ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຂໍທຶນຈາກຈີນ ເພື່ອພັທະນາລະບົບໂຄງຂ່າຍຂົນສົ່ງ ສໍາລັບລະຍະ 5 ປີຂ້າງໜ້າ


ຈີນກັບລາວ ເຊັນສັນຍາໂຄງການກໍ່ສ້າງດາວທຽມ ນຳກັນ, ວັນທີ 25 ກຸມພາ 2010
ຈີນກັບລາວ ເຊັນສັນຍາໂຄງການກໍ່ສ້າງດາວທຽມ ນຳກັນ, ວັນທີ 25 ກຸມພາ 2010

ທາງ​ການ​ລາວ​ຮຽກຮ້ອງ​ຂໍ​ການ​ຊ່ວຍ​ເຫລືອ​ທາງ​ດ້ານ​ເງິນ​ທຶນ​ຈາກ​ລັດຖະບານ​ຈີນ​ຫລາຍ​ກວ່າ 770 ລ້ານ​ໂດ​ລາ ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການພັທະ​ນາ​ລະບົບ​ໂຄງ​ຂ່າຍ​ການ​ຂົນ​ສົ່ງ​ໃນ​ໄລຍະ 5ປີ​ຕໍ່​ໄປ​ນີ້ ​ໃນຂະນະ​ທີ່​ລະບົບ​ຂົນ​ສົ່ງ​ທີ່​ດີ​ຂື້ນ​ກໍ​ເຮັດ​ໃຫ້​ກະ​ເສດ​ກອນ​ລາວ​ພາກັນ​ປູກ​ພືດ​ເພື່ອ​ຕອບ​ສະໜອງ​ຕະຫລາດ​ໃນ​ຈີນ​ເປັນ​ດ້ານ​ຫລັກ.

ທ່ານສົມ​ມາດ ພົນ​ເສນາ ລັດຖະມົນ​ຕີ​ວ່າການ​ກະຊວງ​ໂຍທາ​ທິການ​ແລະ​ຂົນ​ສົ່ງ​ໄດ້​ສະ​ເໜີ​ແຜນ ການ​ພັທະ​ນາ​ລະ​ບົບ​ໂຄງ​ຂ່າຍ​ການ​ຂົນ​ສົ່ງ​ຂອງ​ລາວ​ໃນ​ໄລຍະ 5ປີ​ຂ້າງ​ໜ້າ ​ເພື່ອ​ສະ​ແດງ​ການ ຮຽກຮ້ອງ​ຂໍ​ການ​ຊ່ວຍ​ເຫລືອ​ທາງ​ດ້ານ​ເງິນ​ທຶນ​ຈາກ​ລັດຖະບານ​ຈີນ​ໃນ​ໂອກາດ​ທີ່​ໄດ້​ພົບ​ປະ​ເຈລະຈາ​ກັບທ່ານ ຫລີ່ ​ເຊິ່ງຫລິນ ລັດຖະມົນຕີ​ວ່າການ​ກະ​ຊວງຂົນ​ສົ່ງ​ຂອງ​ຈີນ ຊຶ່ງ​ໄດ້​ເດີນທາງ​ຢ້ຽມຢາມ ລາວ​ຢ່າງ​ເປັນ​ທາງ​ການ​ເມື່ອ​ນານ​ມາ​ນີ້.

