຫຍ່
ສະ​ໄໝທີ 9 ຂອງ​ພັກ​ໃນ​ລະຫວ່າ​ງວັນ​ທີ
17-21 ມີນາ​ນັ້ນ ກໍ​ປາກົດ​ວ່າ​ໄດ້​ຮັບ​ການ​ປະ
ກອບສ່ວນ​ຈາກ​ສະມາຊິກ​ພັກ​ເປັນ​ຢ່າງ​ດີ.

ດັ່ງ​ທີ່​ທ່ານ​ນາງ​ອິນ​ລາ​ວັນ ​ແກ້ວ​ບຸນ​ພັນ ຮອງ
ລັດຖະມົນຕີກະຊວງ​ສາທາລະນະ​ສຸກໃນ​ຖານະ
ເປັນ​ຜູ້​ທີ່ໄດ້​ຮັບ​ການ​ມອບໝາຍຈາກສູນ​ກາງ
ພັກ​ໃຫ້​ຮັບຜິດຊອບ​ການ​ປຸກລະດົມ​ດັ່ງກ່າວ​ໄດ້​ຊີ້​ແຈງ​ວ່າ:

“ບັນດາແຂວງ, ກະຊວງອ້ອມຂ້າງຊຶ່ງວ່າໄດ້ເຂົ້າຮ່ວມກອງປະຊຸມນີ້ກໍໄດ້ມີຈິດໃຈ
ເພື່ອບໍລິຈາກໃຫ້ແກ່ຜູ້ປະສົບ​ເຄາະຮ້າຍດັ່ງກ່າວນີ້ກໍເຫັນວ່າ ພຽງແຕ່ໃນໄລຍະ ກອງປະຊຸມນີ້ພວກເຮົາກໍສາມາດລະດົມໄດ້ເຖິງ 700 ກວ່າລ້ານ ກະສະ​ແດງ​ເຖິງວ່າ ນ້ຳໃຈຂອງພວກເຮົາທີ່ມີຕໍ່ເພື່ອນມິດທີ່ເຄີຍໄດ້ຮ່ວມຊ່ວຍເຫລືອຊຶ່ງກັນ
ແລະກັນ​ໃນນາມ​ທີ່​ພວກ​ເຮົາ​ໄດ້​ຮ່ວມ​ພັດທະນາ​ເສດຖະກິດ ​ແລະ​ສັງຄົມ”

ທ່ານນາງ Junko Yokota ເອກອັກ ຄະລັດຖະທູດຍີ່ປຸ່ນປະຈໍາລາວມອບເງິນ ຊ່ວຍເຫລືອໃນການພັດທະນາຊົນນະບົດ ແກ່ຜູ້ຕາງໜ້າລັດຖະບານລາວ
ທ່ານນາງ Junko Yokota ເອກອັກ ຄະລັດຖະທູດຍີ່ປຸ່ນປະຈໍາລາວມອບເງິນ ຊ່ວຍເຫລືອໃນການພັດທະນາຊົນນະບົດ ແກ່ຜູ້ຕາງໜ້າລັດຖະບານລາວ

ຍິ່ງໄປກວ່ານັ້ນທ່ານນາງອິນລາວັນຍັງໄດ້ໃຫ້
ການຢືນຢັນອີກດ້ວຍວ່າການລະດົມດັ່ງກ່າວ
ນີ້ ຈະຍັງຄົງດຳເນີນຕໍ່ໄປໂດຍບໍ່ມີກຳໜົດ
ເນື່ອງຈາກທາງການລາວຖືວ່າຍີ່ປຸ່ນນັ້ນກໍຄື
ປະເທດເພື່ອນມິດທີ່ດີຂອງລາວທີ່ໄດ້ໃຫ້ການ
ຊ່ວຍເຫຼືອໃນການພັດທະນາລາວໃນດ້ານ
ຕ່າງໆ ຢ່າງຫຼວງຫຼາຍແລະຢ່າງຕໍ່ເນື່ອງ.

