ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈະມີ ນັກທ່ອງທ່ຽວ ຕ່າງຊາດ ເຂົ້າມາ ໃນລາວ ເພີ້ມຂຶ້ນ ເປັນ 10 ລ້ານ ກວ່າຄົນ ໃນປີ 2020


ປະເພນີ ແລະ ວັດທະນະທຳອັນດີງາມ ຂອງຊາວລາວ ໂດຍສະເພາະແມ່ນຢູ່ເມືອງມໍລະດົກໂລກ ຫລວງພະບາງ.
ປະເພນີ ແລະ ວັດທະນະທຳອັນດີງາມ ຂອງຊາວລາວ ໂດຍສະເພາະແມ່ນຢູ່ເມືອງມໍລະດົກໂລກ ຫລວງພະບາງ.

ທາງການລາວຄາດໝາຍວ່າ ຈະມີນັກທ່ອງທ່ຽວຊາວຕ່າງຊາດ
ເດີນທາງ ເຂົ້າມາໃນລາວເພີ້ມຂຶ້ນເປັນ 10 ລ້ານກວ່າຄົນໃນປີ
2020 ໂດຍສ່ວນໃຫຍ່ກໍຍັງຈະເປັນນັກທ່ອງທ່ຽວຈາກພູມິພາກ
ເອເຊຍ ດ້ວຍກັນ.

ກະຊວງຖະແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວຂອງລາວ ຄາດໝາຍວ່າ ໃນ
ຕະຫລອດປີ 2014 ນີ້ຈະມີນັກທ່ອງທ່ຽວຊາວຕ່າງຊາດ ເດີນທາງເຂົ້າມາໃນລາວ
ເຖິງ 3.9 ລ້ານຄົນ ຊຶ່ງຈະເຮັດໃຫ້ພາກບໍລິການ ໃນລາວມີລາຍຮັບເປັນເງິນຕາຕ່າງ
ປະເທດ ໃນມູນຄ່າລວມບໍ່ນ້ອຍກວ່າ 650 ລ້ານດອນລາ ຫຼືເພີ້ມຂຶ້ນເກືອບເຖິງ 10
ເປີເຊັນ ເມື່ອທຽບກັບ ໃນຕະຫລອດປີ 2013 ທີ່ຜ່ານມາ.

ຍິ່ງໄປກວ່ານັ້ນ ຖ້າຫາກວ່າສະພາວະການທ່ອງທ່ຽວໃນລາວ ຍັງສາມາດ ທີ່ຈະຮັກສາ
ລະດັບການເຕີບໂຕດັ່ງກ່າວນີ້ ໄດ້ຢ່າງຕໍ່ເນື່ອງ ກໍຍັງເຮັດໃຫ້ ສາມາດຄາດໝາຍໄດ້ວ່າ
ຈະມີນັກທ່ອງທ່ຽວ ຊາວຕ່າງຊາດທີ່ຈະເດີນທາງເຂົ້າມາໃນລາວເພີ້ມຂຶ້ນເປັນຫຼາຍກວ່າ
10 ລ້ານຄົນໃນປີ 2020 ຊຶ່ງກໍຈະເຮັດໃຫ້ພາກ ບໍລິການໃນລາວ ມີລາຍຮັບເປັນເງິນຕາ
ຕ່າງປະເທດເພີ້ມຂຶ້ນ ເປັນຫຼາຍກວ່າ 1,600 ລ້ານດອນລາອີກດ້ວຍ.

ໂຄງການກໍ່ສ້າງ ໂຮງແຮມລະດັບ 5 ດາວ ຊຶ່ງເປັນການລົງທຶນ ຂອງບໍລິສັດຈາກຈີ.
ໂຄງການກໍ່ສ້າງ ໂຮງແຮມລະດັບ 5 ດາວ ຊຶ່ງເປັນການລົງທຶນ ຂອງບໍລິສັດຈາກຈີ.

