ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຈັດ​ລາຍການ​ໃຫ້ນັກ​ທ່ອງ​ທ່ຽວ ທີ່ໄປຮ່ວມສະຫລອງ ວຽງຈັນຄົບຮອບ ​450 ປີ


ທາງໃນວັດສີສະເກດ ທີ່ທາງການລາວມີແຜນການ ຈະທໍາການປະຕິ ສັງຂອນ ອັນເປັນນຶ່ງໃນ 21 ໂຄງການບູລະນະສ້າງສາເນື່ອງໃນໂອ ກາດສະເຫລີມສະຫລອງ ນະຄອນຫລວງວຽງຈັນ ຄົບຮອບ 450 ປີ.
ທາງໃນວັດສີສະເກດ ທີ່ທາງການລາວມີແຜນການ ຈະທໍາການປະຕິ ສັງຂອນ ອັນເປັນນຶ່ງໃນ 21 ໂຄງການບູລະນະສ້າງສາເນື່ອງໃນໂອ ກາດສະເຫລີມສະຫລອງ ນະຄອນຫລວງວຽງຈັນ ຄົບຮອບ 450 ປີ.

ທາງການລາວຈະຈັດ​ລາຍການ​ທ່ອງ​ທ່ຽວ​ເປັນ​ກໍລະນີ​ພິ​ເສດ​ ສໍາລັບ​ນັກ​ທ່ອງ​ທ່ຽວ​ທີ່​ເດີນທາງ​​ເຂົ້າ​​ໄປ​ຮ່ວມ​ໃນ​ໂອກາດສະ​ເຫລີ​ມສະຫລອງ ​ການ​ສະຖາ​ປະ​ນານ​ະຄອນ​ຫລວງ​ວຽງ​ຈັນ​ ຄົບ ຮອບ 450 ປີ.

ເຈົ້າໜ້າ​ທີ່​ພະ​ແນ​ກທ່ອງ​ທ່ຽວ​ເຂດ​ນະຄອນ​ວຽງ​ຈັນ ​ໄດ້​ເປີດ​ເຜີຍ​ໃຫ້​ຮູ້​ວ່າ​ ໃນ​ໂອກາດ​ການ
ສະ​ເຫລີ​ມສະຫລອງ​ການ ສະຖາປະນາ​ນະຄອນຫລວງ​ວຽງ​ຈັນ​ຂອງລາວ​ຄົບຮອບ 450 ປີ
ລະຫວ່າງ​ວັນ​ທີ່ 15-21 ​ເດືອນ​ພິຈິກ​ນີ້ ​ພະ​ແນ​ກທ່ອງ​ທ່ຽວ​ນະຄອນ​ວຽງ​ຈັນ​ໄດ້​ຮ່ວມ​ມື​ກັບ
ສະມາຄົມ​ທ່ອງ​ທ່ຽວ​ຈັດ​ລາ​ຍການທ່ອງທ່ຽວ​ໃນ​ເຂດ​ນະຄອນຫລວງ ວຽງ​ຈັນ​ເພື່ອ​ຮອງ​ຮັບ​
ນັກ​ທ່ອງ​ທ່ຽວ​ຄົນ​ລາວ​ແລະ​ຊາວ​ຕ່າງຊາດ​ເປັນ​ກໍ​ລະ​ນີພິ​ເສດ.

ລາຍການ​ທ່ອງ​ທ່ຽວ​ທີ່​ຈັດ​ຂຶ້ນ​ເປັນ​ກໍລະນີ​ພິ​ເສດ​ໃນ​ຄັ້ງ​ນີ້​ ແມ່ນ​ເນັ້ນ​ໜັກ​ໃຫ້​ຄວາມ​ສໍາຄັນ​ເປັນ​
ພິ​ເສດ​ກັບ​ການທ່ອງທ່ຽວ​ທາງ​ດ້ານ​ປະ​ຫວັດ​ສາດ ​ແລະ​ວັດທະນະ​ທໍາ ​ເພື່ອເຮັດ​ໃຫ້​ນັກ​ທ່ອງ​
ທ່ຽວ​ມີ​ຄວາມ​ເຂົ້າ​ໃຈ ​ໃນ​ໄລຍະ 450 ປີ ທີ​ຜ່ານ​ມາດ້ວຍ​ການ​ໄປ​ຢ້ຽມ​ຊົມ​ສະຖານ​ທີ່​ສໍາຄັນ
ຕ່າງໆ​ໃນ​ທົ່ວ​ນະຄອນ​ວຽງ​ຈັນ ດັ່ງ​ທີ່​ເຈົ້າໜ້າ​ທີ່​ພະ​ແນ​ກທ່ອງ​ທ່ຽວ​ເຂດ​ນະຄອນ​ວຽງ​ຈັນ
ຄົນ​ດັ່ງກ່າວ​ ໄດ້​ໃຫ້ການ​ຊີ້​ແຈງ​ໃນ​ຕອນ​ນຶ່ງ​ວ່າ:

“ລາຍການ​ທ່ອງ​ທ່ຽວຢູ່​ໃນ​ຕົວ​ເມືອງ​ ກໍ​ໄດ້​ມີ​ການ​ຫ້າງ​ຫາ​ກະກຽມ​ສາມ​ລາຍການໃຫຍ່ ເພື່ອ​ໃຫ້​ບັນດາ​ແຂກ​ທີ່​ເຂົ້າ​ມາຮ່ວ​ມ​ໃນ​ງານ​ ໄດ້​ມີ​ໂອກາດ​ໄດ້​ໄປ​ທ່ອງ​ທ່ຽວ​ຢ້ຽມ​ຊົມ​ບັນດາ​ແຫ​ລ່ງທ່ອງ​ທ່ຽວ​ທາງ​ປະຫວັດ ສາດ​ແລະ​ວັດທະນະ​ທໍາ ຂອງ​ບ້ານ​ເຮົາ​ຫັ້ນ ຊຶ່ງ​ໄດ້ມີ​ການ​ລວມ​ເອົາ​ບັນດາ​ແຫ​ລ່ງທ່ອງ​ທ່ຽວ​ທ່ີ​ມີ​ຈຸດ​ເດັ່ນ ​ເຊັ່ນ ຫໍພ​ະ​ແກ້ວ ວັດ​ສີສະເກດ ພະທາດ​ຫລວງ ພິພິດທະພັນ​ໄກສອນ ພົມວິຫານ ​ແລະ​ ປະຕູໄຊ ​ເປັນ​ຕົ້ນ”

ທາງ​ການ​ລາວ​ຄາດ​ຫວັງ​ວ່າ ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ທັງ​ຄົນ​ລາວ​ແລະ​ຊາວ​ຕ່າງ​ຊາດ​ຫລາຍ​ໝື່ນ​ຄົນ​ ທີ່​ຈະ​ພາກັນ​ເດີນທາງ​ເຂົ້າ​ໄປ​ຮ່ວມ​ການສະ​ເຫລີ​ມສະຫລອງ 450 ປີ​ນະຄອນ​ວຽງ​ຈັນ ຊຶ່ງ​ກໍ​ຈະ​ມີ​ສ່ວນ​ຢ່າງ​ສໍາຄັນ​ໃນ​ການ​ເຮັດ​ໃຫ້​ມີ​ຈໍານວນ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ເດີນທາງ​ເຂົ້າ​ໄປ ​ທີ່​ນະຄອນ​ວຽງ​ຈັນ​ໃນ​ຕະຫລອດ​ປີ​ນີ້ ​ເພີ່ມຂຶ້ນຈາກ​ປີຜ່ານມາ ​ຄິດ​ເປັນ​ອັດ​ຕາສະ​ເລ່ຍທີ່​ເກີນ​ກວ່າ 12% ກໍ​ຄື​ເພີ່ມ​ຂຶ້ນຈາກ 7 ​ແສນ​ກວ່າ​ຄົນ​ເປັນ​ຫລາຍ​ກວ່າ 8 ​ແສນຄົນ ຊຶ່ງກໍ​ຈະ​ເຮັດ​ໃຫ້​ມີ​ເງິນຕາ​ຕ່າງປະ​ເທດ​ໄຫລ​ເຂົ້າສູ່​ທຸລະ​ກິດ​ພາກ​ບໍລິການ​ໃນ​ເຂດ​ນະຄອນ​ວຽງ​ຈັນ​ ຄິດ​ເປັນ​ ມູນ​ຄ່າລວມບໍ່​ໜ້ອຍ​ກວ່າ 90 ລ້ານ​ໂດ​ລາ.

