ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ UXO ເຫລືອງົບປະມານ ເພື່ອເກັບກູ້ລະເບີດ ໄດ້ອີກ ພຽງເດືອນດຽວ


ທາງການສະຫະລັດອະເມຣິກາ ກໍໄດ້ໃຫ້ການຊ່ວຍເຫລືອ ແກ່ລັດຖະບານລາວ ໃນການເກັບກູ້ລະເບີດບໍ່ທັນແຕກ ເພີ້ມຂຶ້ນຢ່າງຕໍ່ເນື່ອງແລະໃນປີ 2014-2015.
ທາງການສະຫະລັດອະເມຣິກາ ກໍໄດ້ໃຫ້ການຊ່ວຍເຫລືອ ແກ່ລັດຖະບານລາວ ໃນການເກັບກູ້ລະເບີດບໍ່ທັນແຕກ ເພີ້ມຂຶ້ນຢ່າງຕໍ່ເນື່ອງແລະໃນປີ 2014-2015.

ອົງການເກັບກູ້ລະເບີດບໍ່ທັນແຕກແຫ່ງຊາດລາວ ຍັງຄົງເຫລືອ
ງົບປະມານ ສຳຫລັບດຳເນີນການເກັບກູ້ລະເບີດໄດ້ອີກພຽງແຕ່
ເດືອນດຽວເທົ່ານັ້ນ ຖ້າຫາກບໍ່ໄດ້ຮັບການຊ່ວຍເຫລືອ ຈາກຕ່າງ
ປະເທດເພີ້ມເຕີມ.

ທ່ານບຸນເຮືອງ ດວງພະຈັນ ລັດຖະມົນຕີປະຈຳສຳນັກງານ ນາຍົກລັດຖະມົນຕີ ຍອມຮັບ ວ່າ ອົງການເກັບກູ້ລະເບີດບໍ່ທັນແຕກແຫ່ງຊາດ ຫຼື Lao UXO ກຳລັງປະເຊີນກັບບັນຫາ
ຂາດແຄນໃນດ້ານງົບປະມານຢ່າງໜັກໜ່ວງໃນເວລານີ້ ໂດຍຖ້າຫາກວ່າພາຍໃນເດືອນ
ກັນຍາປີນີ້ ຍັງບໍ່ມີພາກສ່ວນໃດ ຫຼືປະເທດໃດໃຫ້ການຊ່ວຍເຫລືອເຂົ້າມາເພີ້ມເຕີມ ກໍຈະ
ເຮັດໃຫ້ ຕ້ອງຢຸດເຊົາ ການດຳເນີນງານ ໃນສ່ວນຂອງການເກັບກູ້ລະເບີດ UXO ໃນທົ່ວ
ປະເທດຢ່າງຫລີກລ້ຽງບໍ່ໄດ້.

ຍິ່ງໄປກວ່ານັ້ນ ດ້ວຍສະພາບການຂາດແຄນໃນດ້ານງົບປະມານດັ່ງກ່າວ ກໍຍັງເຮັດໃຫ້
ການເກັບກູ້ໃນລະຍະທີ່ຜ່ານມາສາມາດປະຕິບັດໄດ້ ໃນພື້ນທີ່ຢ່າງຈຳກັດອີກດ້ວຍ ກໍຄື
ນັບຈາກເດືອນກັນຍາ 2013 ຈົນເຖິງເດືອນມິຖຸນາ 2014 ນີ້ Lao UXO ສາມາດເກັບ
ກູ້ລະເບີດ UXO ໄດ້ໃນພື້ນທີ່ພຽງ 4,958 ເຮັກຕາແລະທຳລາຍລະເບີດ UXO ໄປທັງ
ໝົດພຽງແຕ່ 72,346 ໜ່ວຍເທົ່ານັ້ນ.

