ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ກຸ່ມສິດທິມະນຸດ ສືບຕໍ່ກົດດັນ ກ່ຽວກັບ ການຫາຍໂຕໄປຂອງ ທ່ານສົມບັດ ສົມພອນ


ທ່ານສົມບັດ ສົມພອນ (ທີ 3 ຈາກຊ້າຍ) ຂະນະກ່າວຢູ່ທີ່ ກອງປະຊຸມ FCCT ບັ້ນນຶ່ງ ຊຶ່ງເປັນ ພາລະກິດນຶ່ງຂອງທ່ານ
ທ່ານສົມບັດ ສົມພອນ (ທີ 3 ຈາກຊ້າຍ) ຂະນະກ່າວຢູ່ທີ່ ກອງປະຊຸມ FCCT ບັ້ນນຶ່ງ ຊຶ່ງເປັນ ພາລະກິດນຶ່ງຂອງທ່ານ

ບັນດາກຸ່ມ​ສິດທິ​ກ່າວວ່າ ການ​ຫາຍ​ຕົວ​ໄປ​ຢ່າງ​ລຶກລັບ ຂອງ​ທ່ານ​ສົມບັດ ສົມ​ພອນ ​ເປັນ​ມົນທິນ​ເປື້ອນ​ເປິະ ຕໍ່​ປະວັດດ້ານ​ສິດທິ​ມະນຸດ ​ຂອງ​ຂົງ​ເຂດ.

ການ​ຫາຍ​ຕົວ​ໄປ​ຢ່າງ​ລຶກລັບຂອງ​ຜູ້​ນໍາ​ສັງຄົມ​ພົນລະ​ເຮືອນ ​ໃນ ສປປ ລາວ ກໍ​ຄື​ທ່ານ​ສົມບັດ ສົມ​ພອນ ​ເມື່ອ​ເດືອນແລ້ວ​ນີ້ ຍັງ​ສືບ​ຕໍ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ບັນດາກຸ່ມ​ສິດທິ​ ​ທີ່​ພາກັນ​ເອີ້ນ​ກໍລະນີ​ນີ້​ວ່າ ​ເປັນ​ມົນທິນ​ເປື້ອນ​ເປິະຕໍ່​ປະວັດດ້ານ​ສິດທິ​ມະນຸດ​ຂອງ​ຂົງ​ເຂດ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Gabrielle Paluch ລາຍ​ງານ​ຈາກ​ບາງ​ກອກ ກ່ຽວ​ກັບ​ການ​ຫາຍ​ຕົວ​ຂອງ​ທ່ານ​ສົມບັດ ​ແລະຄວາມ​ວິຕົກ​ກັງວົນ​ທີ່​ວ່າ ມັນອາດ​ພົວພັນ​ກັບ​ການຄັດ​ຄ້ານຂອງ​ຜູ້ກ່ຽວ​ ຕໍ່ໂຄງການສ້າງ​ໂຄ​ງລ່າງ​ພື້ນຖານ​ຂະໜາດ​ໃຫຍ່​ຢູ່​ໃນ​ລາວ ເຊັ່ນ ເຂື່ອນ​ໄຊ​ຍະ​ບຸລີນັ້ນ ຊຶ່ງ​ທອງ​ປານ ມີ​ລາຍ​ລະອຽ ມາສະເໜີ​ທ່ານ.

ທ່ານ​ສົມບັດ ສົມ​ພອນ ​ເປັນ​ບຸກຄົນ​ທີ່​ຮູ້ຈັກ​ກັນດີ​ໃນ​ລະດັບ​ນານາ​ຊາດ ​ໃນ​ຖານະ​ເປັນ​ຜູ້​ອໍານວຍ​ການ​ ສູນອົບ​ຮົມຮ່ວມ​ພັດທະນາ​ ຫຼື Participatory Development Training Center ຊຶ່ງ​ເປັນກຸ່ມ​ສັງ​ຄົມ​ພົນລະ​ເຮືອນ​ກຸ່ມ​ນຶ່ງ​ຢູ່​ໃນ​ ສປປ ລາວ. ທ່ານ​ສົມ​ບັດ ສົມ​ພອນ ​ໄດ້​ຮັບ​ລາງວັນ​ແມັກ​ໄຊ​ໄຊ ທີ່ເອີ້ນກັນ​ວ່າ ລາງວັນ​ໂນ​ເ​ເບ​ລຂອງ​ເອ​ເຊຍນັ້ນ ຍ້ອນ​ຜົນງານ​ການ​ພັດທະ ນາ​ສັງຄົມ​ຂອງ​ທ່ານໃນ​ປີ 2005.