ໂດຍ​ການສະ​ເໜີ​ດັ່ງກ່າວ ທ່ານ​ສົມ​ມາດ ພົນ​ເສນາ ​ໄດ້​ໃຫ້​ເຫດຜົນ​ວ່າ​ເພື່ອ​ເປັນ​ກາ​ນພັທະນາ​ເພື່ອ ​ເຊື່ອ​ມຕໍ່​ການ​ຂົນ​ສົ່ງ​ລະ​ວ່າງ​ຈີນ​ກັບ​ລາວ​ ​ໄທ ​ແລະ​ຫວຽດນາມ​ໃຫ້​ມີ​ຄວາມ​ສະດວກ​ວ່ອງ​ໄວ​ຂື້ນ ທັງ ​ໃນ​ສ່ວນ​ຂອງ​ການ​ຂົນ​ສົ່ງ​ທາງບົກ ທາງນ້ຳ ​ແລະ​ທາງ​ອາກາດ ຊຶ່ງ​ເຮັດ​ໃຫ້​ລັດຖະບານ​ລາວ​ມີ​ ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ໃຊ້​ຈ່າຍ​ງົບປະມານ​ຫລາຍ​ກວ່າ 770 ລ້ານ​ໂດ​ລາ ​ແລະ​ຕ້ອງການ​ທີ່​ຈະ​ໄດ້ ຮັບ​ການ​ຊ່ວຍ​ເຫລືອ​ລັດຖະບານ​ຈີນ​ເປັນ​ກໍລະນີ​ພິ​ເສດ. ​ແຕ່​ຢ່າງ​ໃດ​ກໍ​ຕາມ​ສຳ​ຫລັບ​ໃນ​ການ​ພົບ​ປະ ​ເຈລະຈາ​ຄັ້ງນີ້ ລັດ​ຖະມົນຕີ​ວ່າ​ການ​ກະຊວງ​ຂົນ​ສົ່ງ​ຂອງ​ຈີນ​ກໍ​ໄດ້​ຕົກລົງ​ໃນ​ຫລັກການ​ເທົ່ານັ້ນ ສ່ວນ ການ​ຕົກລົງ​ໃນ​ທີ່​ຈະ​ໃຫ້ກາ​ນຊ່ວຍ​ເຫລືອ​ຕາມ​ການ​ຮຽກຮ້ອງ​ຂອງ​ທາງ​ການ​ລາວ​ດັ່ງກ່າວ​ຢ່າງ​ແທ້​ຈິງ ນັ້ນກໍ​ຍັງຄົງ​ບໍ່​ມີ​ຄວາ​ມຊັດ​ເຈນ​ວ່າ​ຈະ​ເກີດ​ຂື້ນ​ເມື່ອ​ໃດ​ແທ້ ​ເນຶ່ອງຈາກ​ວ່າ​ທາງ​ການ​ຈີນ​ຍັງ​ຕ້ອງການ ​ເວລາ​ສຳ​ຫລັບ​ການ​ເຈ​ລະ​ຈາ​ເພື່ອ​ລົງ​ໃນ​ລາຍ​ລະອຽດ​ຂອງ​ໂຄງການ​ຕ່າງໆ ທີ່​ທາງ​ການ​ລາວ​ຕ້ອງ ການຈະ​ພັທະນາ​ໃນ​ໄລຍະ 5ປີ​ດັ່ງກ່າວ ກໍ​ຄື​ຈາກ​ປີ 2010 ​ເຖິງ​ປີ 2015 ນັ້ນ​ເອງ.

ກ່ອນ​ໜ້າ​ນີ້ ທາງ​ການ​ລາວ​ແລະ​ຈີນ​ກໍ​ໄດ້​ຕົງ​ລົງ​ຮ່ວມ​ມື​ເຂົ້າ​ໃນ​ການພັທະນາ​ແລະ​ກໍ່ສ້າງ​ທາງ​ລົດ​ໄຟ​ໃນ​ລາວ​ເພື່ອ​ເຊື່ອມຕໍ່​ກັບ​ຈີນ​ແລະອາ​ຊຽນ ​ໂດຍ​ຈະ​ຈັດ​ຕັ້ງບໍ່​ລິ​ສັດ​ຮ່ວມ​ທືນຂື້ນ​ມາ​ດຳ​ເນີນ​ການ​ຮ່ວມ​ ກັນ​ໃນ​ລະຍະ​ຍາວ ຫາກ​ແຕ່​ວ່າ​ໃນ​ສ່ວນ​ຂອງ​ເງິນ​ລົງທຶນ​ແລະ​ເທ​ກນິກຕ່າງໆ​ທີ່​ຈະ​ນຳ​ໃຊ້​ເຂົ້າ​ໃນ​ການ​ກໍ່ສ້າງ​ທາງ​ລົດ​ໄຟ ຊຶ່ງ​ຮວມ​ໄປ​ເຖິງ​ຫົວ​ຈັກ​ລົດ​ໄຟ ​ແລະ​ຂະ​ບວນລົດ​ໄຟ​ດ້ວຍ​ນັ້ນ​ຈະ​ມາ​ຈາກ ຈີນ​ທັງ​ໝົດ. ​ໂດຍ​ສຳ​ຫລັບ​ການ​ດຳ​ເນີນ​ງານ​ໃນ​ໄລຍະ​ຕຳ​ອິດ​ກໍ​ຈະ​ເປັນ​ການ​ສຶກສາ​ຄວາມ​ເປັນ​ໄປ ​ໄດ້​ຂອງ​ໂຄງການ​ ຕໍ່​ຈາກ​ນັ້ນ​ກໍ​ຈະ​ເປັນ​ການ​ອອກ​ແບບ​ກໍ່ສ້າງ​ແລະ​ສະ​ເໜີ​ຂໍ​ອະນຸດ​ມັດ​ໂຄງການ​ຈາກລັດຖະບານ​ລາວ​ຢ່າງ​ເປັນ​ທາງ​ການ​ຕໍ່​ໄປ ​ແລະ​ຖ້າ​ຫາກ​ວ່າ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ລັດຖະ ບານ​ລາວ​ແລ້ວ ກໍ​ຄາດວ່າ​ຈະ​ຕ້ອງ​ໃຊ້​ເວລາ​ບໍ່​ໜ້ອຍ​ກວ່າ 5ປີ​ເພື່ອ​ດຳ​ເນີນ​ການ​ກໍ່ສ້າງ​ໃຫ້​ສຳ​ເລັດ.

