ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ແລະ ຈີນ ຕົກລົງ ຈະພັດທະນາ ເຂດເສດຖະກິດ ຊາຍແດນ ຢູ່ທີ່ດ່ານບໍ່ເຕັນ-ບໍ່ຫານ


ກອງປະຊຸມ ປຶກສາຫາລື ກ່ຽວກັບ ການສ້າງເຂດຮ່ວມມື ເສດຖະກິດ ບໍ່ເຕັນ ສປປ ລາວ-ບໍ່ຫານ ສປ ຈີນ
ກອງປະຊຸມ ປຶກສາຫາລື ກ່ຽວກັບ ການສ້າງເຂດຮ່ວມມື ເສດຖະກິດ ບໍ່ເຕັນ ສປປ ລາວ-ບໍ່ຫານ ສປ ຈີນ

ລັດຖະບານລາວ ແລະຈີນຕົກລົງທີ່ຈະພັດທະນາ ເຂດ
ເສດຖະກິດຊາຍແດນ ຢູ່ທີ່ດ່ານບໍ່ເຕັນ-ດ່ານບໍ່ຫານ ໂດຍ
ຄາດຫວັງວ່າ ຈະສາມາດດຶງເອົາການລົງທຶນ ຈາກຕ່າງ
ປະເທດໄດ້ຫຼາຍຂຶ້ນ ຢ່າງຕໍ່ເນື່ອງ.

ການລົງນາມໃນຂໍ້ຕົກລົງວ່າດ້ວຍການພັດທະນາ ເຂດເສດຖະກິດຊາຍແດນ ຢູ່ທີ່ດ່ານ
ບໍ່ເຕັນຂອງລາວ ກັບດ່ານບໍ່ຫານຂອງຈີນ ໄດ້ມີຂຶ້ນຢ່າງເປັນທາງການ ຢູ່ທີ່ກຸງປັກກິ່ງ
ເມື່ອບໍ່ນານມານີ້ ຊຶ່ງເປັນການລົງນາມຮ່ວມກັນໂດຍ ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳຂົງເຂດເສດຖະກິດ ການຜະລິດ ແລະຈະລາຈອນ
ຂອງລາວ ກັບທ່ານກາວ ຫູເສັງ ລັດຖະມົນຕີວ່າການ ກະຊວງການຄ້າຂອງຈີນ ໂດຍມີ
ທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວ ແລະທ່ານສີ ຈິ້ນຜິງ ປະທານປະເທດ
ຈີນ ໄດ້ໃຫ້ກຽດເປັນສັກຂີພະຍານ ໃນພະທີການລົງນາມຄັ້ງນີ້ດ້ວຍ.

ແບບຈຳລອງ ເຂດເສດຖະກິດຊາຍແດນ ຢູ່ທີ່ດ່ານບໍ່ເຕັນ ສປປ ລາວ- ດ່ານບໍ່ຫານ ສປ ຈີນ
ແບບຈຳລອງ ເຂດເສດຖະກິດຊາຍແດນ ຢູ່ທີ່ດ່ານບໍ່ເຕັນ ສປປ ລາວ- ດ່ານບໍ່ຫານ ສປ ຈີນ

ໂດຍພາຍໃຕ້ຂໍ້ຕົກລົງດັ່ງກ່າວນີ້ ທາງການລັດຖະບານຂອງທັງ
ສອງຝ່າຍ ຈະຮ່ວມກັນພັດທະນາຊາຍແດນໃຫ້ເປັນເຂດພັດທະ
ນາ ທາງເສດຖະກິດຢ່າງຮອບດ້ານ ເພື່ອຮອງຮັບການຄ້າ ແລະ
ການລົງທຶນລະຫວ່າງກັນ ລວມທັງການດຶງດູດການລົງທຶນ ຈາກ
ຕ່າງປະເທດໃຫ້ໄດ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ ໂດຍແນໃສ່ການຍົກ
ລະດັບຄຸນນະພາບຊີວິດ ຄວາມເປັນຢູ່ຂອງປະຊາຊົນລາວ-ຈີນ
ໃຫ້ດີຂຶ້ນນັບມື້ ດ້ວຍການສົ່ງເສີມການຜະລິດສິນຄ້າ ເພື່ອສົ່ງອອກ
ໄປຕ່າງປະເທດ ໃຫ້ຫຼາຍຂຶ້ນ ຊຶ່ງລວມເຖິງການພພັດທະນາຊາຍ
ແດນດັ່ງກ່າວນີ້ ໃຫ້ເປັນເຂດທ່ອງທ່ຽວຢ່າງຄົບວົງຈອນອີກດ້ວຍ.

