ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກອງທັບ ລາວແລະຈີນ ດຳເນີນການຫັດແອບ ຝຶກຊ້ອມ ການຊ່ອຍເຫຼືອ ມະນຸດສະທຳ ດ້ານການແພດ


ບັນດານາຍທະຫານຂອງກອງທັບປົດປ່ອຍປະຊາຊົນຈີນ ເດີນທາງມາຮອດສະໜາມບິນວັດໄຕ ເພື່ອເຂົ້າຮ່ວມ ການຫັດແອບ ຝຶກຊ້ອມການຊ່ອຍເຫຼືອມະນຸດສະທຳ ດ້ານການແພດ ທີ່ມີຊື່ວ່າ "ຂະບວນລົດໄຟມິດຕະພາບ 2019".
ບັນດານາຍທະຫານຂອງກອງທັບປົດປ່ອຍປະຊາຊົນຈີນ ເດີນທາງມາຮອດສະໜາມບິນວັດໄຕ ເພື່ອເຂົ້າຮ່ວມ ການຫັດແອບ ຝຶກຊ້ອມການຊ່ອຍເຫຼືອມະນຸດສະທຳ ດ້ານການແພດ ທີ່ມີຊື່ວ່າ "ຂະບວນລົດໄຟມິດຕະພາບ 2019".

ກອງທັບປະຊາຊົນລາວ ແລະກອງທັບປົດປ່ອຍປະຊາຊົນຈີນ ດຳເນີນການຫັດແອບ
ຝຶກຊ້ອມການຊ່ອຍເຫຼືອມະນຸດສະທຳດ້ານການແພດ ໂດຍມີນາຍທະຫານລາວ ແລະ
ຈີນ ເຂົ້າຮ່ວມຫຼາຍກວ່າ 500 ຄົນ.

ການຫັດແອບ-ຝຶກຊ້ອມການຊ່ອຍເຫຼືອມະນຸດສະທຳດ້ານການແພດຮ່ວມ ລະຫວ່າວງ
ກອງທັບປະຊາຊົນລາວ ແລະກອງທັບປົດປ່ອຍປະຊາຊົນຈີນ ໄດ້ຈັດຂຶ້ນໃນວັນທີ 15-
19 ສິງຫານ 2019 ທີ່ນະຄອນວຽງຈັນ ໂດຍມີ ພົນຈັດຕະວາ ບົວສິງ ອິນທະວົງ ຫົວໜ້າ
ກົມເສນາຮັກ ເປັນປະທານຂອງຝ່າຍລາວ ແລະພົນເອກ ຊູ ສິນເກິງ ຮອງຫົວໜ້າກົມ
ເສນາຮັກ ເປັນປະທານຂອງຝ່າຍຈີນ ພ້ອມດ້ວຍນາຍທະຫານທີ່ເຂົ້າຮ່ວມການຫັດ
ແອບ ຄັ້ງນີ້ ຈາກກອງທັບປະຊາຊົນລາວ 350 ກວ່າຄົນ ແລະຈາກກອງທັບປົດປ່ອຍ
ປະຊາຊົນຈີນ 238 ຄົນ ທີ່ຖືເປັນການຝຶກແອບຮ່ວມໃນໂອກາດຄົບຮອບ 10 ປີ ຂອງ
ການເປັນຮຸ້ນສ່ວນຍຸດທະສາດການພັດທະນາຮອບດ້ານ ລະຫວ່າງ ລາວ-ຈີນ ນັບແຕ່
ປີ 2009-2019 ນີ້.