ທາງດ້ານ ທ່ານພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງວ່າການ ຄະນະກຳມະການຄຸ້ມຄອງ
ແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ໃນລາວ ຍອມຮັບວ່າບັນຫາ
ສຳຄັນປະການໜຶ່ງ ທີ່ເຮັດໃຫ້ນານາຊາດຍັງບໍ່ຕັດສິນໃຈ ທີ່ຈະໃຫ້ການຊ່ວຍເຫລືອລະຍະ
ຍາວ ແກ່ລັດຖະບານລາວໃນການເກັບກູ້ ແລະປ້ອງກັນຜົນກະທົບຈາກລະເບີດ UXO
ຫາກແຕ່ຍັງໃຫ້ UXO ການຊ່ວຍເຫລືອ ເປັນແບບປີຕໍ່ປີນັ້ນ ເພາະສ່ວນໃຫຍ່ກໍຍັງເຫັນ
ວ່າລະບົບຂໍ້ມູນກ່ຽວກັບລະເບີດ UXO ຂອງທາງການລາວຍັງບໍ່ໄດ້ມາດຕະຖານສາກົນ.

ດ້ວຍເຫດນີ້ ຈຶ່ງເຮັດໃຫ້ນານາຊາດ ໄດ້ພິຈາລະນາຂໍ້ມູນທີ່ໄດ້ຮັບ ຈາກທາງການລາວຢ່າງ
ລະອຽດ ແລະຮອບດ້ານເສຍກ່ອນ ເຖິງຈະຕັດສິນໃຈວ່າຈະໃຫ້ການຊ່ວຍເຫລືອແກ່ລັດ
ຖະບານລາວເທົ່າໃດ ໂດຍສາເຫດສຳຄັນ ທີ່ນາໆຊາດຍັງບໍ່ເຊື່ອໝັ້ນ ຕໍ່ຂໍ້ມູນຂອງທາງ
ການລາວນັ້ນ ກໍເພາະເຫັນວ່າ ການປະສານງານລະຫວ່າງ ໜ່ວຍງານຂອງລັດຖະບານ
ລາວ ຍັງບໍ່ມີປະສິດທິພາບຢ່າງພຽງພໍ ດັ່ງທີ່ທ່ານພູຂຽວ ໃຫ້ການຢືນຢັນວ່າ:

ເອກອັກຄະລັດຖະທູດສະຫະລັດ ປະຈຳສປປ. ລາວ ທ່ານ Daniel A. Clune ແລະ ທ່ານພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງວ່າການ ຄະນະກຳມະການຄຸ້ມຄອງແຫ່ງຊາດ.
ເອກອັກຄະລັດຖະທູດສະຫະລັດ ປະຈຳສປປ. ລາວ ທ່ານ Daniel A. Clune ແລະ ທ່ານພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງວ່າການ ຄະນະກຳມະການຄຸ້ມຄອງແຫ່ງຊາດ.

“ການປະສານງານຢູ່ທ້ອງຖິ່ນປັດຈຸບັນ ດຽວນີ້ມັນມີຄວາມ
ຫຍຸ້ງຍາກ ເພາະພວກຂ້າພະເຈົ້າສັງເກດເຫັນວ່າການ
ປະສານງານ ເພື່ອເອົາຂໍ້ມູນມາຮັບໃຊ້ ເພື່ອການວາງແຜນ
ດຽວນີ້ ບໍ່ສະດວກປານໃດ ເພາະວ່າໂຄງການ ເກັບກູ້ລະ
ເບີດແຫ່ງຊາດ ຢູ່ຕັ້ງແຕ່ຫົວພັນຮອດອັດຕະປື ເຮົາຂໍການ
ຊ່ວຍເຫລືອ ຂອງຕ່າງປະເທດ ເຂົາເຈົ້າຕ້ອງການຂໍ້ມູນ
ທີ່ຊັດເຈນຄືກັນ.”

