ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຊ ອຸດສາຫະກຳ ແລະການຄ້າ ລາວ ໄດ້ເປີດໂຕເວັບໄຊ ເພື່ອປົກປ້ອງ ຜູ້ຊົມໃຊ້ ສະໜັບສະໜູນ ໂດຍ ສຫລ


ພິທີເປີດໂຕເວັບໄຊ ປົກປ້ອງຜູ້ຊົມໃຊ້ ຢ່າງເປັນທາງການ ຂອງກະຊວງອຸດສາຫະກຳ ແລະການຄ້າ ລາວ ທີ່ໄດ້ຮັບ ການສະໜັບສະໜູນ ໂດຍ ລັດຖະບານ ສະຫະລັດ ໂດຍຜ່ານອົງການ USAID, ໃນວັນທີ 26 ກຸມພາ 2019.
ພິທີເປີດໂຕເວັບໄຊ ປົກປ້ອງຜູ້ຊົມໃຊ້ ຢ່າງເປັນທາງການ ຂອງກະຊວງອຸດສາຫະກຳ ແລະການຄ້າ ລາວ ທີ່ໄດ້ຮັບ ການສະໜັບສະໜູນ ໂດຍ ລັດຖະບານ ສະຫະລັດ ໂດຍຜ່ານອົງການ USAID, ໃນວັນທີ 26 ກຸມພາ 2019.

ກະຊວງອຸດສາຫະກຳ ແລະການຄ້າ ໄດ້ເປີດໂຕເວັບໄຊ ປົກປ້ອງຜູ້ຊົມໃຊ້ ໃນ ວັນທີ 26
ກຸມພາມື້ນີ້. ເວັບໄຊດັ່ງ​ກ່າວ ໄດ້ຮັບການສະໜັບສະໜູນ ຈາກລັດຖະບານສະຫະລັດ
ໂດຍຜ່ານ ອົງການ USAID ເພື່ອຊ່ວຍໃຫ້ຜູ້ຊົມໃຊ້ ໄດ້ຮັບການປົກປ້ອງ ຈາກການປະ
ຕິບັດຕໍ່ ຢ່າງບໍ່ຍຸດຕິທຳ.

ງານເປີດໂຕເວັບໄຊໄດ້ຈັດຂຶ້ນທີ່ກະຊວງອຸດສາຫະກຳ ແລະການຄ້າ ເຊິ່ງເຂົ້າຮ່ວມ
ເປັນກຽດເປີດງານ ໂດຍ ພະນະທ່ານສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງ
ອຸດສາຫະກຳ ແລະການຄ້າ ທ່ານບຸນທຽມ ແກ້ວສີພາ ຫົວໜ້າ ກົມການຄ້າພາຍໃນ
ກະຊວງອຸດສາຫະກຳ ແລະການຄ້າ ແລະ ທ່ານ ແພດທິກ ບຣາວເວີ ຮອງຜູ້ອຳນວຍ
ການອົງການ USAID ພ້ອມກັບຜູ້ເຂົ້າຮ່ວມ ຈາກ ພາກລັດ ແລະພາກເອກະຊົນຫຼາຍ
ກວ່າ 70 ທ່ານ.

ທ່ານ ແພດທິກ ບຣາວເວີ ກ່າວວ່າ “ເວັບໄຊປົກປ້ອງຜູ້ຊົມໃຊ້ແມ່ນເຄື່ອງມືໃໝ່ ອັນ
ໜຶ່ງທີ່ໜ້າຕື່ນເຕັ້ນ ສຳລັບປະຊາຊົນທົ່ວປະເທດ ຕະຫຼາດຊື້ຂາຍສິນຄ້າ ແລະ
ການບໍລິການ ທີ່ມີມາດຕະຖານສູງ ຊ່ວຍເຮັດໃຫ້ຜູ້ຊົມໃຊ້ ຮູ້​ຊອກຫາ​ເພື່ອ​ໃຫ້ຄຸ້ມ
ຄ່າກັບເງິນທີ່ເຂົາເຈົ້າຈ່າຍໄປ ແລະຍັງເຮັດໃຫ້ເກີດການແຂ່ງຂັນ ທີ່ເປັນທຳ ສຳລັບ
ຜູ້ປະກອບການ ແລະນັກທຸລະກິດ ທີ່ສະໜອງສິນຄ້າ ແລະການບໍລິການໃຫ້ມີຄຸນ
ນະພາບສູງ."

ເວັບໄຊປົກປ້ອງຜູ້ຊົມໃຊ້ແຈ້ງໃຫ້ຜູ້ຊົມໃຊ້ຮັບຮູ້ເຖິງສິດຂອງຕົນ ມີຂໍ້ມູນທີ່ບອກ ກ່ຽວ
ກັບການຊື້ສິນຄ້າ ແລະການບໍລິການທີ່ປອດໄພ ແລະນຳສະເໜີຊ່ອງທາງຮ້ອງທຸກ
ໃຫ້ກັບຜູ້ຊົມໃຊ້ ໃນກໍລະນີທີ່ຜູ້ຊົມໃຊ້ ຖືກປະຕິບັດຕໍ່ ຢ່າງບໍ່ຍຸດຕິທຳ. ໃນເວັບໄຊ ຍັງ
ເປັນອີກຊ່ອງທາງໜຶ່ງ ທີ່ສາມາດສົ່ງຄຳຮ້ອງທຸກ ຫຼື ແຈ້ງຂ່າວ​ຄາວ ກ່ຽວກັບການປະຕິ
ບັດຕໍ່ທີ່ບໍ່ເໝາະສົມ ຫຼືບໍ່ເປັນທຳ ການໂທແຈ້ງຜ່ານສາຍດ່ວນ 1510. ໃນເວັບໄຊຍັງ
ມີວິດີໂອ ກ່ຽວກັບວຽກງານປົກປ້ອງຜູ້ຊົມໃຊ້ ທີ່ສະໜັບສະໜູນໂດຍ ອົງການ USAID
ທີ່ສະແດງໃຫ້ເຫັນວ່າ ຜູ້ຊົມໃຊ້ສາມາດປົກປ້ອງ ໂຕເອງໄດ້.

ລັດຖະບານ ສະຫະລັດ ສະໜັບສະໜູນການສ້າງເວັບໄຊ ໂດຍຜ່ານ ໂຄງການ USAID
LUNA II ເພື່ອຊ່ວຍ ສປປ ລາວ ເຊື່ອມໂຍງເຂົ້າໃນຕະຫຼາດໂລກ ໂດຍສະໜັບສະໜູນ
ລັດຖະບານ ສປປ ລາວ ໃນການສ້າງ ແລະ ຈັດຕັ້ງປະຕິບັດ ບັນດານະໂຍບາຍ ແລະ
ລະບຽບການ ໃຫ້ມີຄວາມໂປ່ງໃສ ມີປະສິດທິພາບ ແລະ ສອດຄ່ອງກັບມາດຕະຖານ
ສາກົນ.

ທ່ານສາມາດເຂົ້າເບິ່ງເວັບໄຊໄດ້ທີ່ www.lcp.gov.la.

XS
SM
MD
LG