ທາງການລາວຄາດວ່າ ຈະລົງນາມ ໃນຂໍ້ຕົກລົງວ່າດ້ວຍການເຊື່ອມຕໍ່ ລະບົບສາຍສົ່ງ ກະແສໄຟຟ້າ ໃນອາຊຽນ (ASEAN Power Grid) ຮ່ວມກັບ ໄທ ມາເລເຊຍ ແລະ ສິງກະໂປ ໄດ້ພາຍໃນປີ 2016 ນີ້.
ທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ຢືນຢັນວ່າ ວິໄສທັດຂອງການພັດທະນາໃນພາກພະລັງງານ ທີ່ລັດຖະບານລາວ ໄດ້ວາງອອກ ນັບ ຈາກປັດຈຸບັນເຖິງປີ 2025 ກໍຄືການພັດທະນາລາວ ໃຫ້ເປັນຜູ້ສົ່ງອອກ ພະລັງງານ ໄຟຟ້າ ລາຍໃຫຍ່ ຫຼື ໝໍ້ໄຟຂອງອາຊຽນ ໃຫ້ໄດ້ຢ່າງແທ້ຈິງ ຊຶ່ງກໍເຮັດໃຫ້ມີຄວາມຈຳເປັນ ຢ່າງຍິ່ງ ທີ່ຈະຕ້ອງທຳການເຊື່ອມຕໍ່ ລະບົບສາຍສົ່ງກະແສໄຟຟ້າ ຈາກລາວ ໄປຍັງ ປະເທດໄທ ມາເລເຊຍ ແລະ ສິງກະໂປ ໃຫ້ໄດ້ຢ່າງແທ້ຈິງດ້ວຍເຊັ່ນກັນ.
ທ່ານຄຳມະນີ ເຊື່ອໝັ້ນວ່າ ການລົງນາມໃນຂ້້ຕົກລົງດັ່ງກ່າວນີ້ ລະຫວ່າງ 4 ປະເທດ ຈະ ມີຂຶ້ນພາຍໃນ ປີ 2016 ເພາະວ່າ ການເຊື່ອມຕໍ່ລະບົບສາຍສົ່ງກະແສໄຟຟ້າ ລະຫວ່າງ ປະເທດສະມາຊິກອາຊຽນດ້ວຍກັນ ຫຼື ASEAN Power Grid ນັ້ນ ຖືເປັນເປົ້າໝາຍ ສຳຄັນ ໃນການຕອບສະໜອງພະລັງງານໄຟຟ້າ ໃຫ້ກັບປະເທດສະມາຊິກ ໃນອາຊຽນ ດ້ວຍກັນຢ່າງພຽງພໍ ໂດຍໃນມໍ່ໆນີ້ ລັດວິສາຫະກິດໄຟຟ້າລາວ ກໍຈະຂາຍພະລັງງານ ໄຟຟ້າ ໃຫ້ກັບສິງກະໂປດ້ວຍ ດັ່ງທີ່ທ່ານຄຳມະນີ ໃຫ້ການຢືນຢັນວ່າ:
“ລັດວິສາຫະກິດໄຟຟ້າລາວ ຕ້ອງນຳໃຊ້ກົນໄກຊື້ຂາຍແລກປ່ຽນພະລັງງານໄຟຟ້າ ກັບພາຍນອກ ແບບລະບົບສູ່ລະບົບ ໄຟຟ້າລາວສາມາດຂາຍພະລັງງານໄຟຟ້າ ໃຫ້ກັບສິງກະໂປ ຊຶ່ງໃນປັດຈຸບັນນີ້ ກະມີການສຶກສາຢູ່ ຄາດວ່າຈະບັນຫລຸ ໃນຕໍ່ ໜ້ານີ້ ພ້ອມກັນນັ້ນ ກໍຕອບສະໜອງໄຟຟ້າ ໃຫ້ກັບຂະແໜງຫລັກ ກໍຄືວຽກງານ ການກະສິກຳ ແລະ ກະຮັບໃຊ້ຂົງເຂດອຸດສາຫະກຳ ຂະໜາດໃຫຍ່ ໃຫ້ທົ່ວເຖິງ ແລະພຽງພໍ.”
ທາງດ້ານທ່ານ Maximus Ongkili ລັດຖະມົນຕີວ່າການກະຊວງພະລັງງານ ຂອງ ມາເລເຊຍ ກໍຢືນຢັນວ່າ ລັດຖະບານມາເລເຊຍ ຕ້ອງການ ທີ່ຈະດຳເນີນການສຶກສາ ກ່ຽວກັບຜົນກະທົບ ຈາກແຜນການເຊື່ອມຕໍ່ສາຍສົ່ງກະແສໄຟຟ້າ ຈາກລາວຜ່ານໄທ
ແລະ ມາເລເຊຍ ຕໍ່ໄປຍັງສິງກະໂປ ຢ່າງຮອບດ້ານ ກ່ອນທີ່ຈະມີການລົງນາມ ໃນຂໍ້ ຕົກລົງດັ່ງກ່າວ ລະຫວ່າງ 4 ປະເທດໃນລະຍະຕໍ່ໄປ.
