ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ລາວຈະເປັນເຈົ້າພາບ ກອງປະຊຸມສຸດຍອດ ACMECS ຄັ້ງທີ 5


ການກະກຽມກອງປະຊຸມ acmecs ຄັ້ງທີ 5 ACMECS
ການກະກຽມກອງປະຊຸມ acmecs ຄັ້ງທີ 5 ACMECS
ທາງການລາວຕຽມພ້ອມຈັດກອງປະຊຸມສຸດຍອດ ACMECS
ຄັ້ງທີ 5 ແລະ ກອງປະຊຸມສຸດຍອດຄັ້ງທີ 6 ລະຫວ່າງລາວ ມຽນ
ມາກໍາປູເຈຍ ແລະຫວຽດນາມ ຢູ່ນະຄອນວຽງຈັນ.

ທາງການກະຊວງການຕ່າງປະເທດຂອງລາວລາຍງານວ່າ ໄດ້
ກຽມພ້ອມແລ້ວ ສໍາລັບການເປັນເຈົ້າພາບຈັດກອງປະຊຸມສຸດ
ຍອດຄັ້ງທີ 5 ຂອງການຮ່ວມມືທາງເສດຖະກິດໃນລຸ່ມແມ່ນໍ້າ
ອິຣະວະດີ ແມ່ນໍ້າເຈົ້າພະຍາແລະແມ່ນໍ້າຂອງ ຫຼື ACMECS ທີ່ເປັນການຮ່ວມມືລະຫວ່າງມຽນມາ ລາວ ໄທ ກໍາປູເຈຍ ແລະ
ຫວຽດນາມ ຊຶ່ງກໍານົດຈະມີຂຶ້ນຢ່າງເປັນທາງການໃນວັນທີ 13
ມີນາທີ່ຈະມາເຖິງນີ້ ຢູ່ນະຄອນວຽງຈັນ.

ກອງປະຊຸມດັ່ງກ່າວຈະເປັນການພົບປະກັນລະຫວ່າງຜູ້ນໍາລັດຖະບານຈາກ 5 ປະເທດ
ພາຄີ ທີ່ໄດ້ຕົກລົງສ້າງຕັ້ງຂຶ້ນນັບຕັ້ງແຕ່ປີ 2003 ເປັນຕົ້ນມາ ຢູ່ສະຫະພາບມຽນມາ ຫຼື
ພະມ້າ ພາຍໃຕ້ເປົ້າໝາຍເພື່ອເສີມສ້າງການຮ່ວມມືລະຫວ່າງກັນ ເຂົ້າໃນການພັດທະນາ
ທາງເສດຖະກິດ ເພື່ອຫລຸດຜ່ອນຄວາມແຕກໂຕນກັນ ໃນລະດັບຂອງການພັດທະນາທາງ
ເສດຖະກິດລະຫວ່າງປະເທດພາຄີ ກໍຄືໃນຖານະທີ່ ເປັນປະເທດສະມາຊິກໃນກຸ່ມອາຊ່ຽນ
ດ້ວຍກັນ ທີ່ມີເປົ້າໝາຍຈະກ້າວໄປສູ່ການເປັນປະຊາຄົມນາໆຊາດອັນນຶ່ງອັນດຽວກັນ
ໃຫ້ໄດ້ຢ່າງແທ້ຈິງ ໃນປີ 2015 ອີກດ້ວຍ.

ແຕ່ສໍາລັບການຮ່ວມມືພາຍໃຕ້ ACMECS ນີ້ຈະເນັ້ນໜັກໃນ 8 ດ້ານດ້ວຍກັນ ກໍຄືການ
ອໍານວຍຄວາມສະດວກດ້ານການຄ້າ ແລະການລົງທຶນດ້ານອຸດສາຫະກໍາ ແລະພະລັງ
ງານດ້ານການກະເສດ ດ້ານການທ່ອງທ່ຽວ ການພັດທະນາຊັບພະຍາກອນມະນຸດ ການ
ເຊື່ອມໂຍ່ງໃນດ້ານການຄົມມະນາຄົມຂົນສົ່ງ ດ້ານສາທາລະນະສຸກ ແລະການຮັກສາ
ສິ່ງແວດລ້ອມທໍາມະຊາດ ໂດຍຄວາມສໍາຄັນຂອງກອງປະຊຸມສຸດຍອດໃນ ຄັ້ງທີ 5 ນີ້ ກໍຄື
ການກໍານົດແຜນງານ ແລະການປະຕິບັດ ໂຄງການພັດທະນາດ້ານຕ່າງໆຮ່ວມກັນໃນ
ໄລຍະ 2 ປີຕໍ່ໄປນີ້.