ທັງ​ນີ້​ໂດຍ​ເສັ້ນທາງ​ລົດ​ໄຟ​ທີ່​ທາງ​ການ​ຈີນ​ໃຫ້​ຄວາມ​ສຳຄັນ​ຫລາຍ​ທີ່​ສຸດ​ກໍ​ຄືເສັ້ນທາງ​ທີ່​ເຊື່ອມ​ຕໍ່​ດ່ານ ບໍ່​ເຕັນ​ໃນ​ແຂວງ​ຫລວງ​ນ້ຳທາ ຊຶ່ງ​ຕິດ​ຕໍ່​ກັບ​ຊາຍ​ແດນ​ຈີນ​ທີ່​ດ່ານ​ບໍ່​ຫານ​ໃນເຂດ​ສິບ​ສອງ​ພັນ​ນາ ມົນ ທົນ​ຢູນນານ ​ເລື້ອຍ​ລົງ​ມາສູ່​ນະຄອນ​ວຽງ​ຈັນ-​ເມືອງ​ທ່າ​ແຂກ​ໃນ​ແຂວງ​ຄຳ​ມ່ວນ ​ແລ້ວ​ເຊື່ອ​ມຕໍ່​ໄປ​ຍັງ ພາກ​ກາງ​ຫວຽດນາມ​ແລະ​ພາກ​ອີສານ​ຂອງ​ໄທ ຕໍ່​ມາ​ຍັງ​ບາງກອກ​-ມາ​ເລ​ເຊຍ ​ແລະ​ສິງ​ຄະ​ໂປ ຫລື​ ທີ່​ເອິ້ນ​ວ່າ​ເສັ້ນທາງ​ລົດ​ໄຟ​ອາ​ຊຽນ-ຈີນ​ນັ້ນ​ເອງ.

ລັດຖະບານ​ຈີນ​ໄດ້​ໃຫ້​ຄວາມ​ສຳຄັນ​ຢ່າງ​ຍິ່ງ​ຕໍ່​ການພັທະນາ​ເສັ້ນທາງ​ຄົມມະນາຄົມ​ຂົນ​ສົ່ງ​ເພື່ອ​ເຊື່​ອມ ຕໍ່​ກັບ​ອາ​ຊຽນ ​ໂດຍ​ຜ່ານ​ລາວ ດ້ວຍ​ເປົ້າໝາຍ​ທີ່​ຈະ​ເສີມ​ຂະຫຍາຍ​ການ​ຄ້າ​ກັບ​ອາ​ຊຽນ​ໃຫ້​ຫລາຍ​ຂື້ນ ຢ່າງ​ຕໍ່​ເນຶ່ອງ ​ໂດຍ​ໃນໄລຍະ​ນັບ​ຈາກ​ປີ 2000 ​ເປັນ​ຕົ້ນ​ມາ​ທາງ​ການ​ຈີນ​ກໍ​ໄດ້​ໃຫ້​ຄວາມ​ສຳຄັນ​ເປັນ ພິ​ເສດ​ກັບ​ການພັທະ​ນາ​ການ​ຂົນ​ສົ່ງ​ເສັ້ນທາງ​ການ​ເດີນ​ເຮືອ​ໃນ​ແມ່ນນ້ຳຂອງ ​ແລະ​ການພັທະນາ​ຖະ ໜົນໝາຍ​ເລກ 3 ​ໃນ​ແຂວງ​ຫລວງ​ນ້ຳທາ​ແລະ​ແຂວງ​ບໍ່ແກ້ວ ລວມ​ເຖິງ​ການພັທະນາ​ຖະໜົນ​ຫົນ ທາງ​ເພື່ອ​ເຊື່ອມ​ຕ່ໍກັບ​ແຂວງ​ອຸດົມ​ໄຊ ​ແລະ​ແຂວງ​ພົ້ງສາລີ​ດ້ວຍ. ຊຶ່ງ​ດ້ວຍ​ການພັທະ​ນາ​ດັ່ງກ່າວ​ກໍ​ ຍັງ​ໄດ້​ສົ່ງ​ຜົນ​ເຮັດ​ໃຫ້​ກະ​ເສດ​ຕະກອນ​ລາວ​ໄດ້​ພາກັນ​ປັບ​ປ່ຽນ​ການ​ຜະລິດ​ຈາກ​ການ​ປູກ​ເຂົ້າ​ໄປ​ເປັນ ການ​ປູກ​ພືດ​ເສດຖະກິດ​ອື່ນ​ເພື່ອ​ຕອບ​ສະໜອງ​ຕະຫລາດ​ໃນ​ຈີນ​ເປັນ​ຫລັກ​ອີກ​ດ້ວຍ ດັ່ງ​ທີ່​ເຈົ້າໜ້າ​ທີ່ ​ໃນ​ແຂວງ​ພົ້ງສາລີ​ທ່ານ​ນຶ່ງ​ໄດ້​ໃຫ້ການ​ຢືນຢັນ​ເຖິງ​ສະພາບ​ການ​ດັ່ງກ່າວ​ວ່າ:

XS
SM
MD
LG