ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົງການກວດສອບແຫ່ງລັດ ກວດພົບ 116 ໜ່ວຍງານລັດ ບໍ່ໄດ້ຈັດສົ່ງລາຍຮັບ ເຂົ້າງົບປະມານ


ທ່ານນາງວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ
ທ່ານນາງວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ

ອົງການກວດສອບແຫ່ງລັດກວດພົບວ່າ 116 ໜ່ວຍງານຂອງລັດ
ຖະບານລາວ ບໍ່ໄດ້ຈັດສົ່ງລາຍຮັບ ເຂົ້າງົບປະມານ ຂອງລັດຖະ
ບານ ຄິດເປັນມູນຄ່າລວມເກີນກວ່າ 749 ຕື້ກີບໃນແຜນການປີ
2013-2014.

ທ່ານນາງວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ຖະແຫລງວ່າ ໃນ
ຮອບປີທີ່ຜ່ານມາ ອົງການກວດສອບແຫ່ງລັດໄດ້ກວດພົບວ່າ 116 ໜ່ວຍງານລັດຖະ
ບານລາວ ບໍ່ໄດ້ຈັດສົ່ງລາຍຮັບເຂົ້າງົບປະມານປະຈຳປີ 2013-2014 ຂອງລັດຖະບານ
ຄິດເປັນມູນຄ່າລວມເຖິງ 749 ພັນ 22 ຮ້ອຍລ້ານກີບ ຊຶ່ງເປັນລາຍຮັບຊ່ວຍສາອາກອນ
ລາຍຮັບຈາກຊັບສິນຂອງລັດ ລາຍຮັບຈາກການຂາຍໄມ້ ລາຍຮັບຈາກແຜນການ
ຫັນຊັຍບສິນເປັນທຶນ ແລະອື່ນໆ.

ກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງ ໃນກະຊວງແຜນການແລະການລົງທຶນ ກ່ຽວກັບບັນຫາໜ່ວຍງານຂອງລັດຖະບານລາວ ບໍ່ໄດ້ຈັດສົ່ງລາຍຮັບ ເຂົ້າງົບປະມານ.
ກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງ ໃນກະຊວງແຜນການແລະການລົງທຶນ ກ່ຽວກັບບັນຫາໜ່ວຍງານຂອງລັດຖະບານລາວ ບໍ່ໄດ້ຈັດສົ່ງລາຍຮັບ ເຂົ້າງົບປະມານ.

ພ້ອມກັນນີ້ ທ່ານນາງວຽງທອງ ກໍຍັງໄດ້ໃຫ້ການຍອມຮັບດ້ວຍ
ວ່າ ການຈັດຕັ້ງປະຕິບັດຂອງອົງການກວດສອບແຫ່ງລັດ ໃນ
ແຜນການປີ 2014-2015 ທີ່ໄດ້ວາງຄາດໝາຍຈະດຳເນີນ
ການກວດສອບໜ່ວຍງານ ຂອງລັດຖະບານໃຫ້ໄດ້ 95 ຫົວ
ໜ່ວຍ ຫາກແຕ່ວ່າ ການຈັດຕັ້ງປະຕິບັດ ໃນພາກຕົວຈິງໃນ
ລະຍະທີ່ຜ່ານມາ ກັບສາມາດກວດສອບໄດ້ພຽງ 60 ຫົວໜ່ວຍ
ຊຶ່ງຄິດເປັນ 63 ເປີເຊັນເທົ່ານັ້ນ ຂອງແຜນການປີ.

ໂດຍພາຍໃຕ້ສະພາບການດັ່ງກ່າວນີ້ ນອກຈາກຈະເຮັດໃຫ້
ຍັງຄົງເຫຼືອໜ່ວຍງານຂອງລັດຖະບານອີກເຖິງ 35 ຫົວໜ່ວຍ
ທີ່ຈະຕ້ອງດຳເນີນການກວດສອບໃຫ້ໄດ້ຢ່າງຄົບຖ້ວນ ໃນລະຍະຕໍ່ໄປນີ້ແລ້ວ ກໍຍັງເຮັດ
ໃຫ້ຕ້ອງລົດເປົ້າໝາຍຂອງການກວດສອບ ໃນແຜນການປີ 2015-2016 ລົງເຫຼືອພຽງ
ແຕ່ 89 ຫົວໜ່ວຍເທົ່ານັ້ນ ອີກດ້ວຍ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງ ໃນກະຊວງແຜນການແລະການລົງທຶນ ເປີດເຜີຍວ່າ ໜ່ວຍ
ສະເພາະກິດຂອງກະຊວງແຜນການ ໄດ້ກວດພົບການສູນເສຍ ລາຍຮັບຂອງລັດຖະ
ບານຫຼາຍກວ່າ 6,000 ຕື້ກີບ ໃນແຜນການປີ 2013-2014 ທີ່ເກີດຈາກການຈັດຕັ້ງ
ປະຕິບັດໂຄງການພັດທະນາ ທີ່ບໍ່ຖືກຕ້ອງຕາມກົດໝາຍ ກໍຄືບໍ່ຜ່ານການເຫັນຊອບ
ຂອງກະຊວງການເງິນ ກັບກະຊວງແຜນການແລະການລົງທຶນ ຈຳນວນ 56 ໂຄງການ
ດັ່ງທີ່ ທ່ານກິແກ້ວ ຈັນທະບູລີ ລັດຖະມົນຕີຊ່ວຍວ່າການ ກະຊວງແຜນການແລະການ
ລົງທຶນ ຢືນຢັນວ່າ:

“ບັນດາຂະແໜງການ ໄດ້ເຊັນສັນຍາໂຄງການເກີນມູນຄ່າ ທີ່ສະພາແຫ່ງຊາດ
ອະນຸມັດ ມີ 18 ໂຄງການ ໄດ້ດຳເນີນການດັດແກ້ໂຄງການ ຈຳນວນ 38 ໂຄງ
ການ ມູນຄ່າ 6 ພັນ 92 ຮ້ອຍລ້ານກີບ ໂດຍບໍ່ໄດ້ນຳສະເໜີຕໍ່ກະຊວງແຜນ
ການແລະການລົງທຶນ ກັບ ກະຊວງການເງິນ ຈຶ່ງຕີລາຄາວ່າ ບໍ່ເຄົາລົບກົດ
ໝາຍ ຢ່າງເຂັ້ມງວດ.”

ກ່ອນໜ້ານີ້ ທ່ານນາງວຽງທອງ ຖະແຫລງຢືນຢັນວ່າ ໄດ້ກວດພົບການທຸຈະລິດຫຼາຍ
ກວ່າ 324 ຕື້ກີບ ໃນ 25 ໂຄງການພັດທະນາທີ່ບໍ່ມີຕົວຕົນໃນແຂວງອຸດົມໄຊ ແລະ
ກວດພົບການໃຊ້ຈ່າຍງົບປະມານເກີນຈິງຫຼາຍກວ່າ 87 ຕື້ກີຍ ໃນ 77 ໂຄງການ
ສ່ວນອີກ 254 ໂຄງການ ກໍຍັງດຳເນີນງານບໍ່ສຳເລັດຕາມແຜນການທັງໆ ທີ່ວ່າ ໄດ້
ໃຊ້ງົບປະມານຫຼາຍກວ່າ 4,300 ຕື້ກີບໄປທັງໝົດແລ້ວນັ້ນ.

ທາງດ້ານອົງການເພື່ອຄວາມໂປງໃສສາກົນ (Transparency International) ທີ່
ໄດ້ດຳເນີນການສຳຫຼວດຄວາມຄິດເຫັນ ຂອງນັກທຸລະກິດ ກ່ຽວກັບສະພາບການສໍ້
ລາດບັງຫລວງຢູ່ໃນ 175 ປະເທດ ທົ່ວໂລກນັ້ນ ໄດ້ຈັດໃຫ້ລາວຢູ່ອັນດັບທີ 145 ໃນ
ປີ 2014 ໂດຍໄດ້ຮັບຄວາມໄວ້ວາງໃຈຈາກບັນດານັກທຸລະກິດຕ່າງຊາດ ທີ່ລົງທຶນ
ໃນລາວ ທີ່ລະດັບ 25 ຄະແນນຈາກ 100 ຄະແນນເຕັມ.

ໂດຍຈາກຄະແນນດັ່ງກ່າວນີ້ ເຖິງແມ່ນວ່າ ຈະຖືເປັນລະດັບຄວາມໄວ້ວາງໃຈ ທີ່ດີກວ່າ
ປີ 2012 ທີ່ລາວຖືກຈັດໃຫ້ຢູ່ໃນອັນດັບທີ 160 ຊຶ່ງໄດ້ຮັບຄວາມໄວ້ວາງໃຈ ຈາກບັນດາ
ນັກທຸລະກິດຊາວຕ່າງປະເທດ ທີ່ລົງທຶນໃນລາວພຽງແຕ່ 21 ຄະແນນເທົ່ານັ້ນກໍຕາມ
ຫາກແຕ່ກໍເປັນສະຖານະທີ່ຕ່ຳລົງເຖິງ 5 ອັນດັບເມື່ອທຽບກັບປີ 2013 ຊຶ່ງລາວຢູ່ອັນດັບ
ທີ 142 ແລະໄດ້ຮັບຄວາມໄວ້ວາງໃຈທີ່ລະດັບ 26 ຄະແນນ ຊຶ່ງກໍໝາຍຄວາມວ່າ ການ
ສໍ້ລາດບັງຫລວງໃນລາວ ມີທ່າອຽງເພີ້ມຂຶ້ນ ໃນສາຍຕາຊາວຕ່າງຊາດນັ້ນເອງ.

XS
SM
MD
LG