ທາງ​ການ​ລາວ​ໄດ້​ວາງແຜນການ​ທີ່ຈະ​ຈັດ​ງານ​ສະ​ເຫລີ​ມສະຫລອງ 450 ປີ​ນະຄອນ​ວຽງ​ຈັນ​ຢ່າງ​ຍິ່ງ​ໃຫຍ່​ ດ້ວຍ​ການຈັດ​ຂະ​ບວນ​ແຫ່​ທີ່​ມີ​ມວນ​ຊົນ​ຫລາຍກວ່າໝື່ນຄົນ​ຈາກ 38 ພາກ ສ່ວນຂອງ​ພັກ​ແລະ​ລັດຖະບານ​ເຂົ້າຮ່ວມ ​ໃນ​ຂະ​ບວນ​ແຫ່​ໃນ​ວັນ​ທີ່ 19 ​ເດືອນ​ພະ​ຈິກ ທີ່ຖື​ເປັນ​ມື້​ສະ​ເຫລີ​ມສະຫລອງ​ໃຫຍ່​ຂອງ​ການ​ຄົບງັນ 7 ມື້ 7 ຄືນ ກັບ​ທັງ​ຍັງ​ຈະ​ມີ​ການຈັດ​ງານ​ຕະຫລາດນັດ​ຢູ່​ສະໜາມ​ທາດຫລວງ ​ກັບ​ທີ່​ສູນ Lao-ITECC ​ແລະ​ທີ່​ສະໜາມກີລາ​ແຫ່ງ​ໃໝ່​ ຢູ່​ຫລັກ 16 ຖະໜົນ​ເລກ 13 ​ໃຕ້​ໃນ​ເຂດ​ເມືອງ​ໄຊ​ທານີ ​ໃນ​ຕະຫລອດ 7 ມື້ 7 ຄືນ​ດັ່ງກ່າວ​ດ້ວຍ. ເມື່ອ​ວັນ​ທີ່ 7 ​ເດືອນ​ພະຈິກ​ທີ່​ຜ່າ​ນມາ​ນັ້ນ ທາງ​ການ​ລາວ​ກໍ​ໄດ້​ທໍາ​ພິທີ​ສະຫລອງ​ສົມ​ໂພດ​ອະນຸສາວະລີ​ເຈົ້າອະນຸ​ວົງ ​ຢູ່​ບໍລິ​ເວນ​ສວນ​ເຈົ້າອະນຸວົງ ຊຶ່ງ​ຕັ້ງ​ຢູ່​ແຄມ​ນໍ້າ ຂອງ​ດ້ານ​ຫລັງ​ຫໍ​ຄໍາ​ ຢ່າງ​ເປັນ​ທາງ​ການ​ແລ້ວ ຊຶ່ງ​ຖື​ເປັນ 1 ​ໃນ 21 ​ໂຄງການ​ທີ່​ທາງ​ການ​ລາວ​ໄດ້​ວາງ​ແຜນ​ໄວ້​ໃນ​ແຜນ ການ​ສະ​ເຫລີ​ມສະຫລອງ ​ນະຄອນ​ວຽງ​ຈັນ​ຄົບຮອບ 450 ປີ ​ໂດຍ​ຮູບ​ຫລໍ່​ ມີຄວາມສູງ​ເຖິງ 8 ​ແມດ ​ແລະ​ຖ້າ​ຫາກ​ລວມ​ແທ່ນ​ຢືນ​ດ້ວຍ​ ກໍ​ຖື​ວ່າ​ເປັນ​ຮູ​ບ ຫລໍ່​ທີ່​ສູງ​ທີ່​ສຸດ​ໃນ​ລາວ​ ທີ່ຕ້ອງ​ໃຊ້​ທອງ​ແດງສໍາ​ລັບ​ຫລໍ່​ຮູບ​ປັ້ນ​ ຄິດ​ເປັນ​ນໍ້າໜັກ​ລວມ​ເຖິງ 10 ຕັນ​ກວ່າ.

ສ່ວນ​ໂຄງການ​ອື່ນໆ​ທ່ີ​ເປັນ​ສ່ວນ​ນຶ່ງ​ໃນ 21 ​ໂຄງການ​ທີ່​ສໍາຄັນ​ເຊັ່ນ​ດຽວ​ກັນ​ ກໍ​ຄື​ການ​ປະຕິ
ສັງຂອນ​ວັດ​ສີສະເກດ ການ​ຂະຫຍາ​ຍສະໜາມ​ພະທາດ​ຫລວງ ການ​ພັດທະນາ​ຕະຫລາດ
ເຊົ້າ ການ​ກໍ່ສ້າງ​ຖະນົນ​ວຽງ​ຈັນ 450 ປີ ການ​ກໍ່​ສາງ​ສໍານັກງານ​ປົກຄອງ​ແລະ​ສະພາເຂດ​ນະ
ຄອນ​ວຽງ​ຈັນ ການວາງ​ຜັງ​ເມືອງ​ໃໝ່​ຂອງ​ວຽງ​ຈັນ​ເພື່ອ​ຮອງ​ຮັບ​ການ​ພັດທະນາ​ໄປ​ສູ່ຄວາ​ມ
ທັນ​ສະ​ໄໝ ການ​ພັດທະນາ​ເສດຖະກິດ​ພິ​ເສດ​ຢູ່​ດົງ​ໂພ​ສີ ​ແລະ​ການ​ສ້າງ​ເຂື່ອນ​ກັນຕາ​ຝັ່ງ​
ເຈື່ອນ​ໃນ​ແນວ​ແມ່​ນໍ້າຂອງ ​ຈາກ​ເກົ້າລ້ຽວ​ເຖິງ​ທາດ​ຂາວ​ເປັນ​ຕົ້ນ.

XS
SM
MD
LG