ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການພັດທະນາເຂດຈັດສັນ ໃຫ້ຊາວມົ້ງ ມີຄວາມກ້າວໜ້າ


ຊາວອົບພະຍົບມົ້ງ ທີ່ບ້ານໂພນຄຳ ພາກັນເອົານ້ຳກອ໊ກໄປໄວ້ໃຊ້
ຊາວອົບພະຍົບມົ້ງ ທີ່ບ້ານໂພນຄຳ ພາກັນເອົານ້ຳກອ໊ກໄປໄວ້ໃຊ້

ທາງ​ການ​ລາວ​ຢືນຢັນ​ວ່າ​ການພັທະນາ​ເຂດ​ຈັດ​ສັນ​ໃໝ່​ບ້ານ​ໂພນ​ຄຳ ​ເພື່ອ​ຮອງ​ຮັບ​ບັນດາ​ຊາວ​ມົ້ງທີ່ ຖືກ​ສົ່ງ​ກັບ​ຄືນ​ຈາກ​ໄທ ​ໄດ້​ດຳ​ເນີນ​ການ​ຄືບ​ໜ້າ​ໄປ​ຫລາຍ​ແລ້ວ ​ໂດຍ​ໃນ​ປັດຈຸບັນ​ນີ້ບັນດາ​ຊາວ​ມົ້ງ ທຸກ​ຄົວ​ເຮືອນ​ກໍ​ໄດ້​ຊົມ​ໃຊ້​ໄຟຟ້າ​ແລະ​ມີ​ເສັ້ນທາງ​ທີ່​ເຊຶ່ອມຕໍ່​ເຖິງ​ຕົວ​ເມືອງ​ບໍລິ​ຄັນ​ໄດ້​ຢ່າ​ງສະດວກ​ສະ ບາຍ​ແລ້ວ.

ທ່ານ ​ເຄນ ລໍ​ມະນີ ​ເຈົ້າ​ເມືອງໆ​ບໍລິ​ຄັນ ​ແຂວງ​ບໍລິ​ຄຳ​ໄຊ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າການ​ພັທະນາ​ເຂດ ຈັດ​ສັນ​ໃໝ່​ບ້ານໂພນ​ຄຳ​ເພື່ອຮອງ​ຮັບ​ບັນດາ​ຊາວ​ມົ້ງທີ່​ຖືກ​ສົ່ງ​ກັບ​ຈາກ​ປະ​ເທດ​ໄທ​ນັບ​ຕັ້ງ​ແຕ່​ທ້າ​ນປີ ຜ່ານ​ມາ​ເປັນ​ຕົ້ນ​ມາ​ນັ້ນ ​ໄດ້​ມີ​ຜົນ​ການ​ດຳ​ເນີນ​ງານ​ທີ່​ຄືບ​ໜ້າ​ໄປ​ຫລາຍ​ແລ້ວໃນ​ຂະນະ​ນີ້ ​ໂດ​ບຄວາມ ຄືບ​ໜ້າ​ທີ​່ວ່າ​ນີ້​ກໍ​ຄື​ການ​ສ້າງ​ເຮືອນ​ໃຫ້​ກັບ​ຊາວ​ມົ້ງ 610 ຄອບຄົວ​ຫລື​ຫລາຍ​ກວ່າ 3,500 ຄົນ​ໄດ້ ຢ່າງ​ຄົບ​ຖ້ວນແລ້ວ. ສ່ວນ​ພື້ນ​ທີ່​ການ​ກະ​ເສດ​ນັ້ນ ກໍ​ສາມາດ​ບຸກ​ເບີກ​ໄດ້​ແລ້ວ 600 ​ກວ່າ​ເຮັກ​ຕ້າ ຊຶ່ງ​ກໍ​ເຮັດ​ໃຫ້​ສາມາດ​ຈັດ​ສັນ​ໃຫ້​ກັບ​ຊາວ​ມົ້ງ​ໄດ້​ແລ້ວ​ລະ​ວ່າງ 1.2 – 1.​5 ​ເຮັກຕ້າ​ຕໍ່​ຄອບຄົວ ​ແລະ ກໍ​ຄາດ​ວ່າຈະ​ຈັດ​ສັນ​ເພີ່ມ​ຂື້ນ​ໃຫ້​ເປັນ​ຄອບຄົວ​ລະ 2 ​ເຮັກ​ຕ້າ​ໄດ້​ໃນ​ໝໍ່ໆ​ນີ້.