ກ່ອນໜ້ານີ້ ລັດຖະມົນຕີພະລັງງານລາວ ໄທ ມາເລເຊຍ ແລະ ສິງກະໂປ ມີກຳນົດທີ່ຈະ ຮ່ວມກັນລົງນາມ ໃນຂໍ້ຕົກລົງວ່າດ້ວຍການເຊື່ອມຕໍ່ສາຍສົ່ງກະແສໄຟຟ້າດັ່ງກ່າວ ໃນໂອ ກາດກອງປະຊຸມລັດຖະມົນຕີພະລັງງານ ຄັ້ງທີ 33 ຂອງອາຊຽນ ເມື່ອເດືອນຕຸລາ 2015 ຢູ່ປະເທດມາເລເຊຍ ຫາກແຕ່ວ່າດ້ວຍການສະແດງທ່າທີດັ່ງກ່າວ ຂອງທາງການ ມາເລເຊຍ ຈຶ່ງເຮັດໃຫ້ບໍ່ມີການລົງນາມ ໃນຂໍ້ຕົກລົງດັ່ງກ່າວ ແຕ່ຢ່າງໃດ ທັງຍັງບໍ່ມີກຳ ນົດການ ທີ່ຊັດເຈນອີກດ້ວຍ.
ຫາກແຕ່ທ່ານ Maximus Ongkili ໄດ້ຢືນຢັນວ່າ ທາງການມາເລເຊຍ ຈະໃຊ້ເວລາບໍ່ ຕ່ຳກວ່າ 6 ເດືອນ ເພື່ອທຳການສຶກສາປ້ອງກັນຜົນກະທົບ ຈາກການເຊື່ອມຕໍ່ສາຍສົ່ງ ກະແສໄຟຟ້າ ຈາກມາເລເຊຍ ໄປສິງກະໂປ ສ່ວນການເຊື່ອມຕໍ່ສາຍສົ່ງກະແສໄຟຟ້າ ລະຫວ່າງ ລາວ-ໄທ-ມາເລເຊຍ ນັ້ນ ສາມາດທີ່ຈະດຳເນີນການໄດ້ທັນທີ ເນື່ອງຈາກມີ ລະບົບສາຍສົ່ງຢູ່ແລ້ວ ຈຶ່ງລໍຖ້າພຽງການຈັດທຳ ແລະ ລົງນາມ ໃນສັນຍາຊື້ຂາຍ ພະລັງ ງານໄຟຟ້າ ລະຫວ່າງກັນຢ່າງເປັນທາງການເທົ່ານັ້ນ.
ກ່ອນໜ້ານີ້ ລັດຖະບານຂອງທັງ 4 ປະເທດ ກໍໄດ້ມີການແຕ່ງຕັ້ງຄະນະປະຕິບັດງານ ຂຶ້ນມາຮັບຜິດຊອບ ໃນການຈັດທຳຂໍ້ຕົກລົງ ລະຫວ່າງກັນເສັດສົມບູນແລ້ວ ໂດຍປະ ກອບມີເນື້ອໄນສຳຄັນ 4 ດ້ານດ້ວຍກັນ ກໍຄືດ້ານເທັກນິກ ດ້ານພາສີອາກອນ ດ້ານ ລະບຽບໃນການປະຕິບັດແຜນການຮ່ວມມື ດ້ານພະລັງງານຂອງອາຊຽນ ຫຼື ASEAN Power Grid ອີກດ້ວຍ.
ທາງດ້ານກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 20 ຢູ່ຈັງຫວັດຊຽງຣາຍ ເມື່ອທ້າຍເດືອນຕຸລາ 2015 ທີ່ມີລັດຖະມົນຕີວ່າການຕ່າງປະເທດ ຂອງທັງສອງຝ່າຍ ເປັນປະທານຮ່ວມກັນນັ້ນ ທາງການໄທກໍໄດ້ໃຫ້ການຢືນຢັນ ຢ່າງ ໜັກແໜ້ນວ່າ ຈະຍັງຄົງຮັບຊື້ພະລັງງານໄຟຟ້າ ຕາມສັນຍາ ທີ່ໄດ້ຕົກລົງໄວ້ ກັບທາງ ການລາວ ໃນປະລິມານລວມ 7,000 ເມກາວັດ ເປັນເວລາ 25 ປີ ນັບຈາກປີ 2016 ເປັນຕົ້ນໄປ.
ຍິ່ງໄປກວ່ານັ້ນ ທາງການໄທ ຍັງໄດ້ຕົກລົງທີ່ຈະນຳໃຊ້ແນວສາຍສົ່ງກະແສໄຟຟ້າ ໃນໄທ ເພື່ອເຊື່ອມຕໍ່ ແລະ ສົ່ງກະແສໄຟຟ້າ ຈາກລາວຜ່ານໄທໄປຍັງມາເລເຊຍ ແລະ ສິງກະໂປ ໃຫ້ໄດ້ຢ່າງເປັນຮູບປະທຳ ພາຍໃຕ້ແຜນການ ASEAN Power Grid ດັ່ງກ່າວ ຊຶ່ງກໍຈະ ສົ່ງຜົນດີຕໍ່ແຜນການ-ເປົ້າໝາຍ ທີ່ລັດຖະບານລາວ ຈະດຳເນີນການໃນທຸກວິທີທາງ ເພື່ອ ພັດທະນາລາວ ໃຫ້ເປັນຜູ້ສົ່ງອອກພະລົງງານລາຍໃຫຍ່ ຫຼື ເປັນໝໍ້ໄຟຂອງອາຊຽນ (Battery of ASEAN) ໃຫ້ໄດ້ໃນອະນາຄົດອີກດ້ວຍ.
ໂດຍການສຶກສາ ໃນລະຍະທີ່ຜ່ານມາ ພົບວ່າ ການກໍ່ສ້າງເຂື່ອນໃນລາວ ຢ່າງເຕັມ ກຳລັງນັ້ນ ຈະເຮັດໃຫ້ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 30,000 ເມກາວັດ.