ສຳຫລັບສາເຫດສຳຄັນ ທີ່ເຮັດໃຫ້ນັກທ່ອງທ່ຽວຊາວຕ່າງຊາດ
ເດີນທາງເຂົ້າມາໃນລາວ ເພີ້ມຂຶ້ນກໍໄດ້ຮັບການຊີ້ແຈງ ຈາກ
ທ່ານບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳແລະທ່ອງທ່ຽວ ວ່າເປັນຍ້ອນການພັດທະນາ ພາກ
ບໍລິການ ແລະທ່ອງທ່ຽວໃນລາວ ທີ່ກ້າວໄປສູ່ລະດັບ ມາດຕະຖານ
ສາກົນ ຫຼາຍຂຶ້ນເລື້ອຍໆ ໂດຍຈະເຫັນໄດ້ຈາກ ການທີ່ລາວ ໄດ້ຮັບ
ລາງວັນລະດັບໂລກໃນຖານະປະເທດທີ່ເປັນຈຸດໝາຍ ປາຍທາງ
ຍອດນິຍົມ ຂອງບັນດານັກທ່ອງທ່ຽວຈາກທົ່ວໂລກ ມາຢ່າງຕໍ່ເນື່ອງ.

ໂດຍເລີ້ມຈາກປີ 2008 ທີ່ New York Times ໄດ້ຈັດໃຫ້ລາວ
ເປັນ 1 ໃນ 53 ປະເທດ ທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກ ຕິດຕາມດ້ວຍ ການທ່ອງທ່ຽວ
ທຳມະຊາດ ທີ່ປະຊາຊົນ ມີສ່ວນຮ່ວມ ຢູ່ໃນເຂດປ່າສະຫງວນ ນ້ຳຫ້າ ໃນແຂວງຫລວງ
ນ້ຳທາ ກໍໄດ້ຮັບລາງວັນດີເດັ່ນ ຈາກໂຄງການພັດທະນາແຫ່ງສະຫະປະຊາຊາດ (UNDP)
ສ່ວນເມືອງມໍລະດົກໂລກ ຫລວງພະບາງ ກໍໄດ້ຮັບຫລຽນຄຳ ໃນຖານະເມືອງທ່ອງທ່ຽວ
ອັນດັບ 1 ໃນໂລກຈາກວາລະສານ Wanderlst ຂອງອັງກິດເຖິງ 6 ປີ ຕິດຕໍ່ກັນ ແລະປີ
2013 ສະພາການທ່ອງທ່ຽວ ແລະການຄ້າ ແຫ່ງສະຫະພາບຢູໂຣບ ກໍໄດ້ຍົກຍ້ອງໃຫ້ລາວ
ເປັນປະເທດ ທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກ ດັ່ງທີ່ທ່ານບໍ່ແສງຄຳ ໃຫ້ການຢັ້ງຢືນວ່າ:

“ໃນລະຍະເວລາທີ່ຜ່ານມາ ຍ້ອນຄວາມພະຍາຍາມ ເອົາໃຈໃສ່ຢ່າງຕັ້ງໜ້າ
ແລະ ໄດ້ມີຜົນສຳເລັດຢ່າງຕໍ່ເນື່ອງ ຂອງຂະແໜງການທ່ອງທ່ຽວຈຶ່ງໄດ້ເຮັດໃຫ້ ສປປ.ລາວ ຂອງພວກເຮົາ ໄດ້ຮັບການຍ້ອງຍໍສັນລະເສີນ ແລະໄດ້ຮັບລາງວັນ
ທີ່ເປັນກຽດຫຼາຍຄັ້ງ ແລະຫຼ້າສຸດ ດັ່ງທີ່ພວກເຮົາໄດ້ຮັບຊາບນຳກັນ ແລ້ວວ່າ
ໃນຕົ້ນປີ 2013 ປະເທດລາວເຮົາກໍໄດ້ຮັບລາງວັນອັນດັບ 1 ຈາກສະພາການ
ທ່ອງທ່ຽວ ແລະການຄ້າຢູໂຣບເປັນປະເທດທີ່ໜ້າທ່ຽວທີ່ສຸດໃນໂລກ.”

