ເຈົ້າໜ້າທີ່ຂັ້ນສູງໃນກະຊວງ
ສາທາລະນະສຸກຂອງລາວ
ໄດ້ໃຫ້ການຢືນຢັນວ່າທາງ
ການລາວໄດ້ດໍາເນີນມາດ
ຕະການສະກັດກັ້ນບໍ່ໃຫ້ເຊື້ອ
ໂຣກໄຂ້ຫວັດສັດປີກກັບຄືນ
ມາແຜ່ລະບາດໃນລາວອີກ
ເທື່ອໃໝ່ຢ່າງຮີບດ່ວນແລ້ວ
ໃນຂະນະນີ້ ຊຶ່ງກໍຄືການ
ກວດກາຟາມລ້ຽງສັດປີກ
ທຸກແຫ່ງທີ່ໄດ້ດໍາເນີນການ
ຄຽງຄູ່ກັນໄປກັບມາດຕະ
ການ ເກືອດຫ້າມການນໍາ
ເຂົ້າສັດປີກ ແລະຊີ້ນສ່ວນ
ຂອງສັດປີກທຸກຊະນິດ
ຈາກຕ່າງປະເທດ ໂດຍ
ສະເພາະ ແມ່ນປະເທດ
ເພື່ອນບ້ານທີ່ມີ ຊາຍແດນ
ຕິດຕໍ່ກັບປະເທດລາວ.
ການດໍາເນີນມາດຕະການດັ່ງກ່າວຂອງລາວໄດ້ມີຂຶ້ນພາຍຫຼັງຈາກທີ່ໄດ້ເກິດບັນຫາ
ການແຜ່ລະບາດຂອງເຊື້ອໂຣກໄຂ້ຫວັດສັດປີກ H5N1 ຢູ່ໃນເຂດ 11 ແຂວງທັງໃນ
ພາກເໜືອ-ພາກກາງ ແລະພາກໃຕ້ຂອງຫວຽດນາມ ໃນຊ່ວງທ້າຍອາທິດທີ່ຜ່ານມາ
ຊຶ່ງຖືເປັນສະຖານະການທີ່ມີຄວາມສ່ຽງຢ່າງຍິ່ງທີ່ເຊຶ້ອ ໂລກ H5N1 ຈະແຜ່ລະບາດ
ເຂົ້າມາໃນລາວໄດ້ ຖ້າຫາກວ່າບໍ່ມີມາດຕະການປ້ອງກັນຢ່າງເຂັ້ມງວດ ເນື່ອງຈາກ
ວ່າ ລາວກັບຫວຽດນາມມີຊາຍແດນຕິດຕໍ່ກັນຄິດ ເປັນໄລຍະທາງຍາວກວ່າ 2,000
Km ນັ້ນເອງ.
ຍິ່ງໄປກວ່ານັ້ນເພື່ອເປັນ
ການປະຕິບັດມາດຕະ
ການໃຫ້ເກີດປະສິດທິ
ພາບສູງຢ່າງແທ້ຈິງອີກ
ດ້ວຍນັ້ນທາງການລາວ
ຈຶ່ງບໍ່ພຽງແຕ່ຈະດໍາ
ເນີນມາດຕະການດັ່ງ
ກ່າວນີ້ຢ່າງເຂັ້ມງວດ
ສະເພາະໃນພຶ້ນທີ່ຕິດ
ຕໍ່ກັບປະເທດເພື່ອນ
ບ້ານອີກດ້ວຍ ດັ່ງທີ່ເຈົ້າ
ໜ້າທີ່ຂັ້ນສູງຂອງລາວໄດ້ໃຫ້ການຢືນຢັນວ່າ:
“ຈຸດປະສົງແລ້ວ ກໍແມ່ນເພື່ອປະຕິບັດໂຄງການໃຫ້ຄວາມຮູ້ຂ່າວສານໃຫ້
ແກ່ຊຸມຊົນ ໃນການຕ້ານຕໍ່ພະຍາດຕິດຕໍ່ຕ່າງໆ ຊຶ່ງ ກິດຈະກໍາຫຼັກ ກໍ່ແມ່ນ
ໃຫ້ການອົບຮົມແກ່ຊຸມຊົນ, ອໍານາດການປົກຄອງບ້ານ ໃຫ້ມີສ່ວນຮ່ວມໃນ
ການຕ້ານພະຍາດຕ່າງໆ ໃຫ້ການອົບຮົມໃຫ້ແກ່ຜູ້ສື່ຂ່າວ ໂດຍສະເພາະແມ່ນ
ຜູ້ສື່ຂ່າວວິທະຍຸ ແລະໂທລະພາບເພື່ອວ່າເກີດແລ້ວບໍ່ໃຫ້ມັນເກີດຂຶ້ນອີກ.”
ພ້ອມກັນນີ້ ເຈົ້າໜ້າທີ່ຂັ້ນສູງຂອງລາວ ຍັງໄດ້ສະແດງຄວາມເຊື່ອໝັ້ນອີກດ້ວຍວ່າ ການປະຕິບັດມາດຕະການດັ່ງກ່າວຂອງທາງການລາວ ຈະສາມາດສະກັດກັ້ນ
H5N1 ແລະພະຍາດຕິດຕໍ່ຕ່າງໆ ໄດ້ຢ່າງມີປະສິດທິຜົນ ເນື່ອງຈາກວ່າ ເຈົ້າໜ້າ
ທີ່ຂອງລາວ ມີປະສົບການໃນດ້ານດັ່ງກ່າວນີ້ ຫລາຍຂຶ້ນທຸກປີ ຊຶ່ງຮວມເຖິງການທີ່ ໄດ້ຮັບການຊ່ວຍເຫລືອຈາກຕ່າງປະເທດໃນການຜຶກອົບຮົມເຈົ້າໜ້າທີ່ມາຢ່າງຕໍ່
ເນື່ອງອີກດ້ວຍ.
