ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທາງການ​ລາວ ​ເຜົາ​ທຳລາຍ​ ຢາ​ເສບ​ຕິດ ທີ່​ຍຶດໄດ້ ຈາກ​ແກັ່ງຄ້າ​ຢາ ​ໃນ​ນະຄອນຫຼວງວຽງ​ຈັນ


ທາງການ​ລາວ ​ເຜົາ​ທຳລາຍ​ຢາ​ເສບ​ຕິດ ນ້ຳໜັກ​ຫຼາຍກວ່າ
100 ກິ​ໂລກຣາມ ທີ່​ຍຶດຈາກ​ແກັ່ງຄ້າ​ຢາ ​ໃນ​ນະຄອນຫຼວງວຽງ​ຈັນ ຢ່າງເປັນທາງການ.
ທາງການ​ລາວ ​ເຜົາ​ທຳລາຍ​ຢາ​ເສບ​ຕິດ ນ້ຳໜັກ​ຫຼາຍກວ່າ 100 ກິ​ໂລກຣາມ ທີ່​ຍຶດຈາກ​ແກັ່ງຄ້າ​ຢາ ​ໃນ​ນະຄອນຫຼວງວຽງ​ຈັນ ຢ່າງເປັນທາງການ.

ທາງການ​ລາວ ​ເຜົາ​ທຳລາຍ​ຢາ​ເສບ​ຕິດ ນ້ຳໜັກ​ຫຼາຍກວ່າ
100 ກິ​ໂລກຣາມ ທີ່​ຍຶດຈາກ​ແກັ່ງຄ້າ​ຢາ ​ໃນ​ນະຄອນຫຼວງ
ວຽງ​ຈັນ ສ່ວນ​ລັດຖະມົນຕີ​ລາວນັ້ນ ກໍ​ຍອມຮັບ​ວ່າ ລາວ​
ປະ​ເຊີນ​ກັບ ບັນຫາ​ຢາ​ເສບ​ຕິດ ທີ່​ຮຸນແຮງ​ຂຶ້ນ​ນັບ​ມື້.

ການ​ເຜົາ​ທຳລາຍ​ຢາ​ເສບ​ຕິດ ນ້ຳໜັກ​ລວມ 108.94 ກິ​ໂລກຣາມ ທີ່​ທາງ​ການ​ຕຳຫຼວດ
ລາວ​ຍຶດ​ໄດ້​ ຈາກ​ແກັ່ງ​ຄ້າ​ຢາເສບ​ຕິດ ສະ​ເພາະ​ໃນ​ເຂດ​ນະຄອນຫຼວງວຽງ​ຈັນ ​ໄດ້​ມີ​ຂຶ້ນ​
ໃນ​ໂອກາດ ວັນ​ຕ້ານ​ຢາ​ເສບ​ຕິດ​ສາກົນ ປະຈຳ​ປີ 2015 ​ເມື່ອ​ວັນ​ທີ 26 ມິຖຸນາ ທີ່​ຜ່ານ​ມາ​ນີ້
​ໂດຍ​ການ​ເຂົ້າຮ່ວມ​ເປັນ​ສັກຂີ​ພິຍານ ຂອງ​ບັນດາ​ທູຕານຸທູດ​ຕ່າງປະ​ເທດ ​ແລະ ບັນດາ​ຜູ້​ຕາງໜ້າ​ຂອງ​ອົງການ​ສາກົນ​ໃນ​ລາວ ພ້ອມ​ດ້ວຍ​ອຳນາດ​ການ​ປົກຄອງ ​ເຂດ​ນະຄອນຫຼວງ
ວຽງ​ຈັນ ​ແລະ ບັນດາ​ຄະນະ​ກຳມະການ​ກວດກາ ​ແລະ ​ຄວບ​ຄຸມ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ລາວ.