ທັງນີ້ໂດຍອິງຕາມລາຍງານຂອງກະຊວງແຜນ
ການແລະການລົງທຶນຂອງລາວກໍໄດ້ລະບຸວ່າ ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອແກ່ລາວ
ຫຼາຍທີ່ສຸດໂດຍໃນແຕ່ລະປີຈະມີມູນຄ່າການ
ຊ່ວຍເຫຼືອຫຼາຍກວ່າ 170 ລ້ານໂດລາຫຼືຄິດ
ເປັນສັດສ່ວນຫຼາຍກວ່າ 30% ຂອງຄວາມຊ່ວຍເຫຼືອທັງໝົດທີ່ລັດຖະບານລາວໄດ້ຮັບຈາກ
ຕ່າງປະເທດໃນແຕ່່ລະປີ.

ນອກຈາກນັ້ນ ການທີ່ລັດຖະບານຍີ່ປຸ່ນໄດ້ເຂົ້າໄປມີບົດບາດຢ່າງສຳຄັນຕໍ່ການກຳໜົດນະ ໂຍບາຍແລະແຜນການດຳເນີນງານຂອງທະນາຄານແຫ່ງເອເຊຍຫຼື ADB ອີກດ້ວຍນັ້ນ ກໍຍັງຖືວ່າເປັນປັດໃຈສໍາຄັນທີ່ເຮັດໃຫ້ລາວໄດ້ຮັບການຊ່ວຍເຫຼືອ ແລະສະໜັບສະໜຸນເງິນ
ກູ້ຢືນຈາກ ADB ເພີ້ມຫຼາຍຂຶ້ນທຸກປີອີກດ້ວຍ.

ສຳລັບໃນໄລຍະຈາກປີ 2011-2015 ກໍຄືໄລຍະຂອງການຈັດຕັ້ງປະຕິບັດແຜນການພັດ
ທະນາທາງເສດຖະກິດ-ສັງຄົມແຫ່ງຊາດ​ສະບັບທີ 7 ຂອງລັດຖະບານລາວນັ້ນກໍປາກົດ
ວ່າ ຄະນະ​ກຳມະການຂອງ ADB ທີ່ມີຊາວຍີ່ປຸ່ນເປັນປະທານນັ້ນ ກໍໄດ້ໃຫ້ການຢືນຢັນ
ວ່າ ຈະໃຫ້ຄວາມຊ່ວຍເຫຼືອແລະສະໜັບສະໜຸນເງິນກູ້ຢືມແກ່ລັດຖະບານລາວຫຼາຍຂຶ້ນ
ກວ່າໃນໄລຍະທີ່ຜ່ານມາ.

ທັງນີ້ໂດຍນັບຈາກປີ 1996 ຈົນເຖິງປີ 2010 ທີ່ຜ່ານມານັ້ນກໍປະກົດວ່າ ADB ໄດ້ໃຫ້ ການສະໜັບສະໜຸນເງິນກູ້ຢືມແກ່ລັດຖະບານລາວໄປແລ້ວຄິດວ່າເປັນມູນຄ່າລວມເຖິງ
1,210 ​ລ້ານໂດ​ລາ ແລະໃນຂະນະດຽວກັນກໍໄດ້ໃຫ້ການຊ່ວຍເຫຼືອລ້າແກ່ລັດຖະບານລາວ ຄິດເປັນມູນຄ່າລວມຫລາຍກວ່າ 145 ລ້ານໂດລາໂດຍສະເພາະໃນປີ 2010 ທີ່ຜ່ານມານັ້ນ
ADB ກໍໄດ້ອານຸມັດເງິນກູ້ຢືມໃຫ້ແກ່ລັດຖະບານລາວໃນມູນຄ່າ 108 ລ້ານໂດລາ ແລະສໍາ
ລັບໃນປີ 2011 ນີ້ ADB ກໍໄດ້ອານຸມັດ​ເງິນກູ້ຢືມໃຫ້ແກ່ລັດຖະບານລາວເພີ່ມຂຶ້ນເປັນ
140 ລ້ານໂດລາແລ້ວ.

XS
SM
MD
LG