ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວເຜົາທໍາລາຍ ຢາເສບຕິດ ຫຼາຍກວ່າ 2 ໂຕນ ໃນວັນຕ້ານຢາເສບຕິດໂລກ


ທ່ານ ທອງສິງທໍາມະວົງ ນາຍົກລັດຖະມົນຕີລາວເຂົ້າຮ່ວມພິທີ
ເຜົາຢາເສບຕິດທີ່ຈັດຂຶ້ນໃນອາທິດສຸດທ້າຍຂອງເດືອນມິຖຸນາ,
2012 ທີ່ວຽງຈັນ
ທ່ານ ທອງສິງທໍາມະວົງ ນາຍົກລັດຖະມົນຕີລາວເຂົ້າຮ່ວມພິທີ ເຜົາຢາເສບຕິດທີ່ຈັດຂຶ້ນໃນອາທິດສຸດທ້າຍຂອງເດືອນມິຖຸນາ, 2012 ທີ່ວຽງຈັນ

ທາງການລາວເຜົາທໍາລາຍຢາເສບຕິດໄປຫຼາຍກວ່າ 2 ໂຕນ ໃນຂະນະທີ່ UNODC ລາຍງານວ່າ ຜົນຜະລິດຈາກ ການລັກລອບປູກຝີ່ນຢູ່ໃນລາວ ຍັງຄົງເພີ້ມຂຶ້ນຢ່າງຕໍ່ເນື່ອງ.


ຄະນະກໍາມະການຄວບຄຸມ
ແລະກວດກາຢາເສບຕິດ
ແຫ່ງຊາດລາວ ພາຍໃຕ້ການ
ເປັນປະທານຂອງທ່ານ ສຸບັນ
ສະລິດທິລາດ ໄດ້ທໍາການ
ເຜົາທໍາລາຍຢາເສບຕິດ ນໍ້າ
ໜັກລວມຫຼາຍກວ່າ 2,240
ກິໂລກຣາມ ໃນຕົ້ນອາທິດນີ້
ໂດຍມີ ທ່ານທອງສິງ ທໍາມະ
ວົງ ນາຍົກລັດຖະມົນຕີລາວ
ພ້ອມດ້ວຍຄະນະທູຕານຸທູດ
ຜູ້ຕາງໜ້າອົງການສະຫະປະຊາຊາດ ແລະຄະນະເຈົ້າໜ້າທີ່ລາວ ເຂົ້າຮ່ວມເປັນສັກຂີພິຍານ
ໃນພິທີ ຊຶ່ງໄດ້ຈັດຂຶ້ນເນື່ອງໃນໂອກາດຄົບຮອບ 25 ປີ ຂອງການຕ້ານຢາເສບຕິດສາກົນໃນ
ເດືອນມິຖຸນາປີນີ້.

ຢາເສບຕິດທີ່ທາງການລາວໄດ້ທໍາການເຜົາທໍາລາຍໄປໃນຄັ້ງຫຼ້າສຸດນີ້ ເປັນຢາເສບຕິດທີ່
ຢຶດໄດ້ຈາກນັກຄ້າຢາເສບຕິດ ຈໍານວນ 53 ຄົນ ໃນການປະຕິບັດການປາບປາມການລັກ
ລອບຂົນສົ່ງ ແລະຄ້າຢາເສບຕິດທັງໝົດ 20 ຄັ້ງ ທີ່ສາມາດຢຶດຢາເສບຕິດເປັນເຮໂຣອິນໄດ້
12.5 ກິໂກກຣາມ, ຢາບ້າ 470 ກິໂລກຣາມ, ກັນຊາແຫ້ງ 1,535 ກິໂລກຣາມ ແລະສານ
ເຄມີ ທີ່ໃຊ້ໃນການຜະລິດຢາເສບຕິດ 226 ກິໂລກຣາມ ຕາມລໍາດັບ.