ເຈົ້າໜ້າທີ່ຕຳຫຼວດ ກຳລັງກວດສອບເບິ່ງ ຫລັກຖານ ຊຶ່ງເປັນຢາເສບຕິດ ທີ່ບັນຈຸໃນກະສອບຢາງ.
ເຈົ້າໜ້າທີ່ຕຳຫຼວດ ກຳລັງກວດສອບເບິ່ງ ຫລັກຖານ ຊຶ່ງເປັນຢາເສບຕິດ ທີ່ບັນຈຸໃນກະສອບຢາງ.

​ໂດຍ​ຢາ​ເສບ​ຕິດ ທີ່​ຖືກ​ເຜົາ​ທຳ​ລາຍ​ໃນ​ຄັ້ງນີ້ ປະກອບ​ດ້ວຍ
​ຢາ​ບ້າ 37.4 ກິ​ໂລກຣາມ, ກັນຊາ​ແຫ້ງ 41.4 ກິ​ໂລກຣາມ,
ຢາ​ໄອສ໌ 10.9 ກິ​ໂລກຣາມ, ​ເຮ​ໂຣອິນ 3.3 ກິ​ໂລກຣາມ, ຝິ່ນ
15.1 ກິ​ໂລກຣາມ ​ແລະ ສານ​ເຄມີ ທີ່​ໃຊ້​ເພື່ອ​ການ​ຜະລິດ​ຢາ
​ເສບ​ຕິດ ຊຶ່ງ​ເປັນ​ສ່ວນ​ໜຶ່ງ ທີ່​ທາງ​ການ​ຕຳຫຼວດ ​ໃນ​ເຂດ​ນະຄອນ
ຫຼວງວຽງ​ຈັນ ຍຶດ​ໄດ້​ຈາກ​ນັກຄ້າ​ຢາ​ເສບ​ຕິດ 1,061 ຄົນ ທີ່​ຖືກ​
ຈັບ​ກຸມ​ຕົວ​ໄດ້​ ໃນ 690 ກໍລະນີ ​ໃນ​ຮອບ 1 ປີ ທີ່​ຜ່ານ​ມາ​ນີ້ ຊຶ່ງ​
ສາມາດ​ຍຶດຢາ​ບ້າ​ໄດ້​ເຖິງ 167,313 ​ເໝັດ ​ເຮ​ໂຣອິນ 19.6
ກິ​ໂລກຣາມ, ​ຝິ່ນ ​ແລະ​ ກັນຊາ 967.2 ກິ​ໂລກຣາມ, ຢາ​ໄອສ໌ 265.9 ກິ​ໂລກຣາມ ​ແລະ ຢາ​ອີ ອີກ​ຈຳນວນ​ໜຶ່ງ.

ທາງ​ດ້ານ​ເຈົ້າໜ້າ​ທີ່​ຂັ້ນ​ສູງ ​ໃນ​ໜ່ວຍ​ປາບ​ປາມ​ຢາ​ເສບ​ຕິດ​ໃນ​ລາວ ຍອມຮັບ​ວ່າ ມີ​ເ​ຈົ້າໜ້າ​ທີ່​ຂັ້ນສູງ​ຈຳນວນ​ບໍ່​ນ້ອງ ທັງ​ໃນ​ວົງ​ການ​ທະຫານ ຕຳຫຼວດ ​ແລະ ລັດຖະບານ ທີ່​ໄດ້​ເຂົ້າ​ໄປ​ພົວພັນ ​ແລະ ກ່ຽວຂ້ອງ​ກັບ​ການ​ຄ້າ​ຢາ​ເສບ​ຕິດ ​ໂດຍ​ສະ​ເພາະ​ການ​ເຂົ້າ​ໄປ​ມີ​ຜົນ​ປະ​ໂຫຍ​ດ ​ໃນ​ການ​ຄ້າ​ຢາ​ບ້ານັ້ນ ກໍ​ຍັງ​ຖື​ເປັນສາ​ເຫດ​ສຳຄັນ ທີ່​ເຮັດ​ໃຫ້ການ​ລັກລອບ​ຂົນ​ສົ່ງ ​ແລະ​ ການ​ຄ້າ​ຢາ​ບ້າ​ໃນ​ລາວ ​ໄດ້​ມີ​ການຈັດຕັ້ງ​ເປັນ​ຂະ​ບວນ ທີ່​ມີ​ເຄືອ​ຂ່າຍ​ຢ່າງ​ກວ້າງຂວາງ ທັງ​ໃນ​ລາວ ​ແລະ ປະ​ເທດເພື່ອນ​ບ້ານ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ໄດ້​ຢືນຢັນ​ວ່າ:

ບັນດາຄອບຄົວ ຂະບວນການ ຄ້າຢາເສບຕິດ ທີ່ຖືກເຈົ້າໜ້າທີ່ ຈັບກຸມໄດ້.
ບັນດາຄອບຄົວ ຂະບວນການ ຄ້າຢາເສບຕິດ ທີ່ຖືກເຈົ້າໜ້າທີ່ ຈັບກຸມໄດ້.

“ລັກສະນະ​ຂອງ​ຢາ​ບ້າ​ນີ້ ມີ​ລັກສະນະ​ຂ້າມ​ຊາດ ມີ​ຄົນ​
ພາຍ​ໃນ ​ແລະ​ຕ່າງປະ​ເທດ ສົມຮູ້​ຮ່ວມ​ຄິດ​ກັນ​ເຮັດ
ລັກສະນະ​ຊອກ​ຫາ​ບ່ອນ​ອິງ​ທີ່​ໜາ​ແໜ້ນ ​ເປັນຕົ້ນ​
ແມ່ນ​ຊອກ ​ແມ່ນ​ແຊກ​ຊຶມ​ເຂົ້າພະນັກງານ ຜູ້​ທີ່​ມີ​ສິດ
ມີ​ອຳນາດ ມີ​ບົດບາດ ​ໃນ​ເມື່ອ​ຖືກ​ເຈົ້າໜ້າ​ທີ່​ດຳ​ເນີນ​
ຄະດີ ຈະ​ໄດ້​ແອບ​ແຝງ​ເພື່ອຂົ່ມຂູ່​ ​ແລະ​ອື່ນໆ ອັນ​ນີ້
ກໍ​ຄື​ແນວ​ນັ້ນຫັ້ນ​ແຫລະ ຈະ​ແຈ້ງ.”

ທັງ​ນີ້ ​ໂດ​ຍ​ເຂດ​ທີ່​ຂະ​ບວນການ​ຄ້າ​ຢາ​ເສບ​ຕິດ ​ໄດ້​ສວຍ​ໃຊ້
​ເປັນ​ເສັ້ນທາງ​ລັກລອບ​ຂົນ​ສົ່ງ​ຢາ​ເສບ​ຕິດ ຈາກ​ເຂດ​ສາມຫຼ່ຽມຄຳ ​ໄປ​ຕ່າງປະ​ເ​ທດຫຼາຍຂຶ້ນ
ນັບ​ມື້ ຄື​ຊາຍ​ແດນ​ລາວ​ກັບ​ຫວຽດນາມ ​ໂດຍ​ເສັ້ນທາງ ທີ່​ແກັ່ງ​ຄ້າ​ຢາເສບ​ຕິດ ນຳ​ໃຊ້ຫຼາຍ
ທີ່​ສຸດ​ໃນ​ລາວ ກໍ​ຄື​ຖະໜົນ​ເລກ 13 ຈາກ​ພາກ​ເໜືອ​ຕໍ່​ມາ​ຍັງ​ຖະໜົນເລກ 9 ​ໃນ​ແຂວງ​
ສະຫວັນ​ນະ​ເຂດ ຕໍ່​ໄປ​ຍັງ​ຫວຽດນາມ ​ແລະ​ ປະ​ເທດ​ທີ 3 ຕາມ​ລຳດັບ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ຂະ​ບວນການ​ຄ້າ​ຢາ​ເສບ​ຕິດ ຂ້າມ​ຊາດ​ໄດ້​ຫັນ​ມາ​ໃຊ້​ລາວ​ ​ເປັນ
ເສັ້ນທາງ​ລັກລອບ​ຂົນ​ສົ່ງ​ຢາ​ເສບ​ຕິດ ຫຼາຍຂຶ້ນດັ່ງ​ກ່າວ​ນີ້ ກໍ​ຍັງ​ເປັນ​ປັດ​ໄຈ​ສຳຄັນ ທີ່​ຊຸກ​ຍູ້​
ໃຫ້​ເຍົາວະ​ຊົນ​ລາວ​ພາກ​ກັນ ຫັນ​ໄປ​ຊົມ​ໃຊ້​ຢາ​ເສບ​ຕິດ ​ເພີ້​ມຂຶ້ນນັບ​ມື້​ອີກ​ດ້ວຍ ​ໂດຍ​ການ​
ສຳ​ຫລວດຫຼ້າສຸດ ພົບ​ວ່າ ມີ​ເຍົາ​ວະ​ຊົນ​ລາວກວ່າ 3 ​ແສ​ນ​ຄົນ ທີ່ຢູ່ໃນ​ສິ່ງ​ແວດ​ລ້ອມ​ທີ່​ມີ​
ຄວາມ​ສ່ຽງ​ສູງ ທີ່​ຈະເຂົ້າ​ໄປ​ຫຍຸ້ງ​ກ່ຽວ​ກັບ​ຢາ​ເສບ​ຕິດ​ ໃນ​ປັດຈຸບັນ.

