ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວ ຄາດວ່າ ຈະມີນັກທ່ອງທ່ຽວ ເຂົ້າໄປລາວ ເພີ່ມຂຶ້ນນັບມື້


ເຄື່ອງໝາຍທ່ອງທ່ຽວປະເທດລາວ ປີ 2012
ເຄື່ອງໝາຍທ່ອງທ່ຽວປະເທດລາວ ປີ 2012

ທາງ​ການ​ລາວ​ຄາດໝາຍ​ວ່າ ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ ​ຫຼາຍ​ກວ່າ 3.5 ລ້ານ​ຄົນ​ເດີນທາງ​ ເຂົ້າ​ໄປ​ທ່ອງ​ທ່ຽວ​ໃນ​ລາວ​ໃນ​ປີ 2015 ​ໂດຍ​ຈະ​ເຮັດ​ໃຫ້​ພາກ​ບໍລິການ​ມີ​ລາຍ​ຮັບ​ຫຼາຍ​ກວ່າ 500 ລ້ານ​ໂດ​ລາ.

ທ່ານ​ຈະ​ເລີ​ນ ວາຣິນທະ​ສັກ ລັດຖະມົນຕີ​ຊ່ວຍ​ວ່າ​ການ​ກະຊວງ​ຖະ​ແຫຼ​ງຂ່າວ-ວັດທະນະ​
ທໍາ ​ແລະ​ທ່ອງ​ທ່ຽວ ​ຖະ​ແຫຼ​ງຢືນຢັນວ່າ​ນັກທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ໄດ້​ພາກັນ​ເດີນທາງ​
ເຂົ້າ​ໄປ​ທ່ອງ​ທ່ຽວ​ໃນ​ລາວ​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງນັບ​ຈາກ​ປີ 1993 ​ເປັນ​ຕົ້ນ​ມາ. ເຖິງ​ແມ່ນ​
ວ່ານັກ​ທ່ອງ​ທ່ຽວ​ຈາກສະຫະພາບ​ຢູ​ໂຣບ ຈະຫ​ລຸດ​ລົງ​ເພາະ​ບັນຫາວິກິດ​ການ​ທາງ​ການ
​ເງິນ​ທີ່​ເກີດ​ຂຶ້ນ​ໃນ​ເວລາ​ນີ້​ກໍ​ຕາມ ຫາກ​ແຕ່​ສໍາລັບ​ນັກ​ທ່ອງ​ທ່ຽວ​ຈາກ​ເອ​ເຊຍ​ດ້ວຍ​ກັນ ​
ໂດຍ​ສະ​ເພາະ​ແມ່ນ​ນັກ​ທ່ອງ​ທ່ຽວ​ຈາກ​ໄທ ມາ​ເລ​ເຊຍ ຫວຽດນາມ ​ແລະ​ສິງ​ຄະ​ໂປນັ້ນ
ກໍ​ຍັງ​ຄົງ​ເດີນທາງ​ເຂົ້າ​ໄປ​ທ່ອງ​ທ່ຽວ​ໃນ​ລາວ​ຫຼາຍ​ຂຶ້ນນັບ​ມື້.

ໃນ​ປີ 2011 ທີ່​ຜ່ານ​ມາ​ກໍ​ປາກົດ​ວ່າ​ມີ​ນັກທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ຫຼາຍ​ກວ່າ 2.7 ລ້ານ​
ຄົນ ​ທີ່​ເດີນທາງ​ເຂົ້າ​ໄປ​ທ່ອງ​ທ່ຽວ​ໃນ​ລາວ ​ແລະ​ເຮັດ​ໃຫ້​ພາກ​ບໍລິການ​ໃນ​ລາວ​ມີລາຍ​ຮັບ
​ເປັນ​ເງິນຕາ​ຕ່າງປະ​ເທດ​ຄິດ​ເປັນ​ມູນ​ຄ່າ​ລວມຫຼາຍ​ກວ່າ 400 ລ້ານ​ໂດ​ລາ ຫຼື ຖ້າ​ຫາກ
​ຄິດ​ໄລ່​ນັບ​ຈາກ​ປີ 1993 ​ເຖິງ​ປີ 2011 ກໍ​ຈະ​ໄດ້​ວ່າ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງຊາດ​ເດີນທາງ
​ເຂົ້າ​ໄປ​ທ່ອງ​ທ່ຽວ​ໃນ​ລາວ​ເພີ່ມ​ຂຶ້ນ ​ໃນ​ອັດຕາ​ສະ​ເລ່ຍທີ່​ສູງ​ກວ່າ 20% ຕໍ່​ປີ ດັ່ງ​ທີ່​ທ່ານ
ຈະ​ເລີ​ນ​ໄດ້​ຖະ​ແຫຼ​ງຊີ້​ແຈງ​ວ່າ:

ສວນສາທາລະນະນ້ອຍຢູ່ອ້ອມນໍ້າພຸ ໃຈກາງນະຄອນວຽງຈັນ
ສວນສາທາລະນະນ້ອຍຢູ່ອ້ອມນໍ້າພຸ ໃຈກາງນະຄອນວຽງຈັນ

“ອັດ​ຕາ​ຂອງ​ການທ່ອງທ່ຽວ​
ນີ້ ​ເພີ່ມ​ຂຶ້ນສະ​ເລ່ຍປະມານ
20.36% ຕໍ່​ປີ ຄື​ໃນ​ປີ 1993
ນັ້ນ ຈໍານວນ​ນັກ​ທ່ອງ​ທ່ຽວ​
ທີ່​ເຂົ້າມາລາ​ວມີ​ພຽງ​ແຕ່
102,910 ຄົນ ​ແລ້ວ​ເຮົາ
​ມາ​ເບິ່ງ​ປີ 2011 ນີ້ ມີ
2,723,564 ຄົນ ບັດ​ນີ້
​ລາຍ​ໄດ້​ຂອງ​ພວກ​ເຮົາ
​ກະ​ຫຼາຍກວ່າ 400 ລ້ານ
​ໂດ​ລາ.”

ທັງ​ນີ້​ໂດຍ​ເຂດ​ທີ່​ມີ​ການ​ຂະຫຍາຍຕົວ​ເພີ່ມ​ຂຶ້ນຫຼາຍ​ທີ່​ສຸດ​ນັ້ນ ກໍ​ແມ່ນ​ນະຄອນ​ວຽງ​ຈັນ ​ໂດຍ
​ໃນ​ປີ 2011 ທີ່​ຜ່ານ​ມາ ກໍ​ປາກົດ​ວ່າ ​ມີ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ຫຼາຍ​ກວ່າ 1,164,743
ຄົນທີ່​ໄດ້​ເດີນທາງເຂົ້າມາ​ທ່ອງ​ທ່ຽວ​ໃນ​ເຂດ​ນະຄອນ​ວຽງ​ຈັນ ຫຼື​ເພີ່ມຂຶ້ນຈາກ​ປີ 2010 ​ໃນ​
ອັດຕາ​ສະ​ເລ່ຍທີ່​ສູງ​ກວ່າ 30%.

ຍິ່ງ​ໄປ​ກວ່າ​ນັ້ນ ດ້ວຍ​ການ​ຂະຫຍາຍຕົວ​ໃນ​ລະດັບ​ດັ່ງກ່າວ​ນີ້​ກໍ​ຍັງ​ເຮັດ​ໃຫ້​ເຊື່ອ​ວ່າ​ໃນຕະຫຼອດ
​ປີ 2012 ນີ້ ຈະ​ມີ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ເດີນທາງ​ເຂົ້າມາ​ທ່ອງ​ທ່ຽວ​ໃນ​ເຂດ​ນະຄອນ
​ວຽງ​ຈັນຫຼາຍ​ກວ່າ 1.7 ລ້ານ​ຄົນ ຫຼື​ຄິດ​ເປັນ​ອັດຕາ​ຂະຫຍາຍຕົວ​ທີ່ເພີ່ມ​ຂຶ້ນຈາກ​ປີ 2011
​ເກີນກວ່າ 40% ຊຶ່ງ​ກໍ​ຈະ​ເຮັດ​ໃຫ້​ທຸລະ​ກິດບໍລິການ ​ແລະທ່ອງ​ທ່ຽວ​ໃນ​ເຂດ​ນະຄອນ​ວຽງ​ຈັນ
ມີ​ເງິນຕາ​ຕ່າງປະ​ເທດ​ໄຫຼ​ເຂົ້າສູ່​ລະບົບ​ທຸລະ​ກິດ ຄິດ​ເປັນ​ມູນ​ຄ່າ​ລວມ​ເຖິງ 165 ລ້ານ​ໂດ​ລາ
​ເນື່ອງ​ຈາກ​ວ່າ​ໃນ​ຕະຫຼອດ​ປີ 2012 ນີ້ ​ເປັນ​ປີ​ການທ່ອງທ່ຽວ​ລາວ ຫຼື Visit Lao Year ນັ້ນ​ເອງ.