ທັງນີ້ ໂດຍ 2 ກອງທັບລາວ-ຈີນ ໄດ້ໃຫ້ຊື່ການຝຶກແອບໃນຄັ້ງນີ້ ວ່າ “ຂະບວນລົດໄຟ
ສັນຕິພາບ 2019” ທີ່ມີລະບົບການຈັດແບ່ງສູນບັນຊາການ ເປັນ 3 ຂັ້ນ ຄື ສູນການປິ່ນ
ປົວ ສູນບັນຊາການພາກສະໜາມ ແລະສູນບັນຊາການສູງສຸດ ໂດຍໃຫ້ຄວາມສຳຄັນ
ທັງໃນດ້ານການກູ້ໄພ ການປະຖົມພະຍາບານ ໂຮງໝໍ ສະໜາມເພື່ອກອບກູ້ໃຫ້ການ
ຊ່ອຍເຫຼືອ ແລະປິ່ນປົວຜູ້ບາດເຈັບ ຮວມເຖິງການຄວບຄຸມພະຍາດຕິດແປດຕ່າງໆ ທີ່ມີການປະສານງານຢ່າງໃກ້ຊິດໃນທຸກໆດ້ານ ເຊັ່ນ ການວາງແຜນປະຕິບັດການ
ການສ້າງບຸຄະລາກອນ ການຮັບປະກັນດ້ານວັດຖຸ-ເຄື່ອງມື ແລະບໍລິການທາງການ
ແພດຢ່າງຄົບຊຸດ ທັງການຜ່າຕັດສຸກເສີນ ການຫ້າມເລືອດ ການເຄື່ອນຍ້າຍຄົນເຈັບ
ສົ່ງໂຮງໝໍ ການຂົນສົ່ງຄົນເຈັບທາງອາກາດ ແລະການທຳລາຍສານເຄມີໃນພາກ
ສະໜາມ ເປັນຕົ້ນ ຊຶ່ງທັງໝົດນີ້ ກໍຄືຄວາມຮູ້ ແລະປະສົບການ ທີ່ຝ່າຍລາວໄດ້ຮັບ
ຈາກຝ່າຍຈີນ ເປັນດ້ານຫລັກ ດັ່ງທີ່ ພົນຈັດຕະວາ ບົວສິງ ໄດ້ຖະແຫລງລາຍງານວ່າ:

“ຂ້າພະເຈົ້າ ຂໍຕີລາຄາສູງຕໍ່ຂະບວນລົດໄຟສັນຕິພາບ 2019 ຄັ້ງນີ້ ບັນດາສະຫາຍຈີນ
ໄດ້ສະແດງເຖິງການເສຍສະລະຢ່າງບໍ່ຮູ້ອິດ ບໍ່ຮູ້ເມື່ອຍ ມີແບບແຜນເຮັດວຽກທີ່ດີເລີດ
ມີຄວາມຮູ້ ຄວາມສາມາດທາງດ້ານວິຊາສະເພາະ ມີປະສົບການອັນອຸດົມສົມບູນ ແລະ
ມີລະບຽບວິໄນທີ່ເຂັ້ມງວດ ຕາມທິດສ້າງກອງທັບເຂັ້ມແຂງ ໃນຍຸກສະໄໝໃໝ່ ຊຶ່ງເປັນ
ໂອກາດອັນດີ ໃຫ້ແກ່ກອງທັບປະຊາຊົນລາວ ເວົ້າລວມ ເວົ້າສະເພາະໃນເຫຼົ່າຮົບ
ເສນາຮັກ ພວກເຮົາໄດ້ຮຽນຮູ້ບົດຮຽນ ແລະປະສົບການອັນລ້ຳຄ່າ ແລະກະໄດ້ນຳໃຊ້
ເຂົ້າໃນການປະຕິບັດໜ້າທີ່ີຕົວຈິງຂອງຝ່າຍລາວ.”

ນາຍທະຫານຂອງຈີນ ສາທິດການປິ່ນປົວຄົນເຈັບໃຫ້ນາຍທະຫານຝ່າຍລາວເບິ່ງ ໃນການເຂົ້າຮ່ວມ ການຫັດແອບຝຶກຊ້ອມການຊ່ອຍເຫຼືອມະນຸດສະທຳ ດ້ານການແພດ ທີ່ມີຊື່ວ່າ "ຂະບວນລົດໄຟມິດຕະພາບ 2019"
ນາຍທະຫານຂອງຈີນ ສາທິດການປິ່ນປົວຄົນເຈັບໃຫ້ນາຍທະຫານຝ່າຍລາວເບິ່ງ ໃນການເຂົ້າຮ່ວມ ການຫັດແອບຝຶກຊ້ອມການຊ່ອຍເຫຼືອມະນຸດສະທຳ ດ້ານການແພດ ທີ່ມີຊື່ວ່າ "ຂະບວນລົດໄຟມິດຕະພາບ 2019"