ນັກ​ເຄື່ອນ​ໄຫວ ​ໄວ 60 ທ່ານ​ນີ້ ​ໄດ້​ຫາຍ​ຕົວ​ໄປ​ເມື່ອ​ຕອນ​ແລ​ງວັນ​ທີ 15 ທັນວາ ທີ່​ປ້ອມ​ຕໍາ
ຫຼວດ​ແຄມ​ຖະໜົນ​ແຫ່ງ​ນຶ່ງ ​ໃນ​ນະຄອນຫລວງ​ວຽງ​ຈັນ ​ແລ້ວ​ຫລັງ​ຈາກ​ນັ້ນ ກໍ​ບໍ່​ໃຜ​ໄດ້​ຍິນ​ຂ່າວ​ຂອງ​ທ່ານ​ອີກ​ເລີຍ. ພາບ​ກ້ອງ​ວົງ​ຈອນ​ປິດ​ ຈາກ​ໂທລະພາບ CCTV ຂອງ​ຈີນ ສະ​ແດງ​ວ່າ​ທ່ານ​ໄດ້​ຖືກ ຊາຍ​ນອກ​ເຄຶ່ອງ​ແບບ​ສອງ​ຄົນພາຕົວໄປ​.

ລັດຖະບານ​ລາວ​ເວົ້າ​ວ່າ ຕົນ​ບໍ່​ຮູ້​ວ່າ ​ແມ່ນ​ຫຍັງໄດ້ເກີດ​ຂຶ້ນ​ແກ່ທ່ານ​ສົມບັດ.

​ແຕ່​ບັນດາ​ກຸ່ມ​ສິດທິ​ມະນຸດ​ໄດ້​ຮຽກຮ້ອງ​ໃຫ້ ລັດຖະບານ​ລາວດໍາ​ເນີນ​ການ​ຢ່າງ​ຕັ້ງໜ້າ​ຂຶ້ນ ເພື່ອ​ຊອກ​ຫາ​ທ່ານ​ສົມບັດ​ໃຫ້​ໄດ້ ​ແລະ​ກໍ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ​ຕ່າງໆ​ທີ່​ຢູ່​ໃນສະມາ ຄົມ​ອາ​ຊ່ຽນ ຈົ່ງ​ປະ​ຖິ້ມ​ນະ​ໂຍບາຍ​ທີ່ປະຕິ ບັດ​ກັນ​ມາ​ເປັນປົກກະຕິ​ຂອງ​ພວກ​ເຂົາ​ເຈົ້າ ​ໃນ​ການ​ບໍ່​ເຂົ້າແຊກ​ແ​ຊງ​ໃນກິດຈະການ​ພາຍ​ໃນ​ຂອງ​ກັນ​ແລະ​ກັນ​ນັ້ນ ​ແລະໃຫ້​ປະຕິບັດ​ຕາມ​ຄໍາ​ປະກາດ​ສະບັບ​ໃໝ່ວ່າ​ດ້ວຍ​ສິດທິ​ມະນຸດ​ຂອງ​ສະມາຄົມ​ອາ​ຊ່ຽນ​ນັ້ນ.

ໃນ​ກອງ​ປະຊຸມ​ອະພິປາຍ​ບັ້ນ​ນຶ່ງ​ຢູ່​ບາງກອກ ​ໃນ​ອາທິດ​ນີ້ ອະດີດ​ວຸດ​ທິ ສະມາຊິກ​ສະພາ​ຂອງ​ໄທ ທ່ານ ຈອນ ອຶງພາກອນ ຊຶ່ງ​ກໍ​ເປັນ​ສະມາຊິກ​ຄົນ​ນຶ່ງ​ຂອງ​ຄະນະ​ກໍາມາ​ທິການ​ສິດທິ​ມະນຸດ​ແຫ່ງ​ຊາດ​ຂອງ​ໄທ ​ເວົ້າ​ວ່າ ກໍ​ລະ​ນີ​ນີ້ ຖື​ວ່າ​ສໍາຄັນ​ທີ່​ສຸດ ຕໍ່​ການ​ນໍາ​ເອົາ​ຄວາມ​ເຊື່ອ​ຖື​ມາສູ່​ກົນ​ໄກ​ດ້ານ​ສິດທິ​ມະນຸດ​ຂອງ​ສະມາຄົມ​ອາຊ່ຽນ ​ແລະ​ພ້ອມ​ດຽວ​ກັນ​ກໍ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ​ໄທ​ ຈົ່ງ​ຈັດ​ຫາ​ທະນາຍ​ຄວາມ​ໄທ​ໃຫ້​ແກ່​ທ່ານ​ສົມບັດ ສົມ​ພອນ.

