ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຈະສົ່ງເສີມ ບັນດາ ວິສະຫະກິດຫວຽດນາມ ໃນພາກກະສິກໍາ ແລະປ່າໄມ້ ຫລາຍຂຶ້ນ


ການສໍາປະທານທີ່ດິນຂອງລັດຖະບານລາວໃຫ້ແກ່ບໍລິສັດຂອງຫວຽດນາມ ເພື່ອປູກຕົ້ນ ຢູຄາລິບຕັສ
ການສໍາປະທານທີ່ດິນຂອງລັດຖະບານລາວໃຫ້ແກ່ບໍລິສັດຂອງຫວຽດນາມ ເພື່ອປູກຕົ້ນ ຢູຄາລິບຕັສ

ທາງການລາວຈະສົ່ງເສີມໃຫ້ ບັນດາວິສະຫະກິດຈາກຫວຽດນາມ ເພີ່ມການລົງທຶນ ໃນພາກກະສິກໍາ ແລະປ່າໄມ້ໃນລາວໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນການໃຫ້ສໍາປະທານທີ່ດິນເພື່ອ ປູກພືດອຸດສາຫະກໍາ.

ທ່ານ ຕີ ພົມມະສັກ ລັດຖະມົນຕີຊ່ວຍວ່າການກະຊວງກະສິກໍາ-ປ່າໄມ້ ຖະແຫຼງຢືນຢັນວ່າ ການລົງທຶນໃນພາກກະສິກໍາ-ປ່າຂອງບັນດາວິສະຫະກິດຈາກຫວຽດນາມ ຢູ່ໃນລາວ ໃນ
ປັດຈຸບັນນີ້ເຖິງແມ່ນວ່າຈະຈັດຢູ່ໃນອັນດັບທີ່ 2 ຫຼືເປັນຮອງການລົງທຶນຈາກປະເທດຈີນກໍ
ຕາມ ຫາກແຕ່ກໍຖືໄດ້ວ່າເປັນການລົງທຶນທີ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງທັງໃນດ້ານຈໍານວນໂຄງ
ການ ແລະ ມູນຄ່າຂອງການລົງທຶນ.

ທັງນີ້ໂດຍອີງຕາມລາຍງານຂອງ ກະຊວງແຜນການ ແລະການລົງທຶນກໍໄດ້ລະບຸວ່າ ການລົງ
ທຶນໃນພາກກະສິກໍາ-ປ່າ ໄມ້ຂອງຫວຽດນາມໃນລາວນັ້ນມີມູນຄ່າລວມເກີນກວ່າ 440 ລ້ານ
ໂດ​ລາ ຊຶ່ງເປັນການລົງທຶນຂອງລັດວິສະຫະກິດຈາກຫວຽດນາມຈໍານວນເຖິງ 65 ຫົວໜ່ວຍ
ທຸລະກິດ ທີ່ມີພຶ້ນທີ່ສໍາປະທານໃນລາວລວມກັນກວ້າງກວ່າ 1 ແສນເຮັກຕາ ໂດຍສ່ວນ
ໃຫຍ່ກໍເປັນການລົງທຶນປູກຢາງພາລາ, ໄມ້ວິກ, ສາລີ, ມັນຕົ້ນ, ກາເຟ ແລະພືດໃຫຍ່ໄວ
ຊະນິດຕ່າງໆ ສໍາລັບຕອບສະໜອງອຸດສະຫະກໍາການແປຮູບຜະລິດທາງການກະສິກໍາ.

ພິທີເປີດການວາງສະແດງປຶ້ມການພົວພັນພິເສດລະ ຫວ່າງລາວ-ຫວຽດນາມ
ພິທີເປີດການວາງສະແດງປຶ້ມການພົວພັນພິເສດລະ ຫວ່າງລາວ-ຫວຽດນາມ

ຍິ່ງໄປກວ່ານັ້ນ, ດ້ວຍເຫດ
ທີ່ລາວກັບຫວຽດນາມເປັນ
ມິດປະເທດທີ່ມີການພົວພັນ
ແບບພິເສດແລະການຮ່ວມ
ມືຮອບດ້ານລະຫວ່າງກັນ
ນັບຕັ້ງແຕ່ປີ 1977 ເປັນຕົ້ນ
ມາຈົນເຖິງປັດຈຸບັນ ແລະຍັງ
ຈະດໍາເນີນສືບຕໍ່ໄປຢ່າງ
ຍາວນານດ້ວຍນັ້ນ ກໍເຮັດ
ໃຫ້ທາງການລາວເຊື່ອໝັ້ນວ່າ
ການລົງທຶນໃນພາກກະສິ
ກໍາ-ປ່າໄມ້ ຂອງຫວຽດນາມ
ໃນລາວຈະເພີ່ມສູງຂຶ້ນຢ່າງໄວວາ
ໃນໄລຍະຕໍ່ໄປນີ້. ພ້ອມກັນນີ້ທາງການລາວ ກໍຈະໃຫ້ການສົ່ງເສີມຕໍ່ການລົງທຶນຂອງ
ຫວຽດນາມໃນລາວ ເປັນກໍລະນີພິເສດອີກດ້ວຍອີກດ້ວຍ ດັ່ງທີ່ທ່ານ ຕີ ໄດ້ໃຫ້ການຊີ້
ແຈງເຖິງວິທີ ທີ່ທາງການລາວຈະໃຫ້ການສົ່ງເສີມການລົງທຶນຂອງຫວຽດນາມໃນລາວວ່າ:

ໃນຕໍ່ໜ້ານີ້ ພວກເຮົາຈະຊຸກຍູ້ສົ່ງເສີມ ແລະສືບຕໍ່ພິຈາລະນາ ເຊັນສັນຍາ
ການສໍາປະທານທີ່ດິນ ແກ່ໂຄງການປູກຕົ້ນໄມ້ອຸດສາຫະກໍາບົນພຶ້ນຖານ
ການສໍາຫຼວດເນື້ອທີ່ຕົວຈິງຂອງພາກສ່ວນກ່ຽວຂ້ອງ ສ້າງເງື່ອນໄຂໃຫ້
ບັນດາວິສະຫະກິດບໍລິສັດຂອງ ສສ ຫວຽດນາມ ລົງທຶນຕາມຮູບແບບສາມ ບວກສອງທີ່ຝ່າຍລາວສາມາດຈັດສັນໄດ້.

ກະຊວງແຜນການ ແລະ ການລົງທຶນລາຍງານວ່າ ໃນປັດຈຸບັນ ມີບັນດາວິສະຫະກິດຂອງ ຫວຽດນາມໄດ້ເຂົ້າມາລົງທຶນໃນລາວແລ້ວຈໍານວນເຖິງ 422 ໂຄງການ ຫຼືຄິດເປັນມູນຄ່າ
ລວມຫຼາຍກວ່າ 3,500 ລ້ານ​ໂດ​ລາ ໂດຍເຂດທີ່ພາກທຸລະກິດຂອງຫວຽດນາມໄດ້ລົງທຶນ
ຫຼາຍທີ່ສຸດໃນລາວນັ້ນ ກໍຄືເຂດນະຄອນຫຼວງວຽງຈັນ ທີ່ມີມູນຄ່າການລົງທຶນເຖິງ 1,888
ລ້ານ​ໂດ​ລາ ຊຶ່ງຄິດເປັນ 53% ຂອງມູນຄ່າການລົງທຶນທັງໝົດຂອງຫວຽດນາມໃນລາວ ສ່ວນເຂດແຂວງຊາຍແດນທີ່ພາກທຸລະກິດຂອງຫວຽດນາມໄດ້ເຂົ້າມາລົງທຶນຫຼາຍທີ່ສຸດ
ກໍຄືແຂວງເຊກອງ, ຕິດຕາມດ້ວຍຈໍາປາສັກ ແລະອັດຕະປື ຕາມລໍາດັບ ແຕ່ເຂດທີ່ຍັງບໍ່ມີ
ການລົງທຶນຂອງຫວຽດນາມເລີຍນັ້ນກໍມີພຽງແຕ່ແຂວງບໍ່ແກ້ວເທົ່ານັ້ນຫາກແຕ່ກໍເຊື່ອໝັ້ນວ່າ ພາກທຸລະກິດຂອງຫວຽດນາມຈະພາກັນຂະຫຍາຍການລົງທຶນໄປທຸກເຂດແຂວງທົ່ວປະເທດ
ລາວໃນໝໍ່ນີ້.

ທັງນີ້ກໍເນື່ອງຈາກວ່າ ທັງສອງປະເທດໄດ້ເປິດກວ້າງການຮ່ວມມືທາງເສດຖະກິດລະຫວ່າງກັນ
ນັບຈາກປີ 1993 ແລະ ໄດ້ມີການຕົກລົງໃນສັນຍາວ່າດ້ວຍການສົ່ງເສີມ ແລະປົກປ້ອງການ
ລົງທຶນລະຫວ່າງກັນນັບຕັ້ງແຕ່ປິ 1996 ເປັນຕົ້ນມາແລ້ວ ໂດຍໃນປະຈຸບັນທາງການທັງ
ສອງຝ່າຍກໍກໍາລັງຮ່ວມກັນພິຈາລະນາປັບປຸງສັນຍາວ່າດ້ວຍການສົ່ງເສີມ ແລະ ປົກປ້ອງ
ການລົງທຶນດັ່ງກ່າວໃຫ້ມີຄວາມທັນສະໄໝ.

ພາຍໃຕ້ສັນຍາວ່າດ້ວຍການສົ່ງເສີມ ແລະປົກປ້ອງການລົງທຶນດັ່ງກ່າວນີ້ທັງສອງຝ່າຍໄດ້ຕົກ
ລົງຮ່ວມກັນວ່າ ຈະສົ່ງເສີມໃຫ້ມີການພົວພັນທາງເສດຖະກິດຫຼາຍຮູບແບບ ທີ່ມີການອໍານວຍ ຄວາມສະດວກໃຫ້ພາກທຸລະກິດ, ການລົງທຶນ ແລະການພັດທະນາການເຊື່ອມຕໍ່ດ້ານຄົມມະ ນາຄົມ-ຂົນສົ່ງຢ່າງຄົບຊຸດເພື່ອເຊື່ອມໂຍງກັນ ຕັ້ງແຕ່ພາກເໜືອເຖິງພາກໃຕ້ໃຫ້ໄດ້ຢ່າງເປັນ
ຮູບປະທໍາ.

XS
SM
MD
LG