ສຳ​ຫລັບ​ໃນ​ດ້ານ​ຂອງ​ການ​ດຳ​ເນີນ​ງານ​ພັທະນາ​ໂຄງ​ຂ່າຍ​ພື້ນຖານ​ແລະ​ສິ່ງ​ອຳນວຍ​ຄວາມ​ສະດວກ ຕ່າງໆ​ໃນ​ໄລຍະ​ທີ່​ຜ່ານ​ມາ​ນ້ັນ ກໍ​ປາກົດ​ວ່າການ​ກໍ່ສ້າງ​ຖະນົນ​ທີ່​ເຊຶ່ອມຕໍ່​ຈາກ​ເຂດ​ຈັດ​ສັນ​ໃໝ່​ບ້ານ​ໂພນ​ຄຳ​ໄປ​ຍັງ​ເມືອງ​ບໍລິ​ຄັນ​ດ້ວຍ​ລະຍະ​ທາງ​ຍາວ 57 ກິ​ໂລ​ເມດ​ນັ້ນ​ກໍ​ໄດ້​ດຳ​ເນີນ​ການ​ສຳ​ເລັດ​ແລະ ​ເປີດ​ໃຊ້​ແລ້ວ ຊຶ່ງ​ກໍ​ເຊັ່ນ​ດຽວ​ກັນ​ກັບ​ການ​ວາງ​ແນວ​ສາຍກະ​ແສ​ໄຟຟ້າ​ທີ່​ເຮັດ​ໃຫ້​ຊາວ​ມົ້ງ​ໄດ້​ຊົມ​ໄຊ້​ໄຟຟ້າ​ແລ້ວ​ທັງ 610 ຄອບຄົວ​ນັບ​ແຕ່​ທ້າຍ​ເດືອນ​ພື​ດສະພາ​ເປັນ​ຕົ້ນ​ມາ. ນອກ​ຈາກ​ນີ້ ທາງ​ການ ລາວ​ກໍ​ໄດ້​ດຳ​ເນີ​ນການ​ກໍ່ສ້າງ​ສະຖານີ​ອະນາ​ໄມ ລະບົບ​ນ້ຳ​ລິນ ນ້ຳ​ບາ​ດານ ​ແລະ​ວິດຖ່າຍ​ສຳ​ເລັດ ​ແລ້ວ ສ່ວນ​ທີ່​ກຳລັງ​ດຳ​ເນີນ​ການ​ກໍ່ສ້າງ​ຢູ່ໃນ​ເວລາ​ນີ້ ກໍ​ຄື​ຄິວ​ລົດ ການ​ປັບປຸງ​ຕະຫລາດ​ຊົ່ວຄາວ​ໃຫ້ ​ເປັນ​ຕະຫລາດ​ຖາວອນ ​ແລະ​ການ​ກໍ່ສ້າງ​ໂຮງຮຽນ​ປະຖົມ ​ເພື່ອ​ຮອງ​ຮັບ​ລູກ​ຫລາຍ​ຂອງ​ຊາວ​ມົ້ງ 1,120 ຄົນ​ໃຫ້​ໄດ້​ພາຍ​ໃນ​ສົກຮຽນ​ປີໜ້າ ພ້ອມ​ກັນ​ນັ້ນທາງ​ການ​ລາວ​ກໍ​ຍັງ​ໄດ້​ສົມທົບ​ກັບ​ພາກ​ເອກ ກະ​ຊົນ​ເຂົ້າ​ໃນ​ການ​ສົ່ງ​ເສີມ​ໃຫ້​ຊາວ​ມົ້ງປູກ​ພືດ​ເສດຖະກິດ​ຕ່າງໆ ​ເຊັ່ນ​ສາລີ ມັນ ຖົ່ວດິນ ຖົ່ວຂຽວ ​ແລະງາອີກ​ດ້ວຍ ຊຶ່ງດ້ວຍ​ຄວາມ​ຄືບ​ໜ້າ​ດັ່ງກ່າວ​ນີ້ ກໍ​ຍັງ​ເຮັດ​ໃຫ້​ທາງ​ການ​ລາວ​ມີ​ຄວາມ​ເຊຶ່ອໝັ້ນ​ວ່າ ​ແນວ​ຄິດ​ທີ່​ຈະ​ເດີນທາງ​ໄປ​ຢູ່​ຕ່າງປະ​ເທດ​ໃນ​ອະດີດ​ນັ້ນ​ບໍ​ມີ​ຢູ່​ໃນ​ສະໝອງ​ຂອງ​ບັນດາ​ຊາວ​ມົ້ງ ອີກ​ຕໍ່​ໄປແລ້ວ ​ໂດຍ​ສະ​ເພາະ​ແມ່ນ​ທ່ານ​ພົນ​ຈັດຕະວາ ບົວ​ສ່ຽງ ຈຳປາ​ພັນ ຮອງ​ຫົວໜ້າ​ກົມ​ໃຫຍ່ ​ເສນາ​ທິການ​ກອງທັບ​ປະຊາຊົນ​ລາວ​ໃນ​ຖານະ​ຜູ້​ຮັບຜິດຊອບ​ໃນ​ການ​ຮັບຮອງ​ຊາວ​ມົ້ງກັບ​ຄືນ​ມາຈາກ​ໄທນັ້ນ ​ເຖິງ​ກັບ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ແລະ​ໄດ້​ສະ​ແດງ​ການ​ຮຽກຮ້ອງ​ຕໍ່​ນານາ​ຊາດ​ທີ່​ຕ້ອງການຈະ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ແກ່​ບັນດາ​ຊາວ​ມົ້ງ​ເຫລົ່າ​ນີ້​ວ່າ:

