ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຄາດວ່າ ຈະມີນັກທ່ອງທ່ຽວ ຫຼາຍກວ່າ 3 ລ້ານຄົນ ໄປລາວໃນປີ 2013


ທໍາມະຊາດ ທີ່ອໍານວຍຄວາມສະດວກໃຫ້ລາວ ພັດທະນາການທ່ອງທ່ຽວແບບອານຸລັກທໍາມະຊາດ
ທໍາມະຊາດ ທີ່ອໍານວຍຄວາມສະດວກໃຫ້ລາວ ພັດທະນາການທ່ອງທ່ຽວແບບອານຸລັກທໍາມະຊາດ
ທາງການລາວຄາດໝາຍວ່າຈະມີນັກທ່ອງທ່ຽວຊາວຕ່າງຊາດ
ຫຼາຍກວ່າ 3 ລ້ານ ຄົນ ເດີນທາງເຂົ້າໄປທ່ອງທ່ຽວໃນລາວໃນ
ແຜນການປີ 2012-2013 ໂດຍຈະເຮັດໃຫ້ພາກ ບໍລິການມີ
ລາຍຮັບເກີນກວ່າ 450 ລ້ານໂດລາ.

ທ່ານຈະເລີນ ວາລິນທະສັກ ລັດຖະມົນຕີຊ່ວຍວ່າການກະຊວງ
ຖະແຫຼງຂ່າວ ວັດທະນະທໍາ ແລະການທ່ອງທ່ຽວຖະແຫຼງຢືນຢັນ
ວ່າ ນັກທ່ອງທ່ຽວຊາວຕ່າງຊາດໄດ້ ພາກັນເດີນທາງເຂົ້າໄປທ່ອງ
ທ່ຽວ ໃນລາວເພີ່ມຂຶ້ນຢ່າງຕໍ່ເນື່ອງນັບຈາກປີ 1993 ເປັນຕົ້ນມາ
ເຖິງແມ່ນວ່ານັກທ່ອງທ່ຽວຈາກສະຫະພາບຢູໂຣບຈະລົດລົງເພາະ
ບັນຫາວິກິດການ ທາງການເງິນທີ່ເກີດຂຶ້ນໃນເວລານີ້ກໍຕາມ ຫາກ
ແຕ່ສໍາລັບນັກທ່ອງທ່ຽວຈາກເອເຊຍດ້ວຍກັນ ໂດຍສະເພາະແມ່ນ
ນັກທ່ອງທ່ຽວຈາກ ໄທ ມາເລເຊຍ ຫວຽດນາມ ແລະສິງກະໂປນັ້ນ ກໍຍັງຄົງເດີນທາງເຂົ້າໄປທ່ອງທ່ຽວໃນລາວ ຫຼາຍຂຶ້ນນັບມື້.

ສໍາລັບໃນແຜນການປະຈໍາປີ 2011-2012 ທີ່ຜ່ານມານີ້ ກໍປາກົດວ່າມີນັກທ່ອງທ່ຽວຊາວ ຕ່າງຊາດຫຼາຍກວ່າ 2.8 ລ້ານຄົນທີ່ເດີນທາງເຂົ້າໄປທ່ອງທ່ຽວໃນລາວ ແລະກໍເຮັດໃຫ້ ພາກບໍລິການໃນລາວມີລາຍຮັບເປັນເງິນຕາຕ່າງປະເທດຄິດເປັນ ມູນຄ່າລວມເກີນກວ່າ 400 ລ້ານໂດລາ.