ກ່ອນໜ້ານີ້ ທ່ານນາງເຈິ້ນ ສົງ ຜູ້ອຳນວຍການ ກຸ່ມບໍລິສັດພັດທະນາ ເຂດເສດຖະກິດ
ສະເພາະບໍ່ເຕັນແດນງາມ ຢູ່ທີ່ດ່ານຊາຍແດນລາວ ກັບຈີນ ໃນເຂດແຂວງຫລວງນ້ຳທາ
ໃຫ້ການຢືນຢັນວ່າ ກຸ່ມບໍລິສັດຈີນ ໄດ້ເນັ້ນໜັກ ການລົງທຶນເພື່ອການພັດທະນາ ທາງ
ທຸລະກິດໃນ 6 ດ້ານດ້ວຍກັນ ກໍຄືສູນການຄ້າ ສູນການເງິນ-ການທະນາຄານ ສູນຂໍ້ມູນ- ຂ່າວສານ ດ້ານການທ່ອງທ່ຽວ ແລະບໍລິການ ໝູ່ບ້ານວັດທະນະທຳ ສາງພັກ ແລະການ
ຂົນຖ່າຍສິນຄ້າ ອ່າງເກັບນ້ຳທຳມະຊາດ ສວນປ່າທຳມະຊາດ ແລະສະໜາມກັອຟ.

ການພັດທະນາເຂດເສດຖະກິດສະເພາະ ບໍ່ເຕັນແດນງາມ ເປັນການລົງທຶນ 100 ເປີເຊັນ
ຂອງກຸ່ມບໍລິສັດຈີນ ທີ່ມີອາຍຸສຳປະທານ 50 ປີ ໃນເນື້ອທີ່ 1,641 ເຮັກຕາ ໂດຍໄດ້ເລີ້ມ
ການຈັດຕັ້ງປະຕິບັດນັບຕັ້ງແຕ່ປີ 2012 ເປັນຕົ້ນມາ ແລະ ມາເຖິງປັດຈຸບັນນີ້ ກໍປາກົດວ່າ
ກຸ່ມບໍລິສັດຈີນ ໄດ້ກໍ່ສ້າງພື້ນຖານໂຄງລ່າງສຳເລັດແລ້ວ ໃນຫຼາຍດ້ານເຊັ່ນ ຮ້ານຄ້າປອດ
ພາສີ ຖະໜົນທີ່ເຊື່ອມຕໍ່ໄປສວນປ່າທຳມະຊາດລະຍະທາງຍາວ 28 ກິໂລແມັດ ລະບົບ
ໄຟຟ້າ ສະຖານທີ່ພັກຜ່ອນຢູ່ອ່າງທຳມະຊາດ ແລະສິ່ງອຳນວຍຄວາມສະດວກຕ່າງໆ
ຢູ່ພາຍໃນເຂດເສດຖະກິດສະເພາະເປັນຕົ້ນ.

