ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Douplicate-Disregardsລາວຢືນຢັນ ຈະຮັບປະກັນການຮັກສາ ຄວາມສະຫງົບ ດ້ວຍການປະຕິບັດ 4 ຄາດໝາຍໃຫ້ໄດ້ຢ່າງຄົບຖ້ວນເພື່ອຮອງຮັບກອງປະຊຸມ ASEM ຄັ້ງທີ 9


ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບພາຍ​ໃນ​ລາວຢືນຢັນ ທີ່ຈະຮັບປະກັນ ການຮັກສາຄວາມສະຫງົບ ດ້ວຍການປະຕິບັດ 4 ຄາດໝາຍໃຫ້ໄດ້ຢ່າງຄົບຖ້ວນເພື່ອຮອງຮັບກອງປະຊຸມ ASEM ຄັ້ງທີ 9.

ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຢືນຢັນວ່າ ທ່ານ​ທອງ​ບັນ ​ແສງ​ອາພອນ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບພາຍ​ໃນ​ຂອງລາວໄດ້ສັ່ງການໃຫ້ທຸກພາກສ່ວນ​ຂອງກະຊວງ ທັງໃນສູນກາງ ແລະທ້ອງຖິ່ນໃນທົ່ວປະເທດ ໃຫ້ເພີ້ມ ຄວາມເຂັ້ມງວດເຂົ້າໃນການດໍາເນີນມາດຕະການ ການກວດກາ ແລະຄວບຄຸມ ທຸກການເຄື່ອນໄຫວໃນສັງຄົມຢ່າງໃກ້ສິດ ໂດຍສະເພາະແມ່ນ ໃນໂອກາດທີ່ລັດຖະບານລາວ ຈະໄດ້ເປັນເຈົ້າພາບຈັດກອງປະຊຸມສຸດຍອດຜູ້ນໍາລັດຖະບານ ເອເຊຍກັບຢູໂຣບ (ASEM) ຄັ້ງທີ 9 ໃນທ້າຍປີນີ້ ກໍຍິ່ງຈະຕ້ອງມີການຈັດເວນຍາມຕາມໝູ່ບ້ານຕ່າງໆ ໃນທົ່ວນະຄອນວຽງຈັນ ຕະຫລອດ 24 ຊົ່ວໂມງອີກດ້ວຍ.

ທັງນີ້ ທ່ານ​ທອງ​ບັນ ໄດ້​ຖະ​ແຫລ​ງຢືນຢັນ​ວ່າ ກະຊວງປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ ​ໄດ້​
ວາງ​ຄາດໝາຍ​ໃນ​ການ​ປະຕິບັດ​ພາລະ​ບົດບາດ​ໄວ້ 4 ດ້ານ​ດ້ວຍ​ກັນ ຊຶ່ງກໍ​ຄືການ​ຮັບປະກັນ​
ໃນ​ການ​ຮັກສາ​ຄວາມໝັ້ນຄົງ​ທາງ​ການ​ເມືອງ​ໃຫ້​ໄດ້ຢ່າງຄົບຖ້ວນ, ການ​ຮັບປະກັນ​ຄວາມ​ເປັນ​ລະບຽບ
ຮຽບຮ້ອຍ​ໃນ​ສັງຄົມ, ການ​ເສີມ​ສ້າງກຳລັງ​ປ້ອງ​ກັນຄວາມ​ສະຫງົບ​ໃຫ້ມີປະສິດທິພາບ ແລະການເສີມສ້າງ ດ້ານພະລາການໃຫ້ແກ່ກໍາລັງປ້ອງກັນຄວາມ​ສະຫງົບ​ໃຫ້​ໄດ້​ຢ່າງທົ່ວເຖິງ.

ໂດຍ​ສະ​ເພາະ​ແມ່ນ​ການ​ຮັກສາ​ຄວາມໝັ້ນຄົງ ແລະສະຖຽນລະ​ພາບ​ທາງ​ການ​ເມືອງ​ແຫ່ງ​
ຊາດ​ນັ້ນ ຖື​ເປັນ​ຄາດໝາຍທີ່​ມີ​ຄວາມ​ສຳຄັນ​ທີ່​ສຸດ ຊຶ່ງ​ກໍຄືການ​ສະກັດ​ກັ້ນ ​ແລະປ້ອງກັນ​ບໍ່
ໃຫ້​ມີ​ການ​ເຄື່ອນ​ໄຫວທີ່​ມີ​ເປົ້າໝາຍ​ເພື່ອການ​ຊຸມນຸມ​ປະ​ທ້ວງທາງ​ການ​ເມືອງ​ເກີດ​ຂຶ້ນ​ຢູ່​ໃນ​
ລາວ​ຢ່າງ​ເດັດຂາດ ດັ່ງ​ທີ່​ທ່ານ ທອງ​ບັນ​ ​ໄດ້ ເນັ້ນຢໍ້າກ່ອນໜ້ານີ້ວ່າ:

“ຄາດໝາຍ​ທີ 1 ກໍແມ່ນ​ສື​ບຕໍ່​ເຮັດ​ໃຫ້​ສະພາບການ​ມີ​ຄວາມສະຫງົບ ​ແລະ​ມີ​ຄວາມ​ໝັ້ນ​ຄົງ​ທາງ​ການ​ເມືອງ, ຮັບປະ ກັນ​ບໍ່​ໃຫ້​ມີ​ບັນຫາ​ໜໍ່​ແໜງ ຫຼື​ເຫດການ​ທີ່​ພົວພັນ​ເຖິງ​ການ​ເມືອງ ​ເຊັ່ນ​ການ​ປະ​ທ້ວງ ການ​ລຸກ​ຮື ​ແລະ​ການ​ຮຽກຮ້ອງຕ່າ​ງໆ​ນັ້ນບໍ່ໃຫ້​ເກີດ​ຂຶ້ນ​ໃນ​ປະ​ເທດ​ຂອງ​ເຮົາ​ຢ່າງ ເດັດຂາດ. ຄາດໝາຍ​ທີ 2 ກໍແມ່ນ​ການ​ຮັບປະກັນ​ໃຫ້​ປະ​ເທດ​ຊາດ ກໍຄື​ສັງຄົມ​ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ. ຄາດໝາຍ​ທີ 3
ກໍແມ່ນ​ການ​ສືບ​ຕໍ່​ກໍ່ສ້າງ​ກໍາລັງ​ປ້ອງ​ກັນ​ຄວາມ​ສະ​ງົບ​ໃຫ້​ ມີຄຸນ​ນະພາ​ບທັງທາງ
ການ​ເມືອງ ​ແລະ​ວິຊາ​ການ​. ຄາດໝາຍ​ທີ 4 ກໍ​ແມ່ນ​ສຸມໃສ່​ວຽກ​ງານ​ພະ​ລາ​ທິ​ການ
ເພື່ອເຮັດ​ໃຫ້​ກໍາລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຕິບັດ​ໜ້າ​ທີ່​ໄດ້​ເປັນ​ຢ່າງ​ດີ”.

ທ່ານແກ້ວພິລາວັນ ອະໄພລາດ ຮອງເຈົ້າຄອງເຂດນະຄອນວຽງຈັນ ໄດ້ຖະແຫລງຢືນ
ຢັນວ່າ ການກະກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອຮອງຮັບການເປັນເຈົ້າພາບກອງ
ປະຊຸມສຸດຍອດລະຫວ່າງຜູ້ນໍາອາຊຽນ ກັບສະຫະພາບຢູໂຣບ (ASEM) ຄັ້ງທີ 9 ທີ່ ຈະມີຂຶ້ນຢ່າງເປັນທາງການໃນວັນທີ 5-6 ພະຈິກ 2012 ນີ້ ຢູ່ນະຄອນວຽງຈັນ ໄດ້ມີ
ຄວາມຄືບໜ້າເປັນໄປຕາມແຜນການທີ່ວາງໄວ້ໃນທຸກດ້ານ ແລະຈະແລ້ວເສັດສົມບູນ ໃນທຸກໂຄງການພາຍໃນເດືອນຕຸລາ ເປັນຢ່າງຊ້າ.

ໄລຍະຜ່ານມາ ທາງການລາວໄດ້ແບ່ງການດໍາເນີນງານອອກເປັນ 6 ພາກສ່ວນດ້ວຍກັນ ກໍຄືການກໍ່ສ້າງສູນການປະຊຸມນາໆຊາດ ເຊິ່ງຕັ້ງຢູ່ບົນເນື້ອທີ່ກ້ວາງ 7 ເຮັກຕາ ຢູ່ຫຼັກ
6 ຖະໜົນໄກສອນພົມວິຫານ ຊຶ່ງລັດຖະບານລາວໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ
ຈີນ ໃນມູນຄ່າລວມເຖິງ 450 ລ້ານຢວນ ຫຼືປະມານ 80 ລ້ານໂດລາ ໂດຍການກໍ່ສ້າງຈະ
ແລ້ວສໍາເລັດພາຍໃນເດືອນຕຸລາ.

ໂຄງການທີ່ 2 ກໍແມ່ນການ
ຂະຫຍາຍບ່ອນຈອດເຮືອບິນ
ຢູ່ສະໜາມບິນນາໆຊາດວັດ
ໄຕ ເພື່ອໃຫ້ສາມາດຮອງຮັບ
ທາງເຮືອບິນຂະໜາດໃຫຍ່
ໃຫ້ໄດ້ເຖິງ 40 ລຳພ້ອມດ້ວຍ
ອຸປະກອນຮັກສາຄວາມປອດ
ໄພ ແລະສິ່ງອໍານວຍຄວາມ
ສະດວກຕ່າງໆ ຢ່າງຄົບຊຸດ
ໂດຍເປັນການຊ່ວຍເຫຼືອຈາກ
ລັດຖະບານຍີ່ປຸ່ນ ໃນມູນຄ່າ
1,246 ລ້ານເຢນ ແລະກູ້ຢືມ
ຈາກລັດຖະບານຈີນຈໍານວນນຶ່ງ.

ສ່ວນອີກ 4 ໂຄງການທີ່ເຫລືອ ປະກອບດ້ວຍການພັດທະນາປັບປຸງເສັ້ນທາງ 21 ເສັ້ນ
ໃນເຂດນະຄອນວຽງຈັນ ການກໍ່ສ້າງເຮືອນພັກຮັບຮອງຈຳນວນ 52 ຫຼັງ ຢູ່ຫາດດອນຈັນ
ການກໍ່ສ້າງໂຮງແຮມ 8 ຊັ້ນ ລະດັບ 5 ດາວຢູ່ດອນຈັນ ແລະການກໍ່ສ້າງເຮືອນພັກສຳລັບ
ຄະນະຜູ້ແທນທີ່ຈະເຂົ້າຮ່ວມໃນກອງປະຊຸມ 50 ຫລັງ ຢູ່ບ້ານພະຂາວ ເມືອງໄຊທານີ ຊຶ່ງ
ທັງໝົດນີ້ກໍເປັນການລົງທຶນ ແລະການຊ່ວຍເຫລືອຈາກຈີນເຊັ່ນດຽວກັນ.

XS
SM
MD
LG