ນອກຈາກນີ້ ຖ້າຫາກຄິດໄລ່ສະເພາະນັບຈາກປີ 1993 ເຖິງປີ 2011 ທີ່ຜ່ານມາ ກໍຈະໄດ້ວ່າ
ນັກທ່ອງທ່ຽວຊາວຕ່າງຊາດທີ່ເດີນທາງເຂົ້າໄປທ່ອງທ່ຽວໃນລາວໄດ້ເພີ່ມຂຶ້ນ ໃນອັດຕາ
ສະເລ່ຍທີ່ສູງກວ່າ 20% ຕໍ່ປີອີກດ້ວຍ ດັ່ງທີ່ທ່ານຈະເລີນ ໄດ້ຖະແຫຼງຊີ້ແຈງໃນຕອນນຶ່ງວ່າ:

ອັດຕາຂອງການທ່ອງທ່ຽງນີ້ເພີ່ມຂຶ້ນສະເລ່ຍປະມານ 20.36% ຕໍ່ປີ ຄືໃນປີ 1993 ນັ້ນ ຈໍານວນນັກທ່ອງທ່ຽວທີ່ເຂົ້າມາລາວມີພຽງແຕ່ 102,910 ຄົນ ແລ້ວ ເຮົາມາເບິ່ງປີ 2011 ນີ້ ມີ 2,723,564 ຄົນ ບັດນີ້ລາຍໄດ້ຂອງພວກເຮົາກະ ຫຼາຍ ກວ່າ 400 ລ້ານໂດລາ.”
ກອງປະຊຸມຂອງຄະນະກໍາມະການຝ່າຍການຕະຫລາດຂອງອົງການທ່ອງທ່ຽວລາວ
ກອງປະຊຸມຂອງຄະນະກໍາມະການຝ່າຍການຕະຫລາດຂອງອົງການທ່ອງທ່ຽວລາວ


ທັງນີ້ ເຂດທີ່ມີການຂະຫຍາຍຕົວເພີ່ມຂຶ້ນຫຼາຍທີ່ສຸດນັ້ນ
ກໍແມ່ນນະຄອນວຽງຈັນ ຊຶ່ງໃນແຜນການປີ 2011-2012 ທີ່ຜ່ານມາກໍປາກົດວ່າມີນັກທ່ອງທ່ຽວຊາວຕ່າງ ຊາດຫຼາຍ
ກວ່າ 1.7 ລ້ານຄົນ ທີ່ໄດ້ພາກັນເດີນທາງເຂົ້າມາທ່ອງ
ທ່ຽວໃນເຂດນະຄອນວຽງຈັນ ແລະຖ້າຫາກທຽບໃສ່ແຜນ
ການປີ 2010-2011 ທີ່ຜ່ານມາ ກໍຈະ ໄດ້ວ່າພາກການ
ທ່ອງທ່ຽວໃນເຂດນະຄອນວຽງຈັນໄດ້ຂະຫຍາຍຕົວເພີ່ມ
ຂຶ້ນໃນອັດຕາສະເລ່ຍເຖິງ 30%.

ການຂະຫຍາຍຕົວໃນລະດັບດັ່ງກ່າວ ກໍຍັງເຮັດໃຫ້ເຊື່ອວ່າ ໃນຕະຫຼອດແຜນການປີ 2012
-2013 ນີ້ ຈະມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າມາທ່ອງທ່ຽວໃນເຂດນະຄອນ ວຽງຈັນຫຼາຍກວ່າ 2 ລ້ານຄົນ ຫຼືເພີ່ມຂຶ້ນເຖິງ 40% ຊຶ່ງກໍ ຈະເຮັດໃຫ້ທຸລະກິດພາກບໍລິ ການ
ແລະທ່ອງທ່ຽວໃນເຂດນະຄອນວຽງຈັນ ມີເງິນຕາຕ່າງປະເທດໄຫຼເຂົ້າສູ່ລະບົບທຸລະກິດຄິດ
ເປັນມູນຄ່າລວມເຖິງ 195 ລ້ານ ໂດລາ ຊຶ່ງກໍຈະເປັນຜົນເຮັດໃຫ້ມີນັກທ່ອງທ່ຽວຊາວຕ່າງຊາດ
ເດີນທາງເຂົ້າໄປ ທ່ອງທ່ຽວໃນລາວຫຼາຍກວ່າ 3 ລ້ານຄົນ ແລະພາກບໍລິການໃນລາວ
ກໍຈະ ມີລາຍຮັບຫຼາຍກວ່າ 450 ລ້ານຄົນ ໃນຕະຫຼອດແຜນການປີ 2012 -2013ດັ່ງກ່າວ.