ໂດຍການເກັບກູ້ລະເບີດ UXO ໃນລາວໃນປີ 2013 ທີ່ຜ່ານມາ
ສາມາດຈັດຕັ້ງປະຕິບັດໄດ້ໃນພື້ນທີ່ລວມທັງໝົດ 10,514 ເຮັກຕາ
ແລະໄດ້ທຳລາຍລະເບີດ UXO ໄປທັງໝົດ 82,917 ໜ່ວຍ ໂດຍ
ນາໆຊາດ ໄດ້ໃຫ້ການຊ່ວຍເຫລືອ ແກ່ລັດຖະບານລາວໃນມູນ
ຄ່າລວມ 30 ລ້ານດອນລາ ໃນຂະນະທີ່ ລັດຖະບານລາວຕ້ອງ
ການຄວາມຊ່ວຍເຫລືອ ບໍ່ນ້ອຍກວ່າ 50 ລ້ານໃນແຕ່ລະປີ ຈຶ່ງຈະພຽງພໍຄວາມຕ້ອງການ
ທີ່ເປັນຈິງ.

ສຳຫລັບທາງການສະຫະລັດອະເມຣິການັ້ນ ກໍໄດ້ໃຫ້ການຊ່ວຍເຫລືອ ແກ່ລັດຖະບານ
ລາວ ເພີ້ມຂຶ້ນຢ່າງຕໍ່ເນື່ອງແລະໃນປີ 2014 ນີ້ລັດຖະສະພາສະຫະລັດຯ ກໍໄດ້ອະນຸມັດ
ງົບປະມານໃນມູນຄ່າ 12 ລ້ານສຳຫລັບໃຫ້ການຊ່ວຍເຫລືອ ແກ່ລາວເພື່ອນຳໃຊ້ໃນການ
ເກັບກູ້ລະເບີດ UXO ທີ່ຕົກຄ້າງໃນລາວ ລວມເຖິງການ ໃຫ້ການຊ່ວຍເຫລືອ ແກ່ປະຊາ
ຊົນລາວ ທີ່ໄດ້ຮັບເຄາະຈາກລະເບີດດັ່ງກ່າວ ແລະການລົນນະລົງເຜີຍແພ່ເພື່ອໃຫ້ຄວາມ
ຮູ້ແກ່ປະຊາຊົນລາວ ທີ່ແນໃສ່ການລົດອັນຕະລາຍຈາກລະເບີດ UXO ໃຫ້ໄດ້ຢ່າງມີປະສິດ ທິຜົນອີກດ້ວຍ.

ໂດຍການອະນຸມັດດັ່ງກ່າວນີ້ ຖືເປັນງົບປະມານກ້ອນໃຫຍ່ສຸດ ທີ່ທາງການສະຫະລັດຯ
ໄດ້ໃຫ້ການຊ່ວຍເຫລືອແກ່ລາວນັບແຕ່ສົງຄາມອິນໂດຈີນໄດ້ສິ້ນສຸດລົງໃນປີ 1975 ເປັນ
ຕົ້ນມາ ພາຍໃຕ້ເປົ້າໝາຍທີ່ຈະລຸດຜ່ອນຜົນກະທົບຈາກລະເບີດ UXO ໃນລາວລົງເທື່ອ
ລະກ້າວ ແລະໝົດໄປໃນທີ່ສຸດ ທັງນີ້ດ້ວຍການຈັດຕັ້ງ ປະຕິບັດທັງໃນການເກັບກູ້ການ
ຊ່ວຍເຫລືອ ຜູ້ໄດ້ຮັບເຄາະ ແລະ ການປ້ອງກັນຄຽງຄູ່ກັນໄປ.

ທັງນີ້ນັບແຕ່ສົງຄາມອິນໂດຈີນໄດ້ສິ້ນສຸດລົງ ສະຫະລັດຯໄດ້ໃຫ້ຄວາມຊ່ວຍເຫລືອແກ່
ລາວໃນການ​ຫລຸດຜ່ອນຜົນກະທົບຈາກລະເບີດ UXO ແລ້ວການສຶກສາອົບຮົມກັນຮຽນ
ເພື່ອການລະວັງແລະປ້ອງກັນໄພ ອັນຕະລາຍຈາກລະເບີດ UXO ຢູ່ໃນແຂວງຫລວງ
ພະບາງ ຫົວພັນ ຊຽງຂວາງ ຄຳມ່ວນ ສະຫວັນນະເຂດ ສາລະວັນ ເຊກອງ ອັດຕະປື ແລະ ຈຳປາສັກ.

XS
SM
MD
LG