ທ່ານ​ອຶງພາກອນ ​ເວົ້າ​ວ່າ: “ເປັນ​ທີ່​ໜ້າ​ເສຍ​ໃຈ​ ທີ່​ປະ​ເທດ​ສ່ວນຫຼາຍໃນ​ສະມາຄົມ​ອາ​ຊ່ຽນ​ ພາກັນ​ເຊື່ອ​ໃນ​ນະ​ໂຍບາຍບໍ່​ເຂົ້າ​ແຊກ​ແຊງຊຶ່ງ​ກັນ​ແລະ​ກັນ ​ແຕ່ຂ້າພະ​ເຈົ້າຮູ້ສຶກ ວ່າ ມັນຕ້ອງ​ມີ​ຄໍາ​ຕອບ​ໃນ​ເລຶ່ອງນີ້. ລັດຖະບານ​ມີ​ຄວາມ​ຮັບຜິດຊອບ​ທີ່​ຈະ​ຕ້ອງ ຕອບ​ຄໍາ​ຖາມ​ກ່ຽວ​ກັບວ່າ​ແມ່ນ​ຫຍັງ​ເກີດ​ຂຶ້ນ​ແກ່​ທ່ານ​ສົມ​ບັດ. ລັດຖະບານສາທາລະນະ​ລັດ
ປະຊາທິປະ​ໄຕປະຊາຊົນລາວ ຫຼື ສປປ.ລາວ ບໍ່ໄດ້​ປະຕິ ບັດຄວາມ​ຮັບ​ຜິດ​ຊອບອັນ​ນີ້​ຢ່າງ​ແທ້​ຈິງ​ເລີຍ.”


ທ່ານ​ສົມບັດ ສົມ​ພອນ ​ເປັນ​ບຸກຄົນ​ທີ່ຮູ້ຈັກ​ກັນ​ດີ​ຍ້ອນ​ຜົນງານ​ການ​ສ້າງສາ​ ສັງຄົມ​ພົນລະ​ເຮືອນ ທີ່​ເປັນ​ເອກະລາດ​ຈາກລັດຖະບານ ​ແລະ​ແນວ​ຄິດ​ທີ່ຄັດຄ້ານທັດສະນະ​ຕ່າງໆ​ຂອງ​ລັດຖະບານ​ມາ​ຕະຫຼອດ ກ່ຽວ​ກັບວ່າ ການ​ພັດທະນາຄວນ​ຈະ​ເປັນ​ໄປ​ຢ່າງ​ໃດ ​ໂດຍ​ສະ​ເພາະ​ເລຶ່ອງກ່ຽວ​ກັບ​ໂຄງການ​ສ້າງສາ​ໂຄງ​ລ່າງ​ພື້ນ​ຖານ​ຂະໜາດ​ໃຫຍ່ ​ເຊັ່ນ​ເຂື່ອນ​ໄຟຟ້າ​ໄຊ​ຍະ​ບູລີ​ ເປັນ​ຕົ້ນນັ້ນ.

ກະຊວງ​ຕ່າງປະ​ເທດ​ລາວ ​ໄດ້​ອອກ​ຖະ​ແຫຼງການ​ສະບັບ​ນຶ່ງ ທີ່ຊີ້​ແນະ​ເຖິງ​ການ​ຫາຍ​ຕົວ​ຂອງ​ທ່ານ​ສົມບັດວ່າ ອາດ​ເປັນ​ຍ້ອນ​ຂໍ້​ຂັດ​ແຍ້​ງກັນ​ໃນ​ທາງ​ສ່ວນ​ຕົວ ກໍ​ໄດ້.

