ສູນກາງພັກປະຊາຊົນປະຕິວັດລາວ ເລື່ອນຊັ້ນການນຳທາງ
ທະຫານໃນກອງທັບປະຊາຊົນລາວ ທັງລະດັບພົນໂທ ພົນຕີ
ແລະພົນຈັດຕະວາພ້ອມກັນເຖິງ 10 ຄົນເພື່ອໃຫ້ສອດຄ້ອງ
ກັບສະພາບການ.
ການປະກາດເລື່ອນຊັ້ນ ການນຳທັງໃນກະຊວງປ້ອງກັນປະເທດ ແລະກອງທັບປະຊາຊົນ
ລາວໃນຄັ້ງນີ້ ເປັນການປະຕິບັດ ຕາມລັດຖະດຳລັດ ຂອງປະທານປະເທດວ່າດ້ວຍການ
ເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງຈຳນວນ 10 ທ່ານ ໂດຍອິງໃສ່ລັດຖະທຳມະນູນ ກົດ
ໝາຍວ່າດ້ວຍນາຍທະຫານ ແລະຕາມການສະເໜີ ຂອງນາຍົກລັດຖະມົນຕີລາວ ທີ່ໃຫ້
ເຫດຜົນວ່າ ເພື່ອໃຫ້ສອດຄ້ອງກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ ວຽກງານຢູ່
ກະຊວງປ້ອງກັນປະເທດໃນປັດຈຸບັນ.
ທັງນີ້ໂດຍມີ 2 ທ່ານທີ່ໄດ້ຮັບການເລື່ອນຊັ້ນຈາກພົນຕີຂຶ້ນເປັນພົນໂທກໍຄືທ່ານພົນໂທ
ແສງນວນ ໄຊຍະລາດ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ທັງເປັນປະທານຄະນະກຳມະການຮັກສາຄວາມສະຫງົບຊາຍແດນລາວ-ໄທດ້ວຍ ສ່ວນອີກທ່ານໜຶ່ງກໍຄື ທ່ານພົນໂທຈັນສະໝອນ ຈັນຍາລາດ ກຳມະການສູນກາງພັກ ແລະລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ.
ສຳຫລັບນາຍທະຫານ ທີ່ໄດ້ຮັບການເລື່ອນຊັ້ນຈາກພົນຈັດຕະວາ ຂຶ້ນເປັນພົນຕີນັ້ນ ມີຢູ່ 4 ທ່ານດ້ວຍກັນ ຄື ທ່ານພົນຕີທອງລອຍ ສີລິວົງ ຫົວໜ້າກົມໃຫຍ່ການເມືອງ ທ່ານພົນຕີພູວົງ ວົງພົມ ຫົວໜ້າກົມໃຫຍ່ພາລາທິການ ແລະ ທ່ານພົນຕີແອສະໃໝ ເລືອງວັນໄຊ ຫົວໜ້າກົມໃຫຍ່ເຕັກນິກ.
ສ່ວນນາຍທະຫານອີກ 4 ທ່ານທີ່ໄດ້ຮັບການເລື່ອນຊັ້ນ ຈາກ
ພັນເອກຂຶ້ນເປັນພົນຈັດຕະວານັ້ນ ກໍປະກອບດ້ວຍທ່ານພົນ
ຈັດຕະວາປະສິດ ທ່ຽງທຳ ຫົວໜ້າການທະຫານກອງພົນທີ 4
ທ່ານພົນຈັດຕະວາວົງສັກ ພັນທະວົງ ຮອງຫົວໜ້າກົມໃຫຍ່ພາລາ
ທິການ ທ່ານພົນຈັດຕະວາບົວວັນ ເພັງບຸນທັນ ຫົວໜ້າການເມືອງ
ກອງບັນຊາການທະຫານແຂວງສະຫວັນນະເຂດ ແລະທ່ານພົນ
ຈັດຕະວາບຸນລ້ຽງ ແສງພະຈັນ ຫົວໜ້າກົມປ້ອງກັນພາຍໃນ ພ້ອມ
ກັນນີ້ ທ່ານພົນຕີສຸວອນ ເລືອງບຸນມີ ຫົວໜ້າກົມໃຫຍ່ເສນາທິການ ກໍໄດ້ຖືກແຕ່ງຕັ້ງເປັນລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ ແລະພົນຈັດຕະວາວິໄລ ຫລ້າຄຳຟອງ ກໍໄດ້ຮັບການແຕ່ງຕັ້ງເປັນຫົວໜ້າໃຫຍ່ການເມືອງກອງທັບ.
