ສືບເນຶ່ອງຈາກກຸ່ມເຄືອຂ່າຍອະນຸລັກແມ່ນໍ້າສາກົນ ແລະໃນປະເທດໄທໄດ້ສະເໜີລາຍ
ງານໃນທ້າຍເດືອນມິຖຸນາທີ່ຜ່ານມາວ່າ ບໍລິສັດ ຊ. ການຊ່າງແຫ່ງປະເທດໄທ ຊຶ່ງເປັນ
ກຸ່ມຜູ້ລົງທຶນໃນການກໍ່ສ້າງເຂື່ຶອນໄຊຍະບູລີເທິງແນວແມ່ນໍ້າຂອງໃນເຂດປະເທດລາວ
ນັ້ນ ຍັງໄດ້ຝ່າຝືນຂໍ້ຕົກລົງວ່າດ້ວຍການໃຊ້ປະໂຫຍດຈາກແມ່ນໍ້າຂອງ ທີ່ເປັນການຕົກ
ລົງລວມລະຫວ່າງລັດຖະບານລາວ ໄທ ກໍາປູເຈຍ ແລະຫວຽດນາມ ທີ່ເອີ້ນວ່າ ຄະນະ
ກໍາມາທິການແມ່ນໍ້າຂອງ (MRC) ດ້ວຍການດໍາເນີນການກໍ່ສ້າງເຂື່ອນດັ່ງກ່າວເລື້ອຍມາ
ຈົນເຖິງປັດຈຸບັນນີ້ນັ້ນ ທາງການລາວກໍໄດ້ພະຍາຍາມພິສູດຄວາມຈິງ ຕໍ່ກໍລະນີດັ່ງກ່າວ
ນີ້ ດ້ວຍການນໍາພາຄະນະຜູ້ແທນຂອງປະເທດສະມາຊິກໃນ MRC ພ້ອມດ້ວຍສື່ມວນ
ຊົນລາວ ແລະຕ່າງຊາດຈໍານວນນຶ່ງ ເດີນທາງໄປກວດເບິ່ງສະພາບຕົວຈິງຢູ່ສະຖານທີ່
ກໍ່ສ້າງເຂື່ອນໃນວັນທີ່ 16-17 ກໍລະກົດນີ້.
ທັງນີ້ກໍເນື່ອງຈາກວ່າ ເຄືອຂ່າຍ
ອະນຸລັກແມ່ນໍ້າສາກົນ ແລະໃນ
ໄທໄດ້ອ້າງເຖິງຂໍ້ມູນທີ່ໄດ້ຮັບ
ຈາກການເດີນທາງໄປສໍາຫຼວດ
ໃນເຂດທີ່ຕັ້ງຂອງໂຄງການຢູ່
ໃນລາວເມື່ອບໍ່ດົນມານີ້ວ່າ ກຸ່ມ
ຜູ້ລົງທຶນໄດ້ຂຸດ ແລະຂະຫຍາຍ
ຮ່ອງນໍ້າໃນເຂດທີ່ຕັ້ງຂອງໂຄງ
ການໃຫ້ເລິກ ແລະກວ້າງຂຶ້ນ
ທັງຍັງໄດ້ທໍາການກໍ່ສ້າງກໍາ
ແພງຄອນກຣີດຂະໜາດໃຫຍ່
ແລະສູງ ເພີ່ອອ້ອມຮອບເຂດທີ່ຕັ້ງຂອງໂຄງການອີກດ້ວຍ.
ຊຶ່ງຈາກການດໍາເນີນງານທັງໝົດນີ້ ກຸ່ມອະນຸລັກແມ່ນໍ້າສາກົນ ໄດ້ລະບຸວ່ານອກຈາກຈະເປັນ
ການທີ່ຂັດແຍ້ງກັບຖະແຫຼງການກ່ອນໜ້ານີ້ ກຸ່ມບໍລິສັດ ຊ. ການຊ່າງທີ່ຢືນຢັນວ່າ ບໍ່ໄດ້ດໍາ
ເນີນງານອື່ນໃດທີ່ເກີນກວ່າການຕຽມການໃນຂັ້ນເບື້ອງຕົ້ນເທົ່ານັ້ນແລ້ວ ກໍຍັງເປັນການຝ່າຝືນ
ຕໍ່ເຈດຕະນາຂອງລັດຖະບານລາວ ທີ່ໄດ້ປະກາດເລື່ອນແຜນການກໍ່ສ້າງອອກໄປຈົນກວ່າວ່າ
ຈະໄດ້ຮັບຄວາມເຫັນຊອບຈາກປະເທດພາຄີໃນ MRC ຮ່ວມກັນເສຍກ່ອນອີກດ້ວຍ.