ທາງ​ດ້ານ​ພົນ​ຈັດຕະວາ ສົມ​ແກ້ວ ສີ​ລາ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ປ້ອງ​ກັນ​
ຄວາມ​ສະຫງົບ ຖະ​ແຫລ​ງຍອມຮັບ​ວ່າ ​ເປັນ​ການ​ຍາກ​ຢ່າງ​ຍິ່ງ ທີ່​ຈະ​ສາມາດ​ບັນລຸ​ເປົ້າ
ໝາຍ ​ໃນ​ການ​ເຮັດ​ໃຫ້​ລາວ ​ເປັນ​ປະ​ເທດ​ທີ່​ປອດ​ຈາກ​ບັນຫາ​ຢາ​ເສບ​ຕິດ​ໄດ້ ​ໃນ​ປີ 2015
ທີ່​ຖື​ເປັນ​ເປົ້າໝາຍ​ຮ່ວມ​ກັນ ຂອງ​ປະ​ເທດ​ສະມາຊິກ ​ໃນ​ກຸ່ມ​ອາ​ຊ່ຽນ​ທັງ 10 ປະ​ເທດ.

ທັງ​ນີ້ ​ໂດຍ​ເຖິງ​ແມ່ນ​ວ່າ ທາງ​ການ​ລາວ​ຈະ​ໄດ້​ດຳ​ເນີນ​ມາດ​ຕະການ​ປາບ​ປາມ ຢ່າງ​ໜັກ​
ກໍ​ຕາມ ຫາກ​ແຕ່​ວ່າ ກໍ​ບໍ່ສາມາດ​ຈະ​ທຳລາຍ​ເຄືອ​ຂ່າຍ ການ​ຄ້າ​ຢາ​ເສບ​ຕິດ​ໃຫ້​ໝົດ​ໄປ​ໄດ້​
ເລີຍ ​ເນື່ອງ​ຈາກ​ວ່າ ຜູ້​ຕ້ອງ​ຫາ ​ໃນ​ຄະດີ​ຢາ​ເສບ​ຕິດ​ທີ່​ຖືກ​ຈັບ​ກຸມ​ນັ້ນ ຈະ​ບໍ່​ຍອມ​ໃຫ້​ຂໍ້​ມູນ
ທີ່​ເຊື່ອມ​ໂຍງ​ໄປ​ເຖິງສະມາຊິກ​ຄົນ​ອື່ນໆ ​ໃນ​ເຄືອ​ຂ່າຍ​ຂອງ​ພວກ​ເຂົາ​ເຈົ້າເລີຍ ອີກ​ດ້ວຍ.

XS
SM
MD
LG