ທາງດ້ານທ່ານ ສາລີ ພິມພິນິດ ຫົວໜ໊າສໍານັກງານສົ່ງເສີມການຕະຫຼາດຂອງອົງການ ທ່ອງທ່ຽວແຫ່ງຊາດລາວ ກໍໄດ້ໃຫ້ການຢືນຢັນວ່າການໂຄສະນາປະຊາສໍາພັນ ເພື່ອສົ່ງ ເສີມການທ່ອງທ່ຽວໃນລາວໃນແຜນການປີ 2012-2013 ຈະຕ້ອງໃຊ້ງົບປະມານບໍ່ ໜ້ອຍກວ່າ 10 ຕື້ກີບ ຫາກແຕ່ວ່າໃນແຜນການປີທີ່ຜ່ານມາ ກັບປາກົດວ່າ ລັດຖະບານ ລາວໄດ້ອະນຸມັດງົບປະມານໃຫ້ພຽງໃນມູນຄ່າ 6 ຕື້ກີບເທົ່ານັ້ນ.

ປ່າດົງພົງໄພທີ່ຂຽວງາມຂອງລາວ
ປ່າດົງພົງໄພທີ່ຂຽວງາມຂອງລາວ

ແຕ່ຢ່າງໃດກໍຕາມ ກະຊວງຖະແຫຼງຂ່າວ ວັດທະນະທໍາ
ແລະການທ່ອງທ່ຽວຂອງ ລາວ ກໍໄດ້ຕັ້ງເປົ້າໝາຍທີ່ຈະ ດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດເພື່ອໃຫ້ພາກັນ ເດີນທາງເຂົ້າມາທ່ອງທ່ຽວໃນລາວໃຫ້ໄດ້ບໍ່ໜ້ອຍກວ່າ 3
ລ້ານຄົນ ໃນແຜນການປີ 2012-2012 ນີ້ ຊຶ່ງກໍໄດ້ມີການ
ຕຽມພ້ອມທັງດ້ານໂຮງແຮມ ຮ້ານອາຫານ ສະຖານທີ່
ທ່ອງທ່ຽວ ແລະການບໍລິການຕ່າງໆ ສໍາລັບຮອງຮັບນັກ
ທ່ອງທ່ຽວໃຫ້ໄດ້ ຢ່າງມີປະສິດທິພາບ ແລະໃຫ້ເປັນທີ່ປະ ທັບໃຈຂອງນັກທ່ອງທ່ຽວຊາວຕ່າງຊາດອີກດ້ວຍ.

ນອກຈາກນັ້ນ ຖ້າຫາກວ່າໂຄງການກໍ່ສ້າງທາງລົດໄຟຄວາມໄວສູງລະຫວ່າງຈີນ ກັບລາວ ແລ້ວສໍາເລັດຕາມແຜນການທີ່ວາງໄວ້ພາຍໃນປີ 2017 ກໍ ຍັງຈະສົ່ງຜົນດີ ຕໍ່ການພັດທະ ນາການທ່ອງທ່ຽວໃນລາວອີກດ້ວຍ ໂດຍທາງການລາວໄດ້ວາງຄາດໝາຍໄວ້ວ່າ ຈະມີ ນັກທ່ອງທ່ຽວຊາວຕ່າງຊາດບໍ່ໜ້ອຍກວ່າ 4 ລ້ານຄົນທີ່ຈະເດີນທາງເຂົ້າໄປທ່ອງທ່ຽວໃນ ລາວໃນປີ 2017 ຊຶ່ງຈະເຮັດໃຫ້ມີລາຍຮັບຫຼາຍກວ່າ 600 ລ້ານໂດລາອີກດ້ວຍ.
XS
SM
MD
LG