ທ່ານນາງເຈິ້ນ ສົງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ເຂດເສດຖະກິດສະເພາະ ບໍ່ເຕັນ
ແດນງາມ ຈະສາມາດດຶງດູດເອົາການລົງທຶນຈາກຈີນ ແລະຕ່າງປະເທດໄດ້ເພີ້ມຂຶ້ນ
ນັບມື້ ເພາະເປັນເຂດທີ່ມີຄວາມສຳຄັນຂອງການເຊື່ອມຕໍ່ທາງເສດຖະກິດ ລະຫວ່າງຈີນ
ກັບປະເທດໃນລຸ່ມແມ່ນ້ຳຂອງ ແລະອາຊຽນ ທັງກໍຍັງເປັນເຂດເສດຖະກິດສະເພາະ ທີ່
ສາມາດຕໍ່ສຳປະທານໄດ້ເຖິງ 20 ຄັ້ງຫລັງຈາກສິ້ນສັນຍາສຳປະຖານ 50 ປີ ແລະການຕໍ່
ສັນຍາສຳປະທານ ໃນແຕ່ລະຄັ້ງນັ້ນ ກໍມີອາຍຸເຖິງ 20 ປີ ອີກດ້ວຍ ສະນັ້ນ ຈຶ່ງຖືເປັນການ
ຮັບປະກັນຜົນປະໂຫຍດ ລະຍະຍາວໃຫ້ກັບບັນດານັກລົງທຶນໄດ້ເປັນຢ່າງດີ.

ແຕ່ຢ່າງໃດກໍຕາມການພັດທະນາເຂດເສດຖະກິດສະເພາະບໍ່ເຕັນແດນງາມ ໃນລະຍະ
ທີ່ຜ່ານມາ ກໍໄດ້ປະເຊີນກັບບັນຫາທ້າທາຍບາງດ້ານ ໂດຍສະເພາະບັນຫາອາຊະຍາກຳ
ທີ່ເກີດຂຶ້ນໃນບ່ອນກາສິໂນຈົນເຮັດໃຫ້ທາງການລາວຕ້ອງສັ່ງປິດກາສິໂນ ຢູ່ເຂດດັ່ງກ່າວ
ຢ່າງຖາວອນ ດັ່ງທີ່ ທ່ານສົມສະຫວາດ ໄດ້ໃຫ້ການຊີ້ແຈງວ່າ:

“ຍ້ອນວ່າ ກາສິໂນມັນມີເກີດເລື້ອງກັນ ມີການຂ້າກັນແດ່ ອີ່ຫຍັງກັນແດ່ ແລ້ວລັດ
ຖະບານເຫັນວ່າ ມັນເປັນການກະທົບກະເທືອນເຖິງການພົວພັນລາວກັບຈີນ ຈຶ່ງ
ໄປເຈລະຈາກັບຜູ້ພັດທະນາຫັ້ນ ໃນທີ່ສຸດເຂົາເຈົ້າກໍເຫັນດີວ່າ ຍົກເລີກບໍ່ມີກາສິໂນ
ສະນັ້ນລັດຖະບານຈຶ່ງເວົ້າວ່າ ຢຸດໄວ້ກ່ອນ ວ່າຈັ່ງຊັ້ນຊະ ແຕ່ວ່າອັນທີ່ມີແລ້ວ
ຈຳເປັນທີ່ເຮົາຕ້ອງປະຕິບັດຕາມສັນຍາ ເມື່ອໝົດສັນຍາແລ້ວ ເຊົາວ່າແນວນັ້ນ
ບໍ່ຂະຫຍາຍໃໝ່.”

ຍິ່ງໄປກວ່ານັ້ນ ທາງການລາວຍັງໄດ້ຍົກເລີກສິດສຳປະທານ ຂອງກຸ່ມລົງທຶນລາຍເດີມ
ອີກດ້ວຍ ຫາກແຕ່ວ່າ ກໍໄດ້ຕົກລົງມອບສຳປະທານ ໃຫ້ກັບກຸ່ມບໍລິສັດພັດທະນາ ເຂດ
ເສດຖະກິດສະເພາະ ບໍ່ເຕັນແດນງາມ ທີ່ເປັນບໍລິສັດເອກະຊົນຈາກຈີນເຊັ່ນດຽວກັນ.

XS
SM
MD
LG