ກ່ອນໜ້ານີ້ ສະມາຊິກສະພາແຫ່ງຊາດລາວຊຸດທີ 7 ກໍໄດ້ລົງມະຕິດ້ວຍສຽງສ່ວນໃຫຍ່ໃນການຮັບຮອງການແຕ່ງຕັ້ງຮອງນາຍົກລັດຖະມົນຕີ ໃນຄະນະລັດຖະບານເພີ້ມຂຶ້ນອີກ 2 ທ່ານ ດັ່ງທີ່ ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີ ໄດ້ສະເໜີຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 7 ຂອງສະພາແຫ່ງຊາດລາວ ວ່າ:
“ຂ້າພະເຈົ້າຂໍອະນຸຍາດຕ່າງໜ້າລັດຖະບານ ສະເໜີການຊັບຊ້ອນຍົກຍ້າຍ
ສະມາຊິກລັດຖະບານຊຸດທີ 7 ຈຳນວນໜຶ່ງ ທີ່ໄດ້ຮັບໜ້າທີ່ໃໝ່ ແລະ ແຕ່ງຕັ້ງ
ພະນັກງານ ການນຳຂັ້ນສູງ ໃຫ້ດຳລົງຕຳແໜ່ງໃໝ່ ຕໍ່ກອງປະຊຸມສະໄໝສາມັນ
ເທື່ອທີ 7 ສະເໜີໃຫ້ທ່ານ ດຣ. ບຸນປອນ ບຸດຕະນະວົງ ກຳມະການ ກົມການ
ເມືອງສູນກາງພັກ ເປັນຮອງນາຍົກ ລັດຖະມົນຕີ ສອງສະເໜີ ທ່ານ ດຣ. ພັນຄຳ
ວິພາວັນ ກຳມະການ ກົມການເມືອງສູນກາງພັກເປັນຮອງນາຍົກລັດຖະມົນຕີ
ທັງເປັນລັດຖະມົນຕີວ່າການກະຊວງສຶກສາທິການແລະກິລາ.”
ຊຶ່ງດ້ວຍມະຕິຕົກລົງດັ່ງກ່າວນີ້ ກໍເຮັດໃຫ້ຄະນະລັດຖະບານລາວມີຮອງນາຍົກລັດ
ຖະມົນຕີ ເຖິງ 5 ທ່ານ ກໍຄືທ່ານອາຊາງ ລາວລີ ທ່ານທອງລຸນ ສີສຸລິດ ຊຶ່ງຄວບຕຳແໜ່ງ
ລັດຖະມົນຕີວ່າການຕ່າງປະເທດ ທ່ານສົມສະຫວາດ ເລັ່ງສະຫວັດ ທ່ານບຸນປອນ
ບຸດຕະນະວົງ ແລະ ທ່ານພັນຄຳ ວິພາວັນ ທີ່ຄວບຕຳແໜ່ງ ລັດຖະມົນຕີວ່າການກະຊວງ
ສຶກສາທິການແລະກິລາອີກດ້ວຍ.
ສ່ວນທ່ານສິນລະວົງ ຄຸດໄພທູນ ກໍຖືກແຕ່ງຕັ້ງເປັນເຈົ້າຄອງ ນະຄອນ ຫລວງວຽງຈັນ ແລະທ່ານສອນໄຊ ສີພັນດອນ ກໍໄດ້ເປັນລັດຖະມົນຕີ ປະຈຳສຳນັກງານນາຍົກຯ ແລະ
ຫົວໜ້າຫ້ອງວ່າການລັດຖະບານລາວ.