ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະຊວງການຕ່າງ ປະເທດ ສຫລ ລາຍງານວ່າ ຍັງມີການລະເມີດ ສິດທິມະນຸດ ຢູ່ໃນລາວ


ພວກຊາວໜຸ່ມລາວ ແລະໄທ ທີ່ປະທ້ວງໃຫ້ຊອກຫາທ່ານສົມບັດ ສົມພອນ ທີ່ຍັງຫາຍສາບສູນຢູ່
ພວກຊາວໜຸ່ມລາວ ແລະໄທ ທີ່ປະທ້ວງໃຫ້ຊອກຫາທ່ານສົມບັດ ສົມພອນ ທີ່ຍັງຫາຍສາບສູນຢູ່

ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ (Lao PDR) ທີ່​ປົກຄອງ​ໂດຍ​ພັກປະຊາຊົນປະຕິວັດ​ລາວ (LPDR) ຊຶ່ງເປັນພັກ​ດຽວ​ເທົ່າ​ນັ້ນທີ່ເປັນພັກ​ຖືກ​ຕ້ອງຊອບ
ທໍາ​ຕາມລັດຖະທຳ​ມະນູນ. ການ​ເລືອກ​ຕັ້ງ​ຂອງສະພາ​ແຫ່ງ​ຊາດ​ ທີ່​ໄດ້​ຈັດ​ຂຶ້ນໃນ​ເດືອນ
​ກຸມພາ 2016 ຜ່ານ​ມາ​ນີ້ ບໍ່​ໄດ້​ເປັນການເລືອຕັ້ງຢ່າງເສລີ ​ແລະທ່ຽງທໍາ. ພັກ​ປະຊາຊົນ
ປະຕິວັດ​ລາວ ​ໄດ້​ເລືອກ​ເອົາ​ບັນດາ​ຜູ້​ສະລົງສະໝັກທັງ​ໝົດ ​ແລະ​ບັງຄັບ​ໃຫ້​ພົນລະເມືອງ
ທີ່ຖື​ສັນຊາດ​ລາວທັງ​ໝົດເຂົ້າຮ່ວມປ່ອນບັດລົງ​ຄະແນນ​ສຽງ. ພາຍຫລັງທີ່ໄດ້ມີການ​ເລືອກ
​ຕັ້ງ​ສະພາ​ແຫ່ງ​ຊາດແລ້ວກໍ ໄດ້ມີການອະນຸມັດ​ຮັບຮູ້​ເອົາ ທ່ານ​ທອງ​ລຸນ ສີ​ສຸ​ລິດ ​ເປັນ​ນາຍ
​ຍົກ​ລັດຖະມົນຕີ​ຄົນ​ໃໝ່.

​ພວກ​ເຈົ້າ​ໜ້າ​ທີ່​ພົນລະ​ເຮືອນມີການຄວບຄຸມກຳລັງຮັກສາ​ຄວາມ​ສະຫງົບ​ຢ່າງ​ເປັນມີ
ປະສິດທິ​ຜົນ.

ບັນຫາ​ສຳຄັນ​ທີ່​ສຸດ​ຂອງ​ສິດທິ​ມະນຸດ​ຮວມມີ ການຂາດ​ຂະບວນການຍຸຕິທໍາ ຊຶ່ງຮວມ​
ທັງການຈັບ​ກຸມ, ກັກ​ຂັງ​ແລະລົງ​ໂທດ​ໂດຍ​ລັດຖະບານ ໂດຍພາລະການ, ລັດຖະບານ
ລະ​ເມີດ​ສິດ​ທິສ່ວນ​ໂຕ ​ແລະ​ເສລີພາບໃນການ​ປາກ​ເວົ້າ ການອອກ ຂ່າວ, ການໂຮມ
ຊຸມນຸມ ​ແລະ​ການຈັດ​ຕັ້ງ​ສະມາຄົມ, ​ປະຕິ​ເສດບໍ່​ໃຫ້ປະຊາຊົນ ຂອງຕົນ​ສາມາດເລືອກ
​ເອົາ​ລັດຖະບານ​ຂອງ​ເຂົາ​ເຈົ້າໄດ້, ມີການ​ຄ້າ​ມະນຸດ, ​ແລະໃຫ້​ສິດທິ​ແກ່ພວກ​ກໍາມະ
ກອນເຮັດ​ວຽກແບບຈໍາກັດ, ຊຶ່ງຮວມທັງ ​ບໍ່ໃຫ້​ສາມາດ​ຈັດ​ຕັ້ງ​ສະຫະ​ພັນ​ແຮງ​ງານ​ທີ່
ເປັນເອກ​ກະລາດທີ່​ບໍ່ມີສ່ວນ​ພົວພັນ​ກັບ​ລັດຖະບານຂຶ້ນໄດ້.

ລັດຖບານ​ບໍ່​ໄດ້​ຈັບ​ກຸມ ຫຼື​ລົງ​ໂທດ​ພວກ​ເຈົ້າ​ໜ້າ​ທີ່ ​ທີ່​ໄດ້​ກະທຳ​ຄວາມ​ຜິດ, ພວກຕຳ
ຫຼວດ ​ແລະ​ໜ່ວຍ​ຮັກສາ​ຄວາມ​ສະຫງົບ ທີ່​ລະ​ເມີດ​ສິດ​ທິມະນຸດ ໂດຍການໃຫ້ການ
ປົກປ້ອງບໍ່ໃຫ້​ມີການ​ລົງ​ໂທດຕໍ່ພວກເຂົາເຈົ້າໄດ້.

XS
SM
MD
LG