ທ່ານ​ນາງ Ng Shui Meng ພັນ​ລະ​ຍາ​ຂອງ​ທ່ານ​ສົມ​ບັດ ​ໄດ້​ຂີ່​ໄປ​ໃນລົດ​ອີກ​ຄັນ​ນຶ່ງ ​ໃນ​ຄືນທີ່​ທ່ານ​ສົມ​ບັດຫາຍ​ຕົວ​ໄປ ຢູ່​ປ້ອມ​ຕໍາຫຼວດ​ນັ້ນ.

ທ່ານ​ນາງ ​ເມັງ ​ເວົ້າ: “ທຸກໆ​ມື້​ນີ້​ຂ້ອຍ​ກະວົນກະວາຍ​ໃຈຫຼາຍ ຂ້ອຍ​ຍັງ​ບໍ່ໄດ້ຮັບ​ຂ່າວ​ ຂໍ້​ມູນ​ໃດໆ​ກ່ຽວ​ກັບ​ວ່າ​ທ່ານ​ສົມບັດ​ຢູ່​ແຫ່ງ​ຫົນ​ໃດ. ຂ້ອຍ​ສືບ​ຕໍ່​ຫວັງວ່າເພີ່ນຈະ​ບໍ່​ໄດ້​ຮັບ​ອັນຕະລາຍໃດໆ. ​ແລະຂ້ອ​ຍຢາກ​ສະ​ແດງ ຄວາມ​ຂອບ​ໃຈ ​ແລະ​ຮູ້​ບຸນ ຄຸນ ຕໍ່​ສ່ວນ​ບຸນ​ຄົນ ​ແລະ​ອົງການ​ຕ່າງໆ ທີ່ໃຫ້ ຄວາມ​ເປັນ​ຫ່ວງ​ເປັນ​ໄຍຕໍ່​ການ​ຫາຍ​ຕົວ​ຂອງ​ທ່ານ​ສົມບັດ​ໃນ​ຄັ້ງ​ນີ້ ​ແລະໄດ້​ຮຽກຮ້ອງ​ໃຫ້ເຈົ້າໜ້າ​ທີ່​ລາວ​ຈົ່ງ​ຊ່ວຍ​ຊອກ​ຫາ​ທ່ານ​ສົມບັດ ​ໃຫ້​ໄດ້​ໄວ​ທີ່​ສຸດ​ເທົ່າ​ທີ່​ຈະ​ໄວ​ໄດ້.”

ທ່ານ​ນາງ ​ເມັງ​ ກ່າວ​ອີກ​ວ່າ ​ເກືອບ​ນຶ່ງ​ເດືອນ​ຫລັງ​ຈາກ​ທີ່​ທ່ານ​ສົມບັດ​ຫາຍ​ຕົວ​ໄປ ​ທ່ານ​ນາງ ກໍ​ບໍ່​ຮູ້ເລີຍ​ວ່າ​ ແມ່ນ​ຫຍັງ​ໄດ້​ເກີດ​ຂຶ້ນກັບ​ລາວ.

ບັນດາ​ກຸ່ມ​ສິດທິ​ທັງຫຼາຍ​ແມ່ນ​ມີ​ຄວາມ​ສົງໄສ​ຢ່າງ​ເລິກ​ເຊິ່ງ​ ກ່ຽວ​ກັບເລື້ອງ​ທີ່​ວ່າ ​ລັດຖະບານ​ລາວບໍ່​ມີ​ຂໍ້​ມູນ ​ແລະ​ບໍ່​ສາມາດ​ທີ່​ຈະ​ສະໜອງ​ຂໍ້​ມູນ​ໃດໆ ກ່ຽວ​ກັບ​ການ​ຫາຍ​ຕົວ​ໄປ​ຂອງ​ທ່ານ​ສົມບັດ​ນັ້ນ.

ທ່ານ Phil Robertson ຮອງ​ຜູ້​ອໍານວຍ​ການ ​ກຸ່ມ​ສິ້ງຊອມ​ສິດ​ທິມະນຸດ Human Rights Watch ປະ​ຈໍາ​ພາກພື້ນ​ເອ​ເຊຍ ​ເວົ້າ​ວ່າ ລັດຖະບານ​ລາວ​ແມ່ນ ມີ​ປະວັດ​ການ​ດ້ານ​ສິດທິ​ມະນຸດ​ທີ່​ຂີ້ຮ້າຍຫຼາຍ​ແລະ​ເຄີຍ​ມີ​ປະ​ວັດ​ ການ​ຕັ້ງ​ຂໍ້​ຫາທີ່​ປັ້ນ​ແຕ່ງ​ຂຶ້ນ ຍ້ອນ​ເຫດຜົນ​ທາງ​ການ​ເມືອງ ​ເພື່ອ​ຕາມ​ລ່າ​ຫລື​ຈັບບຸກຄົນ​ໃດກໍ​ຕາມ ທີ່​ຖື​ວ່າ​ເປັນ​ຜູ້​ຄັດຄ້ານຕໍ່​ລັດຖະບານ ຕົວຢ່າງ ອະດີດ​ກະສັດ​ລາວ ຜູ້​ທີ່ ມາ​ຮອດ​ດຽວ​ນີ້ ກໍຍັງບໍ່ມີ​ໃຜ​ຮູ້​ວ່າ ​ພະ​ອົງ​ຢູ່​ແຫ່ງ​ຫົນ​ໃດ.