ເອກອັກຄະລັດຖະທູດສະຫະລັດປະຈໍາລາວ ຢ້ຽມຢາມສູນປິ່ນປົວ ຢາເສບຕິດ ແຫ່ງນຶ່ງ ທີ່ນະຄອນວຽງຈັນ
ເອກອັກຄະລັດຖະທູດສະຫະລັດປະຈໍາລາວ ຢ້ຽມຢາມສູນປິ່ນປົວ ຢາເສບຕິດ ແຫ່ງນຶ່ງ ທີ່ນະຄອນວຽງຈັນ

ແຕ່ຢ່າງໃດກໍ່ຕາມ ການເຜົາ
ທໍາລາຍຢາເສບຕິດໃນຄັ້ງນີ້
ກໍບໍ່ປາກົດວ່າ ມີຢາຝິ່ນລວມ
ຢູ່ດ້ວຍແຕ່ຢ່າງໃດ ຫາກແຕ່
ອິງຕາມລາຍງານປະຈໍາປີ
2012 ຂອງອົງການຄວບຄຸມ
ຢາເສບຕິດ ແລະອາຊະຍາ
ກໍາແຫ່ງສະຫະປະຊາຊາດ
(UNODC) ກໍໄດ້ລະບຸຢ່າງ
ຊັດເຈນວ່າ ຜົນຜະລິດຈາກ
ການລັກລອບປູກຝິ່ນໃນລາວ
ຍັງມີທ່າອຽງເພີ່ມຂຶ້ນຢ່າງຕໍ່
ເນື່ອງ ເຊັ່ນດຽວກັນກັບໃນປະເທດມຽນມາ ຊຶ່ງກໍສອດຄ່ອງກັບການຖະແຫຼງຂອງທ່ານສຸບັນ ທີ່ມີຕໍ່ກອງປະຊຸມສະໄໝທີ 55 ຂອງຄະນະກໍາມະທິການວ່າດ້ວຍຢາເສບຕິດແຫ່ງສະຫະປະ
ຊາຊາດ ທີ່ກຸງວຽນນາ ປະເທດອອສເຕຣຍ ໃນທ້າຍເດືອນມີນາທີ່ຜ່ານມາ ຊຶ່ງທ່ານໄດ້ໃຫ້
ການຍອມຮັບວ່າ ພື້ນທີ່ລັກລອບປູກຝີ່ນໃນລາວ ໄດ້ເພີ້ມຂຶ້ນຈາກ 1,500 ເຮັກຕາ ໃນປີ
2007 ມາເປັນ 4,100 ກວ່າເຮັກຕາ ໃນປີ 2011 ນັ້ນ ຄິດເປັນອັດຕາສ່ວນທີ່ເພີ້ມຂຶ້ນເກີນ
ກວ່າ 170%. ທ່ານສຸບັນໄດ້ໃຫ້ການຢືນຢັນວ່າ ສາເຫດສໍາຄັນທີ່ເຮັດໃຫ້ມີການລັກລອບປູກ
ຝີ່ນເພີ່ມຂຶ້ນດັ່ງກ່າວນັ້ນ ແມ່ນເປັນຍ້ອນບັນຫາຄວາມຍາກຈົນຂອງປະຊາຊົນລາວບັນດາເຜົ່າ ທີ່ໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດ ຕໍ່າກວ່າລະດັບຄວາມຕ້ອງການທີ່ເປັນຈິງ ແລະໃນ ຂະນະດຽວກັນລາຄາຝີ່ນກໍ່ໄດ້ເພີ້ມສູງຂຶ້ນຢ່າງຕໍ່ເນື່ອງອີກດ້ວຍ ຈຶ່ງເຮັດໃຫ້ປະຊາຊົນລາວ
ບັນດາເຜົ່າ ທີ່ໄດ້ພາກັນປະລະຈາກການປູກຝີ່ນແລ້ວນັ້ນ ກັບຄືນມາທໍາການປູກຝີ່ນອີກເທື່ອ
ໃຫມ່ ດັ່ງທີ່ທ່ານ ສຸບັນໄດ້ໃຫ້ການຊີ້ແຈງວ່າ:

ໃນຊຸມປີມໍ່ໆມານີ້ ເນື້ອທີ່ປູກຝີ່ນກໍໄດ້ມີການເພີ້ມຂຶ້ນຈາກຫຼາຍສາເຫດ ເຊັ່ນໂຄງ
ການໃຫ້ການຊ່ວຍເຫຼືອ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນລາວ ພາຍຫຼັງ
ການລົບລ້າງການປູກຝິ່ນນັ້ນ ກະບໍ່ໄດ້ຕາມຄາດໝາຍ ສະນັ້ນ ຈຶ່ງມີການລັກລອບ
ປູກຝີ່ນຄືນໃຫມ່ ສ່ວນຈໍານວນຜູ້ຕິດຢາຝີ່ນນັ້ນ ເຂົາເຈົ້າກໍ່ຍັງຕ້ອງການຢາຝີ່ນ
ເພື່ອບໍລິໂພກປະຈໍາວັນຢູ່ ແລະລາຄາຝີ່ນດິບກໍ່ເພີ້ມຂຶ້ນຢ່າງຫຼວງຫຼາຍ.

ທັງນີ້ໂດຍ UNODC ໄດ້ລາຍ
ງານກ່ຽວກັບສະຖານະການລັກ
ລອບປູກຝີ່ນໃນເອເຊຍຕາເວັນ
ອອກສຽງໃຕ້ວ່າ ສະຫະພາບ
ມຽນມາ ຫຼືພະມ້າ ຍັງຄົງເປັນປະ
ເທດທີ່ມີການລັກລອບປູກຝີ່ນ
ຫຼາຍທີ່ສຸດ ຫາກແຕ່ລາວນັ້ນ ກໍ
ຍັງຖືເປັນປະເທດທີ່ມີການລັກ
ລອບປູກຝີ່ນເພີ້ມຂຶ້ນສູງທີ່ສຸດ
ເມື່ອທຽບກັບມຽນມາ ແລະໄທ
ເພາະຈາກການສໍາຫຼວດພົບວ່າ
ພື້ນທີ່ລັກລອບປູກຝີ່ນຢູ່ໃນລາວ
ນັ້ນ ໄດ້ເພີ່ມຈາກ 1,900 ເຮັກຕາໃນປີ 2009 ຂຶ້ນມາເປັນ 3,000 ເຮັກຕາໃນປີ 2010 ແລະ
4,100 ກວ່າເຮັກຕາໃນປີ 2011 ຫຼື ຖ້າຫາກປຽບທຽບລະຫວ່າງປີ 2009 ກັບປີ 2011 ກໍ
ຈະເຫັນໄດ້ວ່າ ໃນໄລຍະ 2 ປີດັ່ງກ່າວ ມີການລັກລອບປູກຝີ່ນໃນລາວເພີ້ມຂຶ້ນເຖິງ 2,200
ເຮັກຕາ ຫຼືຄິດສະເລ່ຍ 1,100 ເຮັກຕາ ຕໍ່ປີນັ້ນເອງ.

ນອກຈາກນີ້ UNODC ຍັງໄດ້ລະບຸອີກດ້ວຍວ່າ ລາວເປັນປະເທດນຶ່ງທີ່ມີສະຖານະພາບເປັນ
ທັງເຂດຜະລິດ, ເຂດທາງຜ່ານ, ແລະເຂດຮອງຮັບຢາເສບຕິດຢ່າງຄົບຖ້ວນ ຈຶ່ງເຮັດໃຫ້ຕ້ອງ
ປະເຊີນກັບບັນຫາທີ່ກ່ຽວຂ້ອງກັບຢາເສບຕິດ ຫຼາຍຂຶ້ນນັບມື້ນັ້ນເອງ.

XS
SM
MD
LG