ທັງນີ້ ໂດຍລວມເຖິງການ
ຊ່ວຍເຫລືອ ຈາກສະຖານ
ທູດສະຫະລັດອາເມຣິກາ ປະຈໍານະຄອນວຽງຈັນ ພ້ອມດ້ວຍສູນປະຕິບັດການຊ່ວຍເຫລືອໃນດ້ານມະນຸດສະທຳ ຂອງກອງບັນຊາພາກພື້ນປາ
ຊີຟິກ ແຫ່ງກອງທັບສະຫະ
ລັດທີ່ໄດ້ຈັດການຝຶກອົບຮົມ
ລະດັບປະຕິບັດການ ໃຫ້ແກ່
ບັນດາເຈົ້າໜ້າທີ່ລະດັບວາງ
ແຜນ ເພື່ອຮັບມືກັບພະຍາດ
ຕິດຕໍ່ຕ່າງໆໃນລາວ ເມື່ອປີ
ກາຍນີ້ ຖືເປັນສ່ວນນຶ່ງໃນ
ໂຄງການຕ້ານພະຍາດຕິດຕໍ່ທີ່ທາງການສະຫະລັດ ໄດ້ໃຫ້ການຊ່ວຍເຫລືອແກ່ລາວ
ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ.
ນອກຈາກນີ້ ອົງການເພື່ອການພັດທະນາຂອງສະຫະລັດ ຫລື USAID ກໍໄດ້ຕົກລົງ
ຮ່ວມກັບຫ້ອງການປະສານງານຕ້ານແລະຄວບຄຸມພະຍາດຕິດຕໍ່ແຫ່ງຊາດລາວ
ເພື່ອໃຫ້ການຊ່ວຍເຫລືອໃນການປ້ອງກັນເຊື້ອໂຣກຕິດຕໍ່ໃນຄົນແລະສັດເປັນເວລາ
2 ປີ ນັບຈາກເດືອນມີນາປີກາຍນີ້ ໄປຈົນເຖິງເດືອນມີນາ ປີ 2013 ໂດຍຄິດເປັນມູນຄ່າ
ການຊ່ວຍເຫລືອຫລາຍກວ່າ 5 ແສນ 40 ພັນໂດລາ. ໂດຍຫວັງວ່າການຊ່ວຍເຫຼືອດັ່ງ
ກ່າວຈະຊ່ວຍປ້ອງກັນບໍ່ໃຫ້ເຊື້ອໂຣກຕິດຕໍ່ທີ່ເຄີຍແຜ່ລະບາດ ຢູ່ໃນລາວນັ້ນ ບໍ່ກັບຄືນ
ມາແຜ່ລະບາດອີກເທື່ອໃໝ່ເຊັ່ນ ເຊື້ອໂຣກໄຂ້ຫວັດສັດປີກ, ໄຂ້ຫວັດໃຫຍ່ສາຍພັນໃໝ່,
ໄຂ້ມາເລເຣຍ, ໄຂ້ເລືອດອອກແລະເຊື້ອໂຣກອື່ນໆ ທີ່ແຜ່ລະບາດໃນສັດລ້ຽງເປັນຕົ້ນ.
ຍິ່ງໄປກວ່ານັ້ນ ເພື່ອເປັນການເສີມສ້າງ ສຸຂະພາບອະນາໄມ ທີ່ແຂງແຮງໃຫ້ແກ່ເດັກ
ນ້ອຍລາວ ສາມາດທີ່ຈະຮັບມືກັບພະຍາດຕິດຕໍ່ຕ່າງໆໄດ້ ຢ່າງມີປະສິດທິຜົນອີກ
ດ້ວຍນັ້ນ ທາງການສະຫະລັດ ໂດຍທ່ານນາງ Karen B. Stewart ເອກອັກຄະລັດ ຖະທູດສະຫະລັດປະຈໍາປະເທດລາວກໍຍັງໄດ້ສົ່ງມອບ ເຄື່ອງອຸປະໂພກ, ບໍລິໂພກທີ່
ມີນໍ້າໜັກລວມເຖິງ 1 ພັນໂຕນ ເພື່ອໃຫ້ການຊ່ວຍເຫຼືອໂຄງການອາຫານສໍາລັບເດັກ
ນັກຮຽນຂັ້ນປະຖົມສຶກສາໃນເຂດຊົນນະບົດ ຄິດເປັນມູນຄ່າການຊ່ວຍເຫຼືອຫຼາຍກວ່າ
2.3 ລ້ານໂດລາ ໃນທ້າຍປີກາຍ ຊຶ່ງຖືເປັນໄລຍະທີ 3 ຂອງໂຄງການຊ່ວຍເຫຼືອ ທີ່
ທາງການສະຫະລັດ ມອບໃຫ້ແກ່ລາວອີກດ້ວຍ.