ທຸງຊາດບັນດາປະເທດອ່າຊ່ຽນ ແລະປະເທດພາຄີ
ທຸງຊາດບັນດາປະເທດອ່າຊ່ຽນ ແລະປະເທດພາຄີ

ນອກຈາກກອງປະຊຸມສຸດຍອດ ACMECS ຄັ້ງທີ 5 ດັ່ງ
ກ່າວແລ້ວ ທາງການລາວ ກໍຍັງຈະຈັດກອງປະຊຸມສຸດຍອດ
ຄັ້ງທີ 6 ລະຫວ່າງຜູ້ນໍາລັດຖະບານຈາກມຽນມາ ລາວ ກໍາປູ
ເຈຍ ແລະ ຫວຽດນາມ ໃນວັນທີ 12 ມີນາ ອີກດ້ວຍ ໂດຍ
ກອງປະຊຸມດັ່ງກ່າວນີ້ ຖືເປັນພາກສ່ວນນຶ່ງທີ່ສໍາຄັນທັງໃນ
ການຮ່ວມມື ACMECS ແລະໃນອາຊ່ຽນ ທັງນີ້ກໍເນື່ອງ
ຈາກວ່າ ມຽນມາ ລາວ ກໍາປູເຈຍ ແລະຫວຽດນາມ ເປັນ
ປະເທດສະມາຊິກໃໝ່ ທີ່ມີລະດັບການພັດທະນາຮ່ວມກັນ
ເປັນກໍລະນີພິເສດນັ້ນເອງ.

ດັ່ງທີ່ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການຕ່າງ
ປະເທດຂອງລາວ ໄດ້ໃຫ້ການຊີ້ແຈງວ່າ:

ລາວ ກໍາປູເຈຍ ມຽນມາ ຫວຽດນາມນີ້ ມີ 16 ໂຄງການທີ່ມີການປະຕິບັດ ໃນ ກອງເລຂາອາຊ່ຽນ ແລະປະຕິບັດໄປແລ້ວຄາດຄະເນວ່າ 8 ໂຄງການໃຫ້ສໍາ
ເລັດແນ່ນອນ ແລະກໍາລັງປະຕິບັດຢູ່ ແຕ່ເຫຼືອອີກ 8 ໂຄງການ ທີ່ຈະປະຕິບັດ
ໃນອີກສອງປີຂ້າງໜ້າ ແລ້ວອັນນີ້ແມ່ນຄວາມຮີບດ່ວນຂອງການປະຕິບັດ
ໂຄງການ ຊຶ່ງກອງປະຊຸມຊຸດນີ້ຈະຈັດບຸລິມະສິດໃນ 8 ໂຄງການທີ່ຍັງຄ້າງ
ຄານັ້ນ ໃຫ້ສາມາດປະຕິບັດໄດ້ໃນອີກສອງປີຂ້າງໜ້າ ກ່ອນທີ່ກອງປະຊຸມ
ປີ 2015 ຈະໄດ້ເກີດຂຶ້ນ.”


ການຮ່ວມມືລະຫວ່າງ ມຽນມາລາວ ກໍາປູເຈຍ ແລະຫວຽດນາມ ຫຼື CLMV ດັ່ງກ່າວນີ້ ຈະມີການເນັ້ນໜັກໃນ 9 ຂະແໜງການ ຊຶ່ງໃນ 8 ຂະແໜງການ ກໍຄືກັນກັບການຮ່ວມມື ACMECS ສ່ວນຂະແໜງການທີື 9 ນັ້ນ ກໍຄືການເຊື່ອມຕໍ່ເທັກໂນໂລຈີ່ ດ້ານຂໍ້ມູນ-
ຂ່າວສານ ແລະການສື່ສານດ້ວຍ ຫວັງວ່າເທັກໂນໂລຈີ່ດັ່ງກ່າວນີ້ ຈະມີບົດບາດຢ່າງ ສໍາຄັນຕໍ່ການພັດທະນາຊັບພະຍາກອນມະນຸດ ແລະການເຂົ້າເຖິງຂໍ້ມູນຂ່າວສານຢ່າງ
ເທົ່າທັນກັນ ລະຫວ່າງປະຊາຊົນໃນອາຊ່ຽນນັ້ນເອງ.
XS
SM
MD
LG