ແຕ່ຢ່າງໃດກໍຕາມ ທ່ານ ວີຣະພົນ ວີຣະວົງ ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານແລະ
ບໍ່ແຮ່ ຊຶ່ງໄດ້ຮ່ວມເດີນທາງໄປຍັງສະຖານທີ່ຕັ້ງຂອງໂຄງການເຂຶ່ອນໄຊຍະບູລີໃນຄັ້ງນີ້ນໍາດ້ວຍ
ກໍໄດ້ຖະແຫຼງຢືນຢັນວ່າ ທາງການລາວບໍ່ໄດ້ປະຕິບັດງານໃນສ່ວນໃດ ທີ່ເປັນການຂັດຕໍ່ຂໍ້ຕົກ
ລົງຂອງ MRC ຫາກແຕ່ກໍໄດ້ປະຕິບັດເງື່ອນໄຂຕາມຂໍ້ຕົກລົງດັ່ງກ່າວຢ່າງຄົບຖ້ວນແລ້ວ ຊຶ່ງ
ກໍຄືການປຶກສາຫາລືຮ່ວມກັບປະເທດພາຄີໃນ MRC ເປັນເວລາບໍ່ໜ້ອຍກວ່າ 6 ເດືອນ
ກ່ອນທີ່ຈະລົງມືກໍ່ສ້າງ ໂດຍທາງການລາວກໍໄດ້ປະຕິບັດຕາມເງຶ່ອນໄຂດັ່ງກ່າວນີ້ ນັບຕັ້ງແຕ່
ເດືອນເມສາ 2011 ເປັນຕົ້ນມາແລ້ວ.
ພ້ອມກັນນັ້ນ ທ່ານ ວີຣະພົນ ກໍ
ໄດ້ຢືນຢັນອີກດ້ວຍວ່າ ການທີ່
ປະເທດພາຄີໃນ MRC ຍັງມີ
ຄວາມກັງວົນໃຈກ່ຽວກັບບັນຫາ
ຜົນກະທົບ ທີ່ຈະເກີດຂຶ້ນຈາກ
ການກໍ່ສ້າງເຂື່ອນໄຊຍະບູລີ ກໍ
ຄືທາງການກໍາປູເຈຍ ກໍມີຄວາມ
ກັງວົນໃຈກ່ຽວກັບຜົນກະທົບຕໍ່
ສັດນໍ້າ ໃນຂະນະທີ່ທາງການ
ຫວຽດນາມນັ້ນ ກໍກັງວົນໃຈ
ກ່ຽວກັບຜົນກະທົບຕໍ່ຕະກອນ
ດິນ ແລະປຸຍທໍາມະຊາດ ທີ່ຈະ
ມີປະລິມານຫລຸດລົງນັ້ນ ຈຶ່ງເຮັດໃຫ້ລັດຖະບານລາວໄດ້ວ່າຈ້າງຜູ້ຊ່ຽວຊານຕ່າງປະເທດໃຫ້
ທໍາການສຶກສາປ້ອງກັນຜົນກະທົບຢ່າງຮອບດ້ານ ບົນພື້ນຖານໃນການດໍາເນີນງານທຸກຂັ້ນ
ຕອນຢ່າງໂປ່ງໃສອີກດ້ວຍ ດັ່ງທີ່ທ່ານວີຣະພົນ ໄດ້ຖະແຫຼງຊີ້ແຈງວ່າ:
“ຖ້າວ່າເປັນໂຄງການທີ່ມີຜົນກະທົບຮ້າຍແຮງ ເປັນຕົ້ນວ່າການອ່ວຍນໍ້າຈາກ
ແມ່ນໍ້າຂອງໄປລົງອ່າງ ຫຼືວ່າໃຊ້ໃນຊ່ວງລະດູແລ້ງນັ້ນ ເຂົາວ່າຈະຕ້ອງມີການ
ຕົກລົງເປັນ Specific Agreement ແຕ່ໂຕນີ້ເປັນປານກາງ ສະນັ້ນນີ້ ລາວ
ກໍຖືວ່າຫຼັງຈາກຫົກເດືອນແລ້ວ ເຮົາກໍຖືວ່າ ໄດ້ປະຕິບັດຕາມສັນຍາ 1995 ຫັ້ນ
ຄົບຖ້ວນ”
ແຕ່ຢ່າງໃດກໍຕາມ ການທີ່ຈະດໍາເນີນໂຄງການຕໍ່ໄປນັ້ນ ກໍເຮັດໃຫ້ຕ້ອງມີການເພີ່ມເງິນລົງທຶນ
ເຂົ້າໃນໂຄງການຫຼາຍຂຶ້ນ ຍ້ອນວ່າການທີ່ຈະປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ
ໃນເຂດຕອນລຸ່ມຂອງເຂຶ່ອນໄດ້ຢ່າງມີປະສິດທິພົນນັ້ນ ກໍຈໍາ ເປັນຢ່າງຍິ່ງທີ່ຈະຕ້ອງໃຊ້ເງິນ
ລົງທຶນຫຼາຍກວ່າ 3,500 ລ້ານໂດລາຢ່າງແນ່ນອນ.