ໂດຍໃນຕະຫລອດປີ 2013 ທີ່ຜ່ານມາມີຊາວຕ່າງຊາດ ເດີນທາງເຂົ້າມາທ່ອງທ່ຽວໃນ
ລາວ ຈຳນວນທັງໝົດ 3,779,490 ຄົນ ໂດຍບໍ່ພຽງຈະເປັນຈຳນວນນັກທ່ອງທ່ຽວ ທີ່
ເພີ້ມຂຶ້ນຈາກ 3 ລ້ານ 3 ແສນ ກວ່າຄົນໃນປີ 2012 ເທົ່ານັ້ນ ຫາກແຕ່ກໍຍັງຖືເປັນຈຳນວນ
ນັກທ່ອງທ່ຽວທີ່ເດີນທາງເຂົ້າມາໃນລາວເກີນກວ່າແຜນການປີ 2013 ແລະ ເກີນກວ່າ
ລະດັບຄາດໝາຍໃນປີ 2015 ທີ່ວາງໄວ້ ທີ່ຈຳນວນ 3,750,000 ຄົນອີກດ້ວຍ.

ໂດຍໃນຈຳນວນນັກທ່ອງທ່ຽວທັງໝົດດັ່ງກ່າວ ກໍແບ່ງເປັນ ນັກທ່ອງທ່ຽວ ຈາກປະເທດ
ສະມາຊິກໃນກຸ່ມອາຊຽນດ້ວຍກັນ 3 ລ້ານ 4 ໝື່ນກວ່າຄົນ ຊຶ່ງເພີ້ມຂຶ້ນຈາກ 2 ລ້ານ 7
ແສນກວ່າຄົນ ໃນປີ 2012 ທັງຍັງຄິດເປັນສັດສ່ວນທີ່ເພີ້ມຂຶ້ນເກີນກວ່າ 3 ເທົ່າຕົວເມື່ອ
ທຽບກັບປີ 2006 ທີ່ມີນັກທ່ອງທ່ຽວ ຈາກອາຊຽນດ້ວຍກັນພຽງແຕ່ 9 ແສນກວ່າຄົນ
ເທົ່ານັ້ນ ທີ່ເດີນທາງເຂົ້າມາທ່ອງທ່ຽວໃນລາວໃນປີ 2006 ດັ່ງກ່າວ.

ສວ່ນນັກ​ທ່ອງ​ທ່ຽວ​ຈາກ​ພູມິ​ພາກ​ອື່ນ ກໍ​ເດີນທາງ​ເຂົ້າມາ​ທ່ອງ​ທ່ຽວ​ໃນ​ລາວ ​ເພີ້​ມຂຶ້ນຢ່າງ
​ຕໍ່​ເນື່ອງ​ເຊັ່ນ​ດຽວ​ກັນ ຊຶ່ງ​ໃນ​ນີ້​ກໍ​ຮວມ​ເຖິງ​ນັກ​ທ່ອງ​ທ່ຽວ ​ຈາກຢູ​ໂຣບ ທີ່​ເພີ້​ມຂຶ້ນຈາກ
185,000 ກວ່າ​ຄົນ​ໃນ​ປີ 2012 ​ເປັນ ຫຼາຍກວ່າ 212,000 ຄົນ​ໃນ​ປີ 2013 ​ໃນ​ຂະນະ​
ທີ່​ນັກທ່ອງ​ທ່ຽວ​ໃນ​ລາວຫຼາຍທີ່​ສຸດ ​ໃນ​ຊ່ວງ​ດຽວກັນນີ້ ກໍ​ແມ່ນ​ນັກ​ທ່ອງ​ທ່ຽງ​ຈາກ​ໄທ ທີ່​ມີ​
ຈຳນວນຫຼາຍກວ່າ 1 ລ້ານ 9 ​ແສນ​ຄົນ.

XS
SM
MD
LG