ທັງນີ້ ໃນປີ 2018 ທາງການຈີນ ໄດ້ໃຫ້ການຊ່ອຍເຫຼືອແກ່ລາວ ມູນຄ່າ 4 ຕື້ຢວນ ຫຼື
5,280 ຕື້ກີບ ທີ່ແນໃສ່ການເສີມສ້າງຄວາມໝັ້ນຄົງ ແລະຄວາມສະຫງົບໃນລາວ ດ້ວຍ
ການພັດທະນາເພື່ອຍົກລະດັບຄຸນນະພາບຊີວິດ ແລະການເປັນຢູ່ຂອງປະຊາຊົນລາວ
ໃຫ້ດີຂຶ້ນໃນທຸກດ້ານ ເຊັ່ນ ການພັດທະນາໃນຂົງເຂດການສຶກສາ ສາທາລະນະສຸກ
ເທັກໂນໂລຈີ ກະສິກຳ ການຄ້າແລະການພັດທະນາຊັບພະຍາກອນມະນຸດ ທີ່ມີ 8
ໂຄງການໃຫຍ່ ກໍຄື ໂຄງການ 100 ບ້ານຕ້ອງມີນ້ຳປະປາ 100 ບ້ານຕ້ອງມີໄຟຟ້າ 100
ບ້ານຕ້ອງມີສຸກສາລາ 100 ບ້ານຕ້ອງມີດິຈິໂຕລ ໂຄງການສຶກສາທາງໄກ ໂຄງການ
ຝຶກອົບຮົມບຸຄະລາກອນ ເພື່ອການປົກປັກຮັກສາສິ່ງແວດລ້ອມທຳມະຊາດ ໂຄງການ
ຍົກລະດັບຄຸນນະພາບການຮຽນຫຼການສອນຂອງຄູຊົນນະບົດ ແລະໂຄງການສ້າງ
ເວທີໃນລະບົບ ອິນເຕີເນັດ ເພື່ອຊ່ອຍກະເສດຕະກອນ ໃນຊົນນະບົດທັງໃນດ້ານ
ການຜະລິດ-ການຕະຫຼາດແລະການສົ່ງສິນຄ້າຂອງລາວໄປໃຫ້ຜູ້ຊື້ ທັງທີ່ຢູ່ໃນລາວ
ແລະຈີນຕໍ່ໄປ.

ໂດຍທ່ານຫວັງ ເຫວິນທຽນ ເອກອັກຄະລັດຖະທູດຈີນ ທີ່ນະຄອນວຽງຈັນ ໄດ້ຢືນຢັນ
ວ່າ ການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆໃນລາວ ດ້ວຍການຊ່ອຍເຫຼືອດ້ານງົບ
ປະມານ ແລະເທັກນິກຈາກຈີນດັ່ງກ່າວນີ້ ຖືເປັນສິ່ງທີ່ຢັ້ງຢືນເຖິງການເປັນຮຸ້ນສ່ວນ
ຍຸດທະສາດການພັດທະນາຮອບດ້ານ ລະຫວ່າງ ລາວ-ຈີນ ໄດ້ຢ່າງຊັດເຈນ ໂດຍລັດ
ຖະບານຈີນ ຍັງຈະສືບຕໍ່ໃຫ້ການຊ່ອຍເຫຼືອແກ່ລາວຢ່າງບໍ່ຢຸດຢັ້ງ ເພາະຖືວ່າ ເປັນ
ພາກສ່ວນສຳຄັນ ໃນການຮ່ວມມື ລາວ-ຈີນ ໃນແຜນການນຶ່ງແລວ-ນຶ່ງເສັ້ນທາງ
(One Belt-One Road) ທີ່ລິເລີ້ມໂດຍປະທານປະເທດຈີນ ທ່ານສີ ຈິ້ນຜິງ ຊຶ່ງພັກ
ປະຊາຊົນປະຕິວັດລາວ ກໍໄດ້ຢືນຢັນຢ່າງຄັກແນ່ແລ້ວວ່າ ຈະໃຫ້ການສະໜັບສະໜຸນ
ແລະຮ່ວມມືຢ່າງສຸດກຳລັງ.

ທາງດ້ານ ທ່ານວອນສັກ ມະຫັດທະໂນບົນ ອາຈານປະຈຳຄະນະລັດຖະສາດ ຈຸລາລົງ
ກອນມະຫາວິທະຍາໄລ ມອງວ່າ ການເສີມສ້າງອິດທິພົນຂອງຈີນໃນລາວ ຄືການຮັບ
ປະກັນວ່າ ແຜນການນຶ່ງແລວ-ນຶ່ງເສັ້ນທາງຂອງຈີນ ຕ້ອງເກີດຂຶ້ນຢ່າງເປັນຮູບປະທຳ
ດ້ວຍການພັດທະນາລາວເຊື່ອມຕໍ່ກັບອາຊ່ຽນທັງໝົດ.

XS
SM
MD
LG