ທ່ານ Robertson ​ເວົ້າ​ວ່າ​: “ພວກ​ເຮົາ​ຄິດ​ວ່າ ລັດຖະບານ​ລາວ​ຮູ້​ດີວ່າ ທ່ານ​ສົມບັດ​ຢູ່​ໃສ. ສະ​ນັ້ນ​ພວກ​ເຮົາ​ຈຶ່ງເປັນ​ຫ່ວງ​ທີ່​ສຸດ​ວ່າ ການ​ສືບ​ຕໍ່​ຢືນ​ຢັດ​ປະຕິ​ເສດສ່າ ຕົນ​ບໍ່​ຮູ້​ບໍ່​ເຫັນ​ນັ້ນ ຈະເປັນ​ຮ່ອງຮອຍ​ຊີ້​ບອກ​ວ່າ ອາດ​ໄດ້ມີ​ຢ່າງ​ໃດ​ຢ່າງ​ນຶ່ງ​ເກີດ​ຂື້ນ​ແກ່​ທ່ານສົມບັດ​ແລ້ວ. ທ່ານ​ສົມບັດອາດ​ມີ​ບັນຫາ​ກັບເ​ຈົ້າໜ້າ​ທີ່ລັດຖະບານ​ລາວ ໃນຫຼາຍ​ໆເຫດຜົນ​ດ້ວຍ​ກັນ​ກໍ​ໄດ້​. ແຕ່​ອິງ​ຕາມຫຼາຍໆ​ຄົນ​ ທີ່​ເວົ້າ​ອອກ​ມາ​ກ່ຽວ​ກັບ​ທ່ານ​ສົມບັດ​ ​ແລະ​ກ່ຽວ​ກັບ​ວຽກ​ງານ​ຂອງ​ທ່ານນັ້ນ ພວກ​ເຂົາ​ເຈົ້າ​ໃຫ້​ຮ່ອງຮອຍ​ວ່າ ທ່ານ​ສົມບັດບໍ່​ມີ​ຂໍ້​ບາດໝາງ​ໃດໆ​ກັບ​ລັດຖະບານ​ລາວ. ມັນກໍ​ເປັນ​ສິ່ງ​ລຶກລັບຫຼາຍ ຢູ່​ວ່າ ດ້ວຍ​ເຫດ​ໃດລັດຖະບານ​ຈຶ່ງ​ຈະ​ກັກ​ຕົວ​ລາວ​ໄວ້?”

​ຫ້ອງການ​ຂ້າ​ຫລວງ​ໃຫຍ່ຝ່າຍ​ສິດທິ​ມະນຸດຂອງສະຫະ​ປະຊາ​ຊາດ​ ກໍໄດ້ສະ​ແດງ​ຄວາມ​ເປັນ​ຫ່ວງ​ຢູ່​ໃນ​ຈົດໝາຍ​ສະບັບ​ນຶ່ງ​ທີ່​ສົ່ງເຖິງລັດຖະບານ​ລາວ ວ່າ ທ່ານ​ສົມບັດ​ຖືກ​ຈັບ​ກຸມ​ຍ້ອນ​ວຽກ​ງານຂອງລາວ. ກະຊວງ​ຕ່າງປະ​ເທດ​ລາວ​ໄດ້​ປະຕິ​ເສດ​ຕໍ່ຄໍາ​ຮ້ອງຂອງ​ວີ​ໂອ​ເອ ທີ່ຂໍ​ຄວາມ​ເຫັນ​ຈາກ​ລັດຖະບານ​ລາວ​ນັ້ນ.
XS
SM
MD
LG