“ດຽວນີ້ຂ້າພະເຈົ້າກໍຢາກສະເໜີວ່າ ມາເຖິງຈຸດນີ້ແລ້ວ ຕາມທີ່ບາງປະເທດສະແດງວ່າມາເປັນຫ່ວງ ເປັນໄຍ ກໍຂໍໃຫ້ເປັນຄວາມເປັນຫ່ວງເປັນໄຍ..ສະ ເພາະວ່າເຂົາເຈົ້ານີ້ບໍ່ຖືກໂທດບໍ່ຖືກຂົ່ມຂູ່ ແຕ່ ພວກເຂົາເຈົ້າຢູ່ດີກິນດີແລ້ວ ເຂົາເຈົ້າຢູ່ປຸ້ມລຸມປອງດອງ ເຂົາເຈົ້າຢູ່ສະຫງົບສະງຽບແລ້ວ ຂໍບໍ່ໃຫ້ມາລົບ ກວນ ອາດຈະມີບາງທ່ານບໍ່ທັນເວົ້າ ແຕ່ອາດຈະຄິດວ່າ ເອົ້າ..ຄັນມັນທຸກຫລາຍ ຄັນຊັ້ນເດ ຈະຮັບບໍ່ການຊ່ວຍເຫລືອ ໂຕນີ້ຖ້າວ່າປະເທດໃດຫາກ ມີເຈດຕະນາຮັກແພງຢາກຊ່ວຍເຫລືອ ກໍຍິນ ດີຮັບ ແຕ່ການຊ່ວຍເຫລືອນັ້ນແມ່ນຜ່ານລັດຖະບານ ບໍ່ແມ່ນມາຊ່ວຍເຫລືອໂດຍກົງ”

