ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໔ ທັນວາ ໒໐໒໕

ສະຖານທູດລາວປະຈໍາ ສຫລ ແລະສະຖານທູດ ສຫລ ປະຈໍາລາວ ພະຍາຍາມ ຊຸກຍູ້ນັກທຸລະກິດອາເມຣິກັນ ໃຫ້ໄປເຮັດທຸລະກິດ ແລະລົງທຶນຢູ່ລາວ


ທ່ານຄໍາພັນ ອັ່ນລາວັນ, ເອກ ອັກຄະລັດຖະທູດ ສປປ ລາວ ປະຈໍາສະຫະລັດກ່າວໃນກອງປະຊຸມທາງອອນລາຍ, 23 ກັນຍາ 2021
please wait

No media source currently available

0:00 0:00:16 0:00

ທ່ານຄໍາພັນ ອັ່ນລາວັນ, ເອກອັກຄະລັດຖະທູດ ສປປ ລາວ ປະຈໍາສະຫະລັດ ກ່າວໃນກອງປະຊຸມທາງອອນລາຍ, 23 ກັນຍາ 2021

ການພົວພັນທາງດ້ານຄ້າ ແລະການລົງທຶນລະຫວ່າງສະຫະລັດແລະລາວ ແມ່ນຍັງມີມູນຄ່າຕໍ່າຫລາຍ ເມື່ອທຽບໃສ່ການພົວພັນດ້ານນີ້ຂອງລາວກັບປະເທດເພື່ອນບ້ານ. ແຕ່ວ່າທາງການລາວແລະສະຫະລັດກໍໄດ້ພະຍາຍາມຊຸກຍູ້ໃຫ້ມີການພົວພັນສອງ ຝ່າຍໃນດ້ານນີ້ຢູ່. ຢູ່ໃນກອງປະຊຸມທາງອອນລາຍເນື່ອງໃນເດືອນຄົບຮອບ 5 ປີ ແຫ່ງການເປັນຄູ່ຮ່ວມມືແບບກວມລວມລະຫວ່າງສະຫະລັດ ແລະລາວທີ່ຈັດຂຶ້ນໃນອາທິດແລ້ວນີ້ ໂດຍສູນສຶກສາດ້ານຍຸດທະສາດ ແລະສາກົນ (Center for Strategic & International Studies) ທ່ານຄໍາພັນ ອັ່ນລາວັນ, ເອກ ອັກຄະລັດຖະທູດ ສປປ ລາວ ປະຈໍາສະຫະລັດ ກ່າວວ່າ:

please wait

No media source currently available

0:00 0:00:23 0:00
ລິງໂດຍກົງ

“ໃນເດືອນໜ້ານີ້, ທາງສະຖານທູດຈະເປັນເຈົ້າພາບຈັດກອງປະຊຸມທີ່ຈັບຄູ່ດ້ານ ທຸລະກິດລະຫວ່າງທີມງານລາວ-ສະຫະລັດ ຢູ່ໃນຂະແໜງທຸລະກິດຕົ້ນຕໍແມ່ນ ຢູ່ໃນຂະແໜງບໍ່ແຮ່ ແລະພະລັງງານ.”

ທ່ານປ.ອ. ປີເຕີ ເຮມອນ, ເອກອັກຄະລັດຖະທູດສະຫະລັດປະຈໍາ ສປປ ລາວ ກ່າວຢູ່ໃນກອງປະຊຸມຖະແຫລງຂ່າວ ເມື່ອມໍ່ໆ ມານີ້ວ່າ ທາງສະຫະລັດ ກໍພະຍາ ຍາມສົ່ງເສີມການພົວພັນກັບລາວໃນດ້ານນີ້ເຊັ່ນກັນ ຊຶ່ງໃນນັ້ນ ກໍໄດ້ພະ ຍາຍາມຊັກຊວນເອົານັກທຸລະກິດ ແລະນັກລົງທຶນຂອງສະຫະລັດ ໃຫ້ມາສົນໃຈ ລາວຫລາຍຂຶ້ນ ພ້ອມທັງຊ່ວຍລາວສ້າງນະບາຍທີ່ແນໃສ່ປັບປຸງບັນຍາກາດ ໃນ ການເຮັດທຸລະກິດຂອງລາວອີກດ້ວຍ, ຊຶ່ງທ່ານກ່າວດັ່ງນີ້:

please wait

No media source currently available

0:00 0:00:41 0:00

ທ່ານກ່າວອີກວ່າ ປັດຈຸບັນສະຫະລັດ ແລະລາວໄດ້ເຊັນບົດບັນທຶກ ຄວາມເຂົ້າໃຈຫລື MOU ທີ່ຈະຊ່ວຍລາວຜະລິດພະລັງງານໄຟຟ້າໂດຍໃຊ້ຊັບພະຍາກອນ ມາຈາກຫລາຍແຫລ່ງ ແລະມີປະສິດທິພາບ ຫລາຍກວ່າໂຄງການຕ່າງໆ ທີ່ມີຢູ່ ແລ້ວໃນລາວ. ມັນເປັນໂຄງການປະມານ 5 ປີ, ຊຶ່ງຈະໃຊ້ທຶນປີລະ 3 ລ້ານໂດລາ.

XS
SM
MD
LG