ກອງປະຊຸມກ່ຽວກັບການຈັດຕັ້ັ້ງໂຄສະນາເພື່ອສົ່ງເສີມການທ່ອງທ່ຽວໃນ ລາວ
ກອງປະຊຸມກ່ຽວກັບການຈັດຕັ້ັ້ງໂຄສະນາເພື່ອສົ່ງເສີມການທ່ອງທ່ຽວໃນ ລາວ

ທາງ​ດ້ານ​ທ່ານ​ສາລີ ພິມ​ພິນິດ
ຫົວໜ້າສໍານັກງານ​ສົ່ງ​ເສີມ​
ການ​ຕະຫຼາດ​ຂອງ​ອົງການ​
ທ່ອງ​ທ່ຽວ​ແຫ່ງ​ຊາດ​ລາວ​ກໍ​ໄດ້
​ໃຫ້ການ​ຢືນຢັນ​ວ່າ ລັດຖະ
ບານ​ລາວ​ໄດ້​ອະນຸມັດ​ງົບ
ປະມານ​ໃນ​ມູນ​ຄ່າ 6 ຕື້​ກີບ
ສໍາລັບ​ນໍາ​ໃຊ້​ໃນ​ການ​ໂຄສະ
ນາ​ປະຊາ​ສໍາພັນ​ປີ​ການທ່ອງ
ທ່ຽວ​ລາວ 2012 ​ໃຫ້​ເປັນ
​ທີ່​ຮັບ​ຮູ້​ກັນ​ຢ່າງ​ກວ້າງຂວາງ​
ທັງ​ພາຍ​ໃນ​ປະ​ເທດ​ແລະ​ຕ່າງ
ປະ​ເທດ ຊຶ່ງ​ຖື​ວ່າ​ເປັນ​ງົບປະມານ​ທີ່​ໄດ້​ຮັບ​ຕໍ່າ​ກວ່າ​ຄວາມ​ຕ້ອງການ​ຕົວ​ຈິງ ກໍ​ຄື​ບໍ່​ໜ້ອຍ​ກວ່າ 10 ຕື້​ກີບ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ກະຊວງ​ຖະ​ແຫຼ​ງຂ່າວ-ວັດທະນະ​ທໍາ ​ແລະ​ທ່ອງ​ທ່ຽວ​ຂອງ​ລາວກໍໄດ້​ຕັ້ງ
​ເປົ້າໝາຍ​ທີ່​ຈະ​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ ​ເພື່ອ​ໃຫ້​ພາກັນ​ເດີນທາງ​ເຂົ້າມາ​
ທ່ອງ​ທ່ຽວ​ໃນ​ລາວ​ໃຫ້​ໄດ້​ບໍ່​ໜ້ອຍ​ກວ່າ 2.8 ລ້ານ​ຄົນ ​ໃນ​ຕະຫຼອດ​ປີ 2012 ນີ້ ​ໂດຍ​ໄດ້​ມີ
​ການ​ດໍາ​ເນີນ​ງານ​ເພື່ອ​ຕຽມ​ຄວາມ​ພ້ອມ​ທັງໃນ​ດ້ານ​ໂຮງ​ແຮມ ຮ້ານ​ອາຫານ ສະຖານ​ທ່ອງ​
ທ່ຽວ ​ແລະ​ການ​ບໍລິການ​ຕ່າງໆ ​ສໍາລັບ​ຮອງ​ຮັບ​ປີ​ທ່ອງ​ທ່ຽວ​ລາວ ​ໃຫ້​ໄດ້ຢ່າງ​ມີ​ປະສິດທິ​ພາບ
​ແລະ​ໃຫ້​ເປັນ​ທີ່​ປະ​ທັບ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ອີກດ້ວຍ.

ນອກຈາກ​ນັ້ນ ຖ້າ​ຫາກ​ວ່າ​ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ​ລະຫວ່າງ​ຈີນ​ກັບລາວ
​ສໍາ​ເລັດ​ຕາມ​ແຜນການ​ທີ່​ວາງ​ໄວ້​ໃນ​ປີ 2015 ກໍ​ຍັງ​ຈະ​ສົ່ງ​ຜົນ​ດີ​ຄື​ການ​ພັດທະນາການທ່ອງ
​ທ່ຽວ​ໃນ​ລາວ​ອີກ​ດ້ວຍ ​ໂດຍ​ທາງ​ການ​ລາວ​ໄດ້​ວາງ​ຄາດໝາຍ​ໄວ້​ວ່າ ​ຈະ​ມີ​ນັກທ່ອງ​ທ່ຽວ​ຊາວ
​ຕ່າງ​ຊາດ​ບໍ່​ໜ້ອຍ​ກວ່າ 3.5 ລ້ານ​ຄົນ ​ທີ່​ຈະເດີນທາງ​ເຂົ້າ​ໄປ​ທ່ອງ​ທ່ຽວ​ໃນ​ລາວ ​ໃນ​ປີ 2015
ຊຶ່ງ​ຈະ​ເຮັດ​ໃຫ້​ມີ​ລາຍ​ຮັບ​ຫຼາຍ​ກວ່າ 500 ລ້ານ​ໂດ​ລາ.

XS
SM
MD
LG