ທາງ​ການ​ໄທ​ໄດ້​ສົ່ງ​ຊາວ​ມົ້ງຊຸດ​ສຸດ​ທ້າ​ນຈຳນວນ 4,711 ຄົນ ກັບ​ຄືນ​ໄປ​ລາວ​ເມື່ອ​ວັນ​ທີ່ 28-29 ​ເດືອນ​ທັນວາ​ປີ 2009 ​ໂດຍ​ສ່ວນ​ໃຫຍ່​ກໍ​ໄດ້​ພາກັນ​ເລືອກ​ຢູ່​ໃນ​ເຂດ​ຈັດສັນ​ໃໝ່​ບ້ານ​ໂພນ​ຄຳ ຊຶ່ງ​ມີ ​ເນື້ອ​ທີ່​ກວ້າງ​ກວ່າ 2,000 ​ເຮັກຕ້າ ​ໂດຍ​ໄດ້​ມີ​ການຈັດ​ສັນ​ພື້ນ​ທີ່​ກວ້າງ 100 ​ເຮັກຕ້າ​ເປັນ​ເຂດ​ທີ່ຢູ່​ອາ​ໃສແລະ​ພື້ນ​ທີ່​ສ່ວນ​ທີ່​ເຫລືອ​ນັ້ນ​ກໍ​ໄດ້​ຈັດ​ສັນ​ເປັນ​ທີ່​ດິນ​ທຳ​ກິນ​ສຳ​ຫລັບ​ຊາວ​ມົ້ງ 610 ຄອບ​ຄົວ​ດັ່ງກ່າວ. ນອກຈາກ​ນັ້ນທາງ​ການ​ລາວ​ກໍ​ໄດ້​ວາງ​ແຜນການ​ທີ່​ຈະ​ກໍ່ສ້າງ​ຄອງ​ຊົນລະປະທານ​ເພື່ອ​ ຕອບສະໜອງ​ນ້ຳ​ໃຫ້​ກັບ​ພື້ນ​ທີ່​ການ​ກະ​ເສດ 1,700 ກວ່າ​ເຮັກ​ຕ້າ​ໃນ​ຕະຫລອດ​ປີ ກັບ​ທັງ​ຍັງ​ໄດ້ ​ເຊຶ່ອມຕໍ່​ສາຍ​ໄຟຟ້າ​ເຂົ້າ​ໄປ​ໃນ​ເຂດ​ຈັດ​ສັນ​ໃໝ່​ແລະ​ໃຫ້​ຊາວ​ມົ້ງ​ໄດ້​ຊົມ​ໃຊ້​ໄຟຟ້າຟີ​ເປັນ​ເວລາ 1ປີ ​ແລະ​ຊາວ​ມົ້ງ​ແຕ່ລະຄົນ​ກໍ​ໄດ້​ຮັບ​ການ​ຊ່ວຍເຫລືອ​ເປັນ​ເຂົ້າກິນ 18 ກິ​ໂລ​ກຳ​ຕໍ່​ເດຶອນ​ເປັນ​ເວລາ 1ປີ ​ເຊັ່ນ​ດຽວ​ກັນ. ໂດຍ​ການ​ດຳ​ເນີນ​ງານ​ທັງ​ໝົດ​ດັ່ງກ່າວ​ນີ້ ກໍ​ຕ້ອງ​ໃຊ້​ຈ່າຍ​ງົບປະມານ​ຄິດ​ເປັນ​ມູນ​ຄ່າ ລວມຫລາຍ​ກວ່າ 200 ຕື້​ກີບ ດ້ວຍ​ເປົ້າໝາຍ​ທີ່​ຈ​ະ​ເຮັດ​ໃຫ້​ບັນດາ​ຊາວ​ມົ້ງມີ​ການ​ຜະລິດ​ແລະ​ມີ​ລາຍ​ຮັບ​ທີ່​ສາມາດ​ລ້ຽງ​ດູ​ຄອບຄົວ​ຂອງ​ພວກ​ເຂົາ​ເຈົ້າ​ເອງ​ໄດ້​ພາຍ​ໃນ 1 ປີ​ຂ້າງໜ້າ.

XS
SM
MD
LG